ຂປລ
ການສົ່ງອອກເຂົ້າ ຂອງ ຫວຽດນາມ ພວມຜະເຊີນກັບ ການຢຸດຈຶ້ງ ເນື່ອງຈາກ ສະຖານະການ ເຄັ່ງຕຶງ ໃນຕະເວັນອອກກາງ ສົ່ງຜົນໃຫ້ ມູນຄ່າການຂົນສົ່ງ ແລະ ເງິນປະກັນໄພ ເພີ່ມສູງຂຶ້ນ.
ຂປລ. ສຳນັກຂ່າວຫວຽດນາມ (VNA) ລາຍງານ ໃນວັນທີ 25 ມີນາວ່າ: ການສົ່ງອອກເຂົ້າ ຂອງ ຫວຽດນາມ ພວມຜະເຊີນກັບ ການຢຸດຈຶ້ງ ເນື່ອງຈາກ ສະຖານະການ ເຄັ່ງຕຶງ ໃນຕະເວັນອອກກາງ ສົ່ງຜົນໃຫ້ ມູນຄ່າການຂົນສົ່ງ ແລະ ເງິນປະກັນໄພ ເພີ່ມສູງຂຶ້ນ.
ໂດຍທ່ານ ຫງວຽນແອງ ຊວນ ອະທິບໍດີ ກົມການຕ່າງປະເທດ ສັງກັດ ກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ລະບຸວ່າ: ໄລຍະເວລາ ການສົ່ງ-ມອບສິນຄ້າ ໄດ້ເລື່ອນອອກໄປ ອິກ 10-15 ວັນ, ໃນຂະນະທີ່ ຕົ້ນທຶນການຂົນສົ່ງ ພາຍໃນ ປະເທດ ເພີ່ມຂຶ້ນ 20.000-30.000 ດົງ (ປະມານ 0,8-1,2ໂດລາສະຫະລັດ)
ໂດຍກຸ່ມຜູ້ສົ່ງອອກ ພວມປະສົບ ບັນຫາ ການຂາດແຄນ ຕູ້ຄອນເທັນເນີ ແລະ ການປັບປ່ຽນ ເສັ້ນທາງແລ່ນກຳປັ່ນ ສົ່ງຜົນໃຫ້ ເຈົ້າໜ້າທີ່ ການຄ້າ ຫວຽດນາມ ຕ້ອງເຈລະຈາ ສັນຍາໃໝ່ ລວມເຖິງ ການຈັດສົ່ງ ສິນຄ້າ ຫລື ລໍຖ້າຮັບການ ສັ່ງຊື້ໃໝ່. ສ່ວນຂໍ້ມູນ ຈາກ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ຂອງ ຫວຽດນາມ ລະບູວ່າ: ຜົນຜະລິດເຂົ້າເປືອກ ຂອງ ຫວຽດນາມ ໃນປີ 2026 ຄາດວ່າ: ຈະເພີ່ມຂຶ້ນເຖິງ ປະມານ 45,6 ລ້ານໂຕນ ແລະ ມີເຂົ້າຈຳນວນ 7,73 ລ້ານໂຕນ ພ້ອມ ສຳລັບ ການສົ່ງອອກ./
KPL