ສະຖານທູດລາວປະຈໍາປັກກິ່ງ ຈັດກິດຈະກໍາກິລາສະຫລອງວັນສໍາຄັນຂອງຊາດ

26/03/2026 13:54
Email Print 19879
ຂປລ ຂປລ.ສະຖານທູດລາວ ປະຈໍາປັກກິ່ງ ຈັດກິດຈະກໍາແຂ່ງຂັນກິລາມິດຕະພາບຕີດອກປີກໄກ່ ແລະ ກິລາປິ່ນອ້ອມອື່ນໆຂຶ້ນໃນວັນທີ 22 ມີນາ 2026 ເນື່ອງໃນໂອກາດສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026), ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ

ຂປລ.ສະຖານທູດລາວ ປະຈໍາປັກກິ່ງ ຈັດກິດຈະກໍາແຂ່ງຂັນກິລາມິດຕະພາບຕີດອກປີກໄກ່  ແລະ ກິລາປິ່ນອ້ອມອື່ນໆຂຶ້ນໃນວັນທີ 22 ມີນາ 2026 ເນື່ອງໃນໂອກາດສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026), ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພ້ອມດ້ວຍບັນດາຄະນະນໍາ, ຊ່ຽວຊານສື່ມວນຊົນ ຈີນ-ລາວ ປະຈໍາປັກກິ່ງ, ພະນັກງານ ແລະ ນັກຮຽນ-ນັກສຶກ ສາທີ່ຮໍ່າຮຽນຢູ່ປັກກິ່ງເຂົ້າຮ່ວມຢ່າງຟົດຟື້ນ. 

ການແຂ່ງຂັນກິລາຕີດອກປີກໄກ່ຄັ້ງນີ້ປະກອບມີ 3 ທີມເຂົ້າຮ່ວມຄື: ສະຖານທູດ, ສື່ມວນຊົນວິທະຍຸໂທລະພາບສູນກາງຈີນ (CMG) ແລະ ນັກຮຽນ-ນັກສຶກສາພາຍໃນປັກກິ່ງ, ຜົນປະກົດວ່າ, ທາງຝ່າຍຊ່ຽວຊານສື່ມວນຊົນວິທະຍຸໂທລະ ພາບສູນກາງຈີນ ສາມາດຄວ້າລາງວັນທີ 1 ຕີດອກປີກໄກ່ມາຄອງ.  ໃນໂອກາດດັ່ງກ່າວນີ້, ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ກໍໃຫ້ກຽດຂຶ້ນມອບລາງວັນ ແລະ ກ່າວຄໍາເຫັນບາງເນື້ອໃນ ສໍາຄັນເຖິງຄວາມໝາຍ, ຄວາມສຳຄັນ ແລະ ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ບັນດາຜົນສຳເລັດທີ່ຍາດມາໄດ້ຕະຫລອດໄລຍະ 71 ປີຜ່ານມາ ພາຍໃຕ້ການນຳພາ-ຊີ້ນໍາ ຂອງພັກປະຊາຊົນປະຕິວັດລາວ,ໂດຍສະເພາະໄຊຊະນະອັນຍິ່ງໃຫຍ່ຂອງພາລະກິດ ແຫ່ງການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ແລະ ຜົນສຳເລັດໃນພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ, ນໍາພາປະເທດຊາດ ແລະ ປວງຊົນລາວບັນດາເຜົ່າສູ່ຄວາມຈະເລີນຮຸ່ງເຮືອງ ມີຄວາມສະຫງົບສຸກ ແລະ ອື່ນໆ.
ທ່ານ ເອກອັກຄະລັດຖະທູດຍັງກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາ, ພະນັກງານກ່ຽວຂ້ອງປະຈໍາປັກກິ່ງ ໄດ້ຮ່ວມກັນຈັດກິດຈະກໍາແຂ່ງຂັນກິລາມິດຕະພາບ ຄັ້ງນີ້ ເພື່ອຮັດແໜ້ນມິດຕະພາບ, ຄວາມຮັກແພງສາມັກຄີ ແລະ ຄວາມໃກ້ຊິດຕິດແທດລະຫວ່າງສະຖານທູດ, ວິທະຍຸໂທລະພາບສູນກາງຈີນ, ພະນັກງານ, ບັນດານັກຮຽນ-ນັກສຶກສາໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. 

KPL

ຂ່າວອື່ນໆ

    • ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງສຶກສາ-ກິລາ

      ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      11/12/2026 9:55:11 AM

      ພິທີ ມອບ-ຮັບ ໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ ຈັດຂຶ້ນ ໃນວັນທີ 11 ພະຈິກ 2026 ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ລາວ, ມີຮອງປະ ທານຄະນະກຳມາທິການບໍລິຫານງານອົງການ JICA, ບັນດາການນຳພັກ, ລັດ ຂອງ ສອງປະເທດ ລາວ-ຍີ່ປຸ່ນ ເຂົ້າຮ່ວມ.

    • ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາສຶກສາ-ກິລາ

      ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາ

      11/11/2026 9:52:12 AM

      ເມ່ືອບ່ໍດົນມານີ້, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່່ານັບຂອງທ່ານນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

    • ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວສຶກສາ-ກິລາ

      ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວ

      10/30/2026 9:31:17 AM

      ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດສຳມະນາຄັ້ງທີ 2 ກ່ຽວກັບ “ການຂຽນເອກະສານການຊ່ວຍເຫຼືອຄູ” ໃນວັນທີ 19-23 ຕຸລາ 2026. ກອງປະຊຸມດັ່ງກ່າວຈະຊ່ວຍໃຫ້ຜູ້ຝຶກອົບຮົມຄູສາມາດພັດທະນາເອກະສານທີ່ນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນຄູ, ພ້ອມທັງສົ່ງເສີມຄວາມສາມາດຂອງເຂົາເຈົ້າໃນການສ້າງ ແລະ ປັບປຸງເອກະສານເຫຼົ່ານັ້ນໃນອະນາຄົດ.

    • ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກສຶກສາ-ກິລາ

      ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກ

      10/28/2026 9:51:27 AM

      ວັນທີ 25 ຕຸລາ 2026 ຜ່ານມາ, ທ່ານ ນາງ ປານີ ຢາທ່ໍຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ໄດ້ເດີນທາງມາຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກ ພ້ອມທຶນເພື່ອຊຸກຍູ້, ພັດທະນາໂຮງຮຽນປະຖົມບ້ານແກ ນະຄອນປາກເຊ.

    • ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍສຶກສາ-ກິລາ

      ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ

      10/19/2026 10:06:39 AM

      ເມື່ອບໍ່ດົນມານີ້, ວິທະຍາໄລສິລະປະແຫ່ງຊາດ, ສະຖານທູດຮົງກາຣີ ປະຈຳລາວ ແລະ ສະຖາບັນ Liszt - ສູນວັດທະນະທຳຮົງກາຣີ ປະຈຳປັກກິ່ງ ໄດ້ສຳເລັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ (Kodály) ໂດຍມີ ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ທ່ານ László Takács ເອກອັກຄະລັດຖະທູດຮົງກາຣີ ປະຈຳ ສປປ ລາວ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ads
ads

Top