ຂປລ
ທ່ານ ລິນຈ້ຽນ ໂຄສົກ ກະຊວງການຕ່າງປະເທດຈີນ ໄດ້ຈັດກອງປະຊຸມ ຖະແຫງງຂ່າວ, ໂດຍ ນັກຂ່າວ ຖາມກ່ຽວກັບ ສົງຄາມ ລະຫວ່າງ ສ.ອາເມລິກາ ແລະ ອິດສະຣາແອນ ກັບ ອີຣານ
ຂປລ. ວິທະຍຸໂທລະພາບ ສູນກາງຈີນ (CMG): ເມື່ອວັນທີ 25 ມີນານີ້, ທ່ານ ລິນຈ້ຽນ ໂຄສົກ ກະຊວງການຕ່າງປະເທດຈີນ ໄດ້ຈັດກອງປະຊຸມ ຖະແຫງງຂ່າວ, ໂດຍ ນັກຂ່າວ ຖາມກ່ຽວກັບ ສົງຄາມ ລະຫວ່າງ ສ.ອາເມລິກາ ແລະ ອິດສະຣາແອນ ກັບ ອີຣານ ເຮັດໃຫ້ ລາຄາ ພະລັງງານເໜັງຕີງ, ໂດຍສະເພາະແມ່ນ ຜົນກະທົບຮ້າຍແຮງ ຕໍ່ບັນດາປະ ເທດ ໃນອາຊີຕາເວັນອອກ ສຽງໃຕ້.
ທ່ານ ລິນຈ້ຽນ ກ່າວວ່າ: ສະຖານະການ ຢູ່ພາກພື້ນ ຕາເວັນອອກກາງ ໃນປັດຈຸບັນນີ້ ສົ່ງຜົນກະທົບ ຕໍ່ຄວາມໝັ້ນຄົງ ດ້ານພະລັງງານ ຂອງ ໂລກ, ຄວາມສະດວກ ຂອງ ຕ່ອງໂສ້ ການຜະລິດ-ການສະໜອງ ແລະ ລະບຽບ ການຄ້າສາກົນ. ສະນັ້ນ, ບັນດາປະເທດ ທີ່ກ່ຽວຂ້ອງ ຄວນຢຸດຕິ ການເຄື່ອນໄຫວ ທາງການທະຫານ ໃນທັນທີ ເພື່ອປ້ອງກັນບໍ່ໃຫ້ ຄວາມບໍ່ ໝັ້ນຄົງ ໃນພາກພື້ນ ສົ່ງຜົນກະທົບ ຕໍ່ການພັດທະນາ ເສດຖະກິດ ຂອງ ໂລກເພີ່ມຂຶ້ນຕື່ມອີກ. ນອກຈາກນັ້ນ, ຈີນ ຍິນດີເພີ່ມທະວີ ການປະສານງານ ກັບ ປະຊາຄົມໂລກ, ເພື່ອພ້ອມກັນ ຮັບມືກັບ ບັນຫາ ຄວາມໝັ້ນຄົງ ດ້ານພະລັງງານ./
KPL