ໂຄສະນາ ປູກຈິດສຳນຶກ ດ້ານຄວາມປອດໄພທາງຫລວງ

02/04/2026 11:02
ຂປລ ຂປລ. ເມື່ອບໍ່ດົນມານີ້, ທີມງານໂຄສະນາ ເຜີຍແຜ່ປູກຈິດສຳນຶກດ້ານຄວາມປອດໄພທາງຫລວງໄດ້ລົງໂຄສະນາ, ເຜີຍແຜ່ ແລະ ປູກຈິດສຳນຶກໃຫ້ແກ່ ຄູ-ອາຈານ, ນັກຮຽນຢູ່ໂຮງຮຽນ ມ.ສ ແກ້ວກູ່ ແລະ ມ.ສ ທ່າຊັນ ເມືອງແກ້ວອຸດົມ ແຂວງວຽງຈັນ

     

ຂປລ. ເມື່ອບໍ່ດົນມານີ້, ທີມງານໂຄສະນາ ເຜີຍແຜ່ປູກຈິດສຳນຶກດ້ານຄວາມປອດໄພທາງຫລວງໄດ້ລົງໂຄສະນາ, ເຜີຍແຜ່ ແລະ ປູກຈິດສຳນຶກໃຫ້ແກ່ ຄູ-ອາຈານ, ນັກຮຽນຢູ່ໂຮງຮຽນ ມ.ສ ແກ້ວກູ່ ແລະ ມ.ສ ທ່າຊັນ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການນໍາພາຂອງ ທ່ານ ອານົງ ອິນທະວົງ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ, ມີບັນດາຄະນະພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ອຳ ນວຍການໂຮງຮຽນ, ຄູ-ອາຈານ, ພ້ອມດ້ວຍນັກຮຽນຂອງທັງສອງໂຮງຮຽນ ເຂົ້າຮ່ວມ.

   

ທ່ານ ອານົງ ອິນທະວົງ ໃຫ້ຮູ້ວ່າ: ວຽກງານໂຄ -ສະນາເຜີຍແຜ່ ປູກຈິດສໍານຶກກ່ຽວກັບຄວາມປອດໄພທາງຫລວງ ເປັນໜ້າວຽກທີ່ນອນໃນແຜນພັດທະນາ 5 ປີ 2026-2030 ຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ແຜນຍຸດທະສາດຂອງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ແລະ ເພື່ອຮັບປະກັນການຈັດຕັ້ງປະຕິ ບັດການຄຸ້ມຄອງການສັນຈອນໃຫ້ມີຄວາມຄ່ອງຕົວ, ສະດວກ, ໂລ່ງລຽນ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເຮັດໃຫ້ ຜູ້ນໍາໃຊ້ພາຫະນະ, ນໍາໃຊ້ຖະໜົນຫົນທາງ ມີຄວາມ ຮູ້ພື້ນຖານ ແລະ ຖືກຕ້ອງຕາມກົດຈະລາ ຈອນ, ສາມາດຫລຸດຜ່ອນອຸບັດເຫດຕາມທາງຫລວງ, ຄວາມແອອັດ, ການປົກປ້ອງຊີວິດ, ຊັບສິນຂອງບຸກຄົນ ແລະ ສ່ວນລວມ ພ້ອມທັງປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ເພື່ອແນໃສ່ປູກຈິດສຳນຶກໃນດ້ານຄວາມປອດໄພໃຫ້ຄູ-ອາຈານ ແລະ ນັກຮຽນທີ່ຂັບຂີ່ພາຫະນະໃຫ້ບັນດາໂຮງຮຽນໄດ້ຮັບຮູ້ເຖິງຜົນຮ້າຍ ແລະເຂົ້າໃຈແຈ້ງຕໍ່ກົດລະບຽບຈະລາຈອນ, ປ້າຍເຕືອນ, ປ້າຍຫ້າມຕ່າງໆ ຕາມເສັ້ນທາງຫລວງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອແນໃສ່ຫລຸດຜ່ອນການເກີດອຸບັດເຫດຕາມຖະໜົນຫລວງໃຫ້ນັບມື້ຫລຸດລົງ.

      

ແນວໃດຕາມ, ການລົງໂຄສະນາເຜີຍແຜ່ປູກຈິດສຳນຶກດ້ານຄວາມປອດໄພທາງຫລວງໃນຂອບ ເຂດແຂວງວຽງຈັນໃນຄັ້ງນີ້ ບັນດາພະແນກການກ່ຽວຂ້ອງຂັ້ນແຂວງ ກໍໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ ບັນດາເອກະ ສານສຳຄັນ ໂດຍສະເພາະແມ່ນລະບຽບກົດໝາຍວ່າດ້ວຍການຈະລາຈອນທາງບົກ, ດໍາລັດວ່າດ້ວຍກົດຈະລາ ຈອນທາງບົກ, ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການຕ່າງໆ ຕໍ່ຜູ້ລະເມີດລະບຽບກົດໝາຍທາງຫລວງ. ນອກນີ້ ຍັງໄດ້ຈັດກິດຈະກຳຖາມ-ຕອບ ເພື່ອທົດສອບຄວາມເຂົ້າໃຈຂອງນັກຮຽນໃນການຂັບຂີ່ປອດໄພ; ການຝຶກແອບການປະຖົມພະຍາບານການຊ່ວຍເຫລືອເບື້ອງຕົ້ນແກ່ຜູ້ຖືກເຄາະຮ້າຍທີ່ໄດ້ຮັບບາດເຈັບ ຈາກການເກີດອຸບັດເຫດ ທາງດ້ານຮ່າງກາຍ ແລະ ຈິດໃຈ ໂດຍນຳໃຊ້ວັດຖຸອຸປະກອນທີ່ມີຢູ່ອ້ອມຂ້າງ ຢ່າງຖືກວິທີ ຈົນກວ່າຈະນຳສົ່ງເຖິງສະຖານທີ່ບໍລິການດ້ານການແພດ.

KPL

ຂ່າວອື່ນໆ

ads
ads

Top