ຂປລ
ສະມາຄົມ ປະຊາຊາດແຫ່ງອາຊີ ຕາເວັນອອກສຽງໃຕ້ ຫລື ເອີ້ນວ່າ ອາຊຽນ, (ASEAN: Association of Southeast Asian Nations) ແມ່ນອົງການຮ່ວມມື ລະຫວ່າງ ປະເທດ ລະດັບພາກພື້ນ ອາຊີຕາເວັນອອກສຽງໃຕ້, ໂດຍມີ ຈຸດປະສົງ ເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ.

ສະມາຄົມ ປະຊາຊາດແຫ່ງອາຊີ ຕາເວັນອອກສຽງໃຕ້ ຫລື ເອີ້ນວ່າ ອາຊຽນ, (ASEAN: Association of Southeast Asian Nations) ແມ່ນອົງການຮ່ວມມື ລະຫວ່າງ ປະເທດ ລະດັບພາກພື້ນ ອາຊີຕາເວັນອອກ ສຽງໃຕ້, ໂດຍມີ ຈຸດປະສົງ ເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ.
ອາຊຽນ ໄດ້ຮັບການ ສ້າງຕັ້ງຂຶ້ນ ໃນວັນທີ 8 ສິງຫາ ປີ ຄ.ສ 1967 ໂດຍມີ ສະມາຊິກ 5 ປະ ເທດໄດ້: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ. ຕໍ່ມາ ກໍໄດ້ມີ ບັນດາປະເທດ ເຂົ້າຮ່ວມເພີ່ມຕື່ມ ເຊັ່ນ: ບຣູໄນ (07/01/1984), ຫວຽດນາມ ( 28/07/1995 ), ສປປລາວ ແລະ ມຽນມາ (23/07/1997), ກໍາປູເຈຍ (30/04/1999) ເຮັດໃຫ້ ປະຈຸບັນ ອາຊຽນ ປະກອບມີ ສະມາຊິກທັງໝົດ 10 ປະເທດ ແລະ ກໍາລັງພິຈາລະນາ ຮັບຮອງເອົາ ຕີມໍແລັດສະເຕ ເຂົ້າເປັນປະເທດ ທີ 11 ໃນໄວໆນີ້. ການລວມຕົວກັນ ຂອງ ບັນດາປະເທດ ໄດ້ເຮັດໃຫ້ ອາຊຽນ ກາຍເປັນພາກພື້ນ ທີ່ມີ ການຂະຫຍາຍຕົວ ທາງດ້ານເສດຖະກິດ ຢ່າງໄວວາ ແລະ ມີບົດບາດ ໃນເວທີການເມືອງ ແລະ ເສດຖະກິດ ລະຫວ່າງປະເທດ.
ປະຊາຄົມອາຊຽນ ແມ່ນການເຮັດໃຫ້ ປະເທດສະມາຊິກ ອາຊຽນ ຮວມຕົວກັນ ເປັນຊຸມຊົນ ຫລື ປະຊາຄົມດຽວກັນ ເພື່ອເຮັດໃຫ້ອາຊຽນ ເປັນດິນແດນ ແຫ່ງສັນຕິພາບ, ມີຄວາມຈະເລີນຮຸ່ງເຮືອງ ແລະ ມີຄວາມໝັ້ນຄົງ ຢ່າງຕໍ່ເນື່ອງ ພ້ອມທັງ ການສົ່ງເສີມ ໃຫ້ກາຍເປັນສັງຄົມ ທີ່ປະຊາຊົນ ທຸກຄົນຮັກແພງກັນ, ຊ່ວຍເຫລືອ ເຊິ່ງກັນແລະກັນ. ອາຊຽນ ປະກອບດ້ວຍ 3 ເສົາຄໍ້າ ຫລັກ ຄື: ປະຊາຄົມການເມືອງ-ຄວາມໝັ້ນຄົງ ອາຊຽນ, ປະຊາຄົມ ເສດຖະກິດ ອາຊຽນ ແລະ ປະຊາຄົມ ສັງຄົມ-ວັດທະນະທໍາ ອາຊຽນ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

(Lao People Democratic Republic)
ປະເທດລາວ ຫລື ຊື່ທາງການ ຄື: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫລື ສປປ ລາວ ຕັ້ງຢູ່ ທິດຕາເວັນອອກສຽງໃຕ້ ຂອງ ທະວີບອາຊີ ຢູ່ໃຈກາງ ຂອງແຫລມອິນດູຈີນ, ມີເນື້ອທີ່ທັງໝົດ 236.800 ກິໂລແມັດມົນທົນ, ເປັນປະເທດດຽວ ໃນອາຊີຕາເວັນອອກສຽງໃຕ້ ທີ່ບໍ່ມີ ຊາຍແດນອອກສູ່ທະເລ; ມີອານາເຂດທິດເໜືອ
ຕິດກັບ ສປຈີນ; ທິດໃຕ້ ຕິດກັບ ກຳປູເຈຍ; ທິດຕາເວັນອອກ ຕິດກັບ ຫວຽດນາມ; ທິດຕາເວັນຕົກ ຕິດກັບ ໄທ ແລະ ທິດຕາເວັນຕົກສຽງເໜືອ ຕິດກັບ ມຽນມາ.
ປະເທດລາວ ມີປະຊາກອນ ທັງໝົດ 7.588.447 ຄົນ ( ໃນປີ2023 ); ໃຊ້ພາສາລາວ ເປັນພາ ສາທາງການ; ນັບຖື ສາສະໜາພຸດ; ໃຊ້ສະກຸນເງິນກີບ. ສ່ວນວັນຊາດ ແມ່ນວັນທີ 2 ທັນວາ.
*ການປົກຄອງ: ລະບອບສັງຄົມນິຍົມ ຫລື ເອີ້ນວ່າ ລະບອບ ປະຊາທິປະໄຕ ປະຊາຊົນ ໂດຍມີ ພັກປະຊາຊົນ ປະຕິວັດລາວ ເປັນຜູ້ນຳພາ.
- ປະມຸກລັດ ປະທານປະເທດ: ທ່ານ ທອງລຸນ ສີສຸລິດ
- ຜູ້ນຳລັດຖະບານ: ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຄົນປັດຈຸບັນ.
- GDP : 15,304 ຕື້ໂດລາ, GDP ສະເລ່ຍຕໍ່ຫົວຄົນ 2.046,856 ໂດລາ (2022)
ປະເທດລາວ ເປັນປະເທດທີ່ສວຍງາມ ມີປະຫວັດສາດ ທີ່ເກົ່າແກ່ ແລະ ມໍລະດົກທາງວັດທະນະທໍາ ທັງເປັນທີ່ຕັ້ງ ຂອງວັດວາອາຣາມເກົ່າແກ່ ຫລາຍແຫ່ງ, ນ້ຳຕົກຕາດທີ່ສວຍງາມ, ແລະ ພູຜາປ່າດົງ ທີ່ອຸດົມສົມບູນ. ປະເທດລາວ ປະກອບດ້ວຍ ຊົນເຜົ່າຕ່າງໆ ທີ່ມີ ວັດທະນະທຳ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກ ຂອງຕົນເອງ.
ສະຖານທີ່ນັກທ່ອງທ່ຽວ ທີ່ນິຍົມຫລາຍ ໃນປະເທດລາວ ປະກອບມີ:

ທີ່ມາ: https://hashtaglegend.com/travel/travel-luang-prabang-laos/
ເປັນເມືອງມໍລະດົກໂລກ ທີ່ໄດ້ຮັບການຮັບຮອງ ໂດຍອົງການ ອຸຍເນສໂກ (UNESCO) ແລະ ເປັນໜຶ່ງ ໃນບັນດາ ແຫລ່ງທ່ອງທ່ຽວ ທີ່ມີຊື່ສຽງທີ່ສຸດ ໃນລາວ. ຫລວງພະບາງ ເປັນທີ່ຕັ້ງ ຂອງວັດທີ່ເກົ່າແກ່ ແລະ ມີຄວາມສໍາຄັນ ທາງພຸດທະສາສະໜາ ຫລາຍແຫ່ງ ເປັນຕົ້ນແມ່ນ: ວັດຊຽງທອງ, ວັດໂພສີທາຣາມ, ວັດວິຊຸນ ແລະ ອື່ນໆ. ນອກຈາກນີ້, ຍັງມີແຫລ່ງ ທ່ອງທ່ຽວ ອີກຫລາຍບ່ອນ ເຊັ່ນ: ຫໍພິພິທະພັນ ພະຣາຊະວັງ, ຕະຫລາດມືດ, ຕາດກວາງຊີ, ຖໍ້າປາກອູ ແລະ ແຫລ່ງທ່ອງທ່ຽວ ທໍາມະຊາດອື່ນໆ ເຊິ່ງເປັນບ່ອນ ພັກຜ່ອນຢ່ອນໃຈ ໃຫ້ແກ່ ບັນດານັກທ່ອງທ່ຽວ ທີ່ໄດ້ມາຍັງສະຖານທີ່ເຫລົ່ານີ້.

ທີ່ມາ:https://www.visitsoutheastasia.travel/top-sights/that-luang-stupa/
ເປັນນະຄອນຫຼວງ ຂອງ ປະເທດ, ເປັນເມືອງທີ່ປະສົມປະ ສານ ລະຫວ່າງ ການອະນຸລັກດັ້ງເດີມ ແລະ ຄວາມທັນສະໄໝ ຂອງ ຕົວເມືອງສະໄໝໃໝ່. ນະຄອນຫລວງວຽງຈັນ ມີທີ່ຕັ້ງຂອງປະຕູໄຊ ເປັນອານຸສາວະລີ ແຫ່ງໄຊຊະນະ ທີ່ສ້າງຂຶ້ນໃນຊຸມປີ 1960, ມີພຣະທາດຫລວງວຽງຈັນ ທີ່ເປັນ ພຣະທາດຄູ່ບ້ານຄູ່ເມືອງ ຂອງ ປະຊາຊົນລາວ, ຍັງມີ ຫໍພະແກ້ວ ແລະ ວັດສີສະເກດ ທີ່ອະນຸລັກ ວັດທະນະທໍາ ອັນເກົ່າແກ່ ໄວ້ເປັນມໍລະດົກ, ມີອາຄານ ສະຖາປັດຕະຍະກໍາ ສະໄໝຝຣັ່ງ ແລະ ອາຄານສະໄໝກ່ອນ ທີ່ຍັງຮັກສາ ສິລະປະຂອງລາວຫລາຍແຫ່ງ ຢູ່ໃຈກາງເມືອງ. ນອກນັ້ນ ກໍຍັງມີແຫລ່ງທ່ອງທ່ຽວອີກຫລາຍແຫ່ງ ຢັ່ງຢາຍອ້ອມຮອບ ນະຄອນຫລວງທັງເກົ່າ ແລະ ໃໝ່, ສາມາດ ດຶງດູດນັກທ່ອງທ່ຽວໄດ້ຢ່າງຫລວງຫລາຍ.

ທີ່ມາ: https://www.visitsoutheastasia.travel/top-sights/wat-phu-the-unesco-world-heritage-site/
ເປັນເມືອງທີ່ຕັ້ງ ຢູ່ພາກໃຕ້ຂອງລາວ ທີ່ເປັນ ທັງອູ່ເຂົ້າອູ່ປາ ໂດຍສະເພາະ ຢູ່ເທິງພູພຽງບໍລະເວນ ທີ່ມີຊື່ສຽງ ທາງດ້ານກະສິກໍາ. ພ້ອມກັນນັ້ນ, ຍັງມີຊັບ ພະຍາກອນ ທໍາມະຊາດ ທີ່ ອຸດົມສົມບູນ ເຮັດໃຫ້ກາຍເປັນແຫລ່ງທ່ອງທ່ຽວ ທໍາມະຊາດ ທີ່ສວຍສົດງົດງາມເຊັ່ນ: ນໍ້າຕົກຕາດ, ເກາະດອນຕ່າງໆ ແລະ ຍັງມີວັດພູຈໍາ ປາສັກ ທີ່ເປັນມໍລະດົກໂລກ ທາງດ້ານວັດທະນະທໍາ ທີ່ໄດ້ຮັບການ ຮັບຮອງຈາກ ອົງການອຸຍເນສໂກເຊັ່ນດຽວກັນ.
ບຣູໄນດາຣູຊາລາມ
(State of Brunei Darussalam)

ບຣູໄນ (Brunei) ຫລື ເນກາຣາ ບຣູໄນ ດາຣູຊາລາມ (Negara Brunei Darussalam) ເປັນປະເທດ ຂະໜາດນ້ອຍ ຕັ້ງຢູ່ເທິງເກາະບໍໜຽວ ໃນພາກພື້ນອາຊີ ຕາເວັນອອກສ່ຽງໃຕ້ ມີອານາເຂດອ້ອມຮອບດ້ວຍ ປະເທດມາເລເຊຍ ເກືອບທັງໝົດ ໂດຍ ທິດຕາເວັນອອກ, ທິດຕາເວັນຕົກ ແລະ ທິດໃຕ້ ຕິດກັບລັດຊາຣາວັກ ຂອງປະເທດ ມາເລເຊຍ ສ່ວນທິດເ
ໜືອຕິດກັບ ທະເລຈີນໃຕ້. ເກາະບໍໜຽວ ເປັນເກາະ ທີ່ມີ ຂະໜາດໃຫຍ່ ອັນດັບ3 ຂອງໂລກ ເຊິ່ງເປັນດິນແດນ ຂອງ ທັງ3 ປະເທດ ຄື: ມາເລເຊຍ, ອິນໂດເນເຊຍ ແລະ ບຣູໄນ. ບຣູໄນ ມີນະຄອນຫລວງ ຊື່ວ່າ ບັນດາ ເຊລີເບກາວັນ (Bandar Seri Begawan), ມີເນື້ອທີ່ທັງໝົດ 5.765 ກິໂລແມັດມົນທົນ, ມີປະຊາກອນ 471.103 ຄົນ
(ໃນປີ 2022); ໃຊ້ພາສາມາລາຢູ ເປັນພາສາ ທາງການ ຖັດມາແມ່ນພາສາອັງກິດ; ໃຊ້ສະກຸນເງິນ ໂດລາບຣູໄນ (Brunei dollar, BND); ປະຊາຊົນສ່ວນໃຫຍ່ ຖືສາສະໜາ ອິສລາມ(67%), ສາສະໜາພຸດ (13%), ສາສະໜາຄຣິສ (10%) ແລະ ສາສະໜາຮິນດູ.
- ປະມຸກລັດ ຊຸນຕານ : Hassanal Bolkiah

ທີ່ມາ: https://th.tripadvisor.com/Attraction_Review-g293938-d317479-Reviews-Omar_Ali_Saifuddien_Mosque_Brunei-Bandar_Seri_Begawan_Brunei_Muara_District.html
ບຣູໄນ ເປັນລະບົບ ເສດຖະກິດ ແບບຕະຫລາດເສລີ ພາຍໃຕ້ການດູແລ ຂອງລັດແລະເປັນປະເທດທີ່ຮັ່ງມີ ໄປດ້ວຍນ້ຳມັນ ແລະ ແກັສທຳມະຊາດ ເປັນລາຍໄດ້ຫລັກ ຂອງ ປະເທດ ຊຶ່ງກວມເອົາ 90% ຂອງການສົ່ງອອກ ທັງໝົດຂອງປະເທດ. ໂດຍມີລວມຍອດຜະລິດຕະພັນ ພາຍໃນປະເທດ(ຈີດີພີ) 16,6 ຕື້ໂດລາ ສະຫະລັດ (ໃນປີ 2022); ໂດຍສະເລ່ຍຕໍ່
ຫົວຄົນ 37.667 ໂດລາສະຫະລັດ ຕໍ່ປີ; ອັດຕາການເຕີບໂຕ ດ້ານເສດຖະກິດ 1,2% ຕໍ່ປີ. ສ່ວນ ຊັບພະຍາ ກອນ ທີ່ສຳຄັນແມ່ນ ນໍ້າມັນດີບ ແລະ ແກັດທຳມະຊາດ; ອຸດສາຫະກຳຫລັກ: ນໍ້າມັນ, ອາຫານ ແລະ ເສື້ອຜ້າ. ສິນຄ້າທີ່ສົ່ງອອກສຳຄັນ ເຊັ່ນ: ນໍ້າມັນດີບ ແລະ ແກັດທຳມະຊາດ; ສ່ວນສິນຄ້າທີ່ນຳເຂົ້າແມ່ນ: ເຄື່ອງຈັກອຸດສາຫະກຳ, ຍານພາຫະນະ, ເຄື່ອງໃຊ້
ໄຟຟ້າ, ສິນຄ້າກະສິກຳ(ເຂົ້າ ແລະ ໝາກໄມ້); ສ່ວນຕະຫລາດ ຄູ່ການຄ້າທີ່ສຳຄັນ: ຍີ່ປຸ່ນ, ອາຊຽນ, ສ.ເກົາຫລີ, ອົດສະຕຣາລີ, ອິນເດຍ, ສະຫະພາບເອີຣົບ, ສ.ອາເມລິກາ ແລະ ຈີນ ຕາມລຳດັບ.
ນອກນີ້ ຍັງມີສະຖານທີ່ ທ່ອງທ່ຽວທີ່ເປັນ ເອກະລັກ ກ່ຽວກັບ ສະຖາປັດຕະຍະກຳ ທີ່ມີ ການກໍ່ສ້າງແລະຕົບແຕ່ງ ຢ່າງສວຍງາມ ເປັນຕົ້ນ: ມັສະຍິດຄຳ ແລະ ພະຣາຊະວັງ ລ້ວນແຕ່ປະດັບໄປດ້ວຍຄຳແທ້ ແລະ ເພັດພອຍຢ່າງ ສວຍງາມລ້ຳຄ່າ. ພ້ອມທັງມີ ທຳມະຊາດ ທີ່ສວຍງາມເປັນຕົ້ນ: ຊາຍຫາດຕ່າງໆ ທີ່ຕິດກັບ ທະເລຈີນໃຕ້, ອຸທະຍານແຫ່ງຊາດ,
ສວນສະນຸກ, ອະນຸສາວະລີ ນ້ຳມັນແລະແຫ່ງອຶ່ນໆອີກດ້ວຍ.
ປະເທດ ກຳປູເຈຍ
(Cambodia)

ປະເທດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ມີນະຄອນຫລວງຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບລາວແລະໄທ;
ທິດຕາເວັນອອກ ຕິດກັບຫວຽດນາມ, ໂດຍລວມແລ້ວ ກຳປູເຈຍ ມີຊາຍແດນຕິດກັບ ປະເທດເພື່ອນບ້ານ ມີໄລຍະທາງ2.572 ກິໂລແມັດແລະ ມີເນື້ອທີ່ ປະມານ 181.035 ກິໂລແມັດມົນທົນ ສ່ວນໃຫຍ່ ເປັນພື້ນທີ່ຕໍ່າ ນໍ້າຖ້ວມເຖິງ; ປະຊາກອນ 16,59ລ້ານຄົນ (ປີ2021); ປະຊາຊົນ ສ່ວນ
ໃຫຍ່ ນັບຖືສາສະໜາພຸດ 96,9%; ໃຊ້ພາສາ ກຳປູເຈຍ ເປັນພາສາທາງການ; ຫົວໜ່ວຍ ສະກຸນເງິນ ແມ່ນຣຽວ(Riel). ສ່ວນວັນຊາດ ວັນທີ 9.11.1953.
- ປະມຸກລັດ ນາຍົກລັດຖະມົນຕີ: ທ່ານ Hun Sen

ທີ່ມາ:https://th.tripadvisor.com/Attraction_Review-g293938-d317479-Reviews-Omar_Ali_Saifuddien_Mosque_Brunei-Bandar_Seri_Begawan_Brunei_Muara_District.html
ກຳປູເຈຍ ເປັນປະເທດໜຶ່ງ ທີ່ເສດຖະກິດ ຈະເລີນເຕີບໂຕ ຢ່າງວ່ອງໄວທີ່ສຸດ ຂອງໂລກ ໂດຍຂັບເຄື່ອນຈາກ ຂະແໜງອຸດສາຫະກຳ, ການບໍລິການ ແລະກະສິກຳ, ປັດຈຸບັນ ກຳປູເຈຍ ເນັ້ນການພັດ ທະນາ ພື້ນຖານໂຄງລ່າງ ເພື່ອສົ່ງເສີມ ການຂະ ຫຍາຍຕົວ ຂອງ ເສດຖະກິດ ພາຍໃນປະເທດ ແລະ ຮອງຮັບການເຊື່ອມໂຍງ ເສັ້ນທາງຄົມມະນາຄົມ ກັບ ປະເທດເພື່ອນບ້ານ ໃຫ້ຫລາຍຂື້ນ ເພື່ອສ້າງລາຍໄດ້ໃຫ້ແກ່ປະເທດ, ຊຶ່ງເຮັດໃຫ້ ລວມຍອດຜະລິດຕະພັນພາຍໃນ(GDP) ລວມມີ 28,54 ຕື້ໂດລາ ສະຫະລັດ (ໃນປີ 2022); ລາຍໄດ້ສະເລ່ຍ
ຕໍ່ຫົວຄົນ1.785 ກວ່າໂດລາສະຫະລັດ ຕໍ່ປີ; ອັດຕາການເຕີບໂຕ ດ້ານເສດຖະກິດ ສະເລ່ຍແມ່ນ 3% ຕໍ່ປີ. ມູນຄ່າ ການສົ່ງອອກສິນຄ້າແມ່ນ 11.010 ລ້ານໂດລາ ສະຫະລັດ (ໃນປີ 2021); ໃນນັ້ນ ສິນຄ້າ ການສົ່ງອອກແມ່ນ ເສື້ອຜ້າສຳເລັດຮູບ, ຢາງພາລາ, ເຄື່ອງໃຊ້ໄຟຟ້າ, ເຂົ້າ
ແລະສິນຄ້າ ການປະມົງ. ສ່ວນມູນຄ່າການນຳເຂົ້າ 14.600 ລ້ານໂດລາ ສະຫະລັດ, ໃນນັ້ນ ສິນຄ້າການນຳເຂົ້າ ແມ່ນວັດຖຸກໍ່ສ້າງ, ວັດຖຸດີບ ສຳລັບ ການຜະລິດ ນ້ຳມັນເຊື້ອໄຟ ແລະ ຢາປິ່ນປົວພະຍາດ ຫລື ຢາສູບ ແລະ ເຄື່ອງດື່ມ ແອລກໍຮໍ. ສຳລັບ ຄູ່ການຄ້າທີ່ສຳຄັນ ເຊັ່ນ: ຈີນ, ສະຫະພາບ ເອີຣົບ, ໄທ, ສ.ອາເມລິກາ, ຫວຽດນາມ, ສ.ເກົາຫລີ ແລະ ຍີ່ປຸ່ນ ຕາມລຳດັບ. ນອກນີ້ ຍັງມີ ສະຖານທີ່ທ່ອງທ່ຽວ ສວຍງາມຫລາຍແຫ່ງ ເປັນຕົ້ນ ນະຄອນຫລວງພະນົມເປັນຄື: ພະລາສະວັງ; ນະຄອນວັດ ເປັນ1 ໃນ 7 ສິ່ງມະຫັດສະຈັນ ຂື້ນທະບຽນເປັນ
ມໍລະດົກໂລກໃຫຍ່ສຸດມີຂະໜາດ 200.000 ກິໂລຕາແມັດ, ສູງ 60 ແມັດ; ປະສາດພະວິຫານ ແລະ ແຫລ່ງບູຮານຄະດີ ສົມບູນໄພຄຸກ ແລະ ອື່ນໆ.
ສາທາລະນະລັດ ອິນໂດເນເຊຍ
(Republic of Indonesia)

ປະເທດ ອິນໂດເນເຊຍ (Indonesia) ຫລື ຊື່ ທາງການຄື ສາທາລະນະລັດ ອິນໂດເນເຊຍ (Republik Indonesia) ຄົບຮອບ74 ປີ (ວັນທີ 17.8.1945-17.8.2019), ອິນໂດເນເຊຍ ຕັ້ງຢູ່ລະຫວ່າງ ແຫລມມະຫາສະໝຸດ ອິນໂດຈີນ ກັບ ທະວີບ ອົດສະຕຣາລີ ແລະ ລະຫວ່າງ ມະຫາສະໝຸດປາຊີຟິກອິນເດຍ ກັບ ມະຫາສະໝຸດປາຊີຟິກ ມີຊາຍແດນ ທິດເໜືອຕິດກັບ ທະເລຈີນໃຕ້ ແລະ ມະຫາສະໝຸດປາຊີຟິກ, ທິດຕາເວັນຕົກສ່ຽງໃຕ້ ຕິດກັບ ມະຫາສະໝຸດອິນເດຍ, ທິດຕາເວັນອອກ ຕິດກັບ ຕີມໍເລສເຕແລະປາປົວນີວກີນີ, ທິດໃຕ້ຕິດກັບ ທະເລຕີມໍ. ປະເທດນີ້ ປະກອບດ້ວຍໝູ່ເກາະໃຫຍ່ທີ່ສຸດ ໃນໂລກ. ມີນະຄອນຫລວງຊື່ວ່າ ຈາກາຕາ, ມີເນື້ອທີ່ປະມານ 5.193.250 ກິໂລແມັດມົນທົນ, ກວມເອົາປະຊາກອນ 260.580.739 ຄົນ (ໃນປີ 2017), ໃຊ້ພາສາ ອິນໂດເນເຊຍ ເປັນທາງການ, ສະກຸນເງິນ ຣູເປຍ, ປະຊາຊົນສ່ວນໃຫຍ່ ນັບຖືສາສະໜາ ອິສລາມ.
- ປະມຸກລັດ ປະທານາທິບໍດີ: Joko Widodo

ທີ່ມາ: https://www.wanderlust.co.uk/destinations/indonesia/
ອິນໂດເນເຊຍ ອຸດົມສົມບູນໄປດ້ວຍ ຊັບພະຍາກອນທຳມະຊາດຕ່າງໆເຊັ່ນ: ນ້ຳມັນ ປິໂຕລຽມ,ແກັສທຳມະຊາດ, ຖ່ານຫີນ, ຄໍາ, ທອງ, ເງິນ, ແຮ່ເຫລັກ. ນອກນີ້ ຍັງມີຊັບພະຍາກອນປ່າໄມ້ເຖິງ 59%ຂອງພື້ນທີ່ທັງໝົດ ແລະຂົງເຂດກະສິກຳມີການປູກພືດ ຊະນິດຕ່າງໆ. ລວມຍອດຜະລິດຕະພັນ ພາຍໃນປະເທດ ( GDP ) 1.318,81 ຕື້ໂດລາສະຫະລັດ ( ໃນປີ 2022), ສະເລ່ຍຕໍ່ຫົວຄົນ 4.798 ໂດລາສະຫະລັດຕໍ່ປີ, ອັດຕາການເຕີບໂຕ ທາງດ້ານເສດຖະກິດ 5,2% ຕໍ່ປີ. ສິນຄ້າທີ່ສົ່ງອອກມີ: ຖ່ານຫີນ, ແກັສທຳມະຊາດ, ນ້ຳມັນປາມ, ຢາງພາລາ ແລະ ແຮ່ທາດ; ສິນຄ້າທີ່ນຳເຂົ້າຄື: ນ້ຳມັນ ສຳເລັດຮູບ, ນ້ຳມັນດີບ, ອຸປະກອນ ຄອມພີວເຕີ ແລະ ອຶ່ນໆ. ສ່ວນປະເທດ ຄູ່ຮ່ວມມື ການຄ້າ ທີ່ສຳຄັນເຊັ່ນ: ຍີ່ປຸ່ນ, ຈີນ, ສິງກໂປ, ສ.ອາເມລິກາ, ອິນເດຍ, ໄທ, ມາເລເຊຍ ແລະ ສ.ເກົາຫລີ ຕາມລຳດັບ. ນອກນີ້ ຍັງມີສະຖານທີ່ ທ່ອງທ່ຽວທີ່ສຳຄັນ ຫລາຍແຫ່ງເປັນຕົ້ນ: ເກາະບາຫລີ (Bali); ວັດບຸໂຣພຸໂຖ (Borobudur); ອຸທະຍານ ແຫ່ງຊາດ ໂຄໂມໂດ (Komodonationalpark); ພູໄຟໂບຣໂມ (Mount Bromo); ທະເລສາບໂທບາ (Lake Toba) ແລະ ແຫ່ງອຶ່ນໆ./.
ປະເທດສະຫະພັນລັດ ມາເລເຊຍ
(Federation of Maysia)

ປະເທດ ສະຫະພັນ ລັດມາເລເຊຍ (Federation of Malaysia) ຫລື ເອີ້ນວ່າ ມາເລເຊຍ(Malaysia) ຄົບຮອບ 46 ປີ ( 31/8/1975 - 31/82021 ) ມີນະຄອນຫລວງ ຊື່ວ່າ: ກົວລາລຳເປີ(Kualalampur), ມາເລເຊຍ ຕັ້ງຢູ່ໃນເຂດເສັ້ນສູນສູດ ປະກອບດ້ວຍ ດິນແດນສອງສ່ວນ ໂດຍມີ ທະເລຈີນໃຕ້ຂັ້ນ ລະຫວ່າງ ມາເລເຊຍຕາເວັນຕົກ ແລະ ມາເລເຊຍຕາເວັນອອກ, ມີເນື້ອທີ່ລວມ 329.847 ກິໂລແມັດມົນທົນ ມີຂະໜາດໃຫຍ່ ເປັນອັນດັບ 5 ຂອງ ປະເທດສະມາຊິກ ອາຊຽນ, ກວມເອົາປະຊາກອນ 31,95 ລ້ານກວ່າຄົນ (ໃນປີ 2019), ມີຊາຍແດນທິດເໜືອ ຕິດກັບ ໄທ; ທິດໃຕ້ ຕິດກັບ ສິງກະໂປ; ທິດຕາເວັນອອກສ່ຽງເໜືອ ຕິດກັບ ຟີລິບປິນ ແລະ ທິດຕາເວັນຕົກ ຕິດກັບ ຊ່ອງແຄບມະລາກາ ແລະ ເກາະສຸມາຕາ ຂອງ
ປະເທດອິນໂດເນເຊຍ. ປະຊາຊົນ ສ່ວນໃຫຍ່ນັບຖືສາສະໜາ ອິສລາມ; ພາສາທາງການ ມາເລເຊຍ; ໃຊ້ສະກຸນເງິນ ຣິງກິດ(Ringgit).
- ປະມຸກລັດ ນາຍົກລັດຖະມົນຕີ: ທ່ານ Ismail Sabri Yaakob

ທີ່ມາ: https://www.hotels.com/go/malaysia/kuala-lumpur
ມາເລເຊຍ ເປັນປະເທດ ອຸດສາຫະກຳໃໝ່ ທີ່ກ້າວໜ້າແຫ່ງໜຶ່ງ ໃນອາຊີ ຕາເວັນອອກ ສ່ຽງໃຕ້, ໂດຍມີ ລວມຍອດ ຜະລິດຕະພັນ ພາຍໃນປະເທດ( GDP ) 407,92 ຕື້ໂດລາ ສະຫະລັດ ( ໃນປີ 2022 ) , ອັດຕາການ ຈະເລີນເຕີບໂຕ 4,5% ຕໍ່ປີ; ລາຍໄດ້ ສະເລ່ຍ ຕໍ່ຫົວຄົນຕໍ່ປີ 12.364 ໂດລາສະ ຫະລັດ; ມູນຄ່າ ການສົ່ງອອກ 19.453 ລ້ານໂດລາສະຫະລັດ ຕໍ່ປີ, ສິນຄ້າປະເທດເຊັ່ນ: ເອເລັກໂຕຣນິກ, ຜະລິດຕະພັນ ປິໂຕຣລຽມ, ຜະລິດຕະພັນ ເຄມີ, ນໍ້າມັນປາມ, ແກັສທຳມະຊາດແຫລວ, ຊິ້ນສ່ວນເຄື່ອງຈັກ, ຜະລິດຕະພັນໂລຫະອື່ນໆ. ມູນຄ່າ ການນໍາເຂົ້າ16.842 ລ້ານໂດລາ ສະຫະລັດຕໍ່ປີ, ສິນຄ້າປະເພດ: ອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ, ເຄື່ອງຈັກອຸດສາຫະກຳ. ສ່ວນປະເທດ ຄູ່ການຄ້າທີ່ສຳຄັນ ໄດ້ແກ່: ຈີນ,
ສິງກະໂປ, ຍີ່ປຸ່ນ, ສ.ອາເມລິກາ, ໄທ, ອິນເດຍ ແລະ ອິນໂດເນເຊຍ. ນອກນີ້ ຍັງມີແຫລ່ງທ່ອງທ່ຽວ ທີ່ ສຳຄັນຫລາຍແຫ່ງຄື: ອາຄານແຝດ ເປໂຕຣນັສ (Petronas Twin Tower) ປະກອບດ້ວຍ 88 ຊັ້ນ ແລະ ມີຄວາມສູງທີ່ສຸດ ໃນໂລກ ເຖິງ 452 ແມັດ; ສະໜາມເມີເດກາ (Merdeka Square), ເປັນທີ່ຕັ້ງຂອງເສົາທຸງ ປະຈຳຊາດສູງທີ່ສຸດ ໃນໂລກ ແລະ ວັດມຸດສະລິມ ທ່ີມີການປະດັບຕົບແຕ່ງ ຢ່າງສວຍງາມແລະ ອື່ນໆ./.
ສາທາລະນະລັດ ແຫ່ງສະຫະພາບມຽນມາ
(Republic of The Union of Myanmar)

ປະເທດມຽນມາ (Myanmar) ຫລື ຊື່ ທາງການວ່າ: ສາທາລະນະລັດ ແຫ່ງສະຫະພາບ ມຽນມາ(Republ Ic of the Union of Myanmar) ມີ ນະຄອນຫລວງ ຊື່ວ່າ:ເນປີດໍ(NyaPyiDaw) ມີເນື້ອທີ່ທັງໝົດ 676.578 ກິໂລແມັດມົນທົນ, ໃຫຍ່ເປັນ ອັນດັບ 2 ຂອງອາຊີ ຕາເວັນອອກສ່ຽງໃຕ້ ກວມເອົາປະຊາກອນ 54 ລ້ານກວ່າຄົນ ( ໃນປີ 2020 ), ໃຊ້ພາສາ ມຽນມາ ເປັນພາສາທາງການ, ປະຊາຊົນສ່ວນໃຫຍ່ ຖືສາສະໜາພຸດ ກວມເອົາ 92,3%, ນຳໃຊ້ສະກຸນເງິນຈ໊າດ ( Kyat ). ມຽນມາເປັນລັດເອກະລາດໃນອາຊີ ຕາເວັນອອກສ່ຽງໃຕ້ ມີຊາຍແດນ ອິນເດຍ; ບັງກລາເທດ; ຈີນ; ລາວ ແລະ ໄທ. ມຽນມາ ເປັນປະເທດ ທີ່ໃຫຍ່ອັນດັບ 2 ໃນອາຊີຕາເວັນອອກສຽງໃຕ້. ສ່ວນວັນຊາດ ແມ່ນວັນທີ 4 ມັງກອນ.
- ປະມຸກລັດ: ທ່ານ Min Aung Hlaing, State Counselor

ທີ່ມາ: https://www.britannica.com/place/Myanmar
ມຽນມາ ຍັງມີຄວາມ ອຸດົມສົມບູນໄປດ້ວຍ ຊັບພະຍາກອນ ທຳມະຊາດ ເປັນຕົ້ນ: ຢົກ, ນ້ຳມັນ-ອາຍແກັສ ແລະ ແຮ່ທາດ; ຊຶ່ງຍັງມີອຸດສາຫະກຳ ໄດ້ແກ່ ສິນຄ້າກະສິກຳ ຕໍ່າແຜ່ນ, ຜະລິດຕະພັນ ຈາກໄມ້, ວັດຖຸກໍ່ສ້າງອື່ນໆ. ໂດຍລວມຍອດຜະລິດ ຕະພັນພາຍໃນປະເທດ (GDP) 56,76 ຕື້ໂດລາສະຫະລັດ(ໃນປີ 2022); ອັດຕາສະເລ່ຍ ຕໍ່ຫົວຄົນແມ່ນ 1.053 ໂດລາສະຫະລັດຕໍ່ປີ ແລະ ອັດຕາການຈະເລີນ ເຕີບໂຕທາງເສດ ຖະກິດແມ່ນ -10%ຕໍ່ປີ ( ໃນປີ 2020 ). ນອກນີ້ ຍັງມີ ແຫລ່ງທ່ອງທ່ຽວ ທີ່ມີ ຊື່ສຽງທີ່ສຸດ ເປັນຄວາມໄຝ່ຝັນ ຂອງຊາວພຸດ ທີ່ຈະໄດ້ໄປກາບໄຫວ້ ເຊັ່ນ: ມະຫາເຈດີ ສະເວດາກອງ ( ນະຄອນຢາງກຸ້ງ ), ເຈດີສະເວຊີກອງ ( ເມືອງພຸກາມ ), ເຈດີສະເວມໍດໍຣ ( ເມືອງຫົງສາວະດີ ) ແລະ ສະຖານທີ່ທ່ອງທ່ຽວ ທາງທຳມະຊາດອື່ນໆ ອີກດ້ວຍ ທີ່ສ້າງລາຍໄດ້ ໃຫ້ແກ່ ປະເທດມຽນມາ.
ສາທາລະນະລັດ ຟີລິບປິນ
(Republic of the Philippines)

ປະເທດ ສາທາລະນະລັດ ຟີລິບປິນ (Republic of the Philippines), ມີນະຄອນຫລວງ ຊື່ວ່າ ມານີລາ (Manila) ເປັນປະເທດ ປະກອບດ້ວຍເກາະ ຈຳນວນ 7.641 ແຫ່ງ, ຕັ້ງຢູ່ມະຫາສະໝຸດປາຊີຟິກ ຫ່າງຈາກ ອາຊີ ຕາເວັນອອກສ່ຽງໃຕ້ ປະມານ 1.000 ກິໂລແມັດມົນທົນ, ເປັນປະເທດດຽວ ທີ່ມີຊາຍແດນທາງທະເລ ຕິດຕໍ່ກັນ ຍາວທີ່ສຸດໃນໂລກ. ມີເນື້ອທີ່ທັງ ໝົດ 300.000 ກິໂລແມັດມົນທົນ ກວມເອົາ ປະຊາກອນ 109,6 ລ້ານຄົນ (ປີ2020); ໃຊ້ພາສາທາງການ ຟີລິບປິນ ແລະ ອັງກິດ; ປະ ຊາຊົນສ່ວນໃຫຍ່ ນັບຖືສາສະໜາ ຄຣິສນິກາຍ ໂຣມັນຄາທໍລິກ 84% ແລະ ອື່ນໆ; ໃຊ້ສະກຸນເງິນເປໂຊ, ສ່ວນວັນທີ ໄດ້ຮັບເອກະລາດ 12 ມິຖຸນາ ປີ 1898.
- ປະມຸກລັດປະທານາທິບໍດີ : ທ່ານ Ferdinand Marcos Jr.

ທີ່ມາ: https://a-z-animals.com/blog/discover-the-most-populated-cities-in-the-philippines/
ຟີລິບປິນ ມີລະບົບ ເສດຖະກິດ ແບບເສລີ ໂດຍໃຊ້ກົນໄກ ຕະຫລາດ, ເປັນປະເທດ ກະສິກຳ ປະຊາຊົນສ່ວນໃຫຍ່ 60% ປະກອບອາຊີບກະສິກຳ. ໂດຍລວມຍອດ
ຜະລິດຕະພັນພາຍໃນ(GDP) ບັນລຸ 404,261 ຕື້ໂດລາ ສະຫະລັດ (ໃນປີ2022), ອັດຕາສະເລ່ຍຕໍ່ຫົວຄົນ 3.623 ໂດລາສະຫະລັດຕໍ່ປີ, ອັດຕາ ການຈະເລີນເຕີບໂຕ ດ້ານເສດຖະກິດ 6,1% ຕໍ່ປີ. ສິນຄ້າທີ່ສົ່ງອອກ ເຊັ່ນ: ແຝງວົງຈອນໄຟຟ້າ, ຄອມພີວເຕີ, ໄມ້, ແຮ່ທາດ, ອຸປະກອນການແພດ, ຊິ້ນສ່ວນ ຍານພາຫະນະ, ແລະ ໝາກໄມ້; ສ່ວນສິນຄ້າ ທີ່ນຳເຂົ້າ ລວມມີ: ນ້ຳມັນດີບ, ນ້ຳມັນສຳເລັດຮູບ, ແຝງວົງຈອນໄຟຟ້າ, ລົດໃຫຍ່, ເຫລັກ, ອາຫານສັດ ແລະ ອື່ນໆ. ສ່ວນປະເທດ ຄູ່ຮ່ວມມື ການຄ້າທີ່ສຳຄັນ ຄື: ຈີນ, ຍີ່ປຸ່ນ, ສ.ອາເມລິກາ, ສິງກະໂປ, ໄທ, ອິນໂດເນເຊຍ, ສ.ເກົາຫລີຕາມລຳດັບ.
ນອກນີ້ ຍັງມີສະຖານທີ່ທ່ອງທ່ຽວ ຢ່າງຫລວງຫລາຍເຊັ່ນ ຊາຍຫາດ, ທະເລ ແລະ ເກາະແກ້ງນ້ອຍໃຫຍ່ ເປັນຕົ້ນ ຢູ່ນະຄອນຫລວງ ມານີລາ ເປັນຈຸດທ່ອງທ່ຽວ ທາງດ້ານປະຫວັດສາດ ແລະແຫ່ງອື່ນໆ, ຊຶ່ງສາມາດດຶງດູດນັກທ່ອງທ່ຽວຈາກພາຍໃນແລະຕ່າງປະເທດຢ່າງຫລວງຫລາຍ ໃນແຕ່ລະປີ. /.
ສາທາລະນະລັດ ສິງກະໂປ
(Republic of Singapore)

ປະເທດ ສາທາລະນະລັດສິງກະໂປ (Republic of Singapore) ຫລື ເອີ້ນວ່າ: ສິງກະໂປ (Singapore) ມີຄອນຫລວງ ຊື່ວ່າ: ສິງກະໂປ, ຕັ້ງຢູ່ພາກພື້ນ ອາຊີຕາເວັນອອສຽງໃຕ້ ບໍລິເວນປາຍສຸດຂອງແຫລມ ມາລາຢູ ຢູ່ຫ່າງຈາກເສັ້ນສູນສູດ ໄປທາງທິດເໜືອ 137 ກິໂລແມັດ, ມີເນື້ອທີ່ 725,7 ກີໂລແມັດມົນທົນ, ຊຶ່ງ ລັດຖະບານ ມີແຜນຈະຂະຫຍາຍພື້ນທີເປັນ 766 ກິໂລຕາແມັດ ພາຍໃນປີ 2030. ມີອານາເຂດ ທິດເໜືອຕິດກັບ ຊອງແຄບຍະໂຮຣ; ທິດຕາເວັນອອກຕິດກັບ ທະເລຈີນໃຕ້; ທິດໃຕ້ຕິດກັບ ຊອງແຄບມາລາກາ; ທິດຕາເວັນຕົກ ຊອງແຄບຍະໂຮຣ; ພູມປະເທດ ປະກອບດ້ວຍ ເກາະໃຫຍ່ 1 ເກາະ ແລະ ເກາະນ້ອຍອີກ 62 ເກາະ. ມີປະຊາກອນ 5,69 ລ້ານຄົນ (ໃນປີ 2020); ນັບຖືສາສະໜາ: ພຸດນິກາຍ ມະຫາຍານ 42,5%
ແລະ ສາສະໜາອື່ນໆ; ໃຊ້ພາສາທາງການຄື: ມາເລ, ອັງກິດ, ຈີນກາງ ແລະ ທິມ, ພາສາມາເລ ເປັນພາສາປະຈຳຊາດ; ໃຊ້ສະກຸນເງິນ ໂດລາສິງກະໂປ. ສ່ວນວັນ ສ່ວນວັນທີໄດ້ຮັບເອກະລາດ ວັນທີ 9 ສິງຫາ 1965. ປະມຸກລັດນາຍົກລັດຖະມົນຕີ: Lee Hsien Loong

ທີ່ມາ: https://www.travelingajadulu.com/asia/panduan-wisata-singapore/
ເສດຖະກິດ ສິງກະໂປ ຢູ່ລະຫວ່າງການດຳເນີນ ຍຸດທະສາດ ເສດຖະກິດ (ປີ 2017-2027) ແນ່ໃສ່ ການພັດທະນາ ເສດຖະກິດ ດີຈິຕອນ ແລະ ການໃຊ້ນະວັດຕະກຳ. ໂດຍມີ ການກໍ່ສ້າງ ທຸລະກິດ ການບິນ ການທ່ອງທ່ຽວ, ການບໍລິການຢຸດຈຶ້ງ ຈາກການແພ່ລະບາດ ຂອງ ພະຍາດໂຄວິດ-19. ໂດຍລວມຍອດຜະລິດຕະພັນ ພາຍໃນປະເທດ (GDP) 466,79 ຕື້ໂດລາສະຫະລັດ(ໃນປີ 2022); ລາຍໄດ້ສະເລ່ຍຕໍ່ຫົວຄົນ 82.808 ໂດລາສະຫະລັດຕໍ່ປີ (ປີ 2022); ມູນຄ່າການສົ່ງອອກ 31.577 ລ້ານໂດລາ ສະຫະລັດຕໍ່ປີ; ສິນຄ້າສົ່ງອອກ: ອຸປະກອນ ເອເລັກໂຕຣນິກ; ເຄື່ອງຄອມພີວເຕີ, ໂທລະສັບ, ຜະລິດຕະພັນເຄມີ ແລະ ຜະລິດຕະພັນປິໂຕຣລຽມ; ມູນຄ່າການນໍາເຂົ້າ: 28.782 ລ້ານໂດລາສະຫະລັດຕໍ່ປີ,ສິນຄ້ານໍາເຂົ້າ ລວມມີ
ເຄື່ອງຈັກ ແລະ ອຸປະກອນ, ນໍ້າມັນເຊື້ອໄຟ ແລະ ແຮ່ທາດ ທີ່ເປັນເຊື້ອໄຟ, ຜະລິດຕະພັນເຄມີ ແລະ ສິນຄ້າ ອຸປະໂພກ ບໍລິໂພກ; ສ່ວນປະເທດ ຄູ່ການຄ້າ ທີ່ສຳຄັນ 5 ອັນດັບ ໃນກຸ່ມອາຊຽນ ລວມມີ: ມາເລເຊຍ, ອິນໂດເນເຊຍ, ໄທ, ຫວຽດນາມ ແລະ ຟີລິບປິນ.
ນອກນີ້ ຍັງມີແຫລ່ງທ່ອງທ່ຽວ ທີ່ສວຍງາມອີກຫລາຍແຫ່ງເຊັ່ນ: ຕຶກເຮືອ ມາຣິນ່າເບຍ (Marina Bay Sands) ເປັນໜຶ່ງສັນຍາລັກ ຂອງ ຄວາມຈະເລີນກ້າວໜ້າ ທາງດ້ານສະຖາປັດຕະຍະກຳ ຂອງປະເທດສິງກະໂປ, ເປັນແຫລ່ງລວມ ຂອງ ສິ່ງອຳນວຍຄວາມສະດວກ ຫລວງຫລາຍ;ຮູບປັ້ນສິງໂຕພົ່ນນໍ້າ: ເປັນສັນຍາລັກ ຂອງ ປະເທດສິງກະໂປ ປັດຈຸບັນນີ້ ຕັ້ງຢູ່ທະເລ ອ່າວມາລິນ່າ ເປັນໜຶ່ງໃນຈຸດທ່ອງທ່ຽວ ທີ່ມີຜູ້ຄົນເດີນທາງ ໄປຢ້ຽມຢາມຫລາຍທີ່ສຸດ ຂອງ ປະເທດ ສິງກະໂປ ແລະ ຍັງເປັນຈຸດຊົມການສະແດງ ແສງສີເລເຊີອີກດ້ວຍ; ຂົວເດີນຊົມວີວລອຍຟ້າ ເຮນເດີຣສັນ ເວຟ (Henderson Waves Bridge); ມັສຢຶດສຸລຕ່ານ (Masjid Sultan) ແລະ ອື່ນໆ ທີ່ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.
ຣາຊະອານາຈັກໄທ
(Kingdom of Thailand)

ປະເທດ ລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງ ຊື່ວ່າ: ບາງ ກອກ (Bangkok), ປະເທດໄທ ຕັ້ງຢູ່ແຫລມ ມະຫາສະໝຸດ ອິນດູຈີນ ແລະ ມາລາຢູ ໃນພາກພື້ນ ອາຊີຕາເວັນອອກສຽງໃຕ້, ມີຊາຍແດນ ທິດຕາເວັນອອກ ຕິດກັບ ປະເທດລາວ ແລະ ກຳປູເຈຍ, ທິດໃຕ້ ຕິດກັບມາເລເຊຍ ແລະ ອ່າວໄທ,ທິດຕາເວັນຕົກ ຕິດກັບ
ທະເລ ອັນດາມັນ ແລະ ມຽນມາ, ທິດເໜືອຕິດກັບມຽນມາແລະລາວ. ມີເນື້ອທີ່ທັງໝົດ 513.120 ກິໂລແມັດມົນທົນ, ກວມເອົາ ປະຊາກອນ ປະມານ 69,95 ລ້ານຄົນ (ໃນປີ 2021), ໃຊ້ພາສາທາງການ ຄື: ພາສາໄທ, ປະຊາຊົນ ສ່ວນໃຫຍ່ 90% ຖືສາສະໜາພຸດ; ໃຊ້ສະກຸນເງິນບາດ (THB). ສ່ວນວັນຊາດແມ່ນ 5 ເດືອນທັນວາ.
- ປະມຸກລັດນາຍົກລັດຖະມົນຕີ : ທ່ານ Prayut Chan-o-cha

ທີ່ມາ: https://www.hotels.com/go/thailand
ໄທ ມີເສດຖະກິດແບບປະສົມ, ເປັນປະເທດອຸດສາຫະກຳໃໝ່ ໂດຍມີ ລາຍໄດ້ຫລັກ ຈາກອຸດສາ ຫະກຳການສົ່ງອອກສິນຄ້າ, ການທ່ອງທ່ຽວ, ການບໍ ລິການ ແລະ ອື່ນໆ ລວມຍອດຜະລິດຕະພັນ ພາຍໃນປະເທດ (GDP) ບັນລຸ 536,16 ຕື້ໂດລາສະຫະລັດ (ໃນປີ2022); ລາຍໄດ້
ສະເລ່ຍຕໍ່ຫົວຄົນ 7.651 ກວ່າໂດລາສະຫະລັດຕໍ່ປີ; ອັດຕາ ການຂະຫຍາຍຕົວ ດ້ານເສດຖະກິດ 1,6% ຕໍ່ປີ. ສິນຄ້າທ່ີສົ່ງອອກສຳຄັນເຊັ່ນ: ເຄື່ອງຄອມພີວເຕີ, ອຸປະກອນ, ອາຫານ,ສິນຄ້າອຸດສາ ຫະກຳ ແລະ ອື່ນໆ; ສິນຄ້າທີ່ນຳເຂົ້າຄື: ນ້ຳມັນ ແລະ ເຊື້ອໄຟ, ເຄື່ອງກົນຈັກ,ຜະລິດ
ຕະພັນ ເຄມີ. ສ່ວນປະເທດຄູ່ຮ່ວມມື ການຄ້າທີ່ສຳຄັນ ເປັນຕົ້ນ: ສ.ອາເມລິກາ, ຍີ່ປຸ່ນ, ເອີຣົບ, ຈີນ, ສິງກະໂປ ຕາມລຳດັບ. ນອກນີ້ ຍັງມີຄວາມສວຍງາມ ດ້ານທຳມະຊາດ ແລະ ແຫລ່ງທ່ອງທ່ຽວຕ່າງໆ ເຊັ່ນ: ພັດທະຍາ, ພູເກັດ, ກຸງເທບ ມະຫານະຄອນ (ບາງກອກ), ຊຽງໃໝ່,
ເພັດ ສະບູນ ແລະ ແຫ່ງອື່ນໆ ສາມາດດຶງດູດ ເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໄດ້ ຈຳນວນຫລວງຫລາຍ ໃນແຕ່ລະປີ.
ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
(Socialist Republic of Vietnam)

ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ຫວຽດນາມ ເປັນປະເທດ ໃນອາຊີຕາເວັນອອກສ່ຽງໃຕ້ ຕັ້ງຢູ່ທາງຕາເວັນອອກສຸດ ຂອງ ແຫລມອິນດູຈີນ, ມີຊາຍແດນທິດເໜືອຕິດກັບປະເທດຈີນ, ທິດຕາເວັນຕົກຕິດກັບ ສປປລາວ, ທິດຕາເວັນຕົກສຽງໃຕ້ຕິດກັບ ກຳປູເຈຍ, ທິດຕາເວັນອອກຕິດກັບ ທະເລຈີນໃຕ້ ແລະ ອ່າວ ທອນກິນ (Tonkin) ແລະ
ທິດໃຕ້ຕິດກັບອ່າວໄທ. ມີນະຄອນຫລວງ ຊື່ວ່າ ຮ່າໂນ້ຍ; ມີເນື້ອທີ່ທັງໝົດ 331.690 ກິໂລແມັດມົນທົນ ກວມເອົາ ປະຊາກອນ 96.46 ລ້ານຄົນ (ໃນປີ2019); ໃຊ້ພາສາ ຫວຽດນາມ ເປັນພາສາທາງການ, ໃຊ້ສະກຸນເງິນດົ່ງ(VND), ປະຊາຊົນ ສ່ວນໃຫຍ່ນັບຖືສາສະໜາພຸດ ກວມເອົາ 9,3%.
- ປະມຸກລັດນາຍົກລັດຖະມົນຕີ : ທ່ານ Phạm Minh Chính

ທີ່ມາ: https://www.business.hsbc.com/business-guides/vietnam
ຫວຽດນາມ ກາຍເປັນປະເທດໜຶ່ງທີ່ມີຄວາມຈະເລີນເຕີບໃຫຍ່ ທາງດ້ານ ເສດຖະກິດ ຢ່າງວອງໄວ ແລະ ທັງເປັນປະເທດ ທີ່ມີ ຄວາມຫລາກຫລາຍທາງຊີວະພາບສູງ ເຕັມໄປດ້ວຍ ຊັບພະຍາກອນທຳມະຊາດທີ່ສຳຄັນ ຢ່າງຫລວງຫລາຍ ທີ່ສ້າງລາຍຮັບໃຫ້ກັບປະເທດ. ໂດຍ ເສດຖະກິດປະເທດ ໃນປີ 2020 ຍັງຄົງເຕີບໂຕ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ເຕີບໂຕເຖິງ 2,91% ຈາກປັດໄຈຫລັກຄື: ຂະແໜງການ ສົ່ງອອກ ແລະ ຂົງເຂດ ການຜະລິດ ທີ່ເປັນຫລັກຂອງຫວຽດນາມ, ສ່ວນຕົວເລກ ການສົ່ງອອກໃນປີນີ້ ຂອງປີນີ້ ເຕີບໂຕ 6,5%; ຕົວເລກ ການນຳເຂົ້າ ສິນຄ້າເຕີບໂຕ 3,6% ແລະ ຫວຽດນາມ ໄດ້ດຸນການຄ້າ ໃນປີນີ້ ທັງໝົດ19.100 ລ້ານໂດລາ ສະຫະລັດ. ພ້ອມທັງ ຄາດການວ່າ GDPປີ 2021
ຈະເຕີບໂຕເຖິງ 6,5%. ສ່ວນສິນຄ້າ ທີ່ສົ່ງອອກ: ໂທລະສັບ ແລະ ອຸປະກອນ, ເກີບ, ເສື້ອຜ້າ, ເຄື່ອງກົນຈັກ, ອຸປະກອນການແພດ; ສິນຄ້າທີ່ນຳເຂົ້າ ລວມມີ: ເອເລັກໂຕຣນິກ, ເຄື່ອງກົນຈັກ (ຄອມພີວເຕີ), ເຊື້ອໄຟທຳມະຊາດ ແລະ ອຶ່ນໆ. ສ່ວນປະເທດ ຄູ່ການຄ້າທີ່ສຳຄັນມີ: ຈີນ, ສ.ເກົາຫລີ, ອາຊຽນ, ສ.ອາເມລິກ, ສະຫະພາບເອີຣົບ, ຍີ່ປຸ່ນ. ໃນປີ 2022 ລວມຍອດ
ຜະລິດຕະພັນພາຍໃນປະເທດ (GDP) ສູງເຖິງ 406,452 ຕື້ໂດລາສະຫະລັດ, ສະເລ່ຍຕໍ່ຫົວຄົນ 4.087 ໂດລາສະຫະລັດ.
ຫວຽດນາມ ຍັງໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຍ້ອນຄວາມສວຍງາມ ທາງທຳມະຊາດ ແລະ ສະຖານທີ່ທາງປະຫວັດສາດ ຫລາຍແຫ່ງ ແຕ່ເໜືອຕະຫລອດໃຕ້ເປັນຕົ້ນ ຢູ່ ນະຄອນຫລວງຮ່າໂນ້ຍ ໂດຍສະເພາະ ສຸສານປະທານໂຮ່ຈີມິງ, ພິພິດທະພັນ ໂຮ່ຈີມິງ ແລະ ຍັງມີອ່າວຮ່າລອງ, ສະປາອື່ນໆ, ນອກນີ້ ຍັງມີເມືອງເຮ້ວ;
ເມືອງດາ ນັງ; ເມືອງໂຮຍອານ; ເມືອງຍາຈາງ; ເມືອງດາລາດ ແລະນະຄອນໂຮ່ຈີມິງອື່ນໆອີກ./
----------------------------------------------------

PDF
KPL