ຂປລ
ສູນສະມາຄົມ ປະຊາຊາດ ອາຊີ ຕາເວັນອອກ ສຽງໃຕ້ (ອາຊຽນ)-ສ.ເກົາຫລີ ໄດ້ຈຳໜ່າຍ ບັນດາ ວິດິໂອ ກ່ຽວກັບ ການໂຄສະນາ ການທ່ອງທ່ຽວ ອາຊຽນ ເນື່ອງໃນໂອກາດ ວັນທ່ອງທ່ຽວໂລກ (ວັນທີ 27 ກັນຍາ) .
ຂປລ. ອ້າງຕາມຂ່າວ ວິທະຍຸຫະຈາຍສຽງ ແຫ່ງຊາດ ຫວຽດນາມ, ວັນທີ 28 ກັນຍາ, ສູນສະມາຄົມ ປະຊາຊາດ ອາຊີ ຕາເວັນອອກ ສຽງໃຕ້ (ອາຊຽນ)-ສ.ເກົາຫລີ ໄດ້ຈຳໜ່າຍ ບັນດາ ວິດິໂອ ກ່ຽວກັບ ການໂຄສະນາ ການທ່ອງທ່ຽວ ອາຊຽນ ເນື່ອງໃນໂອກາດ ວັນທ່ອງທ່ຽວໂລກ (ວັນທີ 27 ກັນຍາ) . ບັນດາ ວິດີໂອ ດັ່ງກ່າວ ເພື່ອແນ່ໃສ່ ແນະນໍາ ອາຊຽນ ຄືດັ່ງ ຊັບພະຍາກອນ ວັດທະນະທຳ ແລະ ທ່ອງທ່ຽວ ດ້ວຍຫລາຍ ຮູບແບບໃນພາກພື້ນ , ພ້ອມກັນນັ້ນ ຍັງຊຸກຍູ້ ການຮ່ວມມື ໃນຂົງເຂດ ການທ່ອງທ່ຽວ ລະຫວ່າງ ອາຊຽນ ແລະ ສ.ເກົາຫລີ ພາຍໃຕ້ຫົວຂໍ້ “ການຢ້ຽມຢາມ ວັດທະນະທຳ ແລະ ສະຖາປັດຕະຍະກຳ” .
ບັນດາ ວິດີໂອ ທີ່ ຜະລິດ ໃນປີນີ້ ໄດ້ສຸມໃສ່ ແນະນຳ ບັນດາ ສະຖາປັດຕະຍະກຳ ແລະ ແບບແຜນ ການດຳລົງ ຊີວິດ ຂອງ ປະຊາຊົນ ຫວຽດນາມ, ກຳປູເຈຍ ແລະ ອິນໂດເນເຊຍ. ແຕ່ລະວິດີໂອ ໄດ້ແນະນໍາ ສະຖາ ປັດຕະຍະກ ຢູ່ໃນ 2 ນະຄອນ ຂອງ ແຕ່ລະປະເທດ ແລະ ອື່ນໆ./
KPL