ຂປລ
ບູໂຣ 1440 (Bureau 1440) ເປັນບໍລິສັດ ດ້ານອາວະກາດ ຂອງ ຣັດເຊຍ ເປີດເຜີຍ ເມື່ອວັນທີ 24 ມີນາວ່າ: ຣັດເຊຍ ໄດ້ປະສົບ ຄວາມສຳເລັດ ໃນການ ປ່ອຍດາວທຽມ ຈຳນວນ 16 ດວງ ຂຶ້ນສູ່ວົງໂຄຈອນ ລະດັບຕໍ່າ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ບູໂຣ 1440 (Bureau 1440) ເປັນບໍລິສັດ ດ້ານອາວະກາດ ຂອງ ຣັດເຊຍ ເປີດເຜີຍ ເມື່ອວັນທີ 24 ມີນາວ່າ: ຣັດເຊຍ ໄດ້ປະສົບ ຄວາມສຳເລັດ ໃນການ ປ່ອຍດາວທຽມ ຈຳນວນ 16 ດວງ ຂຶ້ນສູ່ວົງໂຄຈອນ ລະດັບຕໍ່າ (Low Earth Orbit) ເພື່ອຮັບຮອງເຄືອຂ່າຍ ດາວທຽມສື່ສານ ຂອງ ປະເທດ.
ເຈົ້າໜ້າທີ່ ບໍລິສັດ ລະບຸວ່າ: ດາວທຽມ ຊຸດດັ່ງກ່າວ ໄດ້ຖືກສົ່ງຂຶ້ນໄປວົງໂຄຈອນ, ໂດຍອາໄສ ຈະຫລວດ ຂົນສົ່ງ Soyuz-2.1b ແລະ ຂະນະນີ້ ສາມາດ ເຂົ້າໄປ ຄວບຄຸມ ການເຮັດວຽກ ຂອງ ດາວທຽມ ໄດ້ແລ້ວ ຫລັງຈາກແຍກຕົວ ອອກຈາກ ຈະຫລວດຂົນສົ່ງ ໄດ້ຢ່າງປອດໄພ.
ນອກຈາກນີ້ ບໍລິສັດດັ່ງກ່າວ ຍັງໃຫ້ ຮູ້ຕື່ມອີກວ່າ ການປ່ອຍ ດາວທຽມ ຊຸດທຳອິດນີ້ ຖືເປັນ ການປ່ຽນຜ່ານ ຄັ້ງສຳຄັນ ຈາກພາລະກິດ ຊຶ່ງທົດລອງໄປສູ່ ການຕິດຕັ້ງ ລະບົບ ເພື່ອກຽມເປີດໃຫ້ ບໍລິການ ດ້ານການສື່ສານ ຢ່າງເປັນທາງການ./
KPL