ສະຫລຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວປີ 2024

05/02/2025 17:18
ຂປລ ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມ​ສະ ຫລຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ໃນວັນທີ 5 ກຸມພາ 2025 ໂດຍການເປັນປະທານ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະກໍາມະການຊີ້ນຳລະດັບຊາດ ໃນການຈັດປີທ່ອງທ່ຽວລາວ 2024, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງ ຖວທ




ຂປລ. ກະຊວງຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມ​ສະ ຫລຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ໃນວັນທີ 5 ກຸມພາ 2025 ໂດຍການເປັນປະທານ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະກໍາມະການຊີ້ນຳລະດັບຊາດ ໃນການຈັດປີທ່ອງທ່ຽວລາວ 2024,  ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງ ຖວທ, ມີຮອງເຈົ້າຄອງນະຄອນຫລວງ, ຮອງເຈົ້າແຂວງ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ ອ້ອມຂ້າງກະຊວງ ຖວທ, ພ້ອມດ້ວຍ ຫົວໜ້າພະແນກ ຖວທ ຈາກບັນດາແຂວງ, ນະຄອນຫລວງ ແລະ ພາກຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການສະຫລຸບຕີລາຄາ ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024, ບົດລາຍງານການຈັດຕັ້ງປະຕິບັດ ກິດຈະກຳການທ່ອງທ່ຽວ ຂອງທ້ອງຖິ່ນຈຳນວນໜຶ່ງ, ພ້ອມທັງ ໄດ້ຕີລາຄາຕໍ່ໝາກຜົນທີ່ຍາດມາໄດ້ ກ້າວໄປເຖິງການຖອດຖອນ ບົດຮຽນບາງບັນຫາທີ່ສຳຄັນ ທີ່ຕ້ອງເສີມຂະຫຍາຍ ເພື່ອຍູ້ແຮງການທ່ອງທ່ຽວ, ປຶກສາຫາລື ເພື່ອກຳນົດທິດທາງ, ວິທີການ, ມາດຕະການແກ້ໄຂບາງບັນຫາຈຳນວນໜຶ່ງ ທີ່ເປັນຈຸດອ່ອນ, ຂໍ້ຄົງຄ້າງ ເປັນຕົ້ນ ການວາງແຜນຈັດສັນທ່ອງທ່ຽວ ບໍ່ທັນລະອຽດຄົບຖ້ວນ ແລະ ແທດຕົວຈິງ, ກົນໄກການປະສານສົມທົບ ບໍ່ທັນໂລ່ງລ່ຽນວ່ອງໄວ, ການແກ້ໄຂບັນຫາທີ່ເກີດຂຶ້ນບໍ່ທັນການ, ການດຳເນີນກິດຈະກຳ ຍັງເຮັດບໍ່ທັນຮັກກຸມເທົ່າທີ່ຄວນ, ເກີດມີບັນຫາຢາເສບຕິດ, ປະກົດການຫຍໍ້ທໍ້ທາງສັງຄົມ, ບັນຫາອຸບັດເຫດຕາມທ້ອງຖະໜົນ, ບັນຫາໄພສັງຄົມ, ມີການສວຍໂອກາດຂອງເຈົ້າໜ້າທີ່ຂອງພາກລັດ ແລະ ຜູ້ປະກອບການຈຳນວນໜຶ່ງ ແລະ ບັນຫາອື່ນໆທີ່ກະທົບຕໍ່ຊີວິດ ແລະ ຊັບສິນຂອງນັກທ່ອງທ່ຽວ ຫລາຍສົມຄວນ, ທັງໝົດນັ້ນໄດ້ຈຳກັດໝາກຜົນ ແລະ ກົດໜ່ວງການພັດທະນາ ຂະແໜງການທ່ອງທ່ຽວ ຢູ່ ສປປ ລາວ ເຊິ່ງຕ້ອງໄດ້ສຸມໃສ່ແກ້ໄຂຢ່າງທັນການ.




ໂອກາດດັ່ງກ່າວ
, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ໂດຍທ່ານໄດ້ຍົກໃຫ້ເຫັນຜົນສຳເລັດ ໃນການຈັດຕັ້ງປະຕິບັດ ປີທ່ອງທ່ຽວລາວ 2024 ເຊິ່ງມີຜົນສຳເລັດຢ່າງຈົບງາມ. ຜ່ານການຈັດຕັ້ງປະບັດບັນດາກິດຈະກໍາ ໃນປີທ່ອງທ່ຽວ 2024 ໃນຂອບເຂດທົ່ວປະເທດ ເຫັນວ່າ ວ່າທຸກກິດຈະກຳທີ່ກຳນົດໄວ້ ໄດ້ດຳເນີນການໄປຕາມແຜນ ແລະ ພາຍໃຕ້ບັນຍາກາດເປັນຂະບວນການຟົດຟື້ນ ສາມາດກະຕຸ້ນ, ດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ກໍຄື ເຂົ້າມາໃຊ້ຈ່າຍຢູ່ພາຍໃນ ສປປ ລາວ ຫລາຍຂຶ້ນ, ສາມາດສ້າງລາຍຮັບທີ່ຕິດພັນການ ທ່ອງທ່ຽວຫລາຍຂຶ້ນ. ພ້ອມກັນນີ້, ການເປີດປີທ່ອງທ່ຽວ ຍັງໄດ້ຟື້ນຟູ, ສົ່ງເສີມ, ອະນຸລັກ ແລະ ປົກປັກຮັກສາມໍລະດົກທາງ ດ້ານທຳມະຊາດ, ປະຫວັດສາດ, ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ໃຫ້ມີຄວາມຍືນຍົງຄົງຢູ່ກັບປະຊາຊົນລາວ ບັນດາເຜົ່າຕະຫລອດໄປ; ຂະແໜງການທ່ອງທ່ຽວ  ໄດ້ຮັບການຍົກລະດັບ ການພັດທະນາສູງຂຶ້ນ ອີກບາດກ້າວໜຶ່ງ ເພື່ອໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນເທື່ອລະກ້າວ, ເຮັດໃຫ້ຊື່ສຽງ ຂອງ ສປປ ລາວ ສູງຂຶ້ນໃນປະຊາຄົມໂລກ.




ພ້ອມນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກະຊວງ ຖວທ ທີ່ເປັນຂະແໜງໃຈກາງ ໃນການຈັດຕັ້ງປະຕິບັດ ບັນດາກິດຈະກຳ ປີທ່ອງທ່ຽວລາວ
2024 ໃຫ້ດຳເນີນຢ່າງເປັນຂະບວນຟົດຟື້ນ ທົ່ວປະເທດສາມາດຍາດໄດ້ ຜົນສຳເລັດຢ່າງຈົບງາມ, ພ້ອມທັງ ສະແດງຄວາມຊົມເຊີຍບັນດາກະຊວງ, ອົງການ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຂອງບັນດາແຂວງ, ນະຄອນ ຫລວງ ທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ ຂອງຕົນເປັນຢ່າງດີ, ຊຸກຍູ້ປີທ່ອງທ່ຽວລາວ 2024 ຢ່າງແຂງແຮງ ແລະ ສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນເສດຖະກິດ-ສັງຄົມ ທັງພາກລັດ, ເອກະຊົນ, ອົງການ ຈັດຕັ້ງສາກົນ ຕະຫລອດຮອດປະຊົນລາວ ບັນດາເຜົ່າ ໃນທົ່ວປະເທດ ທີ່ໄດ້ປະກອບສ່ວນດ້ານວັດຖຸ, ຈິດໃຈ, ກຳລັງວັງຊາທັງປະກອບສ່ວນ ເປັນເຈົ້າພາບທີ່ດີຕ້ອນຮັບແຂກບ້ານແຂກເມືອງ ທີ່ເຂົ້າມາທ່ອງທ່ຽວຢູ່ປະເທດເຮົາ, ເຂົ້າຮ່ວມການຈັດຕັ້ງປະຕິບັດ ບັນດາກິດຈະກຳ ປີທ່ອງທ່ຽວລາວ 2024 ທັງນີ້, ໄດ້ປະກອບສ່ວນເຮັດໃຫ້ປີທ່ອງທ່ຽວລາວ 2024 ຈົບລົງດ້ວຍຜົນສຳເລັດອັນຈົບງາມທຸກປະການ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ມອບ-ຮັບ ລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ປະຈຳປີ 2025ການເມືອງ

      ມອບ-ຮັບ ລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ປະຈຳປີ 2025

      2/5/2025 6:36:24 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດພິທີມອບ-ຮັບລາງ ວັນມາດຕະຖານ ການທ່ອງທ່ຽວອາຊຽນ ປະຈຳປີ 2025 ໃນວັນທີ 5 ກຸມພາ 2025 ໃຫ້ພາກສ່ວນຕ່າງໆຈາກພາກລັດ, ພາກທຸລະກິດ ແລະ ຜູ້ປະກອບການຂອງຊຸມຊົນທ້ອງຖິ່ນ ໃນ ສປປ ລາວ ທີ່ສາມາດປະຕິບັດໄດ້ ຕາມເງື່ອນໄຂຕ່າງໆ ທີ່ໄດ້ກຳນົດໄວ້ ຢູ່ໃນແຕ່ລະມາດຕະຖານ ການທ່ອງທ່ຽວອາຊຽນ, ຕາງໜ້າມອບໂດຍ ​ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະ ມົນຕີ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຖວທ ຈາກບັນດາແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024ການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024

      2/5/2025 6:27:10 PM

      ຂປລ. ໃນຕອນບ່າຍ ວັນທີ 5 ກຸມພາ 2025 ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນກອງປະ ຊຸມໂຕະມົນ ປະຈຳປີ 2024 ນຳພາຄະນະໂດຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເພື່ອລາຍງານໂດຍສັງເຂບຜົນສຳເລັດກອງປະຊຸມໂຕະມົນ ປະຈໍາປີ 2024

    • ສະຫລຸບການຈັດຕັ້ງປະຕິບັດ ໂຄງການ ຮ່ວມມືດ້ານສະຖິຕິ ລາວ-ລຸກຊຳບວກ ໄລຍະ IIການເມືອງ

      ສະຫລຸບການຈັດຕັ້ງປະຕິບັດ ໂຄງການ ຮ່ວມມືດ້ານສະຖິຕິ ລາວ-ລຸກຊຳບວກ ໄລຍະ II

      2/5/2025 6:20:18 PM

      ຂປລ. ກອງປະຊຸມຄະນະຊີ້ນໍາໂຄງການ ຄັ້ງທີ 4 ຂອງໂຄງການຮ່ວມມື ດ້ານສະຖິຕິລາວ-ລຸກຊໍາບວກ ໄລຍະ II ຈັດຂຶ້ນວັນທິ 5 ກຸມພາ 2025 ເພື່ອສະຫລຸບຕີລາຄາ ຜົນການຈັດຕັ້ງປະຕິບັດໂຄງການໃນປີ 2024, ພ້ອມທັງປະເມີນຕີລາຄາໂຄງການ ກາງສະໄໝ ແລະ ແຜນການຈັດຕັ້ງປະຕິບັດ ໂຄງການປີ 2025.

    • ປະທານອົງການກວດກາແຫ່ງລັດ ເນັ້ນເພີ່ມ ທະວີຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດການເມືອງ

      ປະທານອົງການກວດກາແຫ່ງລັດ ເນັ້ນເພີ່ມ ທະວີຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດ

      2/5/2025 6:14:56 PM

      ຂປລ. ໃນໂອກາດເຂົ້າກອງປະຊຸມ ວຽກງານກວດກາທົ່ວປະເທດປະຈຳປີ 2024 ວັນທີ 4 ກຸມພາ 2025 ນີ້, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາ ທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານ ການສໍ້ລາດ ບັງຫລວງຂັ້ນສູນກາງ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເພີ່ມທະວີ ການຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດ ຕາມພາລະບົດບາດຂອງອົງການກວດກາລັດ

    • ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງຂົວ ບ້ານນາຮັງນ້ອຍ ເມືອງອາດສະພອນການເມືອງ

      ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງຂົວ ບ້ານນາຮັງນ້ອຍ ເມືອງອາດສະພອນ

      2/5/2025 6:07:33 PM

      ຂປລ. ພິທີມອບ-ຮັບ ແລະ ເປີດການນຳໃຊ້ໂຄງການກໍ່ສ້າງຂົວເບຕົງ ເສີມເຫລັກອັດແຮງ ຂ້າມຫ້ວຍລະຮັງ ຢູ່ບ້ານນາຮັງນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ, ພາຍໃຕ້ທຶນຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ຈັດຂຶ້ນໃນວັນທີ 4 ກຸມພາ 2025

ads
ads

Top