ນາຊາ ຈະຢຸດຊົ່ວຄາວໂຄງການກໍ່ສ້າງ ສະຖານີອາວະກາດໃນວົງໂຄຈອນດວງຈັນ

27/03/2026 22:01
ຂປລ ເມື່ອບໍ່ດົນມານີ້, ທ່ານ Jared Isaacman ຜູ້ອຳນວຍການອົງການ ການບິນອາວະກາດ ສ.ອາເມລິກາ (NASA) ໃຫ້ຮູ້ວ່າ: ອົງການນີ້ ມີແຜນຢຸດຕິຊົ່ວຄາວ ໂຄງການ Gateway ທີ່ເຄີຍແນໃສ່ ສ້າງສະຖານີ ອາວະກາດ

ຂປລ. ວິທະຍຸ ກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ທ່ານ Jared Isaacman  ຜູ້ອຳນວຍການອົງການ ການບິນອາວະກາດ ສ.ອາເມລິກາ (NASA) ໃຫ້ຮູ້ວ່າ: ອົງການນີ້ ມີແຜນຢຸດຕິຊົ່ວຄາວ ໂຄງການ Gateway ທີ່ເຄີຍແນໃສ່ ສ້າງສະຖານີ ອາວະກາດ ໃນວົງໂຄຈອນ ດວງຈັນ ແລະ ແທນທີ່ນັ້ນແມ່ນ ຈະສຸມໃສ່ສ້າງ ຖານທີ່ໝັ້ນໃນໜ້າດວງຈັນ.

          ຕາມທ່ານ Jared Isaacman  ແລ້ວ, ເຖິງແມ່ນວ່າ ໄດ້ປະສົບກັບ ຄວາມຫຍຸ້ງຍາກ ຈຳນວນໜຶ່ງ ກ່ຽວກັບ ອຸປະກອນກໍຕາມ, ແຕ່ ນາຊາ ຈະນຳໃຊ້ຄືນ ບັນດາອຸປະກອນ ທີ່ເໝາະສົມ ແລະ ຮຽກຮ້ອງໃຫ້ ບັນດາ ຄູ່ຮ່ວມມື ສາກົນ ໃຫ້ການໜູນຊ່ວຍ ເພື່ອໃຫ້ບັນລຸ ບັນດາເປົ້າໝາຍນີ້. ອົງການ ອາວະກາດ ເອີຣົບ (ESA) ພ້ອມກັບ ບັນດາ ອົງການ ຈັດຕັ້ງ ສາກົນອື່ນ ກໍແມ່ນ ບັນດາ ຄູ່ຮ່ວມມື ໃນໂຄງການ Gateway. ນາຊາ ໄດ້ສະເໜີແຈ້ງການ ດັ່ງກ່າວ ພາຍຫລັງທີ່ປ່ຽນແປງ ໂຄງການ ພະຈົນໄພ ດວງຈັນ Artemis ທີ່ເຄີຍແນໃສ່ສົ່ງຄົນ ສ.ອາເມລິກາ ກັບຄືນສູ່ ດວງຈັນ ແລະ ອື່ນໆ./

KPL

ຂ່າວອື່ນໆ

ads
ads

Top