ປະກາດແຕ່ງຕັ້ງຮອງເລຂາພັກແຂວງ-ຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່

20/01/2025 15:25
Email Print 698
ຂປລ ຂປລ. ພິທີປະກາດການຈັດຕັ້ງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ​ໂດຍ​ເປັນ​ກຽດ​ເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍ່ແກ້ວ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ຫົວໜ້າ-ຮອງ ຫົວໜ້າພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ



ຂປລ. ພິທີປະກາດການຈັດຕັ້ງ ຮອງເລຂາພັກແຂວງ
, ຮອງເຈົ້າແຂວງບໍ່ແກ້ວ ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ​ໂດຍ​ເປັນ​ກຽດ​ເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍ່ແກ້ວ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ຫົວໜ້າ-ຮອງ ຫົວໜ້າພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ




​ໃນ​ພິທີ, ສະຫາຍ ສຸລິຍາ ພົມມີສິດ ຮອງຫົວໜ້າກົມຄຸ້ມຄອງ ພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານ ມະຕິຕົກລົງເລກທີ
349/ຄລສພ, ຄໍາສັ່ງເລກທີ 03/ນຍ ວ່າດ້ວຍການຍົກຍ້າຍ ພະນັກງານໄປຮັບໜ້າທີ່ໃໝ່ ​ໂດຍເຫັນດີແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ຫົວໜ້າການເມືອງວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ກະຊວງປ້ອງກັນປະເທດ ມາເປັນ ຮອງເລຂາຄະນະບໍລິຫານງານພັກແຂວງພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ແລະ ຍົກຍ້າຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງປ້ອງກັນປະເທດ. ຈາກນັ້ນ, ອະດີດຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ໄດ້ລາຍ​ງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຕະຫລອດໃນໄລຍະ 6 ເດືອນຜ່ານມາ ພາຍໃນຄວາມຮັບຜິດຊອບຂອງຕົນ ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາ​ເລັດ ການເຄື່ອນໄຫວວຽກ​ງານຫລາຍດ້ານ, ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດ​ທາງແຜນໃນການໃນຕໍ່ໜ້າ.




ໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ມີຄໍາເຫັນ ​ແລະ ໃຫ້ທິດຊີ້ນໍາໃຫ້ຄະນະພັກ
, ການນໍາທຸກຂັ້ນຂອງແຂວງບໍ່ແກ້ວ ເປັນເອກະພາບນໍາສູນກາງພັກ, ລັດຖະບານ ຕໍ່ການຍົກຍ້າຍ ແລະ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງ ໃນຄັ້ງນີ້ ​ເຊິ່ງເປັນວຽກງານ ປົກກະຕິທີ່ເຄີຍຈັດຕັ້ງປະຕິບັດຜ່ານມາ ໂດຍອີງໃສ່ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນແຕ່ລະໄລຍະ. ບົນພື້ນຖານນັ້ນ, ໃຫ້ຄະນະພັກ, ຄະນະນໍາສືບຕໍ່ນໍາພາແນວຄິດ ຂອງພະນັກງານ-ສະມາຊິກພັກ ຢູ່ແຕ່ລະພະແນກການ, ແຕ່ລະເມືອງ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງຕໍ່ການແຕ່ງຕັ້ງ ເພື່ອສ້າງຄວາມ ເປັນເອກະພາບ; ພ້ອມກັນສືບຕໍຄົ້ນຄວ້າຊອກວິທີ ການປັບປຸງແກ້ໄຂວຽກງານທີ່ຍັງຄົງຄ້າງ ແລະ ປະຕິບັດໃຫ້ສໍາເລັດເພື່ອກຽມຄວາມພ້ອມ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກແຂວງທີ່ຈະມາເຖິງ; ສືບຕໍ່ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີພາຍໃນພັກ, ຄະນະປະຈໍາພັກແຂວງ, ຄະນະບໍລິຫານງານ ພັກແຂວງໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ເປັນຫລັກແຫລ່ງ, ເປັນຄັນທຸງ ແລະ ເປັນແກນນໍາໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ. ສິ່ງສໍາຄັນຕ້ອງເອົາໃຈໃສ່ປະຕິບັດ ຫລັກການນໍາພາຂອງພັກຢ່າງເຂັ້ມງວດ, ເອົາໃຈໃສ່ວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ຕໍ່ພະນັກງານ-ສະມາ ຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີທັດສະນະຫລັກໝັ້ນ ການເມືອງໜັກແໜ້ນ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ​ໂດຍສະເພາະ ຕໍ່ການນໍາພາຂອງຄະນະບໍລິຫານງານພັກແຂວງ ຊຸດປັດຈຸບັນ ເພື່ອພ້ອມກັນ ປະຕິບັດໜ້າທີ່ ການເມືອງທີ່ໄດ້ຮັບ ມອບໝາຍໃຫ້ມີຜົນສໍາເລັດ.




ສໍາລັບ ສະຫາຍ ຮອງເລຂາຄະນະບໍລິຫານງານພັກແຂວງ
, ຮອງເຈົ້າແຂວງ (ຜູ້ໃໝ່) ກໍໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອ, ຄຸນງາມຄວາມດີ, ຄວາມຮັບຜິດຊອບຢ່າງປະດິດ ສ້າງຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ຕະຫລອດໄລຍະທີ່ສະຫາຍເຄີຍ ປະຕິບັດວຽກງານຢູ່ທ້ອງຖິ່ນ ກໍຄື ກະຊວງປ້ອງກັນປະເທດ ເພື່ອຮ່ວມກັບຄະນະບໍລິຫານງານ ພັກແຂວງບໍ່ແກ້ວ ນໍາພາ-ຊີ້ນໍາວຽກງານຮອບດ້ານຂອງແຂວງ ໃຫ້ນັບມື້ມີຜົນສໍາເລັດ, ເຮັດໃຫ້ແຂວງບໍ່ແກ້ວ ມີການພັດທະນາກ້າວຂຶ້ນ, ມີການເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ຊີວິດການເປັນຢູ່ທາງວັດຖຸ ແລະ ຈິດໃຈ ຂອງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ ກໍຄື ປະຊາຊົນຊາວແຂວງບໍ່ແກ້ວ ໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ.

ຂ່າວ: ເງິນຫລົງ ຈິດພູວົງ.

KPL

ຂ່າວອື່ນໆ

    • ຖອດຖອນບົດຮຽນວຽກພະລາທິການ ແລະ ການເງິນທົ່ວກອງທັບການເມືອງ

      ຖອດຖອນບົດຮຽນວຽກພະລາທິການ ແລະ ການເງິນທົ່ວກອງທັບ

      2/5/2025 5:45:18 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ວຽກງານພະລາທິການ ແລະ ການເງິນທົ່ວກອງທັບ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໄດ້ປິດລົງ ໃນວັນທີ 4 ກຸມພາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ປີທ່ອງທ່ຽວລາວ 2024 ດຶງດູດ ນັກທ່ອງທ່ຽວໄດ້ 7 ລ້ານກວ່າເທື່ອຄົນການເມືອງ

      ປີທ່ອງທ່ຽວລາວ 2024 ດຶງດູດ ນັກທ່ອງທ່ຽວໄດ້ 7 ລ້ານກວ່າເທື່ອຄົນ

      2/5/2025 5:34:12 PM

      ຂປລ. ໃນປີ 2024 ຜ່ານມາ ສປປ ລາວ ໄດ້ເປີດປີທ່ອງທ່ຽວລາວ 2024 ໃນຂອບເຂດທົ່ວປະເທດ ຄຽງຄູ່ກັບການຈັດງານບຸນປະເພນີ ແລະ ບຸນສຳຄັນຕ່າງໆ ຂອງທ້ອງຖິ່ນ ໂດຍມີງານວາງສະແດງຜະລິດຕະພັນການທ່ອງທ່ຽວ, ກະສິກຳ, ອຸດສາຫະກຳການຄ້າ ແລະ ອື່ນໆ ເຊິ່ງສາມາດດຶງດູດ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 7 ລ້ານກວ່າເທື່ອຄົນ.

    • ສະຫລຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວປີ 2024ການເມືອງ

      ສະຫລຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວປີ 2024

      2/5/2025 5:18:30 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມ​ສະ ຫລຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ໃນວັນທີ 5 ກຸມພາ 2025 ໂດຍການເປັນປະທານ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະກໍາມະການຊີ້ນຳລະດັບຊາດ ໃນການຈັດປີທ່ອງທ່ຽວລາວ 2024, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງ ຖວທ

    • ຜົນກອງປະຊຸມສະໄໝສາມັນຂອງ ລັດຖະບານ ປະຈໍາເດືອນ ມັງກອນ 2025ການເມືອງ

      ຜົນກອງປະຊຸມສະໄໝສາມັນຂອງ ລັດຖະບານ ປະຈໍາເດືອນ ມັງກອນ 2025

      2/4/2025 10:11:45 PM

      ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມັງກອນ 2025 ໄຂຂຶ້ນໃນຕອນເຊົ້າວັນທີ 3 ກຸມພາ ແລະ ອັດລົງໃນຕອນແລງວັນທີ 4 ກຸມພາ 2025 ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນ ປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະ ບານ, ຜູ້ຕາງໜ້າກະຊວງ-ອົງການ, ກໍາມາທິການກົດໝາຍຂອງສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາ ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບ ຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມັງກອນ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກຸມພາ 2025.

    • ພະແນກການຕ່າງປະເທດ ນວ ເປີດກອງປະຊຸມໃຫຍ່ ຄັ້ງທີ IIIການເມືອງ

      ພະແນກການຕ່າງປະເທດ ນວ ເປີດກອງປະຊຸມໃຫຍ່ ຄັ້ງທີ III

      2/4/2025 10:05:11 PM

      ຂປລ. ກອງປະຊຸມໃຫຍ່ ຄັ້ງທີ III ສະມາຊິກພັກຂອງໜ່ວຍພັກຮາກຖານ ພະແນກການຕ່າງປະເທດ ນະຄອນຫລວງວຽງຈັນ (ນວ) ຈັດຂຶ້ນໃນວັນທີ 4 ກຸມພາ 2025 ໂດຍການເປັນປະທານຂອງ ສະຫາຍ ວົງໄຊ ພົມມີໄຊ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກການຕ່າງປະເທດ ນວ, ມີ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງ ນວ, ສະຫາຍ ຄຳມາ ແສງມີໄຊ ຄະນະປະຈຳພັກ, ຫົວໜ້າຄະນະຈັດຕັ້ງ ນວ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ.

ads
ads

Top