ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

13/02/2025 14:51
Email Print 4547
ຂປລ ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ
2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ເພື່ອທົບທວນບົດຮຽນທີ່ຖອດຖອນໄດ້ ແລະ ສິ່ງທ້າທາຍຂອງວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ໃນ ສປປ ລາວ ປະຈຳປີ 2024, ສ້າງຄວາມເຂັ້ມແຂງໃນວຽກງານກັນ-ຄວບຄຸມພະຍາດຕິດຕໍ່ ແລະ ກຳນົດທິດທາງໃນຕໍ່ໜ້າ ສຳລັບການຄວບຄຸມພະຍາດຕິດຕໍ່ ແລະ ການຄຸ້ມຄອງເຫດການສຸກເສີນ ທາງດ້ານສາທາລະນະສຸກ ປີ 2025.




ທ່ານ ບຸນແຝງ ພູມມະໄລສິດ ​ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້
, ເປັນກອງປະຊຸມທີ່ມີຄວາມໜາຍສຳຄັນ ເຊິ່ງຈະໄດ້ພ້ອມກັນສະຫລຸບຜົນໄດ້ຮັບ, ຕີລາຄາຂໍ້ທີ່ຍັງຄົງຄ້າງ ແລະ ຊອກຫາວິທີການແກ້ໄຂຮ່ວມກັນ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ດີຂຶ້ນ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງລາຍງານ ການຈັດຕັ້ງປະຕິບັດວຽກງານ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ທິດທາງແຜນປະຈຳປີ 2025, ສະຫລຸບການຈັດຕັ້ງປະຕິບັດວຽກເຝົ້າລະວັງ ແລະ ໂຕ້ຕອບຕໍ່ການລະບາດຂອງພະຍາດຕິດຕໍ່, ວຽກງານວິເຄາະ, ວຽກງານເອດ, ພະຍາດຕິດຕໍ່ທາງເພດສຳພັນ, ວັນນະໂລກ, ໄຂ້ມາລາເຣຍ, ໄຂ້ຍຸງລາຍ, ພະຍາດຕິດຕໍ່ທີ່ຄວນເອົາໃຈໃສ່ ແລະ ເຫດການສຸກເສີນທາງດ້ານສາທາລະນະສຸກ, ພ້ອມທັງຜົນສຳເລັດ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຂອງບາງແຂວງ.




ທ່ານ ບຸນແຝງ ພູມມະໄລສິດ ຍັງໃຫ້ຮູ້ອີກວ່າ: ໃນ
1 ປີ ຜ່ານມາ, ແຜນງານຄວບຄຸມພະຍາດຕິດຕໍ່ ແມ່ນມີຜົນສຳເລັດຫລາຍດ້ານ, ມີລະບົບເຝົ້າລະວັງແຫ່ງຊາດທີ່ເຂັ້ມແຂງ, ມີຕາໜ່າງເຝົ້າລະວັງແຕ່ສູນກາງຮອດທ້ອງຖິ່ນ, ມີບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ, ສ້າງນັກລະບາດວິທະຍາພາກສະໜາມ ທີ່ສາມາດລົງ ສອບສວນ ແລະ ໂຕ້ຕອບການລະບາດ ໄດ້ຢ່າງທັນການ, ​ແຕ່ລະຂັ້ນແຕ່ສູນກາງຮອດທ້ອງຖິ່ນ, ຈັດຕັ້ງຫ້ອງປະຕິບັດງານສຸກເສີນ ດ້ານສາທາລະນະສຸກ EOC ທີ່ໄດ້ມາດຕະຖານໃນຂັ້ນແຂວງ ແລະ ເມືອງ, ມີຫ້ອງວິເຄາະຢັ້ງຢືນແຫ່ງຊາດ ທີ່ໄດ້ມາດຕະຖານ, ສາມາດປະຕິບັດຍຸດທະສາດ ລົບລ້າງພະຍາດ ທີ່ມີເປົ້າໝາຍລົບລ້າງໃນປີ 2030 ເປັນຕົ້ນ ພະຍາດວັນນະໂລກ, ເອດ, ມາລາເຣຍ, ພະຍາດວໍ້ ແລະ ພະຍາດໃບໄມ້ໃນເລືອດ ເຊິ່ງເປັນວຽກທີ່ສຳຄັນ ແລະ ທ້າທາຍ ໃນການບັນລຸເປົ້າໝາຍດັ່ງກ່າວ.

​ໂອກາດ​ນີ້, ທ່ານ ບຸນແຝງ ພູມມະໄລສິດ ຍັງໄດ້ຮຽກຮ້ອງ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມປຶກສາຫາລື, ສົນທະນາ-ຄົ້ນຄວ້າ, ແລກປ່ຽນບົດຮຽນຢ່າງຈິງຈັງ ໃນການກຳນົດທິດທາງແຜນ ການເຄື່ອນໄຫວ ວຽກງານຄວບຄຸມພະຍາດ ຕິດຕໍ່ໃນຕໍ່ໜ້າ ໃຫ້ຖືກຕ້ອງເໝາະສົມ, ພ້ອມກັນສຸມທຸກກຳລັງ ແລະ ສະຕິປັນຍາ ເພື່ອກ້າວໄປເຖິງ ການພັດທະນາ ວຽກງານສາທາລະນະສຸກ ໃຫ້ໄປສູ່ບາດກ້າວໃໝ່ທີ່ດີກວ່າເກົ່າ ແນໃສ່ຮັບປະກັນໃຫ້ປະຊາຊົນລາວ ທຸກຄົນໄດ້ເຂົ້າເຖິງ ການບໍລິການທີ່ດີຂຶ້ນກວ່າເກົ່າ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ເຜີຍແຜ່ ກົດໝາຍ 3 ສະບັບ ໃນຂົງເຂດສາທາລະນະສຸກສາທາລະນະສຸກ

      ເຜີຍແຜ່ ກົດໝາຍ 3 ສະບັບ ໃນຂົງເຂດສາທາລະນະສຸກ

      10/15/2024 2:49:38 PM

      ຂປລ. ກະຊວງ​ສາທາລະນະ​ສຸກ ຈັດເຜີຍແຜ່ກົດໝາຍ ໃນຂົງເຂດສາທາລະນະສຸກ ຈໍານວນ 3 ສະບັບ. ​ໃນ​ນັ້ນ, ​ເປັນ​ກົດໝາຍສະບັບໃໝ່ 2 ສະບັບ ຄື: ກົດໝາຍ ວ່າດ້ວຍສາທາລະນະສຸກ ແລະ ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ສະບັບປັບປຸງ 1 ສະບັບ ຄື ກົດໝາຍ ວ່າດ້ວຍການປິ່ນປົວ ​ໃນ​ວັນ​ທີ 15 ຕຸລາ 2024 ທັງ​ນີ້, ກໍ​ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກ ຂອງ ສປປ ລາວ, ຍົກສູງສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ.

ads
ads

Top