ຂປລ
ຂປລ. ຊົນເຜົ່າໄທເໜືອ ແມ່ນຊົນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ເຂົາເຈົ້າໄດ້ຕັ້ງພູມລຳເນົາໃນດິນແດນລາວໄດ້ຫລາຍສະຕະວັດມາແລ້ວ, ມີປະຫວັດຄວາມເປັນມາ ແລະ ການເຄື່ອນຍ້າຍມາຈາກດິນແດນຕອນໃຕ້ຂອງປະເທດຈີນ

ຂປລ. ຊົນເຜົ່າໄທເໜືອ ແມ່ນຊົນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ເຂົາເຈົ້າໄດ້ຕັ້ງພູມລຳເນົາໃນດິນແດນລາວໄດ້ຫລາຍສະຕະວັດມາແລ້ວ, ມີປະຫວັດຄວາມເປັນມາ ແລະ ການເຄື່ອນຍ້າຍມາຈາກດິນແດນຕອນໃຕ້ຂອງປະເທດຈີນ ເຊິ່ງເຄື່ອນຍ້າຍເຂົ້າມາປະເທດລາວໄດ້ມີຫລາຍໄລຍະ ແລະ ຫລາຍເສັ້ນທາງທີ່ແຕກຕ່າງກັນ ຄື: ເຂົ້າມາລາວ ໂດຍຜ່ານແຂວງໄລເຈົາ ແລະ ແຂວງເຊິນລາ ຂອງປະເທດຫວຽດນາມ, ມີບາງກຸ່ມກໍເຄື່ອນຍ້າຍມາຈາກດິນແດນຕອນໃຕ້ຂອງປະເທດຈີນ ເຊິ່ງຊົນເຜົ່ານີ້ ມີຊື່ທີ່ໃຊ້ເປັນທາງການໃນປັດຈຸບັນວ່າ: ໄທເໜືອ.
ຊົນເຜົ່າໄທເໜືອ ມີຮີດຄອງປະເພນີ, ຄວາມເຊື່ອຖື ແລະ ວັດທະນະທຳ ແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນຄື: ໄທເໜືອ ຢູ່ເມືອງສິງ ແຂວງຫລວງນ້ຳທາ ເຂົາເຈົ້າໄດ້ມີຄວາມເຊື່ອຖືພຸດທະສາສະໜາ ແລະ ເຊື່ອຖືຜີພ້ອມໆກັນ. ສຳລັບໄທເໜືອ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ເຂົາເຈົ້າເຊື່ອຖືຜີ ໝາຍຄວາມວ່າ: ໄດ້ມີການເຄົາລົບບູຊາຜີ ເຊັ່ນ: ຜີບັນພະບູລຸດ, ຜີຟ້າ, ຜີແຖນ, ຜີປ່າແຫ່ວ, ຫ້ວຍ, ຮ່ອງຄອງເບິງ,ການເຊື່ອຖືບັນພະບູລຸດ ໄດ້ສະແດງໃຫ້ເຫັນວ່າ: ເມື່ອຄົບຮອບປີໜຶ່ງໆ ກໍໄປຖາງຫຍ້າບ່ອນຝັງສົບ, ຖວາຍໄກ່ໃຫ້ຜີຢູ່ປ່າຊ້າ. ນອກຈາກນັ້ນ, ໃນຮອບວຽນປີໜຶ່ງ ເຂົາເຈົ້າຈະຈັດງານບຸນທີ່ສຳຄັນຄື: ບຸນກິນຈຽງໃຫຍ່ ແລະ ບຸນກິນຈ້ຽງນ້ອຍ ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງເດືອນ ມັງກອນ ແລະ ເດືອນກຸມພາ ຂອງທຸກໆປີ.

ຊົນເຜົ່າໄທເໜືອ ມັກຕັ້ງເຮືອນຊານບ້ານຊ່ອງຢູ່ເຂດທີ່ມີຫ້ວຍນ້ຳໄຫລຕະຫລອດປີ ທີ່ມີຄວາມເໝາະສົມໃນການເຮັດເໝືອງ, ປ້ານຝາຍ ເພື່ອເອົານ້ຳເຂົ້ານາ. ເຂົາເຈົ້າມີພິທີກຳໃນການຊອກທີ່ດິນຕັ້ງເຮືອນ, ເມື່ອຊອກເຫັນທີ່ດິນມີຄວາມເໝາະສົມທີ່ຈະຕັ້ງບ້ານເຮືອນແລ້ວໄດ້ສ່ຽງ ໂດຍການຂຸດຂຸມເອົາເຂົ້າເປືອກ 3 ເມັດ ຈຸໃສ່ຫົວກັນລົງຂຸມເອົາໃບໄມ້ອັດປາກຂຸມ 30 ນາທີ ຈຶ່ງຄ່ອຍໄຂເບິ່ງ. ສ່ວນໄທເໜືອ ຢູ່ເມືອງສິງ ແມ່ນເຮັດເຂົ້າຕ່ອມ ຄື: ຂຸດຂຸມເປັນວົງມົນລົງສອກໜຶ່ງຕອກຫລັກເຄິ່ງກາງເອົາເຂົ້າເປືອກຫວ່ານອ້ອມຫລັກເສົາ, ເອົາໃບໄມ້ປົກຄືນໜຶ່ງ, ຖ້າຫາກເມັດເຂົ້າຄ້າຍຍ້າຍ ຕັ້ງບ້ານບໍ່ໄດ້. ສຳລັບລັກສະນະເຮືອນຂອງຊົນເຜົ່າໄທເໜືອ ແມ່ນແຕກຕ່າງກັນ ແລະ ຄ້າຍຄືກັນຕາມແຕ່ລະທ້ອງຖິ່ນເຊັ່ນ: ໄທເໜືອ ຢູ່ເມືອງຍອດອູ ແມ່ນປຸກສ້າງເຮືອນແບບຕິດດິນ, ເສົາເຮັດດ້ວຍໄມ້ແກ່ນ 4 ຫລ່ຽມ, ແອ້ມດ້ວຍການຕຳດິນໃສ່, ມຸງດ້ວຍຫຍ້າຄາ ແລະ ໃບຄໍ້, ມີລວງຍາວ 8-10 ແມັດ, ກວ້າງ 4-6 ແມັດ ປະກອບມີ 3-5 ຫ້ອງ (ນັບຫວ່າງເອົາ) ແລະ ແບ່ງອອກເປັນ 2-3 ຫ້ອງຂະໜານກັນຕາມລວງກວ້າງ. ສ່ວນໄທ ເໜືອຢູ່ເມືອງສິງ ແມ່ນປຸກເຮືອນຮ້ານປູແປ້ນ ແລະ ແອ້ມແປ້ນ, ມຸງດ້ວຍຫຍ້າຄາ, ລວງຍາວ 6-20 ແມັດ, ກວ້າງ 6 ແມັດ, ມີ 3-10 ຫ້ອງ (ນັບວ່າງເສົາ) ການຈັດແບ່ງຫ້ອງເຮືອນແມ່ນອີງຕາມຈຳນວນສະມາຊິກຂອງຄອບຄົວ. ເຖິງແນວໃດກໍຕາມ, ເຊົາເຜົ່າໄທເໜືອ ຍັງມີຂ້ໍຫ້າມ ແລະ ການຄະລຳພາຍໃນຫ້ອງເຮືອນກໍຄ້າຍກັນກັບຊົນເຜົ່າອື່ນໆ ເຊັ່ນ: ຫ້າມເຂົ້າຫ້ອງນອນໂດຍສະເພາະແມ່ນຫ້ອງນອນຂອງພໍ່ແມ່ ເຊິ່ງຖືວ່າເປັນຫ້ອງຜີເຮືອນ. ສ່ວນຄົນທາງນອກແມ່ນເຂົ້າຫ້ອງນອນບໍ່ໄດ້, ກໍລະນີລ່ວງເຂົ້າກໍຖືກປັບໃໝ ເພື່ອແປງຜີເຮືອນ, ຖ້າມີເຄື່ອງເສຍກໍຕ້ອງໃຊ້ຕາມມູນຄ່າບວກກັບແປງຜີເຮືອນ. ສ່ວນຊົນເຜົ່າໄທເໜືອຢູ່ເມືອງຍອດອູ ກໍລະນີເຄ່ືອງບໍ່ເສຍ ແຕ່ຕ້ອງປັບໃໝດ້ວຍເຫລົ້າ 1 ລິດ, ໄກ່ 2 ໂຕ (ຜູ້ 1 ແມ່ 1) ແລະ ເງິນ.

ພ້ອມນັ້ນ,ຊົນເຜົ່ານີ້ ກໍມີວັດທະນະທຳການນຸ່ງຖື, ເອ້ຢ້ອງທີ່ມີຄຸນລັກສະນະຂອງຊົນເຜົ່າຕົນຕາມແຕ່ລະທ້ອງຖິ່ນເຊັ່ນ: ຜູ້ຊາຍນຸ່ງໂສ້ງສີດຳຫົວໃຫຍ່ 2 ໜ້າ, ໜ້າໃຫຍ່, ເສື້ອແຂນຍາວ, ແຂວສັ້ນສຳດີ, ຜ້າດຳທີ່ຍ້ອມດ້ວຍນ້ຳນິນຄຽນຫົວ ຍາວ 3 ວາ, ຈົ່ງຜົມຍາວ, ເກົ້າຜົມອ່ຽງໄປທາງຫລັງ, ມີປອກແຂນເຮັດດ້ວຍເງິນ, ສັກຂາ, ແຂນ, ແອວ, ເອິກ ແລະ ຫລັງລາຍ ໂດຍຈ້າງຄົນອື່ນສັກໃຫ້. ສຳລັບແມ່ຍິງແມ່ນນຸ່ງສິ້ນສີດຳມີແພເຈ້ປົກທາງໜ້າ, ແມ່ຍິງຊົນເຜົ່າໄທເໜືອ ຢູ່ເມືອງຍອດອູ ແມ່ນສຸ່ງໂສ້ງສີດຳ,ສີເຫລືອງຫົວໃຫຍ່, ຂາລີບ, ນຸ່ງເສື້ອແຂນຍາວ ແລະ ຍາວລົງຮອດຫົວເຂົ່າ, ຄໍເສືອໄດ້ແສ່ວຫລາຍສີສະຫລັບກັນ, ມີຜ້າຄຽນຫົວ, ຜ້າມັດແອວ, ບ່ອງຫູໃສ່ຕ້າງ, ມີປອກແຂກເຮັດດ້ວຍເງິນ, ມີສາຍແອວ ແລະ ໝາກປັດເຮັດດ້ວຍແກ້ວ, ຈົ່ງຜົມຍາວ ແລະ ເກົ້າຜົມ. ນອກນັ້ນ ອາຫານທີ່ເປັນເອກະລັກສະເພາະແມ່ນ ຊີ້ນດອງ, ຜັກດອງ, ໝາກຖົ່ວເໜົ່າ, ໝາກໄມ້ດອງ, ແກງ, ປີ້ງ, ລາບດິບ ແລະອື່ນໆ. ໃນເວລາມີແຂກມາເຮືອນໃຫ້ກິນເຂົ້າໄລຍະໜ່ຶ່ງແລ້ວຈຶ່ງຄ່ອຍດື່ມເຫລົ້າສະຫລັບກັນໄປ, ສ່ວນຢູ່ເມືອງສິງ ແມ່ນໃຫ້ແຂກດື່ມເຫລົ້າ 4 ຈອກລຽນຕິດແລ້ວຈຶ່ງຄ່ອຍກິນເຂົ້າ. ພ້ອມນັ້ນ ເຄື່ອງດົນດົນ ແລະ ສິລະປະພື້ນເມືອງແມ່ນປະກອບມີ: ກອງ, ແສ່ງ, ເຄ່ືອງເສບດົນຕີ ແລະ ບົດກອນຂັບ, ກອນລຳ ເຊິ່ງເຂົາເຈົ້າຈະຂັບລຳໃນເວລາມີງານບຸນ, ງານແຕ່ງດອງ ຈະມີຜູ້ເຖົ້າມາຂັບມາລຳຕໍ່ກ່ອນກັນໄປ-ມາຢ່າງມ່ວນຊື່ນ.
ຊົນເຜົ່າໄທເໜືອ ກໍເປັນອີກຊົນເຜົ່າໜຶ່ງທີ່ຈັດເຂົ້າໃນໝວດພາສາ ລາວ-ໄຕ, ສຳລັບຊົນເຜົ່າໄທເໜືອທີ່ອາໄສຢູ່ເມືອງສິງ ແຂວງຫລວງນ້ຳທາ ມີຕົວໜັງສືຂຽນຄ້າຍຄືໜັງສືພທຳ, ສຽງສຳນຽງຂອງພາສາຊົນເຜົ່າໄທເໜືອ ຄ້າຍຄືກັນກັບສຽງສຳນຽງຂອງພາສາຊົນເຜົ່າລື້, ຍວນ ແລະ ຢັ້ງ.
KPL