ຂປລ
ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມພິທີໄຂ ກອງປະຊຸມ ປັນຍາປະດິດໂລກ 2026 ກໍຄື ກອງປະຊຸມຂັ້ນສູງ ວ່າດ້ວຍ ການຄຸ້ມຄອງ ປັນຍາປະດິດໂລກ ທີ່ຈັດຂຶ້ນ ຢູ່ນະຄອນຊຽງໄຮ້ ພາຍໃຕ້ຫົວຂໍ້ “ຮ່ວມກັນສ້າງລະບົບການຄຸ້ມຄອງ ປັນຍາປະດິດທົ່ວໂລກ ທີ່ມີຄວາມຍຸຕິທຳ ແລະ ສົມເຫດສົມຜົນ”

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 17 ກໍລະກົດນີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມພິທີໄຂ ກອງປະຊຸມ ປັນຍາປະດິດໂລກ 2026 ກໍຄື ກອງປະຊຸມຂັ້ນສູງ ວ່າດ້ວຍ ການຄຸ້ມຄອງ ປັນຍາປະດິດໂລກ ທີ່ຈັດຂຶ້ນ ຢູ່ນະຄອນຊຽງໄຮ້ ພາຍໃຕ້ຫົວຂໍ້ “ຮ່ວມກັນສ້າງລະບົບການຄຸ້ມຄອງ ປັນຍາປະດິດທົ່ວໂລກ ທີ່ມີຄວາມຍຸຕິທຳ ແລະ ສົມເຫດສົມຜົນ”.ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ໄດ້ກ່າວເຖິງ ເນື້ອໃນສຳຄັນ ຄື: ສປ ຈີນ ເຫັນວ່າ ປະເທດຕ່າງໆ ຄວນຍຶດໝັ້ນ ຖືຄົນເປັນກົກ ແລະ ຍຶດໝັ້ນແນວຄວາມຄິດ ທີ່ສ້າງສັນ ເພື່ອເຮັດໃຫ້ປັນຍາປະດິດ ກາຍເປັນແຫລ່ງພະລັງຂັບເຄື່ອນສຳຄັນ ທີ່ຊຸກຍູ້ຄວາມຈະເລີນ ຮຸ່ງເຮືອງຮ່ວມກັນ ແລະ ປົກປັກຮັກສາ ຄວາມໝັ້ນຄົງຮ່ວມກັນ, ຮ່ວມກັນສ້າງລະບົບການຄຸ້ມຄອງ ປັນຍາປະດິດທົ່ວໂລກ ທີ່ມີຄວາມຍຸຕິທຳ ແລະ ສົມເຫດສົມຜົນ. ສປ ຈີນ ຍິນດີຮ່ວມກັບຝ່າຍຕ່າງໆ ສ້າງໂອກາດ ແລະ ຮັບມືກັບສິ່ງທ້າທາຍແຫ່ງ ການພັດທະນາປັນຍາປະດິດ ດ້ວຍທ່າທີທີ່ເປີດກວ້າງກວ່າເກົ່າ, ການເຄື່ອນໄຫວ ທີ່ຕິດແທດຕົວຈິງ ກວ່າເກົ່າ ແລະ ມີສາຍຕາເບິ່ງກວ້າງ ເຫັນໄກ ກວ່າເກົ່າ ເພື່ອຮ່ວມກັນສ້າງ ອະນາຄົດ ທີ່ດີງາມກວ່າເກົ່າ ໃຫ້ແກ່ສັງຄົມມະນຸດ.ທ່ານ ສີ ຈິ້ນຜິງ ໄດ້ສະເໜີ 4 ຂໍ້ສະເໜີ ຄື: ໜຶ່ງ, ຍຶດໝັ້ນເປີດປະຕູສູ່ພານອກ, ຮ່ວມມືກັນແບບ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຂັບເຄື່ອນການພັດທະນາ ດ້ວຍຫົວຄິດປະດິດສ້າງ; ສອງ, ເພີ່ມສະຕິຄວາມສ່ຽງ ແລະ ຮັບປະກັນການຄວບຄຸມ ຕໍ່ຄວາມໝັ້ນຄົງ; ສາມ, ສົ່ງເສີມຄວາມກວມລວມ ແລະ ຊຸກຍູ້ການຮຽນຮູ້ ເຊິ່ງກັນ ແລະ ກັນ ລະຫວ່າງ ອະລິຍະທຳຕ່າງໆ; ສີ, ສົ່ງເສີມຮ່ວມແຮງ ຮ່ວມໃຈກັນ ແລະ ປັບປຸງການບໍລິຫານທົ່ວໂລກ. ກອງປະຊຸມໄດ້ເຜີຍແຜ່ “ຖະແຫລງການປະທານກອງປະຊຸມ ປັນຍາປະດິດໂລກ 2026 ກໍຄື ກອງປະຊຸມຂັ້ນສູງ ວ່າດ້ວຍການຄຸ້ມຄອງ ປັນຍາປະດິດໂລກ”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL