ທົບທວນຄືນຄວາມຄືບໜ້າໂຄງການພັັດທະນາແຫລ່ງທ່ອງທ່ຽວ ຕາດນໍ້ແຮງ

05/05/2026 09:20
Email Print 344
ຂປລ ຂປລ. ອາທິດ​ຜ່ານ​ມາ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ເມືອງຮຸນ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມທົບທວນຄືນຄວາມຄືບໜ້າໂຄງການພັດທະນາແຫລ່ງທ່ອງທ່ຽວ ຕາດນ້ຳແຮງ ເພື່ອປະເມີນຄືນຜົນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານກ່ຽວກັບການພັດທະນາ ແຫລ່ງທ່ອງທ່ຽວ ຕາດນຳ້ແຮງ ເມືອງຮຸນ ແຂວງອຸດົມໄຊ

ຂປລ.  ອາທິດ​ຜ່ານ​ມາ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ເມືອງຮຸນ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມທົບທວນຄືນຄວາມຄືບໜ້າໂຄງການພັດທະນາແຫລ່ງທ່ອງທ່ຽວ ຕາດນ້ຳແຮງ ເພື່ອປະເມີນຄືນຜົນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານກ່ຽວກັບການພັດທະນາ ແຫລ່ງທ່ອງທ່ຽວ ຕາດນຳ້ແຮງ ເມືອງຮຸນ ແຂວງອຸດົມໄຊ ທີ່ໄດ້ຮັບການລົງນາມໃນສັນຍາອະນຸຍາດການລົງທຶນ ຕັ້ງແຕ່ປີ 2019 ເປັນຕົ້ນມາ ໂດຍແມ່ນບໍລິສັດ ເກດມະນີ ກຣຸບ ຈຳກັດຜູ້ດຽວ ເປັນຜູ້ທີ່ໄດ້ຮັບອະນຸຍາດ ສຳປະທານ ໃນການພັດທະນາແຫລ່ງທ່ອງທ່ຽວດັ່ງກ່າວ. ພ້ອມທັງ ຍົກໃຫ້ເຫັນຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຈຸດອ່ອນຂໍ້ຄົງຄ້າງໆ ຂອງບັນດາໜ້າວຽກທີ່ຈັດຕັ້ງບໍ່ທັນສຳເລັດ. ໂດຍແນໃສ່ເຮັດໃຫ້ໂຄງການພັດທະນາແຫລ່ງທ່ອງທ່ຽວ ຕາດນ້ຳແຮງ ເມືອງຮຸນ ແຂວງອຸດົມໄຊ ໄດ້ຮັບການຈັດຕັ້ງປະຕິບັດໄປຕາມທິດທາງແຜນການ, ວັນເວລາ ທີ່ໄດ້ກຳນົດໄວ້ໃນສັນຍາ.

ທ່ານນາງ ເກດມະນີ ຫານຊະນະ ອຳນວຍການ ບໍລິສັດ ເກດມະນີ ກຣຸບ ຈຳກັດຜູ້ດຽວ ເຫັນວ່າໂຄງການພັດທະນາ ແຫ່ງທ່ອງທ່ຽວ ຕາດນ້ຳແຮງ ເມືອງຮຸນ ແຂວງອຸດົມໄຊ ມາຮອດປັດຈຸບັນ ແມ່ນຍັງຢູ່ໃນຂັ້ນຕອນຂອງການກໍ່ສ້າງ ເປັນຕົ້ນແມ່ນອາຄານທີ່ພັກ, ສິ່ງອຳນວຍຄວາມສະດວກ, ການປັບປຸງເສັ້ນທາງ ແລະ ການສົມທົບກັບການນຳເມືອງ, ຂະແໜງການກ່ຽວຂ້ອງຂັ້ນເມືອງ ເພື່ອແກ້ໄຂບັນຫາຮ່ວມກັບປະຊາຊົນທີ່ໄດ້ຮັບຜົນກະທົບ. ໂດຍລວມແລ້ວ ຖືວ່າ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນມີຄວາມລ້າຊ້າ. ດັ່ງນັ້ນ, ບັນດາຂະແໜງການກ່ຽວຂ້ອງ ທັງຂັ້ນແຂວງ,ເມືອງ ໄດ້ພ້ອມກັນປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນ ເພື່ອຊອກຫາແນວທາງໃນການແກ້ໄຂ ແລະ ກະຕຸກຊຸກຍູ້ໃຫ້ບໍລິສັດ ທີ່ໄດ້ຮັບການສຳປະທານໂຄງການດັ່ງກ່າວ ຮີບຮ້ອນ ຈັດຕັ້ງປະຕິບັດ ແລະ ດຳເນີນການພັດທະນາ ແຫລ່ງທ່ອງທ່ຽວ ຕາດນ້ຳແຮງ ເມືອງຮຸນ ແຂວງອຸດົມໄຊ ໃຫ້ສຳເລັດຕາມແຜນການ ແລະ ດຳເນີນການບໍລິການ ຕາມວັນເວລາທີ່ກຳນົດໄວ້ ໂດຍຕິດພັນກັບການປົກປັກຮັກສາທຳມະຊາດ, ສະພາບແວດລ້ອມ ແລະ ປະກອບສ່ວນເຂົ້າໃນການພັດທະນາ ຂອບເຂດດັ່ງກ່າວ ໃຫ້ມີຄວາມຈະເລີ່ນຮຸ່ງເຮືອງ,ປະຊາຊົນມີວຽກເຮັດງານທຳ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນເທື່ອລະກ້າວ.

ນ້ຳຕົກຕາດນ້ຳແຮງ ບ້ານກະຕາງຢາ ຕັ້ງຢູ່ຫ່າງຈາກເທສະບານ ເມືອງຮຸນ ປະມານ 24 ກິໂລແມັດ. ເປັນເສັ້ນທາງປູຢາງ 4 ກິໂລແມັດ ຈາກນັ້ນເຂົ້າເປັນເສັ້ນທາງຍົກລະດັບປູຫີນແຮ່ ແລະ ດິນແດງທ່ຽວ​ໄດ້​ໃນລະດູ​ແລ້ງ​ເທົ່າ​ນັ້ນ, ທ່າແຮງຂອງຕາດແມ່ນເປັນສະຖານທີ່ທ່ອງທ່ຽວ​ທີ່​ສວຍ​ງາມ​ອີກ​ແຫ່ງ​ໜຶ່ງ​ຂອງ​ແຂວງ​ອຸດົມ​ໄຊ ທີ່ອຸດົມສົນບູນດ້ວຍທຳມະຊາດ, ຊີວະນາໆພັນ, ຕາດ​ມີຫລາຍພັກ​ເປັນຊັ້ນ ​ແລະ ​ມີ​ລັກສະນະ​ເນີນ​ຂຶ້ນ​ໄປ​, ແຕ່ລະ​ພັກສາ​ມາດ​ລົງຫລິ້ນນ້ຳ​ໄດ້, ນອກຈາກນີ້ ທ່ານ​ຈະ​ໄດ້​ສໍາຜັດວິຖີຊີວິດຂອງ​ປະຊາຊົນ​ທີ່ຢູ່​ໃກ້​ຄຽງອີກ​ດ້ວຍ.

ໂດຍ: ຄານມະນີ ຮຽນດໍຈັນ

KPL

ຂ່າວອື່ນໆ

    • ລະນຶກວິລະກຳການຜ່າວົງປິດລ້ອມຂອງກອງພັນທີ 2ບົດ-ສາລະຄະດີ

      ລະນຶກວິລະກຳການຜ່າວົງປິດລ້ອມຂອງກອງພັນທີ 2

      5/18/2026 10:20:38 AM

      * ມື້ນີ້ 18 ພຶດສະພາ ແມ່ນວັນທີ່ມີຄວາມໝາຍທາງປະຫວັດສາດຂອງຊາດລາວ ກໍຄື ຂອງກອງທັບປະຊາຊົນລາວ ເພາະເປັນວັນທີ່ກອງພັນທີ 2 ວິລະ ຊົນຜ່າວົງປິດລ້ອມຂອງສັດຕູ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຊຶ່ງປີນີ້ກໍຄົບຮອບ 67 ປີ (18/5/1959-18/5/2026 ) ຜົນງານດັ່ງກ່າວເປັນການຢັ້ງຢືນເຖິງນໍ້າໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄື ກອງທັບປະຊາ ຊົນລາວ ໃນການຕໍ່ສູ້ປົດປ່ອຍປະເທດຊາດ ຊຶ່ງພາຍຫລັງທີ່ພວກຈັກກະພັດອາເມລິກາ ແລະ ລູກມື

    • ຖ້ຳຈັງ ອີກໜຶ່ງສະຖານທີ່ທ່ອງທ່ຽວຍອດນິຍົມຂອງເມືອງວັງວຽງບົດ-ສາລະຄະດີ

      ຖ້ຳຈັງ ອີກໜຶ່ງສະຖານທີ່ທ່ອງທ່ຽວຍອດນິຍົມຂອງເມືອງວັງວຽງ

      5/18/2026 9:59:25 AM

      ຂປລ. ເມືອງວັງວຽງ ແຂວງວຽງຈັນ ເປັນເມືອງທ່ອງທ່ຽວທີ່ມີຊື່ສຽງ ໂດດເດັ່ນດ້ວຍພູມສັນຖານພູຫີນປູນ, ແມ່ນ້ຳ ແລະ ຖ້ຳທຳມະຊາດທີ່ສວຍງາມຈົນໄດ້ຮັບສາຍານາມວ່າ: “ກຸ້ຍຫລິນເມືອງລາວ”. ເມືອງວັງວຽງມີມູນເຊື້ອປະຫວັດສາດ ວັດທະນະທຳອັນເກົ່າແກ່ທີ່ໜ້າສົນໃຈ, ພູມີປະເທດສ່ວນໃຫຍ່ເຕັມໄປດ້ວຍປ່າໄມ້ ແລະ ພູຂຽວອຸ່ນທຸ່ມ

    •  ເຕັກນິກການປູກເຂົ້າປຽກສະຫລັບແຫ້ງ ສ້າງອາຊີບໝັ້ນຄົງໃຫ້ກະສິກອນ ບົດ-ສາລະຄະດີ

      ເຕັກນິກການປູກເຂົ້າປຽກສະຫລັບແຫ້ງ ສ້າງອາຊີບໝັ້ນຄົງໃຫ້ກະສິກອນ

      5/18/2026 9:53:30 AM

      ຂລປ. ປັດຈຸບັນ ທາງບໍລິສັດເບຍລາວ ຈຳກັດ ໄດ້ມີໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ເພື່ອສົ່ງເສີມຊາວກະສິກອນຜູ້ມີຄວາມສົນໃຈໃສ່ຢາກເຂົ້າຮ່ວມໂຄງການ ພາຍໃນສາມເມືອງອ້ອມຂ້າງນະຄອນ ຫລວງວຽງຈັນ

    • ຂໍ້ຫ້າມບົດ-ສາລະຄະດີ

      ຂໍ້ຫ້າມ

      5/18/2026 9:49:54 AM

      ຂປລ.ປັດຈຸບັນນີ້, ໄດ້ກ້າວສູ່ລະດູຝົນແລ້ວ ເຊິ່ງເປັນໄລຍະທີ່ນ້ຳສັດ ໂດຍສະເພາະແມ່ນປາໄດ້ຂຶ້ນມາວາງໄຂ່ຢູ່ໃນແມ່ນ້ຳສາຍຕ່າງໆ, ຫ້ວຍຮ່ອງ, ໜອງ, ບຶງອື່ນໆ. ດັ່ງນັ້ນ, ຢູ່ໃນໄລຍະດັ່ງກ່າວ ພວກເຮົາ ຕ້ອງເປັນເຈົ້າການໃນການປົກປັກຮັກສາ ໂດຍຫ້າມນຳໃຊ້ວັດຖຸໃນການຫາປາແບບດັບສູນເຊັ່ນວ່າ

    • ການຜ່າວົງປິດລ້ອມຂອງກອງພັນທີ 2 ວະລິຊົນອແມ່ນໄຊຊະນະອັນໃຫຍ່ຫລວງຂອງກໍາລັງປະກອບອາວຸດບົດ-ສາລະຄະດີ

      ການຜ່າວົງປິດລ້ອມຂອງກອງພັນທີ 2 ວະລິຊົນອແມ່ນໄຊຊະນະອັນໃຫຍ່ຫລວງຂອງກໍາລັງປະກອບອາວຸດ

      5/18/2026 9:47:07 AM

      ຂປລ.ໃນບົດກ່ອນ, ໄດ້ນຳສະເໜີໄປແລ້ວ ກ່ຽວກັບມູນເຊື້ອອັນພິລະອາດຫານ ຂອງກອງພັນທີ 2 ໃນການ ຜ່າວົງປິດ ຂອງສັດຕູ, ມາຕໍ່ໃນບົດນີ້ ຂໍນຳສະເໜີຄວາມໝາຍສຳຄັນທາງດ້ານປະຫວັດສາດ ຂອງເຫດການຜ່າວົງປິດລ້ອມຂອງກອງພັນທີ 2 ເຊິ່ງບໍ່ພຽງແຕ່ເປັນການທັບມ້າງ ເລ່ລ່ຽມກົນອຸບາຍ ແລະ ການກະທຳ ຝືນປະ ຕິວັດ ຂອງພວກຈັກ ກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນ ທີ່ເປັນຕີນມື ເທົ່ານັ້ນ ແຕ່ມັນຍັງເປັນການປຸກລະດົມ ແລະ ເປີດສາກໃຫ້ ແກ່ການຫັນທິດຕໍ່ສູ້ປະຕິວັດ ໃຫ້ກ້າວໄປສູ່ໄລຍະ ແລະ ຄຸນນະພາບໃໝ່.

ads
ads

Top