ຂປລ
ໃນວັນທີ 13 ກໍລະກົດ, ທ່ານ ເສົາ ຢຸນເຟີ່ຍ (Zhao Yunfei) ຈາກ ສະຖານີໂທລະພາບສູນກາງຈີນ (CGTN) ໄດ້ນຳສະເໜີ ຕໍ່ກຸ່ມນັກຂ່າວສາກົນ ກ່ຽວກັບ ແນວທາງການຕ່າງປະເທດ ຂອງຈີນ ທີ່ພວມພັດທະນາ ເຊິ່ງມີຈຸດສຸມ ຢູ່ທີ 4 ຂໍ້ລິເລີ່ມ ສໍາຄັນທີ່ຖືກອອກແບບມາ ເພື່ອປັບປ່ຽນຮູບແບບການຮ່ວມມື ແລະ ການບໍລິຫານໂລກ.

(ຂປລ) ໃນວັນທີ 13 ກໍລະກົດ, ທ່ານ ເສົາ ຢຸນເຟີ່ຍ (Zhao Yunfei) ຈາກ ສະຖານີ ໂທລະພາບສູນກາງຈີນ (CGTN) ໄດ້ນຳສະເໜີ ຕໍ່ກຸ່ມນັກຂ່າວສາກົນ ກ່ຽວກັບ ແນວທາງການ ຕ່າງປະເທດ ຂອງຈີນ ທີ່ພວມພັດທະນາ ເຊິ່ງມີຈຸດສຸມ ຢູ່ທີ 4 ຂໍ້ລິເລີ່ມ ສໍາຄັນທີ່ຖືກ ອອກແບບມາ ເພື່ອປັບປ່ຽນ ຮູບແບບການຮ່ວມມື ແລະ ການບໍລິຫານໂລກ.
ການນຳສະເໜີ ດັ່ງກ່າວໄດ້ສະແດງ ໃຫ້ເຫັນເຖິງ ໂຄງຮ່າງນະໂຍບາຍ ການຕ່າງປະເທດ ຂອງຈີນຢ່າງຄົບຖ້ວນ ໂດຍເນັ້ນຢ້ຳວ່າ ວິໄສທັດຍຸດທະສາດ ຂອງຈີນ ແມ່ນມີຮາກຖານ ມາຈາກ ລັດທິຫຼາຍຝ່າຍ, ສະຖຽນລະພາບ ແລະ ການພັດທະນາ ແບບຍືນຍົງ.
4 ເສົາຄ້ຳແຫ່ງວິໄສທັດໂລກຂອງຈີນ
ທ່ານ ເສົາ ໄດ້ອະທິບາຍວ່າ ຂໍ້ລິເລີ່ມເຫຼົ່ານີ້ ລວມຕົວເປັນການຕອບໂຕ້ ຕໍ່ສິ່ງທີ່ຈີນເຫັນວ່າ ເປັນ "ຄວາມບົກພ່ອງໃນການບໍລິຫານ" ທ່າມກາງການປ່ຽນແປງ ຂອງໂລກ ກໍຄື ພາກພື້ນ ແລະ ຄວາມບໍ່ແນ່ນອນ ທາງດ້ານເສດຖະກິດ:
ຂໍ້ລິເລີ່ມ ການພັດທະນາໂລກ (GDI, 2021): ໄດ້ຖືກວາງໃຫ້ເປັນ "ກະແຈສຳຄັນ" ໃນການແກ້ໄຂ ສິ່ງທ້າທາຍສາກົນ, ໂດຍ GDI ໃຫ້ຄວາມສຳຄັນກັບ ການຫຼຸດຜ່ອນ ຄວາມທຸກຍາກ ແລະ ຄວາມ ໝັ້ນຄົງທາງອາຫານ. ໂດຍອີງໃສ່ຄວາມສຳເລັດຂອງຈີນ ໃນການນຳພາປະຊາຊົນເກືອບ 100ລ້ານຄົນ ໃຫ້ຫຼຸດພົ້ນ ຈາກຄວາມທຸກຍາກ ຢ່າງສິ້ນເຊິງຜ່ານ "ການແກ້ໄຂ ຄວາມທຸກຍາກ ແບບກຳນົດເປົ້າໝາຍ", ຂໍ້ລິເລີ່ມນີ້ສົ່ງເສີມແນວທາງ ຢ່າງຮອບດ້ານ ແລະ ມີປະຊາຊົນເປັນໃຈກາງ.
ຂໍ້ລິເລີ່ມຄວາມໝັ້ນຄົງໂລກ (GSI, 2022): ການພັດທະນາຂຶ້ນ ເພື່ອຕອບສະໜອງ ຕໍ່ໄພຄຸກຄາມຄວາມໝັ້ນຄົງ ທັງແບບດັ້ງເດີມ ແລະ ບໍ່ແມ່ນແບບດັ້ງເດີມ, GSI ສະໜັບ ສະໜູນວິໄສທັດ "ຄວາມ ໝັ້ນຄົງທີ່ຮ່ວມກັນ, ຮອບດ້ານ, ຮ່ວມມື ແລະ ຍືນຍົງ". ຂໍ້ລິເລີ່ມນີ້ຮຽກຮ້ອງ ໃຫ້ມີການແກ້ໄຂ ຂໍ້ຂັດແຍ່ງໂດຍສັນຕິ ວິທີຜ່ານການເຈລະຈາ ແລະ ເນັ້ນຢ້ຳເຖິງ ຄວາມສຳຄັນ ຂອງການເຄົາລົບ ອະທິປະໄຕຂອງລັດ. ຂໍ້ລິເລີ່ມອາລິຍະທໍາໂລກ (GCI, 2023): ຂໍ້ລິເລີ່ມນີ້ ໄດ້ສຸມໃສ່ການສົ່ງເສີມ ການຮຽນຮູ້ເຊິ່ງກັນ ແລະ ກັນລະ ຫວ່າງວັດທະນະ ທຳ ທີ່ແຕກຕ່າງກັນ ເພື່ອຕ້ານກັບການກ່າວອ້າງເລື່ອງ "ການປະທະກັນ ຂອງ ອາລິຍະທຳ". ໂດຍເນັ້ນໃສ່ ການເຄົາລົບຄວາມຫຼາກຫຼາຍ ຂອງປະຫວັດສາດ ມະນຸດ ແລະ ການສົ່ງເສີມ ເຄືອຂ່າຍ ໂລກ ສຳລັບ ການເຈລະຈາ ລະຫວ່າງ ອາລິຍະທຳ.

ຂໍ້ລິເລີ່ມການບໍລິຫານໂລກ (GGI, 2025): ເປັນຂໍ້ລິເລີ່ມໃໝ່ ຫຼ້າສຸດ ໃນໂຄງຮ່າງນີ້, GGI ໂດຍມີ ເປົ້າໝາຍເພື່ອເສີມສ້າງລັດທິຫຼາຍຝ່າຍ ແລະ ການປົກປັກຮັກສາລະບຽບສາກົນ ພາຍຫຼັງສົງຄາມໂລກ ຄັ້ງທີ 2 ເຊິ່ງເປັນການສະໜັບສະໜູນ ຄວາມສະເໝີພາບ ດ້ານອະທິປະໄຕ, ການປະຕິບັດ ຕາມກົດໝາຍສາກົນ ແລະ ໂຄງສ້າງການບໍລິຫານໂລກ ທີ່ມີຄວາມຍຸຕິທຳ ແລະ ເທົ່າທຽມກັນຫຼາຍຂຶ້ນ.
ຈາກພື້ນຖານໂຄງລ່າງ ກ້າວໄປສູ່ການເຊື່ອມໂຍງ: ຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" (BRI) ເຊິ່ງເປັນການສະແດງໃຫ້ເຫັນເຖິງ ວິວັດທະນາການຂອງຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" (BRI), ທ່ານ ເສົາ ກ່າວວ່າ ເຖິງແມ່ນວ່າ ໂຄງການດັ່ງກ່າວ ຈະເລີ່ມຕົ້ນໃນໄລຍະຫຼາຍກວ່າໜຶ່ງ ທົດສະວັດຜ່ານມາ ໂດຍເນັ້ນໃສ່ ພື້ນຖານໂຄງລ່າງ ເຊັ່ນ: 6 ແລວເສດຖະກິດຫຼັກ, ແຕ່ປັດຈຸບັນໄດ້ພັດທະນາ ກາຍເປັນໂຄງຮ່າງການເຊື່ອມຕໍ່ແບບຫຼາຍມິຕິ. ດ້ວຍເອກະສານການຮ່ວມມືທີ່ໄດ້ລົງນາມ ຫຼາຍກວ່າ 150 ປະເທດ ແລະ 30 ອົງການ ຈັດຕັ້ງສາກົນ, ຈຸດສຸມໄດ້ປ່ຽນຈາກ ການກໍ່ສ້າງແບບງ່າຍດາຍ ໄປສູ່ການເຊື່ອມຕໍ່ ດ້ານນະໂຍບາຍ, ການຄ້າ, ການເງິນ ແລະ ການໄປມາຫາສູ່ກັນ ຂອງປະຊາຊົນຢ່າງຄົບວົງຈອນ. ຂໍ້ມູນທີ່ຍົກມາ ໃນລະຫວ່າງ ການບັນຍາຍ ລະບຸວ່າ ການລົງທຶນສອງຝ່າຍ ລະຫວ່າງ ຈີນ ແລະ ຄູ່ຮ່ວມ ໜຶ່ງແລວ ໜຶ່ງເສັ້ນທາງ (BRI) ລວມມີມູນຄ່າ ເກີນ 240 ຕື້ໂດລາ ສະຫະລັດໃນລະຫວ່າງ ປີ 2021 ເຖິງກາງ ປີ 2025.

ການສະໜັບສະໜູນລັດທິຫຼາຍຝ່າຍ
ໃນໄລຍະ ການບັນຍາຍ, ບົດບາດຂອງເວທີສາກົນ ໄດ້ເນັ້ນວ່າ ເປັນສູນກາງຂອງນະໂຍບາຍ ການຕ່າງປະເທດຂອງຈີນ. ຈີນ ຈະສືບຕໍ່ສະໜັບສະໜູນ ບົດບາດໃຈກາງ ຂອງສະຫະ ປະຊາຊາດ ພ້ອມທັງ ເຂົ້າຮ່ວມຢ່າງຕັ້ງໜ້າ ໃນອົງການຈັດຕັ້ງຕ່າງໆ ເຊັ່ນ: ບຣິກ (BRICS), ອົງການຮ່ວມມືຊຽງໄຮ (SCO),ຈີ 20 (G20) ແລະ ເອເປັກ(APEC). ຕາມການ ນຳສະເໜີ, ເວທີເຫຼົ່ານີ້ ເປັນກົນໄກທີ່ຈຳເປັນ ສຳລັບການແກ້ໄຂສິ່ງທ້າທາຍ ທາງລະບົບ ນັບຕັ້ງແຕ່ ຄວາມບໍ່ສົມດຸນທາງເສດຖະກິດ ຈົນເຖິງ ຄວາມໝັ້ນຄົງໃນພາກພື້ນ. ໃນຂະນະທີ່ ໂລກກຳລັງຜ່ານຜ່າ ໄລຍະການປ່ຽນແປງທີ່ຊັບຊ້ອນ, ແນວທາງຂອງຈີນ ຍັງຄົງໜັກແໜ້ນຄືເກົ່າ: ສະຖຽນລະພາບ ແລະ ການພັດທະນາ ຈະບັນລຸຜົນໄດ້ດີທີ່ສຸດ ຜ່ານການເຈລະຈາ, ການຮ່ວມມື ແບບປະຕິບັດຕົວຈິງ ແລະ ຄວາມມຸ່ງໝັ້ນ ອັນບໍ່ປ່ຽນແປງ ຕໍ່ຫຼັກການຂອງ ກົດບັດສະຫະປະຊາຊາດ.
ຂ່າວ-ພາບ: ວິນນາລີ ນາມຄາລັກ
KPL