ສ.ເກົາຫລີ ບັງຄັບພາກລັດສະລັບວັນໃຊ້ລົດ

27/03/2026 08:54
ຂປລ ກະຊວງສະພາບພູມອາກາດ ພະລັງງານ ແລະ ສິ່ງແວດລ້ອມຂອງ ສ.ເກົາຫລີ ເປີດເຜີຍວ່າ: ລັດຖະບານ ຈະບັງຄັບໃຊ້ ລະບົບ ສະລັບ ວັນໃຊ້ລົດ 5 ວັນ ສຳລັບ ໜ່ວຍງານ ພາກລັດ ຢ່າງເຂັ້ມງວດ ໂດຍຈະເລີ່ມ ວັນທີ 25 ມີນາ ເປັນຕົ້ນໄປ

ຂປລ.ສຳນັກຂ່າວ ອິນໂຟເຄວສ: ກະຊວງສະພາບພູມອາກາດ ພະລັງງານ ແລະ ສິ່ງແວດລ້ອມຂອງ ສ.ເກົາຫລີ ເປີດເຜີຍວ່າ: ລັດຖະບານ ຈະບັງຄັບໃຊ້ ລະບົບ ສະລັບ ວັນໃຊ້ລົດ 5 ວັນ ສຳລັບ ໜ່ວຍງານ ພາກລັດ ຢ່າງເຂັ້ມງວດ ໂດຍຈະເລີ່ມ ວັນທີ 25 ມີນາ ເປັນຕົ້ນໄປ ເພື່ອຮັບມືກັບ ຄວາມສ່ຽງ ການຢຸດຈຶ້ງ ຂອງ ການສະໜອງ ນໍ້າມັນ ທາມກາງຄວາມເຄັ່ງຕຶງ ໃນຕາເວັນອອກກາງ.

ການລາຍງານລະບຸວ່າ: ລະບົບນີ້ ແບ່ງເປັນລົດໃຫຍ່ ຂອງ ພາກລັດອອກເປັນ 5 ກຸ່ມ ຕາມເລກທ້າຍທະບຽນລົດ, ໂດຍແຕ່ລະກຸ່ມ ຈະບໍ່ສາມາດ ໃຊ້ງານລົດ ໃນວັນທີກຳນົດ, ຂະນະທີ່ ລົດໃຫຍ່ ພະລັງງານ ໄຟຟ້າ ແລະ ໄຮໂດຣເຈນ ໄດ້ຮັບການ ຍົກເວັ້ນ ຈາກຂໍ້ຈຳກັດ ດັ່ງກ່າວ.

ກະຊວງກ່ຽວຂ້ອງ ລະບຸວ່າ ຈະເຜີຍແພ່ ແນວທາງ ການປະຕິບັດ ຢ່າງລະອຽດ ສຳລັບ ໜ່ວຍງານ ພາກລັດ, ພ້ອມທັງ ພິຈາລະນາ ມາດຕະການ ລົງໂທດ ຖ້າຫາກ ບໍ່ປະຕິບັດຕາມ. ນອກຈາກນີ້ ລັດຖະບານ ສ.ເກົາຫລີ ຈະແນະນຳໃຫ້ ພາກເອກະຊົນ ເຂົ້າຮ່ວມ ແບບສະໝັກໃຈ ແລະ ອາດຈະຂະຫຍາຍ ການບັງຄັບໃຊ້ ໄປຍັງ ພາກເອກະຊົນ ຖ້າຫາກມີການປະກາດ ເຕືອນໄພ ຊັບພະຍາກອນ ນໍ້າມັນລະດັບ3./

KPL

ຂ່າວອື່ນໆ

ads
ads

Top