ຂປລ
ຂປລ. ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວັນມູຫະມັດນໍ ມັດທາ ປະທານລັດຖະສະພາ, ປະ ທານສະພາຜູ້ແທນຣາຊະດອນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມກອງປະຊຸມ ສະມັດຊາ ໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.
ຂປລ. ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວັນມູຫະມັດນໍ ມັດທາ ປະທານລັດຖະສະພາ, ປະ ທານສະພາຜູ້ແທນຣາຊະດອນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມກອງປະຊຸມ ສະມັດຊາ ໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.
ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການພົບປະສອງຝ່າຍຄັ້ງນີ້, ຖືເປັນການພົບປະກັນຄັ້ງທໍາອິດ ພາຍຫລັງ ທ່ານ ວັນມູຫະມັດນໍ ມັດທາ ໄດ້ຮັບການເລືອກຕັ້ງເປັນ ປະທານລັດຖະສະພາ, ປະທານສະພາຜູ້ແທນຣາຊະດອນໄທ ເຊິ່ງສະແດງເຖິງຄວາມໄວ້ວາງໃຈ ຂອງຜູ້ມີສິດເລືອກຕັ້ງ. ພ້ອມທັງສະແດງຄວາມຫວັງວ່າ ທ່ານຈະສືບຕໍ່ປະກອບ ສ່ວນສໍາຄັນເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ເເລະ ການພັດທະນາ ແບບຍືນຍົງ ຂອງສອງປະເທດ ລາວ-ໄທ, ໄທ-ລາວ ໂດຍສະເພາະ ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ. ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນຣາຊະດອນໄທ ໃນໄລຍະຜ່ານມາ ໄດ້ຮັບການເສີມ ຂະຫຍາຍຢ່າງຕັ້ງໜ້າ ສະແດງອອກມີການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນລະດັບສູງ, ແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບການຈັດຕັ້ງປະຕິບັດ ພາລະບົດບາດນິຕິບັນຍັດ, ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ທີ່ໄດ້ລົງນາມຮ່ວມກັນ ໃນເດືອນທັນວາ ປີ 2022 ເປັນນິມິດໝາຍອັນສໍາຄັນ ທາງປະຫວັດສາດ ແຫ່ງ ການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ, ທັງເປັນການປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ ແຜນປະຕິບັດງານການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ຂອງສອງປະເທດ ລາວ-ໄທ ໃຫ້ມີປະສິດທິພາບສູງຂຶ້ນ. ພ້ອມນີ້, ສອງອົງການນິຕິບັນ ຍັດ ຍັງໄດ້ມີການພົວພັນຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນ AIPA, APPF, IPU, ASEP ແລະ ອື່ນໆ.
ສຳລັບທິດທາງການພົວພັນຮ່ວມມືໃນຕໍ່ໜ້າ, ທ່ານ ໄຊສົມພອນ ພົມວິຫານ ສະເໜີສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈ ຂອງບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ໃຫ້ເປັນຮູບປະທໍາ ໂດຍສະເພາະ ສືບຕໍ່ແລກປ່ຽນ ຄະນະຜູ້ແທນຂັ້ນສູງ; ສືບຕໍ່ແລກປ່ຽນຂໍ້ມູນ-ຂ່າວສານ ໃນການປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ; ສະເໜີຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງລັດຖະ ບານ ຂອງສອງປະເທດ ລົງນາມຮ່ວມກັນ ໃນດ້ານເສດຖະກິດ, ການຄ້າ-ການລົງທຶນ, ດ້ານພະລັງງານ, ການທ່ອງທ່ຽວ ແລະ ອື່ນໆ ກໍຄື ການຈັດຕັ້ງປະຕິບັດແຜນປະຕິບັດງານວ່າດ້ວຍການເປັນ ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026); ສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ແນໃສ່ປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ຂ່າວ: ກິດຕາ
ພາບ: ຂັນໄຊ
KPL