ໂຮງໝໍມິດຕະພາບ ມີຄວາມພ້ອມທຸກດ້ານປິ່ນປົວ-ຜ່າຕັດປູຖ່າຍໝາກໄຂ່ຫລັງ

29/07/2026 10:10
Email Print 204
ຂປລ ໂຮງໝໍມິດຕະພາບ (ໂຮງໝໍ 150 ຕຽງ) ມີຄວາມ ພ້ອມໃນທຸກດ້ານທັງດ້ານທີມແພດ ວິຊາການ, ອຸປະກອນການແພດ, ສະຖານທີ່ ແລະ ລະບົບການດູແລ ຄົນເຈັບໃນການດຳເນີນການຜ່າ ຕັດປູກຖ່າຍໝາກໄຂ່ຫລັງ ເພື່ອຍົກ ສູງການບໍລິການຮັກສາພະຍາດໄຂ່ ຫລັງຊຸດໂຊມຊຳເຮື້ອໃຫ້ຄົນເຈັບ ສາມາດເຂົ້າເຖິງການຮັກສາຂັ້ນສູງຢູ່ພາຍໃນປະເທດ.
 ທ່ານ ສອນໄຊ ລາດຊະວົງ ຜູ້ອຳນວຍການຂອງໂຮງໝໍມິດຕະ ພາບ ລາຍງານໃຫ້ຮູ້ໃນອາທິດຜ່ານ ມາວ່າ: ໂຮງໝໍມິດຕະພາບເປັນແຫ່ງ ທຳອິດໃນ ສປປ ລາວ ທີ່ເຮັດພາລະ ບົດບາດການປິ່ນປົວຄົນເຈັບທີ່ເປັນ ພະຍາດໄຂ່ຫລັງຊຸດໂຊມ ແບບ ກະທັນຫັນ ແລະ ຊໍ່າເຮື້ອ ຊຶ່ງເລີ່ມ ການປິ່ນປົວຟອກໄຂ່ຫລັງ (ການ ຟອກເລືອດ) ແຕ່ປີ 1994 ເປັນ ຕົ້ນມາ ແລະ ມີແຜນການປິ່ນປົວ ດ້ວຍການປູກຖ່າຍໄຂ່ຫລັງ ຊຶ່ງເປັນ ການພັດທະນາຍົກສູງການບໍລິການ ປິ່ນປົວໃຫ້ສູງຂຶ້ນ ເພື່ອໃຫ້ຄົນເຈັບທີ່ ມີຄວາມຈຳເປັນ ແລະ ມີເງື່ອນໄຂ ສາມາດປ່ຽນຖ່າຍໄຂ່ຫລັງໄດ້ຢູ່ ໃນໂຮງໝໍລັດຂອງປະເທດເຮົາ ຊຶ່ງ ກະຊວງສາທາລະນະສຸກ ໄດ້ຮັບ ຮອງ ແລະ ອະນຸຍາດໃຫ້ສອງໂຮງ ໝໍລັດ ເຮັດການຜ່າຕັດປູກຖ່າຍໄຂ່ ຫລັງໃນ ສປປ ລາວ ຄື: ໂຮງໝໍ ມິດຕະພາບ ແລະ ໂຮງໝໍສູນກາງ 103 ກອງທັບ. ການດໍາເນີນການ ປູກຖ່າຍໄຂ່ຫລັງແມ່ນເຕັກນິກ ສູງສຸດຂອງການປິ່ນປົວພະຍາດ ໄຂ່ຫລັງຊຸດໂຊມຊໍ່າເຮື້ອໄດ້ຈັດຕັ້ງ ປະຕິບັດທີ່ໂຮງໝໍມິດຕະພາບ ໂດຍ ພາຍໃຕ້ແຜນພັດທະນາ ແລະ ຍົກ ສູງຄຸນນະພາບການບໍລິການປິ່ນປົວ ຮັກສາສຸຂະພາບຂອງກະຊວງສາ ທາລະນະສຸກ ກໍຄື ແຜນດໍາເນີນ ງານຂອງໂຮງໝໍມິດຕະພາບພາຍ ໃຕ້ໂຄງການຮ່ວມມືທາງດ້ານວິຊາ ການທີ່ບໍ່ຫວັງຜົນກຳໄລ ຫລື ມີ ທຸລະກິດແອບແຝງ, ໂຄງການດັ່ງ ກ່າວ ເພື່ອຍົກສູງຄຸນນະພາບການ ບໍລິການປິ່ນປົວຮ່ວມກັນກັບໂຮງໝໍ ລາມາທິບໍດີ ປະເທດໄທ ພາຍໃຕ້ ການເຊັນ MOU ຮ່ວມກັນໃນປີ 2023 ຊຶ່ງໄດ້ຈັດການຝຶກອົບຮົມ ຢ່າງເປັນລະບົບ ພ້ອມທັງໄປອົບຮົມ ໄລຍະສັ້ນທີ່ສູນປູກຖ່າຍອະໄວຍະວະ ທີ່ໂຮງໝໍລາມາທິບໍດີ ປະເທດໄທ ແລະ ຢູ່ໃນພະແນກໄຂ່ຫລັງໂຮງໝໍ ມິດຕະພາບ.ໂຮງໝໍມິດຕະພາບໄດ້ສ້າງຕັ້ງ ທີມປູກຖ່າຍໄຂ່ຫລັງ ໂດຍມີຂໍ້ຕົກລົງ ຂອງຜູ້ອຳນວຍການ ແລະ ພາຍໃຕ້ ການຊີ້ນໍາໂດຍກົງຈາກຄະນະອໍາ ນວຍການໂຮງໝໍ ແລະ ທີມວິຊາ ການ ຊຶ່ງປະກອບດ້ວຍທີມໝໍໄຂ່ ຫລັງ, ໝໍຜ່າຕັດ, ໝໍວາງຢາສະ ຫລົບ, ໝໍຫົວໃຈ, ໝໍເບົາຫວານ, ໝໍຊຶມເຊື້ອ, ການຢາ, ໝໍສຸຂະພາບ ຈິດ, ທີມພະຍາບານໄຂ່ຫລັງ, ພະ ຍາບານສົ່ງເຄື່ອງມື ແລະ ນັກໂພ ຊະນາການ ຊຶ່ງແມ່ນທີມງານທີ່ ເຮັດວຽກເປັນທີມທີ່ເຂົ້າໃຈກັນແບບ ເປັນຕ່ອງໂສ້. ການກະກຽມຄົນ ເຈັບເຂົ້າສູ່ຂະບວນການປູກຖ່າຍ ໄຂ່ຫລັງແມ່ນໄດ້ປະຕິບັດຕາມກົດ ໝາຍການປິ່ນປົວຂອງກະຊວງ ສາທາລະນະສຸກ, ທາງໂຮງໝໍໄດ້ ເຮັດໜັງສືສະເໜີຂໍອະນຸມັດຜ່ານ ທາງກົມປິ່ນປົວ ແລະ ຫ້ອງການ ກະຊວງສາທາລະນະສຸກ ໃນການ ດຳເນີນການປູກຖ່າຍໄຂ່ຫລັງທີ່ ໂຮງໝໍມິດຕະພາບແຕ່ເດືອນພະຈິກ ປີ 2024 ຊຶ່ງໄດ້ເຮັດກໍລະນີທຳ ອິດ. ນອກນັ້ນ, ຍັງໄດ້ປະຕິບັດຕາມ ກົດໝາຍບ້ານເມືອງ (ມີໃບຢັ້ງຢືນ ຈາກບ້ານ ແລະ ອຳນາດການປົກ ຄອງເມືອງ) ເພື່ອປ້ອງກັນ ແລະ ຫລີກລ່ຽງການຊື້-ຂາຍອະໄວຍະ ວະ. ການປູກຖ່າຍໄຂ່ຫລັງໂດຍສະ ມັກໃຈ ແລະ ຜູ້ບໍລິຈາກໄຂ່ຫລັງເປັນ ສາຍຍາດໂດຍຕົງ ຊຶ່ງສາມາດພິສູດ ໄດ້ທາງກົດໝາຍບ້ານເມືອງ ແລະ ການພິສູດທາງວິທະຍາສາດ DNA. ການກະກຽມຄົນເຈັບກ່ອນເຂົ້າສູ່ ການປູກຖ່າຍໄຂ່ຫລັງແມ່ນໄດ້ຜ່ານ ທີ່ປະຊຸມກະກຽມຮ່ວມກັນສອງ ຝ່າຍ (ທີມປູກຖ່າຍຂອງໂຮງໝໍມິດ ຕະພາບ ແລະ ໂຮງໝໍລາມາທິບໍດີ) ຢ່າງນ້ອຍ 4 ຄັ້ງກ່ອນການດຳເນີນ ການຜ່າຕັດ. ພາຍຫລັງສຳເລັດ ການຜ່າຕັດໄດ້ຕິດຕາມຄົນເຈັບທັງ ຜູ້ບໍລິຈາກໄຂ່ຫລັງ ແລະ ຜູ້ຮັບໄຂ່ ຫລັງຕາມຫລັກວິຊາການຢ່າງເປັນ ລະບົບ. ຢ່າງໃດກໍຕາມ, ໂຮງໝໍມິດຕະ ພາບໄດ້ສໍາເລັດການຜ່າຕັດປູກຖ່າຍ ໄຂ່ຫລັງກໍລະນີທໍາອິດໃນວັນທີ 18 ພະຈິກ 2024 ແລະ ກໍລະນີ ທີ 2 ໃນວັນທີ 8 ຕຸລາ 2025 ພາຍຫລັງການປູກຖ່າຍໄຂ່ຫລັງສຳເລັດໄດ້ ຕິດຕາມສຸຂະພາບ, ຕາມໝໍນັດຢ່າງ ເປັນປົກກະຕິຢູ່ໂຮງໝໍມິດຕະພາບ ຊຶ່ງບໍ່ຫຍຸ້ງຍາກ ແລະ ບໍ່ຈໍາເປັນເດີນ ທາງໄປຕ່າງປະເທດ. ປັດຈຸບັນ, ທັງສອງກໍລະນີມີສຸຂະພາບດີ, ມີ ຊີວິດໃໝ່ກັບຄືນມາໃຊ້ຊີວິດຢ່າງ ເປັນປົກກະຕິ. ຜົນສໍາເລັດດັ່ງກ່າວ, ສະທ້ອນໃຫ້ເຫັນເຖິງສັກກະຍາພາບ ຄວາມພ້ອມທາງດ້ານວິຊາການ ແລະ ສິ່ງອຳນວຍຄວາມສະດວກ ຕ່າງໆຂອງໂຮງໝໍມິດຕະພາບ. ຂ່າວ-ພາບ: ທະນູທອງ
KPL

ຂ່າວອື່ນໆ

ads
ads

Top