ຂປລ
ໃນກອງປະຊຸມພົບປະ ແລະ ແລກປ່ຽນກົນໄກການ ສົ່ງເສີມການຄ້າ ແລະ ການຮ່ວມມື ດ້ານຕ່ອງໂສ້ການສະໜອງ ລະຫວ່າງ ສປ ຈີນ(ກວາງຕຸ່ງ)-ອາຊຽນ ປີ 2026 ທີ່ຈັດຂຶ້ນ ໃນວັນທີ 16 ກໍລະກົດນີ້, ບຸກຄົນໃນວົງການອຸດສາຫະກໍາ ແລະ ການຄ້າຂອງສອງຝ່າຍ ໄດ້ສຸມໃສ່ຫົວຂໍ້ຕ່າງໆ

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ໃນກອງປະຊຸມພົບປະ ແລະ ແລກປ່ຽນກົນໄກການ ສົ່ງເສີມການຄ້າ ແລະ ການຮ່ວມມື ດ້ານຕ່ອງໂສ້ການສະໜອງ ລະຫວ່າງ ສປ ຈີນ(ກວາງຕຸ່ງ)-ອາຊຽນ ປີ 2026 ທີ່ຈັດຂຶ້ນ ໃນວັນທີ 16 ກໍລະກົດນີ້, ບຸກຄົນໃນວົງການອຸດສາຫະກໍາ ແລະ ການຄ້າຂອງສອງຝ່າຍ ໄດ້ສຸມໃສ່ຫົວຂໍ້ຕ່າງໆ ເຊັ່ນ: ປັນຍາປະດິດເພີ່ມປະສິດທິພາບໃຫ້ແກ່ ການຍົກລະດັບ ອຸດສາ ຫະກໍາການຜະລິດ, ການຮ່ວມມື ດ້ານອຸດສາຫະກໍາ ພະລັງງານໃໝ່, ການພັດທະນາຄູ່ກັນ ລະຫວ່າງ ຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງ ແລະອື່ນໆ ໂດຍໄດ້ປຶກສາຫາລື ກ່ຽວກັບ ການຂະ ຫຍາຍ ຂອບເຂດການຮ່ວມມືໃໝ່ຕື່ມອີກ ເພື່ອກໍາແໜ້ນໂອກາດ ການພັດທະນາໃໝ່. ໂອກາດນີ້, ທ່ານ ທະນູສອນ ພົນອາມາດ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ປະກອບ ຄໍາເຫັນວ່າ: ສປປ ລາວ ມີທ່າແຮງດ້ານທີ່ຕັ້ງ ທີ່ມີເອກະລັກພິເສດ, ຄອງຄອຍສອງຝ່າຍ ຈະສາມາດຄົ້ນຄວ້າກ່ຽວກັບຮູບແບບ ການຮ່ວມມືໃໝ່ ແລະ ຂອບເຂດການພັດທະນາໃໝ່ ໃນດ້ານ ຕ່າງໆ ເປັນຕົ້ນ ແມ່ນຊ່ອງທາງການຂົນສົ່ງສິນຄ້າຜ່ານລົດໄຟ ແລະ ທາງທະເລ, ການປຸງແຕ່ງຜະລິດຕະພັນກະສິກໍາ, ການຝຶກອົບຮົມ ດ້ານປັນຍາປະດິດ ແລະ ທັກສະດີຈີຕອນໃຫ້ແກ່ ວິສາຫະກິດ ຂະໜາດກາງ ແລະ ຂະໜາດນ້ອຍຂອງ ສປປ ລາວ, ອຸດສາຫະກໍາ ການຜະລິດ ດ້ານພະລັງງານໃໝ່ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL