ຖອດຖອນບົດຮຽນວຽກພະລາທິການ ແລະ ການເງິນທົ່ວກອງທັບ

05/02/2025 17:45
ຂປລ ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ວຽກງານພະລາທິການ ແລະ ການເງິນທົ່ວກອງທັບ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໄດ້ປິດລົງ ໃນວັນທີ 4 ກຸມພາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ວຽກງານພະລາທິການ ແລະ ການເງິນທົ່ວກອງທັບ ປະຈໍາປີ
2024 ແລະ ທິດທາງແຜນການ ປະຈໍາປີ 2025 ໄດ້ປິດລົງ ໃນວັນທີ 4 ກຸມພາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ພົນໂທ ວົງຄໍາ ພົມມະກອນ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນສັງເກດ-ຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານ ພະລາທິການທົ່ວກອງທັບໃນປີຜ່ານມາ, ສາມາດຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ມີບາງຄໍາເຫັນສະເໜີ ແລກປ່ຽນຈໍານວນໜຶ່ງ ເພື່ອພ້ອມກັນປັບປຸງແກ້ໄຂ. ພ້ອມນັ້ນ, ໄດ້ຄົ້ນຄ້ວາ ແລະ ເປັນເອກະພາບຕໍ່ທິດທາງແຜນ ການວຽກງານພະລາທິການ ປະຈຳປີ 2025 ເຊິ່ງປີຜ່ານມາ, ຄະນະນໍາກະຊວງປ້ອງກັນ ປະເທດໄດ້ຊີ້ ນໍາ-ຕິດຕາມຢ່າງຈົດຈໍ່ ຕໍ່ໝາກຜົນແຫ່ງການຈັດຕັ້ງປະຕິບັດ, ຄາດໝາຍສູ້ຊົນ ຂອງບັນດາກົມກອງ-ທ້ອງຖິ່ນໃນທົ່ວປະເທດ, ເຖິງວ່າສະພາບແວດລ້ອມ, ເສດຖະກິດ-ການເງິນຂອງຊາດ ພົບຄວາມຫຍຸ້ງ ຍາກ, ສິ່ງທົດສອບທ້າທາຍກໍຕາມ, ແຕ່ຍ້ອນແນວທາງນະໂຍບາຍ ອັນຖືກຕ້ອງຂອງພັກ-ລັດ, ຍ້ອນຄວາມຮັບຜິດຊອບອັນສູງສົ່ງໃນການຊີ້ນໍາ-ນໍາພາ ຂອງຄະນະກົມໃຫຍ່ພະລາທິການ, ຄະນະພັກ-ຄະ ນະບັນຊາຂອງບັນດາກົມກອງ ກຳລັງຫລວງ-ທ້ອງຖິ່ນ ໂດຍສະເພາະ ພະນັກງານ-ນັກຮົບ ເຫລົ່າຮົບພະ ລາທິການທົ່ວກອງທັບ ຍາດໄດ້ຜົນງານຫລາຍດ້ານ. ສິ່ງສໍາຄັນ ແມ່ນພວກເຮົາຮັບປະກັນ ໃຫ້ປະເທດຊາດມີຄວາມສະຫງົບ ປອດໄພ, ສ້າງເງື່ອນໄຂໃນການດໍາເນີນ ກອງປະຊຸມອາຊຽນ ແລະ ການພັດທະນາປະເທດຊາດ.




ພ້ອມນີ້
, ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ເນັ້ນໜັກວຽກງານທີ່ຈະສຸມ ໃສ່ຈັດຕັ້ງປະຕິບັດ ໃນປີ 2025 ເປັນຕົ້ນ ຕ້ອງຮັກສາຄວາມສາມັກຄີເປັນເອກະພາບ, ປະຕິບັດແບບ ແຜນວີທີເຮັດວຽກຕາມຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດ ຊອບຢ່າງຈະແຈ້ງ; ພ້ອມກັນຮໍ່າຮຽນນໍາວຽກຕົວຈິງ, ຮຽນນໍາໝູ່ຄະນະ, ຮຽນນໍາມະຫາຊົນ, ຈິງໃຈຕຳນິສົ່ງຂ່າວ ຊ່ວຍເຫລືອ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຕ້ານທັດສະນະແນວຄິດໃນຕົວ, ໂຍນຄວາມຜິດໃຫ້ຄົນອື່ນ; ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງຕັ້ງໜ້າເປັນເຈົ້າການນໍາພາ-ຊີ້ນໍາ ການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ພາຫະນະ, ວັດຖຸ, ເງິນຄໍາ, ເຄື່ອງນຸ່ງຫົ່ມ ຕາມລະບອບ ອັດຕາທີ່ຂັ້ນເທິງກຳນົດ, ຄຸ້ມຄອງ-ນໍາໃຊ້ຕົວເລກງົບປະມານ ທີ່ໄດ້ແບ່ງປັນໃຫ້ແໜ້ນໜາ ຮັດກຸມ, ນໍາໃຊ້ ຖືກຮ່ວງ, ຖືກເປົ້າໝາຍ ແລະ ຖືເອົາການປະຢັດເປັນສໍາຄັນ, ເອົາໃຈໃສ່ ຊຸກຍູ້ຂະບວນການຜະລິດ ແກ້ໄຂຊີວິດການເປັນຢູ່ ຂອງກົມກອງ ໃຫ້ເປັນຂະບວນຟົດຟື້ນ ແລະ ແຂງແຮງ. ໃນນັ້ນ, ສຸມໃສ່ການປູກ-ການລ້ຽງຕາມລະດູການ, ຕາມຈຸດພິເສດພູມສັນຖານ, ສະພາບດີນຟ້າອາກາດຂອງທ້ອງຖິ່ນ, ຜະລິດໃຫ້ກາຍເປັນສີນຄ້າ ເພື່ອສ້າງແຫລ່ງລາຍຮັບ, ເປັນທ່າແຮງ ສະໜອງພະລາທິການກັບທີ່ ເພື່ອ ແກ້ໄຂຊີວິດປະຈຳວັນ ແລະ ມີສ່ວນແຮ່ສໍາຮອງໄວ້ໃນກົມກອງ; ເອົາໃຈໃສ່ປັບປຸງ ກໍ່ສ້າງພະນັກ ງານວິຊາສະເພາະພະລາທິການ, ທາງດ້ານຈຳນວນ ແລະ ຄຸນນະພາບ ເປັນຕົ້ນ ການສຶກສາອົບຮົມທາງດ້ານທັດສະນະການເມືອງ, ທັດສະນະຮັບໃຊ້, ຄຸນສົມບັດ, ຄວາມຮູ້, ຄວາມສາມາດ, ຄວາມຊື່ສັດບໍລິ ສຸດ, ຄວາມໂປ່ງໃສ, ຄວາມຮັບຜິດຊອບ ແລະ ແບບແຜນວິທີເຮັດວຽກ; ສ້າງໃຫ້ໄດ້ພະນັກງານສາມຮຸ່ນ ເພື່ອສືບທອດປ່ຽນແທນຢ່າງຕໍ່ເນື່ອງ, ນໍາໃຊ້ພະນັກງານວິຊາການໃຫ້ຖືກຕ້ອງ ຕາມຄວາມຮູ້ຄວາມສາມາດ ແລະ ຖືກຕາມຂະແໜງວິຊາສະເພາະທີໄດ້ຮຽນມາເພື່ອ ຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ ຮັບປະກັນການລ້ຽງດູທັບ, ສ້າງປະຖົມປັດໄຈໃຫ້ ແກ່ການປັບປຸງກໍ່ສ້າງເຫລົ່າຮົບ ພະລາທິການກ້າວຂຶ້ນສູ່ ແບບແຜນ ທັນສະໄໝ.



ຂ່າວ-ພາບ: ຄຳອ້າຍ ທອງວັນ

KPL

ຂ່າວອື່ນໆ

    • ມອບ-ຮັບ ລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ປະຈຳປີ 2025ການເມືອງ

      ມອບ-ຮັບ ລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ປະຈຳປີ 2025

      2/5/2025 6:36:24 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດພິທີມອບ-ຮັບລາງ ວັນມາດຕະຖານ ການທ່ອງທ່ຽວອາຊຽນ ປະຈຳປີ 2025 ໃນວັນທີ 5 ກຸມພາ 2025 ໃຫ້ພາກສ່ວນຕ່າງໆຈາກພາກລັດ, ພາກທຸລະກິດ ແລະ ຜູ້ປະກອບການຂອງຊຸມຊົນທ້ອງຖິ່ນ ໃນ ສປປ ລາວ ທີ່ສາມາດປະຕິບັດໄດ້ ຕາມເງື່ອນໄຂຕ່າງໆ ທີ່ໄດ້ກຳນົດໄວ້ ຢູ່ໃນແຕ່ລະມາດຕະຖານ ການທ່ອງທ່ຽວອາຊຽນ, ຕາງໜ້າມອບໂດຍ ​ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະ ມົນຕີ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຖວທ ຈາກບັນດາແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024ການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024

      2/5/2025 6:27:10 PM

      ຂປລ. ໃນຕອນບ່າຍ ວັນທີ 5 ກຸມພາ 2025 ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນກອງປະ ຊຸມໂຕະມົນ ປະຈຳປີ 2024 ນຳພາຄະນະໂດຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເພື່ອລາຍງານໂດຍສັງເຂບຜົນສຳເລັດກອງປະຊຸມໂຕະມົນ ປະຈໍາປີ 2024

    • ສະຫລຸບການຈັດຕັ້ງປະຕິບັດ ໂຄງການ ຮ່ວມມືດ້ານສະຖິຕິ ລາວ-ລຸກຊຳບວກ ໄລຍະ IIການເມືອງ

      ສະຫລຸບການຈັດຕັ້ງປະຕິບັດ ໂຄງການ ຮ່ວມມືດ້ານສະຖິຕິ ລາວ-ລຸກຊຳບວກ ໄລຍະ II

      2/5/2025 6:20:18 PM

      ຂປລ. ກອງປະຊຸມຄະນະຊີ້ນໍາໂຄງການ ຄັ້ງທີ 4 ຂອງໂຄງການຮ່ວມມື ດ້ານສະຖິຕິລາວ-ລຸກຊໍາບວກ ໄລຍະ II ຈັດຂຶ້ນວັນທິ 5 ກຸມພາ 2025 ເພື່ອສະຫລຸບຕີລາຄາ ຜົນການຈັດຕັ້ງປະຕິບັດໂຄງການໃນປີ 2024, ພ້ອມທັງປະເມີນຕີລາຄາໂຄງການ ກາງສະໄໝ ແລະ ແຜນການຈັດຕັ້ງປະຕິບັດ ໂຄງການປີ 2025.

    • ປະທານອົງການກວດກາແຫ່ງລັດ ເນັ້ນເພີ່ມ ທະວີຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດການເມືອງ

      ປະທານອົງການກວດກາແຫ່ງລັດ ເນັ້ນເພີ່ມ ທະວີຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດ

      2/5/2025 6:14:56 PM

      ຂປລ. ໃນໂອກາດເຂົ້າກອງປະຊຸມ ວຽກງານກວດກາທົ່ວປະເທດປະຈຳປີ 2024 ວັນທີ 4 ກຸມພາ 2025 ນີ້, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາ ທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານ ການສໍ້ລາດ ບັງຫລວງຂັ້ນສູນກາງ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເພີ່ມທະວີ ການຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດ ຕາມພາລະບົດບາດຂອງອົງການກວດກາລັດ

    • ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງຂົວ ບ້ານນາຮັງນ້ອຍ ເມືອງອາດສະພອນການເມືອງ

      ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງຂົວ ບ້ານນາຮັງນ້ອຍ ເມືອງອາດສະພອນ

      2/5/2025 6:07:33 PM

      ຂປລ. ພິທີມອບ-ຮັບ ແລະ ເປີດການນຳໃຊ້ໂຄງການກໍ່ສ້າງຂົວເບຕົງ ເສີມເຫລັກອັດແຮງ ຂ້າມຫ້ວຍລະຮັງ ຢູ່ບ້ານນາຮັງນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ, ພາຍໃຕ້ທຶນຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ຈັດຂຶ້ນໃນວັນທີ 4 ກຸມພາ 2025

ads
ads

Top