ພິທີເຊັນສັນຍາສ້າງຕັ້ງ ອົງການຮ່ວມມື ປັນຍາປະດິດໂລກ

17/07/2026 17:06
Email Print 111
ຂປລ ພິ​ທີ​ເຊັນ​ສັນ​ຍາ​ສ້າງ​ຕັ້ງ ​ອົງ​ການ​ຮ່ວມ​ມື ​ປັນ​ຍາ​ປະ​ດິດ​ໂລກ ໄດ້​ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ຊຽງ​ໄຮ້, ທ່ານ ​ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ຈີນ ​ເຊັນ​ສັນ​ຍາ​ສະ​ບັບ​ນີ້.

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 16 ກໍ​ລ​ະ​ກົດ​ນີ້, ພິ​ທີ​ເຊັນ​ສັນ​ຍາ​ສ້າງ​ຕັ້ງ ​ອົງ​ການ​ຮ່ວມ​ມື ​ປັນ​ຍາ​ປະ​ດິດ​ໂລກ ໄດ້​ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ຊຽງ​ໄຮ້, ທ່ານ ​ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ຈີນ ​ເຊັນ​ສັນ​ຍາ​ສະ​ບັບ​ນີ້. ສັນ​ຍາ​ດັ່ງ​ກ່າວ ​ລະ​ບຸ​ຢ່າ​ງ​ຈະ​ແຈ້ງວ່າ: ອົງ​ການ​ຮ່ວມ​ມື ​ປັນ​ຍາ​ປະ​ດິດ​ໂລກ ​ແມ່ນ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ​ລະ​ຫວ່າງ ​ລັດ​ຖະ​ບານ​ ທີ່​ອິດ​ສະຫລະ, ເຄົາ​ລົບ ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ”, ຍຶດ​ໝັ້ນ​ແນວ​ຄວາມ​ຄິດ ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ ແລະ ຊົມ​ໃຊ້​ຮ່ວມ​ກັນ, ຍຶດ​ໝັ້ນ​ຖື​ຄົນ​ ເປັນ​ກົກ ເຊິ່ງ​ມີ​ຈຸດ​ປະ​ສົງ​ຊຸກ​ຍູ້​ ການ​ຮ່ວມ​ມື​ສາ​ກົນ ແລະ ການ​ບໍ​ລິ​ຫານ​ທົ່ວ​ໂລກ​ໃນ​ດ້ານ​ປັນ​ຍາ​ປະ​ດິດ ເພື່ອ​ຮັບ​ປະ​ກັນ​ໃຫ້​ປັນ​ຍາ​ປະ​ດິດ ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ ແລະ ເປັນ​ລະ​ບຽບ​ຮຽບ​ຮ້ອຍ ຕາມ​ທິດ​ທາງ​ສ້າງ​ຜົນ​ປະ​ໂຫຍດ, ປອດ​ໄພ ແລະ ຍຸ​ຕິ​ທຳ ພ້ອມ​ທັງ​ ສ້າງ​ຄວາມ​ສຸກ​ໃຫ້​ແກ່ ມວນມ​ະ​ນຸດ. ສຳ​ນັກ​ງານ​ອົງ​ການ​ຕັ້ງ​ຢູ່​ນະ​ຄອນ​ຊຽງ​ໄຮ້. ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອ​ງ​ ສປປ ລາວ ພ້ອມ​ດ້ວຍ ​ຜູ້​ຕາງ​ໜ້າ​ຂອງ​ອີກ 28 ປະ​ເທດ ເຊັ່ນ: ຣັດ​ເຊຍ, ກາ​ຊັກ​ສະ​ຖານ, ປາ​ກິດ​ສະ​ຖານ ແລະ ອິນ​ໂດ​ເນ​ເຊຍ​ເປັນ​ຕົ້ນ​ໄດ້​ລົງ​ນາມ​ ໃນ​ສັນ​ຍາ​ສະ​ບັບ​ດັ່ງ​ກ່າວ ແລະ ກາຍ​ເປັນ​ປະ​ເທດ ​ສ້າງ​ຕັ້ງ​ອົງ​ການ. ຜູ້​ຕາງ​ໜ້າ​ຈາກ ຫລາຍປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕ່າງໆ ເຊັ່ນ: ທ່ານ ​ອັນ​ໂຕ​ນິ​ໂອ ກູ​ເຕີ​ເຣດ​ສ ເລ​ຂາ​ທິ​ການ​ໃຫຍ່ ​ອົງ​ການ​ ສະ​ຫະ ​ປະ​ຊາ​ຊ​າດ​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top