ກຸ່ມບໍລິສັດທາງລົດໄຟ ເລກທີ 15 ຈໍາກັດ ຮັບປະກັນລົດໄຟພິເສດຖົ່ວລຽນ ລາວ-ຈີນ ມີຄວາມປອດໄພ

05/05/2026 09:04
Email Print 267
ຂປລ ຂປລ. ໃນປັດຈຸບັນ, ເປັນລະດູ ການເກັບກ່ຽວຖົ່ວລຽນໃນອາຊີຕາເວັນອອກສ່ຽງໃຕ້, ຂະບວນລົດໄຟຂົນສົ່ງຄວາມເຢັນ ແມ່ນ້ຳຂອງ ທີ່ເຕັມໄປດ້ວຍຖົ່ວລຽນສົດ, ໄດ້ອາໄສຊ່ອງທາງສາກົນທາງລົດໄຟ ລາວ-ຈີນ ຂົນສົ່ງໝາກໄມ້ສົດທີ່ມີຄຸນນະພາບຈາກ ສປປ ລາວ ແລະ ອາຊີຕາເວັນອອກສ່ຽງໃຕ້ ເຂົ້າສູ່ ສປ ຈີນ ຢ່າງຕໍ່ເນື່ອງ, ກາຍເປັນຂົວຕໍ່ແຫ່ງຄວາມຫວານຊື່ນ ທີ່ຊ່ວຍຮັດແໜ້ນການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ເຊື່ອມໂຍງຊີວິດການເປັນຢູ່ຂອງປະ ຊາຊົນສອງຊາດ ລາວ-ຈີນ.

ຂປລ. ໃນປັດຈຸບັນ, ເປັນລະດູ ການເກັບກ່ຽວຖົ່ວລຽນໃນອາຊີຕາເວັນອອກສ່ຽງໃຕ້, ຂະບວນລົດໄຟຂົນສົ່ງຄວາມເຢັນ ແມ່ນ້ຳຂອງ ທີ່ເຕັມໄປດ້ວຍຖົ່ວລຽນສົດ, ໄດ້ອາໄສຊ່ອງທາງສາກົນທາງລົດໄຟ ລາວ-ຈີນ ຂົນສົ່ງໝາກໄມ້ສົດທີ່ມີຄຸນນະພາບຈາກ ສປປ ລາວ ແລະ ອາຊີຕາເວັນອອກສ່ຽງໃຕ້ ເຂົ້າສູ່ ສປ ຈີນ ຢ່າງຕໍ່ເນື່ອງ, ກາຍເປັນຂົວຕໍ່ແຫ່ງຄວາມຫວານຊື່ນ ທີ່ຊ່ວຍຮັດແໜ້ນການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ເຊື່ອມໂຍງຊີວິດການເປັນຢູ່ຂອງປະ ຊາຊົນສອງຊາດ ລາວ-ຈີນ.
ທາງລົດໄຟ ລາວ-ຈີນ ຊ່ວງແຕ່ວຽງຈັນ ຫາ ບໍ່ເຕັນ ແມ່ນເສັ້ນເລືອດໃຫຍ່ທີ່ສຳຄັນຂອງການຂົນສົ່ງຂ້າມແດນ, ເພື່ອຮັບປະກັນໃຫ້ຂະບວນລົດໄຟພິເສດຂົນສົ່ງຄວາມເຢັນຖົ່ວລຽນ ມີຄວາມປອດໄພ ແລະ ມີປະສິດທິພາບສູງ, ທີມງານໂຄງການສ້ອມແປງຈຸດນ້ອຍ ໄລຍະບໍ່ເຕັນ-ວຽງຈັນ ຂອງ CRCC ກຸ່ມບໍລິສັດທາງລົດໄຟ ເລກທີ 15 ຈໍາກັດ ສປ ຈີນ ໄດ້ສຸມໃສ່ຊຸກຍູ້ການກໍ່ສ້າງໂຄງການຟື້ນຟູຄວາມເສຍຫາຍຈາກໄພນ້ຳຖ້ວມ ປະຈຳປີ 2026. ຈຸດການກໍ່ສ້າງສ່ວນໃຫຍ່ແມ່ນຕັ້ງຢູ່ໃນເຂດພູດອຍທີ່ຫ່າງໄກສອກຫລີກ, ບໍ່ມີສັນຍານອິນເຕີເນັດ, ລະບົບນ້ຳ ແລະ ໄຟຟ້າບໍ່ພຽງພໍ. ເຖິງຢ່າງໃດກໍຕາມ, ທີມງານກໍ່ສ້າງກໍບໍ່ຫວັ່ນໄຫວຕໍ່ຄວາມຫຍຸ້ງຍາກ ໄດ້ສຸມໃສ່ການດຳເນີນງານເສີມຄວາມແຂງແຮງຂອງຕາຝັ່ງລຽບຕາມເສັ້ນທາງ, ສ້ອມແປງລະບົບລະບາຍນ້ຳ ແລະ ວຽກງານແກ້ໄຂຈຸດທີ່ມີຄວາມສ່ຽງຕ່າງໆ ເພື່ອລົບລ້າງຄວາມສ່ຽງດ້ານຄວາມປອດໄພຢ່າງຊັດເຈນ ແລະ ສ້າງຮົ້ວປ້ອງກັນຄວາມປອດໄພໃຫ້ແກ່ການເດີນລົດໄຟ.
ການປະຕິບັດງານ ແລະ ການບຳລຸງຮັກສາທີ່ເຂັ້ມງວດທັງເວັນ 
ແລະ ຄືນ, ເຮັດໃຫ້ຂະບວນລົດໄຟຂົນສົ່ງຄວາມເຢັນຂ້າມແດນ ສາ ມາດແລ່ນໄດ້ຢ່າງສະດວກ ແລະ 
ໝັ້ນຄົງ, ຊ່ວຍຫລຸດຜ່ອນໄລ
ຍະເວລາການຂົນສົ່ງຜະລິດຜົນກະສິກຳສົດຂ້າມແດນໄດ້ຢ່າງຫລວງຫລາຍ. ສິ່ງນີ້ບໍ່ພຽງແຕ່ຊ່ວຍໃຫ້ຊາວກະສິກອນລາວ ມີຊ່ອງທາງການຈຳໜ່າຍທີ່ກວ້າງຂວາງ ແລະ ມີລາຍໄດ້ເພີ່ມຂຶ້ນເທົ່ານັ້ນ, ແຕ່ຍັງເຮັດໃຫ້ປະຊາຊົນຈີນໄດ້ຊີມຖົ່ວລຽນທີ່ສົດໃໝ່ຢ່າງວ່ອງໄວ ຊຶ່ງເປັນການບັນລຸຜົນປະໂຫຍດຮ່ວມກັນຂອງທັງສອງປະເທດ.
ຕະຫລອດໄລຍະຜ່ານມາ, ກຸ່ມບໍລິສັດທາງລົດໄຟ ເລກທີ 15 ຈໍາກັດ ສປ ຈີນ ໄດ້ຍຶດໝັ້ນໃນຄວາມຮັບຜິດຊອບ ໂດຍຖືເອົາເປົ້າໝາຍ “ຄວາມສ່ຽງເປັນສູນ ຂໍ້ຜິດພາດເປັນສູນ” ເພື່ອດຳເນີນວຽກງານບຳລຸງຮັກສາເສັ້ນທາງ ແລະ ແກ້ໄຂຈຸດບົກຜ່ອງຂອງທາງລົດໄຟ ລາວ-ຈີນ, ພ້ອມທັງຮັບປະກັນໃຫ້ຊ່ອງທາງການຂົນສົ່ງຂ້າມແດນມີຄວາມສະດວກສະບາຍ. ໃນຕໍ່ໜ້າ, ທີມງານໂຄງການຈະສືບຕໍ່ປະຕິບັດໜ້າ ທີ່ຢູ່ສະໜາມຕົວຈິງ, ປົກປັກຮັກສາຊ່ອງທາງຄຳທາງລົດໄຟ ລາວ-ຈີນ.


KPL

ຂ່າວອື່ນໆ

ads
ads

Top