ໂຮງງານຜະລິດລົດພະລັງງານ ປັນຍາປະດິດ ເພີ່ມກຳລັງການຜະລິດ 300.000 ຄັນຕໍ່ປີ

29/06/2026 09:48
ຂປລ ໂຮງງານຜະລິດລົດຍົນ ອັດສະລິຍະຂອງ Geely ຕັ້ງຢູ່ໃນເມືອງຊີອານ, ແຂວງຊານຊີ ທາງຕາເວັນຕົກສຽງເໜືອຂອງ ສປ ຈີນ, ນຳໃຊ້ປັນຍາປະດິດ (AI) ແລະ ຫຸ່ນຍົນ ເພື່ອຂັບເຄື່ອນສາຍ ການຜະລິດແບບອັດຕະໂນມັດ ທີ່ສາມາດເຮັດ ວຽກໄດ້ 24 ຊົ່ວໂມງຕໍ່ວັນ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປ ຈີນ, ໂຮງງານຜະລິດລົດຍົນ ອັດສະລິຍະຂອງ Geely ຕັ້ງຢູ່ໃນເມືອງຊີອານ, ແຂວງຊານຊີ ທາງຕາເວັນຕົກສຽງເໜືອຂອງ ສປ ຈີນ, ນຳໃຊ້ປັນຍາປະດິດ (AI) ແລະ ຫຸ່ນຍົນ ເພື່ອຂັບເຄື່ອນສາຍ ການຜະລິດແບບອັດຕະໂນມັດ ທີ່ສາມາດເຮັດວຽກໄດ້ 24 ຊົ່ວໂມງຕໍ່ວັນ.ເຄື່ອງຈັກ ແລະ ລະບົບຂໍ້ມູນຂ່າວສານ ເຮັດວຽກຮ່ວມກັນ ຢ່າງບໍ່ມີຂໍ້ບົກຜ່ອງ ໃນທຸກຂັ້ນຕອນເຮັດໃຫ້ສາມາດຜະລິດລົດຍົນ ໄດ້ເປັນຈຳນວນຫລວງຫລາຍ ຢ່າງແນ່ນອນ ແລະ ມີປະສິດທິພາບ.ດ້ວຍກຳລັງການ ຜະລິດສູງສຸດເຖິງ 300.000 ຄັນຕໍ່ປີ, ໂຮງງານອັດສະລິຍະແຫ່ງນີ້ ສະທ້ອນໃຫ້ເຫັນເຖິງບົດບາດສຳຄັນ ຂອງລະບົບອັດຕະໂນມັດ ໃນການຂັບເຄື່ອນອະນາຄົດ ຂອງການເຄື່ອນທີ່ ແລະ ອຸດສາຫະກຳລົດຍົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top