ຂປລ
ຂປລ. ແຕ່ອະດີດຈົນເຖິງປັດຈຸບັນ ປາແດກແມ່ນອາຫານຊະນິດໜຶ່ງທີ່ຢູ່ຄຽງຄູ່ກັບຄົນລາວເຮົາມາແຕ່ສະໄໝປູ່ຍ່າຕາຍາຍ ເພາະສະໄໝກ່ອນແຕ່ລະຄອບຄົວແມ່ນຈະໝັກປາແດກໄວ້ກິນເອງ ເພື່ອເປັນສ່ວນປະກອບໃນການປຸງແຕ່ງ ອາຫານໄດ້ຢ່າງແຊບຊ້ອຍ.

ຂປລ. ແຕ່ອະດີດຈົນເຖິງປັດຈຸບັນປາແດກແມ່ນອາຫານຊະນິດໜຶ່ງທີ່ຢູ່ຄຽງຄູ່ກັບຄົນລາວເຮົາມາແຕ່ສະໄໝປູ່ຍ່າຕາຍາຍເພາະສະໄໝກ່ອນແຕ່ລະຄອບຄົວແມ່ນຈະໝັກປາແດກໄວ້ກິນເອງ ເພື່ອເປັນສ່ວນປະກອບໃນການປຸງແຕ່ງ ອາຫານໄດ້ຢ່າງແຊບຊ້ອຍ. ມາໃນຍຸກປັດຈຸບັນ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກທີ່ຕ້ອງການຄວາມສະດວກສະບາຍ ຈຶ່ງມີໂຮງງານຜະລິດນ້ຳປາແດກ ອອກມາຫລາຍສົມຄວນມີຫລາຍຍີ່ຫໍ້ໃຫ້ໄດ້ເລືອກບໍລິໂພກ ໜຶ່ງໃນນັ້ນກໍແມ່ນ ປາແດກຮຸ່ງເຮືອງສີນ ຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ກໍເປັນຜະລິດຕະພັນໜຶ່ງຂອງຄົນລາວ ມີໂຮງງານຜະລິດເອງ ແລະ ໄດ້ຮັບຄວາມນິຍົມຈາກສັງຄົມຢ່າງກວ້າງຂວາງຈົນມີຊື່ສຽງໂດ່ງດັງບໍ່ແພ້ໃຜ ດ້ວຍລົດຊາດ, ຄຸນນະພາບ ແລະ ສິນຄ້າທີ່ຫລາກຫລາຍບໍ່ວ່າຈະເປັນປາແດກ ດິບ, ສຸກ, ໜ່ຽວ, ຝຸ່ນ. ນອກຈາກນີ້, ຍັງມີແຈ່ວພັນ, ແຈ່ວຊີ້ນດາດ-ແຈ່ວລູກຊີ້ນ ແລະ ອື່ນໆອີກຫລາຍຢ່າງ ເຊິ່ງບອກໄດ້ເລີຍວ່າລົດຊາດແຊບ ຖືກໃຈ ໃນລາຄາບໍໍ່ແພງ.

ທ່ານ ນາງ ວິໄລສິນ ເຕີນຕານ ໄດ້ໃຫ້ສຳພາດ ວ່າ: ກ່ອນຈະມາເຮັດອາຊີບນີ້ ແມ່ນເປັນແມ່ຄ້າຂາຍຜັກຢູ່ຕະຫລາດ, ຫຍິບເຄື່ອງນຸ່ງ ແຕ່ລາຍຮັບໜ້ອຍກວ່າລາຍຈ່າຍ ຊຶ່ງເຮັດໃຫ້ຄອບຄົວບໍ່ມີການພັດທະນາ, ບໍ່ກຸ້ມກິນ, ບໍ່ມີເງິນແຮໄວ້ໃນຄອບຄົວ. ມາຮອດປີ 1988 ຈຶ່ງລອງເຮັດປາແດກຂາຍ ແລະ ເຫັນໄດ້ວ່າມີການຕອບຮັບຈາກລູກຄ້າ ຈຶ່ງໄດ້ປຶກສາຫາລືກັນເພື່ອຫັນປ່ຽນອາຊີບ ເພື່ອຢາກໃຫ້ມີລາຍຮັບເຂົ້າສູ່ຄອບຄົວ ຈຶ່ງໄດ້ຕົກລົງກັນ ແລະ ລົງມືຜະລິດປາແດກອອກສູ່ສັງຄົມເປັນວົງກວ້າງ ໃນປີ 2004, ມີລູກຄ້າສົນໃຈ ແລະ ສັ່ງຊື້ເພີ່ມຂຶ້ນເລື້ອຍໆ. ມາຮອດປີ 2007 ໄດ້ສ້າງຕັ້ງໂຮງງານປາແດກຮຸ່ງເຮືອງສີນຂຶ້ນ, ມີພະນັກງານ 12 ຄົນ. ປັດຈຸບັນ ໂຮງງານປາແດກຮຸ່ງເຮືອງສີນ ມີຫລາຍຜະລິດຕະພັນເປັນຕົ້ນແມ່ນ ປາແດກນ້ຳສຸກ (ສຳລັບໃຊ້ປຸງແຕ່ງອາຫານທົ່ວໄປ), ປາແດກຕໍາ,ໜຽວ , ຝຸ່ນ,ປາແດກ, ແຈ່ວພັນ, ແຈ່ວຊີ້ນດາດ-ແຈ່ວລູກຊີ້ນ. ສໍາລັບລາຄາຂາຍແມ່ນ ປາແດກຕົ້ມສຸກປຸງສຳເລັດຮູບສຳລັບໃສ່ຕຳ ຂະໜາດ 800 ml ຕຸກ 30.000 ກີບ, ປາແດກຕົ້ມສຸກປຸງສຳເລັດຮູບສຳລັບໃສ່ອາຫານທົ່ວໄປ ຂະໜາດ 700 ml ຕຸກ 20.000 ກີບ, 400 ml ຕຸກ 12.000 ກີບ , ແຈ່ວພັນໝ້ຽງພັນປາ, ຂະໜາດ 700 ml ຕຸກ 20.000 ກີບ, 250 ml ຕຸກ 10.000 ກີບ, ແຈ່ວຊີ້ນຈຸ່ມ+ດາດ, 700 ml ຕຸກ 25.000 ກີບ, 250 ml ຕຸກ 12.000 ກີບ, ປາແດກຝຸ່ນ 200 ກຣາມ 50.000ກີບ, ປາແດກໜຽວ 200 ກຣາມ 50.000 ກີບ.

ທ່ານ ນາງ ວິໄລສິນ ເຕີນຕານ ຍັງໄດ້ກ່າວຕື່ມອີກວ່າ: ຜ່ານການສູ້ຊົນສ້າງເສດຖະກິດມາຮອດປັດຈຸບັນ ຊີວິດການເປັນຢູ່ຂອງຄອບຄົວ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ແລະ ມີລາຍຮັບໝັ້ນຄົງ ສະມາຊິກພາຍໃນຄອບຄົວ ມີຄວາມສາມັກຄີ, ມີຄວາມດຸໝັ່ນ, ເປັນຈິດໜຶ່ງໃຈດຽວ ພ້ອມກັນເຮັດພ້ອມກັນສ້າງ ຈຶ່ງໄດ້ຮັບຜົນສຳເລັດຄືດັ່ງກ່າວ; ປັດຈຸບັນມີເຮືອນຢູ່ຖາວອນ, ລົດໃຫຍ່, ລົດຈັກ, ມີໂຮງງານຜະລິດແຈ່ວປາແດກ, ມີທຶນການສຶກສາສົ່ງລູກຮຽນ ແລະ ມີທຶນໝູນວຽນພາຍໃນຄອບຄົວຈຳນວນໜຶ່ງ ແລະ ກາຍເປັນຄອບຄົວຕົວແບບ. ສຳລັບທິດທາງ ແລະ ແຜນການໃນຕໍ່ໜ້າຈະສືບຕໍ່ຜະລິດປາແດກໃຫ້ຫລາຍຂຶ້ນ ເພື່ອຮອງຮັບກັບຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກ ກໍຄືລູກຄ້າ ເນື່ອງຈາກວ່າປາແດກເຮົາ ເປັນສິນຄ້າໂອດັອບໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ເປັນສິນຄ້າທີ່ຫລາຍໆຄົນນິຍົມກິນ
ສໍາລັບ ທ່ານທີ່ສົນໃຈຢາກໄດ້ປາແດກແຊບ ໄວ້ກິນ ຫລື ນໍາໄປຂາຍກໍສາມາດຕິດຕໍ່ສອບຖາມໄດ້ທີເບີ 020 9615737.
KPL