ຂປລ
ເນື່ອງຈາກ ໄດ້ຮັບຜົນກະທົບ ຈາກສະພາບ ອາກາດຮ້ອນ ທີ່ສ້າງສະຖິຕິສູງສຸດ ຄັ້ງໃໝ່ຢູ່ເອີຣົບ ເຮັດໃຫ້ປະມານ 10 ປະເທດໃນເອີຣົບ ມີຜູ້ເສຍ ຊີວິດ ຢ່າງໜ້ອຍ 12.000 ຄົນ.
ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ເດືອນມິຖຸນາປີນີ້, ເນື່ອງຈາກ ໄດ້ຮັບຜົນກະທົບ ຈາກສະພາບ ອາກາດຮ້ອນ ທີ່ສ້າງສະຖິຕິສູງສຸດ ຄັ້ງໃໝ່ຢູ່ເອີຣົບ ເຮັດໃຫ້ປະມານ 10 ປະເທດໃນເອີຣົບ ມີຜູ້ເສຍ ຊີວິດ ຢ່າງໜ້ອຍ 12.000 ຄົນ. ຂໍ້ມູນສະຖິຕິດັ່ງກ່າວ ເປັນພຽງແຕ່ຂໍ້ມູນຕາມໄລຍະ, ຄຽງຄູ່ກັບບັນດາປະເທດຢູ່ເອີຣົບ ເປີດເຜີຍຂໍ້ມູນ ສະຖິຕິຕາມຫລັງ, ຄາດວ່າ ຈໍານວນຜູ້ເສຍຊີວິດ ຍັງຈະເພີ່ມຂຶ້ນ ຕື່ມ ອີກ.ໃນໄລຍະດຽວກັນຂອງປີນີ້, ຫລາຍປະເທດຢູ່ເອີຣົບ ປະສົບກັບສະພາບອາກາດຮ້ອນສູງ ຢ່າງຕໍ່ເນື່ອງ, ໃນນັ້ນ, ບາງທ້ອງຖິ່ນ ຢູ່ພາກຕາເວັນຕົກ ແລະ ພາກໃຕ້ຂອງເອີຣົບ ມີອຸນຫະພູມສູງກວ່າ 40 ອົງ ສາ ເຮັດໃຫ້ປະເທດເຫລົ່ານັ້ນ ໄດ້ເຕືອນໄພອາກາດຮ້ອນ. ນອກນີ້, ອາກາດຮ້ອນສູງ ຍັງເຮັດໃຫ້ເກີດບັນຫາຕ່າງໆ ຕາມມາເປັນຕົ້ນ ແມ່ນເຫດໄຟໄໝ້ປ່າ, ການສະໜອງໄຟຟ້າ ຫລາຍຂຶ້ນ ພ້ອມດ້ວຍ ຄວາມ ກົດດັນດ້ານສາທາລະນະສຸກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL