ຂປລ
ຂປລ. ອຸທິຍານຫີນຕັ້ງ (ເສົາ ຫີນຕັ້ງ) ເມືອງຫົວເມືອງ ແຂວງ ຫົວພັນ ເປັນແຫ່ງບູຮານວິທະຍາ ທາງດ້ານວັດທະນະທຳ ແລະ ປະ ຫວັດສາດທີ່ໄດ້ຮັບເປັນມໍລະດົກ ແຫ່ງຊາດລະດັບທ້ອງຖິ່ນຂອງ ແຂວງໃນປີ 2025. ກຸ່ມເສົາຫີນ ຕັ້ງເມືອງຫົວເມືອງ ຖືໄດ້ວ່າເປັນ ບູຮານສະຖານອີກແຫ່ງໜຶ່ງທີ່ມີ ຄວາມເກົ່າແກ່, ມີປະຫວັດຄວາມ ເປັນມາອັນຍາວ, ເປັນຫລັກຖານ ທາງດ້ານບູຮານຄະດີທີ່ສໍາຄັນ ແລະ ໂດດເດັ່ນຂອງແຂວງຫົວ ພັນ ກໍຄື ຊາດລາວ ເປັນສິ່ງຢັ້ງຢືນ

ຂປລ. ອຸທິຍານຫີນຕັ້ງ (ເສົາ ຫີນຕັ້ງ) ເມືອງຫົວເມືອງ ແຂວງ ຫົວພັນ ເປັນແຫ່ງບູຮານວິທະຍາ ທາງດ້ານວັດທະນະທຳ ແລະ ປະ ຫວັດສາດທີ່ໄດ້ຮັບເປັນມໍລະດົກ ແຫ່ງຊາດລະດັບທ້ອງຖິ່ນຂອງ ແຂວງໃນປີ 2025. ກຸ່ມເສົາຫີນ ຕັ້ງເມືອງຫົວເມືອງ ຖືໄດ້ວ່າເປັນ ບູຮານສະຖານອີກແຫ່ງໜຶ່ງທີ່ມີ ຄວາມເກົ່າແກ່, ມີປະຫວັດຄວາມ ເປັນມາອັນຍາວ, ເປັນຫລັກຖານ ທາງດ້ານບູຮານຄະດີທີ່ສໍາຄັນ ແລະ ໂດດເດັ່ນຂອງແຂວງຫົວ ພັນ ກໍຄື ຊາດລາວ ເປັນສິ່ງຢັ້ງຢືນ ຕົ້ນກຳເນີດ ແລະ ການຂະຫຍາຍ ຕົວຂອງສັງຄົມມະນຸດໃນອະດີດ, ສະແດງໃຫ້ເຫັນເຖິງຄວາມຈະເລີນຮຸ່ງເຮືອງທາງດ້ານອະລິຍະທຳ, ຫົວ ຄິດປະດິດສ້າງ, ພູມປັນຍາ ແລະ ເລື່ອງລາວຂອງກຸ່ມຄົນທີ່ອາໄສຢູ່ ເຂດດັ່ງກ່າວໃນເມື່ອກ່ອນໄດ້ຢ່າງ ຊັດເຈນ. ເຖິງຢ່າງໃດກໍຕາມ, ຫີນ ຕັ້ງແຫ່ງນີ້ຍັງຄົງເຊື່ອງຄວາມລຶກ ລັບປິດສະໜາ ໂດຍສະເພາະກຸ່ມຄົນ ທີ່ມາອາໄສຢູ່ເຂດດັ່ງກ່າວ

ໃນເມື່ອ ກ່ອນແມ່ນກຸ່ມຄົນໃດມີກົກເຄົ້າ ແລະ ຕົ້ນກຳເນີດມາຈາກບ່ອນໃດທີ່ໄດ້ ປະຮ່ອງຮອຍການສ້າງຫີນຕັ້ງຂຶ້ນ ຢູ່ເຂດດັ່ງກ່າວ ແມ່ນຍັງບໍ່ທັນຮັບຮູ້ ໄດ້ຢ່າງຊັດເຈນພຽງແຕ່ສັນນິຖານ ວ່າຫີນຕັ້ງແຫ່ງນີ້ອາດຖືກສ້າງຂຶ້ນ ໃນຍຸກໂລຫະ ຊຶ່ງມີອາຍຸປະມານ 3.000-2.500 ກ່ອນ ຄສ ໂດຍມີ ຈໍານວນ 1.546 ແຫ່ງ ແລະ ຫີນ ແຜ່ນມົນ 153 ແຜ່ນ. ເພື່ອສືບຕໍ່ແຜນ ການອະນຸລັກ, ປົກປັກຮັກສາ ແລະ ສົ່ງເສີມມໍລະດົກແຫ່ງຊາດ ລະດັບ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ກໍຄື ການເສີມຂະຫຍາຍຄຸນຄ່າ ຄວາມສໍາຄັນຂອງຫີນຕັ້ງເມືອງຫົວ ເມືອງມໍລະດົກແຫ່ງຊາດ ລະດັບ ທ້ອງຖິ່ນຂອງແຂວງໃຫ້ໄດ້ຮັບ ການຍົກສູງ ແລະ ກ້າວເຂົ້າເປັນມໍ ລະດົກແຫ່ງຊາດລະດັບຊາດຂອງ ສປປ ລາວ. ໃນຕົ້ນປີ 2025 ກົມມໍລະດົກ, ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ ໄດ້ສົມທົບກັບພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງ, ເມືອງຫົວເມືອງ ເພື່ອມາ ສໍາຫລວດ, ເກັບກຳຂໍ້ມູນ ແລະ ຂຶ້ນທະບຽນທຶນ ຕັ້ງຄືນຕາມຫລັກ ວິຊາການ ເພື່ອເຮັດໃຫ້ການຄຸ້ມຄອງ ມີຄວາມເປັນເອກະພາບ ແລະ ຖືກ ຕ້ອງຕາມລະບຽບການ ຊຶ່ງການ ສໍາຫລວດ ແລະ ຂຶ້ນທະບຽນໃນ ຄັ້ງນີ້ ແມ່ນໄດ້ເນັ້ນການສໍາຫລວດ, ຂຶ້ນທະບຽນຢູ່ 2 ຈຸດ ທີ່ເຫັນວ່າມີ ກຸ່ມເສົາຫີນຕັ້ງເປັນຈຳນວນຫລາຍ ຄື: ຈຸດພື້ນທີ່ບ້ານປ່າຈ່າ ແລະ ບ້ານ ເຕົ່າຫີນ ພ້ອມທັງກຳນົດພື້ນທີ່ຂອບ ເຂດດິນວັດທະນະທຳ

ເພື່ອອະນຸລັກ ບໍ່ໃຫ້ມີການບຸກລູກ. ພາຍຫລັງ ເກັບກຳຂໍ້ມູນ, ຂຶ້ນທະບຽນ ແລະ ສັງລວມຂໍ້ມູນຕ່າງໆສໍາເລັດແລ້ວ ການນໍາແຂວງ ແລະ ກົມມໍລະດົກ ໃນນາມຄະນະກອງເລຂາຄະນະ ກຳມະການຄຸ້ມຄອງມໍລະດົກ ແຫ່ງຊາດຂັ້ນສູນກາງ ກໍໄດ້ນໍາ ສະເໜີຄະນະກຳມະການຄຸ້ມຄອງ ມໍລະດົກແຫ່ງຊາດ ເພື່ອຄົ້ນຄວ້າ, ພິຈາລະນາ ຕາມມາດຖານເງື່ອນໄຂ ໃນການສະເໜີຮັບຮອງເຂົ້າເປັນ ມໍລະດົກແຫ່ງຊາດໃນລະດັບຊາດ; ດ້ວຍຄວາມສໍາຄັນ ແລະ ຄຸນຄ່າ ອັນໂດດເດັ່ນ ແລະ ເຫັນວ່າຫີນຕັ້ງ ແຫ່ງນີ້ ໄດ້ມີເງື່ອນໄຂມາດຖານ ຄົບຖ້ວນ. ດັ່ງນັ້ນ, ມາໃນວັນທີ 11 ສິງຫາ 2025 ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການ ທ່ອງທ່ຽວ ໃນນາມປະທານຄະນະກຳມະການ ຄຸ້ມຄອງມໍລະດົກແຫ່ງຊາດລະດັບ ຊາດ ຈຶ່ງໄດ້ອອກຂໍ້ຕົກລົງ ແລະ ໃບ ຢັ້ງຢືນຮັບຮອງເອົາກຸ່ມເສົາຫີນຕັ້ງ ເມືອງຫົວເມືອງ ມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂອງແຂວງຫົວພັນ ເຂົ້າເປັນມໍລະດົກແຫ່ງຊາດລະດັບ ຊາດທາງດ້ານວັດທະນະທຳ.

ແນວໃດກໍດີ, ເມື່ອມໍ່ໆມານີ້ ແຂວງຫົວພັນ ໄດ້ຈັດພິທີປະກາດ ຮັບຮອງເອົາກຸ່ມເສົາຫີນຕັ້ງ ເມືອງ ຫົວເມືອງ ພ້ອມດ້ວຍພື້ນທີ່ບໍລິເວນ ເປັນມໍລະດົກແຫ່ງຊາດລະດັບ ຊາດ ທາງດ້ານວັດທະນະທໍາ ຊຶ່ງ ເປັນແຫ່ງທີ 2 ຂອງແຂວງຫົວ ພັນ ຕໍ່ຈາກເມືອງວຽງໄຊ ມໍລະດົກ ແຫ່ງຊາດທາງດ້ານປະຫວັດສາດ ລະດັບຊາດ ຂອງ ສປປ ລາວ ໂດຍມີ ທ່ານ ນາງ ລ້ອງຄໍາ ພອນມີໄຊ ຮອງ ປະທານຄະນະກຳມະການປົກຄອງ ແຂວງຫົວພັນ, ທ່ານ ທອງລິດ ຫລວງໂຄດ ຮອງກົມມໍລະດົກ-ວິ ຈິດສິນ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ໄມເລີຍ ພີມ ມະສອນ ເລຂາພັກເມືອງຫົວເມືອງ, ທ່ານ ພູວັນ ເພັດມີໄຊ ຮອງຫົວໜ້າ ພະແນກວັດທະນະທຳ ແລະ ການ ທ່ອງທ່ຽວແຂວງ ພ້ອມດ້ວຍພໍ່ແມ່ ປະຊາຊົນ, ຄູ-ຈານ ແລະ ນ້ອງ ນັກຮຽນພາຍໃນເມືອງຫົວເມືອງ ເຂົ້າຮ່ວມ ຊຶ່ງການຈັດພິທີຮັບຮອງ ເອົາກຸ່ມເສົາຫີນຕັ້ງ ພ້ອມດ້ວຍ ບໍລິເວນ ເປັນມໍລະດົກແຫ່ງຊາດ ລະດັບຊາດທາງດ້ານວັດທະນະທຳ ແມ່ນມີຄວາມໝາຍຄວາມສໍາຄັນ ແລະ ຄວາມເອກອ້າງທະນົງໃຈ ເປັນຢ່າງຍິ່ງ ເຫັນວ່າມໍລະດົກອັນ ລໍ້າຄ່າຂອງແຂວງຫົວພັນ ໄດ້ຖືກ ຮັບຮອງເຂົ້າເປັນມໍລະດົກແຫ່ງຊາດ ລະດັບຊາດ ເພື່ອເປັນການສືບຕໍ່ ຍອດຄຸນຄ່າທາງດ້ານສິລະປະ ວັດ ທະນະທໍາແຂວງຫົວພັນ, ກຳນົດ ພື້ນທີ່ໃນການອະນຸລັກ, ປົກປັກ ຮັກສາ ເປັນບ່ອນຄົ້ນຄວ້າສຶກສາ ຂໍ້ມູນທາງດ້ານບູຮານວິທະຍາ ໃຫ້ ກາຍເປັນສະຖານທີ່ທ່ອງທ່ຽວທາງ ດ້ານວັດທະນະທໍາໃນປັດຈຸບັນ ແລະ ອະນາຄົດ.
ໂດຍ: ນິດຖະໜອມ
KPL