5 ເດືອນຕົ້ນປີ ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ ຂົນສົ່ງສິນຄ້າໄດ້ 1,7 ລ້ານ​ກວ່າໂຕນ

07/06/2023 17:25
Email Print 18534
ຂປລ ຂປລ. ໃນໄລຍະ 5 ເດືອນຕົ້ນປີ 2023 ນີ້, ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ ສາມາດດຳເນີນການຂົນສົ່ງສິນຄ້າຜ່ານທາງລົດໄຟ ໄດ້ທັງໝົດ 1.741.590 ໂຕນ. ໃນນີ້, ຂົນສົ່ງສິນຄ້າໄປ ສປ ຈີນ ໄດ້ 1.580.680 ໂຕນ,

 

ຂປລ. ໃນໄລຍະ 5 ເດືອນຕົ້ນປີ 2023 ນີ້, ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ ສາມາດດຳເນີນການຂົນສົ່ງສິນຄ້າຜ່ານທາງລົດໄຟ ໄດ້ທັງໝົດ 1.741.590 ໂຕນ. ໃນນີ້, ຂົນສົ່ງສິນຄ້າໄປ ສປ ຈີນ ໄດ້ 1.580.680 ໂຕນ, ຂົນສົ່ງສິນຄ້າຈາກຈີນມາລາວ 160.910 ໂຕນ, ​ເຊິ່ງ ສິນຄ້າສົ່ງອອກປະກອບມີ: ຢາງພາລາ, ແຮ່ເຫລັກ, ແຮ່ສັງກະສີ, ຫີນສົ້ມ, ໝາກໄມ້, ແປ້ງມັນຕົ້ນ, ເຂົ້າບາເລ. ສ່ວນສິນຄ້ານຳເຂົ້າ ມີ: ເຄື່ອງໃຊ້ໄຟຟ້າ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຫົ່ມ, ອຸປະກອນລົດຈັກ, ລົດໃຫຍ່ ແລະ ອື່ນໆ.

ທ່ານ ໂອເລ້ ສີພານິດ ຫົວໜ້າໜ່ວຍງານຂົນສົ່ງສິນຄ້າ ​ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນ ໃນວັນທີ 5 ມິຖຸນາ 2023 ຜ່ານມານີ້ວ່າ: ນັບແຕ່ເລີ່ມເປີດທາງ​ລົດ​ໄຟ​ລາວ-ຈີນ ເປັນຕົ້ນມາ, ຮອດວັນທີ 5 ມິຖຸນາ 2023, ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ ສາມາດດຳເນີນການຂົນສົ່ງສິນຄ້າໄດ້ທັງໝົດ 4.097.300 ໂຕນ. ໃນນັ້ນ, ຂົນສົ່ງສິນຄ້າຈາກ ສປປ ລາວໄປ ສປ ຈີນໄດ້ປະມານ 3.450.000 ກວ່າໂຕນ, ຂົນສົ່ງສິນຄ້າຈາກຈີນມາລາວ 650.900 ກວ່າໂຕນ, ໃນນັ້ນ, ປະກອບມີຢາງພາລາ, ແຮ່ເຫລັກ, ເຂົ້າ, ຖ່ານ, ແປ້ງມັນຕົ້ນ,ແຮ່ສັງກະສີ, ແຮ່ເຫລັກ,  ເຄື່ອງໃຊ້ປະຈໍາວັນ, ເຂົ້າບາເລ,ໝາກໄມ້ ແລະ ອື່ນໆ, ນອກນັ້ນ, ສິນຄ້າທີ່ນຳເຂົ້າຈາກ ສປ ຈີນບາງສ່ວນແມ່ນຍັງສົ່ງອອກໄປຫວຽດນາມ,ໄທ,ກຳປູເຈຍ,​ມຽນມາ ແລະ ໝາກໄມ້ບາງຊະນິດແມ່ນຂົນສົ່ງຈາກໄທຜ່ານລາວໄປຈີນໂດຍນຳໃຊ້ທາງລົດໄຟ ລາວ-ຈີນ. ສະເພາະການສົ່ງອອກແປ້ງມັນຕົ້ນ ແມ່ນສາມາດຂົນ ສົ່ງໄດ້ ປະມານ 1.52.084 ໂຕນ, ໃນຂະນະທີ່ປີ 2022 ຜ່ານມາ, ສາມາດຂົນສົ່ງໄດ້ 87.727 ໂຕນ ​ແລະ ​ໄລຍະ 5 ເດືອນຕົ້ນປີ 2023, ສາມາດຂົນສົ່ງສິນຄ້າ ໄດ້ທັງໝົດ 1.741.590 ໂຕນ.

ທ່ານ ໂອເລ້ ສີພານິດ ຍັງ​ໃຫ້​ຮູ້​ອີກວ່າ: ເພື່ອເຮັດໃຫ້ສິນຄ້າປະເພດຕ່າງໆ ທີ່ມາຮອດສະຖານີມີຄວາມປອດໄພ, ທາງສະຖານີ ໄດ້ມີທີມງານກວດສອບ ຕູ້ສິນຄ້າແຕ່ລະປະເພດ ທີ່ມາຮອດສະຖາ ນີ ຜ່ານຂະບວນການ ແລະ ຂັ້ນຕອນ ຕ່າງໆທີ່ທັນສະໄໝ, ວ່ອງໄວ ເພື່ອຮັບປະກັນ ໃຫ້ສິນຄ້າ ມີຄວາມປອດໄພ ແລະ ຮອດຈຸດໝາຍປາຍທາງຢ່າງວ່ອງໄວ, ເຊິ່ງສິນຄ້າ ທີ່ໄດ້ດຳເນີນການຂົນສົ່ງ ສະເລ່ຍ 3 ຖ້ຽວຕໍ່ມື້.

ຂ່າວ: ທະນູທອງ

ພາບ: ເກດສະໜາ

 

KPL

ຂ່າວອື່ນໆ

ads
ads

Top