ຂປລ
ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ປະກາດ ຜ່ານສື່ສັງຄົມອອນລາຍວ່າ: ຈະຮຽກເກັບ ພາສີນຳເຂົ້າ 100% ສຳລັບ ສິນຄ້າ ທຸກຊະນິດ ທີ່ສົ່ງເຂົ້າ ສະຫະລັດ ອາເມລິກາ ຈາກປະເທດໃດກໍ່ຕາມ ທີ່ເກັບພາສີ ບໍລິການ ດີຈິຕອນຈາກ ບໍລິສັດສັນຊາດ ສະຫະລັດ ອາເມລິກາ

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປ ຈີນ, ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ປະກາດ ຜ່ານສື່ສັງຄົມອອນລາຍວ່າ: ຈະຮຽກເກັບ ພາສີນຳເຂົ້າ 100% ສຳລັບ ສິນຄ້າ ທຸກຊະນິດ ທີ່ສົ່ງເຂົ້າ ສະຫະລັດ ອາເມລິກາ ຈາກປະເທດໃດກໍ່ຕາມ ທີ່ເກັບພາສີ ບໍລິການ ດີຈິຕອນຈາກ ບໍລິສັດສັນຊາດ ສະຫະລັດ ອາເມລິກາ ໂດຍພາສີນຳເຂົ້າ ທີ່ຈະຮຽກເກັບນີ້ ຈະລົບລ້າງຂໍ້ຕົກລົງການຄ້າ ທີ່ມີ ຢູ່ແລ້ວ ກັບປະເທດເຫລົ່ານັ້ນ, ບໍ່ວ່າ ຈະໄດ້ລົງນາມ ຫລື ບໍ່ໄດ້ລົງນາມກໍ່ຕາມ ແລະ ຖ້າປະເທດເຫລົ່ານັ້ນ ຍັງສືບຕໍ່ເຮັດເຊັ່ນນັ້ນ, ສ.ອາເມລິກາ ຈະເກັບພາສີ ທັນທີ.ທ່ານ ໂດນັນ ທຣຳ ກ່າວວ່າ: ຫລາຍປະເທດ ໃນເອີຣົບ ພວມປຶກສາຫາລື ກ່ຽວກັບ ການເກັບພາສີການບໍລິການ ດີຈີຕອນ ໃຫ້ກັບ ບໍລິສັດ ສະຫະລັດ ອາເມລິກາ ໃນໄວໆນີ້.ສື່ມວນຊົນທ້ອງຖິ່ນ ຂອງສະຫະລັດ ອາເມລິກາ ລາຍງານວ່າ: ພາສີ ການບໍລິການ ດີຈີຕອນ ໂດຍທົ່ວໄປແລ້ວ ຈະໃຊ້ກັບບໍລິສັດເທັກໂນໂລຢີ ທີ່ໃຫຍ່ທີ່ສຸດ ແລະ ມີຊື່ສຽງທີ່ສຸດໃນໂລກ ເທົ່ານັ້ນ, ເຊັ່ນ Meta, Alphabet, ແລະ Amazon, ເຊິ່ງທັງໝົດ ແມ່ນບໍລິສັດຂອງ ສະຫະລັດ ອາເມລິກາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL