ຄື້ນຄວາມຮ້ອນໃນເອີຣົບ ເຮັດໃຫ້ປະຊາຊົນຝຣັ່ງ ເສຍຊີວິດ 1.000 ຄົນ

29/06/2026 09:48
ຂປລ ສຳນັກງານ ສາທາລະນະສຸກຝຣັ່ງ, ຊຶ່ງເປັນໜ່ວຍງານຂຶ້ນກັບ ກະຊວງສາທາລະນະສຸກຝຣັ່ງ ລາຍງານວ່າ: ຄື້ນຄວາມ ຮ້ອນຮຸນແຮງ ທີ່ແຜ່ລາມໄປທົ່ວ ຫລາຍປະເທດ ໃນເອີຣົບ ໄດ້ສົ່ງຜົນໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 1.000 ຄົນ ໃນ ຝຣັ່ງ.

ຂປລ.ຕາມຂ່າວຈາກນະຄອນຫລວງປາຣີ ຂອງຝຣັ່ງ,ວັນທີ 28ມິຖຸນານີ້, ສຳນັກງານ ສາທາລະນະສຸກຝຣັ່ງ, ຊຶ່ງເປັນໜ່ວຍງານຂຶ້ນກັບ ກະຊວງສາທາລະນະສຸກຝຣັ່ງ ລາຍງານວ່າ: ຄື້ນຄວາມ ຮ້ອນຮຸນແຮງ ທີ່ແຜ່ລາມໄປທົ່ວ ຫລາຍປະເທດ ໃນເອີຣົບ ໄດ້ສົ່ງຜົນໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 1.000 ຄົນ ໃນຝຣັ່ງ.ຕົວເລກນີ້ ເປັນພຽງການຄາດຄະເນ ເບື້ອງຕົ້ນເທົ່ານັ້ນ, ໂດຍສ່ວນໃຫຍ່ ແມ່ນຜູ້ ທີ່ມີອາຍຸ 65 ປີຂຶ້ນໄປ, ແລະ ຈຳນວນຜູ້ເສຍຊີວິດ ຄາດວ່າ ຈະເພີ່ມຂຶ້ນ ເມື່ອມີຂໍ້ມູນ ຈາກບ້ານພັກຜູ້ສູງອາຍຸ ແລະ ການເສຍຊີວິດ ໃນເຮືອນພັກເອກະຊົນ ຫລາຍຂຶ້ນ.ປະຈຸບັນ, ຫລາຍປະເທດໃນເອີຣົບ ຍັງຜະເຊີນກັບ ຄວາມຮ້ອນຮຸນແຮງ ຈາກຄື້ນຄວາມຮ້ອນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ທຳລາຍ ສະຖິຕິ ອຸນຫະພູມສູງສຸດ ເປັນປະຫວັດ ສາດ ໃນຫລາຍພື້ນທີ່, ກະທົບການ ຜະລິດພະ ລັງງານແລະ ສ້າງຄວາມເສຍຫາຍຕໍ່ລະບົບ ພື້ນຖານໂຄງລ່າງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top