ແນວທາງນະໂຍບາຍຂອງພັກ ແລະ ລັດ ທີ່ເປັນພື້ນຖານໃຫ້ແກ່ການພັດທະນາ

21/04/2026 11:05
ຂປລ ຂປລ. ພັກ-ລັດຖະບານ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ກັບວຽກງານວັດທະນະທໍາ ໂດຍຖືເອົາວຽກງານວັດ ທະນະທໍາ ເປັນຂະແໜງໜຶ່ງທີ່ສໍາຄັນ ແລະ ຈໍາເປັນພື້ນຖານຂອງການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ໃນມະຕິກອງປະຊຸມຄົບຄະນະຄັ້ງທີ 9 ສະໄໝທີ V ກໍໄດ້ຍົກສູງຄວາມສໍາຄັນ ແລະ ຈຸດໝາຍຂອງວຽກງານວັດທະນະທໍາໄລຍະ

ຂປລ.   ພັກ-ລັດຖະບານ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ກັບວຽກງານວັດທະນະທໍາ ໂດຍຖືເອົາວຽກງານວັດ ທະນະທໍາ ເປັນຂະແໜງໜຶ່ງທີ່ສໍາຄັນ ແລະ ຈໍາເປັນພື້ນຖານຂອງການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ໃນມະຕິກອງປະຊຸມຄົບຄະນະຄັ້ງທີ 9 ສະໄໝທີ V ກໍໄດ້ຍົກສູງຄວາມສໍາຄັນ ແລະ ຈຸດໝາຍຂອງວຽກງານວັດທະນະທໍາໄລຍະໃໝ່ ໃນ 3 ດ້ານຄື: “ 1) ວັດທະນະທໍາ ເປັນພື້ນຖານແຫ່ງການຍືນຍົງຄົງຕົວ ຂອງຊາດ, ທີ່ພາໃຫ້ຄົນທັງຊາດມີຄວາມເປັນອັນໜຶ່ງອັນດຽວ, ສາມັກຄີເປັນປຶກແຜ່ນເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ; 2) ວັດທະນະທໍາ ເປັນກໍາລັງດັນໃຫ້ສັງຄົມຂະຫຍາຍຕົວ, ສ້າງຄວາມທະນົງໃຈ, ຊຸກຍູ້ປຸກລະດົມຈິດໃຈໃຫ້ຄົນໃນຊາດມີຄວາມພະຍາຍາມບຸກບືນສູ້ຊົນ, ຮັກສາວັດທະນະທໍາ ແລະ ເພີ່ມພູນຄູນສ້າງຄຸນຄ່າຂອງວັດທະນະທໍາແຫ່ງຊາດ ໃຫ້ເພີ່ມທະວີຂຶ້ນ ບໍ່ນ້ອຍໜ້າກວ່າຊາດອື່ນ; 3) ວັດທະນະທໍາ ແມ່ນຈຸດໝາຍຂອງການພັດທະນາສັງຄົມ ໃຫ້ມີໜ້າທີ່ ແລະ ຄວາມຮັບຜິດຊອບໃນການປົກຮັກສາ, ກໍ່ສ້າງ ແລະ ເສີມຂະຫຍາຍ ເຮັດໃຫ້ການພັດທະນາຄົນທາງດ້ານຈິດໃຈ ກໍຄືດ້ານວັດທະນະທໍາດໍາເນີນໄປຢ່າງສົມຄູ່ກັບການພັດທະນາເສດຖະກິດ ແລະ ການພັດທະນາດ້ານອື່ນໆ. ດັ່ງຄໍາເວົ້າຂອງທ່ານ ປະທານ ໄກສອນ ພົມວິຫານ ໄດ້ກ່າວວ່າ “ວັດທະນະທໍາ ຕ້ອງຫັນໄປຮັບໃຊ້ການດັດສ້າງ ແລະ ກໍ່ສ້າງເສດຖະກິດຢ່າງແຂງແຮງ. ຕໍ່ມາ ໃນປີ 2021 ກົມການເມືອງສູນກາງພັກ ກໍໄດ້ເອົາໃຈໃສ່ໃນການຍົກສູງວຽກງານວັດທະນະທໍາໂດຍອອກມະຕິວ່າດ້ວຍ ການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່, ໂດຍເນັ້ນໜັກໃສ່ການຊຸກຍູ້, ສົ່ງເສີມ, ຟື້ນຟູ, ອະນຸລັກ, ພັດທະນາ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອ ແລະ ຄຸນຄ່າມໍລະດົກວັດທະນະທໍາທີ່ເປັນເອກະລັກຂອງຊາດໃຫ້ຍືນຍົງ; ສົ່ງເສີມການປະດິດສ້າງດ້ານວັດທະນະທໍາ ເຂົ້າໃນການສ້າງຜະລິດຕະພັນວັດທະນະທໍາໃຫ້ມີຄວາມອຸດົມຮັ່ງມີ, ຫລາຍຮູບຫລາຍສີ ແລະ ມີຄຸນນະພາບ ເພື່ອຊຸກຍູ້ສົ່ງເສີມການພັດທະນາອຸດສາຫະກໍາທາງດ້ານວັດທະນະທໍາ ໃຫ້ກາຍເປັນທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສ້າງຖານລາຍຮັບດ້ານການທ່ອງທ່ຽວໃຫ້ຫລາຍຂຶ້ນ.

ລັດໄດ້ອອກກົດໝາຍ ແລະ ນິຕິກໍາຕ່າງໆ ເພື່ອເປັນບ່ອນອີງໃນການຄຸ້ມຄອງ ແລະ ສົ່ງເສີມຂົງເຂດ ວັດທະນະທໍາ ເປັນຕົ້ນ ແມ່ນກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ ສະບັບທໍາອິດໄດ້ສ້າງຂຶ້ນໃນປີ  2013 ແລະ ໄດ້ມີການປັບປຸງໃນປີ 2021, ໂດຍມີຈຸດປະສົງແມ່ນເພື່ອກໍານົດຫລັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາ, ອະນຸລັກ, ບູລະນະ, ປະຕິສັງຂອນ ເພື່ອຮັກສາຄຸນຄ່າຂອງມໍລະດົກແຫ່ງຊາດທາງດ້ານວັດທະນະທໍາ, ປະ ຫວັດສາດ ແລະ ທໍາມະຊາດ ແນໃສ່ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ມໍລະດົກແຫ່ງຊາດທາງດ້ານວັດທະນະທໍາໃນຂອບເຂດທົ່ວປະເທດ ໄດ້ຮັບການຄຸ້ມຄອງດ້ວຍການຂຶ້ນທະບຽນ ແລະ ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ, ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ໂດຍຈັດເປັນ 4 ລະດັບຄື: ລະດັບທ້ອງຖິ່ນ, ລະດັບຊາດ, ລະດັບພາກພື້ນ ແລະ ລະດັບໂລກ ເຊິ່ງມີລະບຽບການສະເພາະກ່ຽວກັບເງື່ອນໄຂ, ມາດຕະຖານ ແລະ ຂັ້ນຕອນການຈັດລະດັບ. ນອກຈາກນັ້ນ, ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ຄື: ລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ, ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຖືກມອບໝາຍເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນໃຈກາງປະສານສົມທົບກັບຂະແໜງການອື່ນໆ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ຄຽງຄູ່ກັນນີ້, ຍັງມີຄະນະກໍາມະການຄຸ້ມຄອງມໍລະດົກແຫ່ງຊາດ ໂດຍມີລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນປະທານ, ຮອງລັດຖະມົນຕີກະຊວງ ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຮອງປະທານ ແລະ ເປັນຜູ້ປະຈໍາການ, ຮອງລັດຖະມົນຕີກະຊວງການຕ່າງປະເທດເປັນຮອງປະທານ ແລະ ບັນດາຮອງລັດຖະມົນຕີກະຊວງອື່ນໆ ເປັນກໍາມະການ, ມີກອງທຶນມໍລະດົກແຫ່ງຊາດ ສ້າງຂຶ້ນເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານມໍລະດົກແຫ່ງຊາດເປັນຕົ້ນ ແມ່ນການຄຸ້ມຄອງ, ການປົກປັກຮັກສາ, ອະນຸລັກບູລະນະສ້ອມແປງ ແລະ ປະຕິສັງຂອນມໍລະດົກແຫ່ງຊາດໃຫ້ຍືນຍົງ ແລະ ພັດທະນາ. ນອກຈາກນີ້, ກົດໝາຍການທ່ອງທ່ຽວ ສະບັບປັບປຸງ ປີ 2024 ກໍໄດ້ກໍານົດແຈ້ງກ່ຽວກັບນະໂຍບາຍຕໍ່ການໝູນໃຊ້ທ່າແຮງທາງດ້ານວັດທະນະທໍາ ເພື່ອສົ່ງເສີມການທ່ອງທ່ຽວໃຫ້ມີຫລາຍສີສັນທີ່ປະທັບໃຈ, ຢາກມາທ່ອງທ່ຽວ ແລະ ກາຍເປັນສະຖານທີ່ທ່ອງທ່ຽວຕາມທິດສີຂຽວ, ຍືນຍົງ ແລະ ກາຍເປັນອຸດສາຫະກໍາທ່ອງທ່ຽວທີ່ທັນສະໄໝ, ທັງໝົດນີ້ກໍເພື່ອເປັນທ່າແຮງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການສົ່ງເສີມການພັດທະນາແບບຍືນຍົງ, ການອະນຸລັກມໍລະດົກທາງດ້ານວັດທະນະທໍາ, ພູມປັນຍາທ້ອງຖິ່ນ ແລະ ຫັດຖະກໍາ.

 ເວົ້າລວມແລ້ວ, ສປປ ລາວ ໄດ້ລິເລີ່ມການສົ່ງເສີມມໍລະດົກທາງດ້ານເສດຖະກິດຢ່າງເປັນທາງການ ໃນໄລຍະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ -ສັງຄົມ ແຫ່ງຊາດ  5 ປີ ຄັ້ງທີ VIII ແລະ IX, ລັດຖະບານເລີ່ມຮັບຮູ້ບົດບາດຍຸດທະສາດທາງດ້ານວັດທະນະທໍາ ແລະ ການທ່ອງທ່ຽວ ໃນການສ້າງຄວາມຫລາກ ຫລາຍທາງດ້ານໂຄງສ້າງເສດຖະກິດຂອງປະເທດ. ກ່ອນປີ 2016, ນະໂຍບາຍມໍລະດົກຂອງລາວແມ່ນສຸມໃສ່ການອະນຸລັກເປັນຕົ້ນຕໍ ໂດຍອີງໃສ່ກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ (2013) ແລະ ຍຸດທະສາດການອະນຸລັກມໍລະດົກວັດທະນະທໍາ (2018) ເຊິ່ງກອບນະໂຍບາຍເຫລົ່ານີ້ແມ່ນແນໃສ່ປົກປ້ອງມໍລະດົກວັດທະນະທໍາ ທີ່ມີຕົວຕົນ ແລະ ບໍ່ມີຕົວຕົນ, ແຕ່ຂາດທິດທາງທີ່ຊັດເຈນສໍາລັບການນໍາໃຊ້ທາງດ້ານເສດຖະກິດ.

          ໄລຍະຕໍ່ມາ, ນັບແຕ່ປະເທດລາວໄດ້ເຂົ້າຮ່ວມປະຊາຄົມອາຊຽນ ໄດ້ມີການກໍານົດທິດທາງໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ (SDGs), ພາກສ່ວນລັດຜູ້ວາງນະໂຍບາຍ ກໍເລີ່ມໃຫ້ຄວາມສໍາຄັນກັບທ່າແຮງທາງດ້ານເສດ ຖະກິດຂອງມໍລະດົກ ໂດຍສະເພາະໃນຂົງເຂດການທ່ອງທ່ຽວຊຸມຊົນ, ຫັດຖະກໍາ ແລະ ອຸດສາຫະກໍາສ້າງສັນ ເຊິ່ງສາມາດສ້າງວຽກເຮັດງານທໍາ ແລະ ຫລຸດຜ່ອນຄວາມທຸກຍາກໃນຊົນນະບົດ. ຕໍ່ມາ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX (2021-2025) ກໍໄດ້ມີການຜັນຂະຫຍາຍຫັນປ່ຽນນະໂຍບາຍທີ່ສໍາຄັນ ໂດຍການຊຸກຍູ້ມໍລະດົກວັດ ທະນະທໍາ ແລະ ທ່ອງທ່ຽວ ເປັນສ່ວນໜຶ່ງຂອງຍຸດທະສາດເຕີບໂຕຂອງຊາດ ແລະ ໄດ້ກໍານົດ “ວັດທະນະທໍາ ແລະ ການທ່ອງທ່ຽວ” ເປັນຂະແໜງການບູລິມະສິດຂອງການພັດທະນາແບບຍືນຍົງ ພ້ອມທັງກໍານົດເປັນໜຶ່ງໃນ 12 ຂະແໜງ ການບູລິມະສິດ ທີ່ປະກອບສ່ວນເຂົ້າໃນແຜນເສດຖະກິດແຫ່ງຊາດ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ເປັນເຈົ້າການໃນການເພີ່ມທະວີການເຊື່ອມຕໍ່ລະຫວ່າງການອະນຸລັກມໍລະດົກ, ການບໍລິການທ່ອງທ່ຽວ, ຊີວິດການເປັນຢູ່ຂອງປະຊາ ຊົນທ້ອງຖິ່ນ. ໃນແຜນການດັ່ງກ່າວຍັງໄດ້ຊຸກຍູ້ການເຊື່ອມສານມໍລະດົກວັດທະນະທໍາ ທໍາມະຊາດ ເຂົ້າໃນການວາງແຜນເສດຖະກິດແຫ່ງຊາດ ແລະ ຂັ້ນ ແຂວງ ໂດຍສຸມໃສ່ 3 ຂົງເຂດສໍາຄັນຄື: 1) ພັດທະນາຜະລິດຕະພັນການ ທ່ອງທ່ຽວທີ່ເປັນມໍລະດົກ, 2) ສົ່ງເສີມຫັດຖະກໍາທ້ອງຖິ່ນ ແລະ ອຸດສາຫະກໍາສ້າງສັນ ແລະ 3) ພັດທະນາພື້ນຖານໂຄງລ່າງວັດທະນະທໍາ ເພື່ອດຶງດູດການລົງທຶນ ແລະ ຊຸກຍູ້ການແລກປ່ຽນວັດທະນະທໍາ. ການຍົກສູງນະໂຍບາຍນີ້ ແມ່ນສະແດງໃຫ້ເຫັນເຖິງການຫັນປ່ຽນທີ່ຄ່ອຍເປັນຄ່ອຍໄປ ໃນແນວຄິດການພັດທະນາຂອງ ສປປ ລາວ, ຈາກການເບິ່ງມໍລະດົກເປັນວັດຖຸທີ່ຄົງຄ້າງໄປສູ່ການຮັບຮູ້ວ່າເປັນຂະແໜງເສດຖະກິດທີ່ມີຜົນຜະລິດ ແລະ ເປັນຂະແໜງເສດຖະກິດທີ່ມີປະສິດ ທິພາບ. ຄຽງຄູ່ກັນນີ້, ລັດຖະບານ ກໍໄດ້ສ້າງຍຸດທະສາດການພັດທະນາການທ່ອງທ່ຽວແຫ່ງຊາດ ໄລຍະ 2021-2025 ໂດຍກໍານົດມາດຕະການຕ່າງໆ ເຊັ່ນ: ການປັບປຸງ ແລະ ຍົກລະດັບສະຖານທີ່ມໍລະດົກ, ການສະໜັບສະໜູນຜູ້ປະກອບການດ້ານວັດທະນະທໍາຂະໜາດນ້ອຍ ແລະ ຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງພາກລັດ-ເອກະຊົນໃນການອະນຸລັກມໍລະດົກ ແລະ ການພັດທະນາໂຄງສ້າງພື້ນຖານການທ່ອງທ່ຽວ. ສິ່ງທີ່ສໍາຄັນແມ່ນໄດ້ກໍານົດເປົ້າໝາຍທີ່ສາມາດ ວັດ ແທກໄດ້ ເຊັ່ນ: ການເພີ່ມສັດສ່ວນຂອງການທ່ອງທ່ຽວຕໍ່ ຈີດີພີ (GDP) ເປັນ 10% ພາຍໃນປີ 2025, ການສົ່ງເສີມຫັດຖະກໍາ, ອຸດສາຫະກໍາສ້າງສັນ ແລະ ການເສີມສ້າງເອກະລັກທາງດ້ານວັດທະນະທໍາ ທັງ ໃນລະດັບຊຸມຊົນ ແລະ ລະດັບຊາດ. ນະໂຍບາຍທັງໝົດນີ້ແມ່ນສອດຄ່ອງກັບວາລະສາກົນ 2030 ຂອງອົງການ ອຸຍແນັສໂກ (UNESCO) ທີ່ເນັ້ນໜັກ ແລະ ສົ່ງເສີມໃຫ້ວັດທະນະທໍາເປັນທັງຕົວຂັບເຄື່ອນ ແລະ ໂຕກະຕຸ້ນຂອງການພັດທະນາແບບຍືນຍົງ.

 

 ໂດຍ: ດຣ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ

KPL

ຂ່າວອື່ນໆ

ads
ads

Top