ການປະຕິບັດກົດລະບຽບຈະລາຈອນ ຊ່ວຍຫລຸດຜ່ອນການເກີດອຸບັດເຫດ

23/03/2026 11:31
ຂປລ ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນດີ ແລ້ວວ່າ, ບັນຫາການເກີດອຸບັດເຫດ ຕາມທ້ອງຖະໜົນແມ່ນເກີດຈາກ ຫລາຍສາເຫດເປັນຕົ້ນແມ່ນນັກຂັບ ຂີ່ບໍ່ປະຕິບັດຕາມກົດຈະລາຈອນ, ສະພາບເຕັກນິກລົດບໍ່ໄດ້ມາດຖານ, ຂັບຂີ່ປະໝາດ, ດື່ມສິ່ງມຶນເມົາແລ້ວ ຂັບ ແລະ ອື່ນໆ.

ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນດີ ແລ້ວວ່າ, ບັນຫາການເກີດອຸບັດເຫດ ຕາມທ້ອງຖະໜົນແມ່ນເກີດຈາກ ຫລາຍສາເຫດເປັນຕົ້ນແມ່ນນັກຂັບ ຂີ່ບໍ່ປະຕິບັດຕາມກົດຈະລາຈອນ, ສະພາບເຕັກນິກລົດບໍ່ໄດ້ມາດຖານ, ຂັບຂີ່ປະໝາດ, ດື່ມສິ່ງມຶນເມົາແລ້ວ ຂັບ ແລະ ອື່ນໆ. ແນວໃດກໍາຕາມ, ໜັງສືພິມປະເທດລາວສະບັບນີ້ ຂໍນຳ ສະເໜີຄໍລຳໃໝ່ “ທາງເລືອກ-ທາງ ລອດປອດໄພຈາກອຸບັດເຫດ.” ເພື່ອ ເປັນການເຜີຍແຜ່ກົດລະບຽບຈະລາ ຈອນ, ລາຍງານສະພາບອຸບັດເຫດ ໃນສັງຄົມ ແລະ ແນວທາງໃນການ ແກ້ໄຂບັນຫາດັ່ງກ່າວໃຫ້ທ່ານຜູ້ ອ່ານ ໂດຍຈະອອກໜັງສືພິມອາທິດ ລະ 1 ຄັ້ງ ທຸກໆວັນພຸດ. ນອກຈາກ ນີ້, ເຈົ້າໜ້າທີ່ກ່ຽວຂ້ອງ ກໍຄື ທ່ານ ຜູ້ອ່ານທັງຫລາຍສາມາດຂຽນເປັນ ບົດ-ຂ່າວ ເຂົ້າມາທາງຄໍລຳເຮົາ ໄດ້ ເພື່ອປະກອບແນວຄວາມຄິດຕໍ່ ກັບບັນຫາດັ່ງກ່າວ ຊຶ່ງຄໍລຳ “ທາງ ເລືອກ-ທາງລອດປອດໄພຈາກອຸ ບັດເຫດ” ໜັງສືພິມປະເທດລາວ ຍິນດີຈະໂຄສະນາຜົນງານອອກສູ່ ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ. ພາຍຫລັງທີ່ພັກ ແລະ ລັດຖະ ບານ ສປປ ລາວ ໄດ້ມີນະໂຍບາຍ ປ່ຽນແປງໃໝ່ ທາງດ້ານເສດຖະ ກິດ, ລັດຖະບານໄດ້ຖືສໍາຄັນການ ພັດທະນາພື້ນຖານໂຄງລ່າງ ໂດຍ ສະເພາະວຽກງານຄົມມະນາຄົມຂົນສົ່ງໃຫ້ກາຍເປັນປາຍແຫລມ ຊຶ່ງໄດ້ລົງທຶນໃນແຕ່ລະປີກວມເອົາ ປະມານ 30-50% ຂອງງົບປະ ມານກໍ່ສ້າງພື້ນຖານຂອງລັດ ເພື່ອ ກໍ່ສ້າງ ແລະ ປັບປຸງວຽກງານຄົມ ມະນາຄົມ-ຂົນສົ່ງໃຫ້ມີຄວາມສະ ດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ສາມາດ ເຊື່ອມໂຍງ-ເຊື່ອມຈອດກັບພາກ ພື້ນ ແລະ ສາກົນ. ການພັດທະນາ ໂຄງລ່າງດັ່ງກ່າວ ໄດ້ປະກອບສ່ວນ ເຮັດໃຫ້ເສດຖະກິດຂອງ ສປປ ລາວ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ ແລະ ຊີວິດການເປັນຢູ່ກໍນັບມື້ນັບດີ ຂຶ້ນ. ຈໍານວນຍານພາຫະນະທາງ ບົກສ່ວນຕົວ, ຂົນສົ່ງສິນຄ້າ ແລະ ໂດຍສານໃນຂອບເຂດທົ່ວປະເທດ ໄດ້ເພີ່ມຂຶ້ນໃນລະດັບ 10-15% ຕໍ່ ປີ. ນອກຈາກນີ້, ຍັງມີຍານພາຫະນະ ຂົນສົ່ງຂອງປະເທດໃກ້ຄຽງທີ່ເຂົ້າອອກ ແລະ ຜ່ານໄປມາໃນດິນແດນ ຂອງ ສປປ ລາວ ກໍມີປະລິມານເພີ່ມ ຂຶ້ນຢ່າງໄວວາ ຄຽງຄູ່ກັບການເພີ່ມຂຶ້ນຂອງ ຍານພາຫະນະໃນແຕ່ລະປີ ຈຳນວນ ອຸບັດເຫດກໍມີທ່າອ່ຽງເພີ່ມຂຶ້ນ ຊຶ່ງ ເຮັດໃຫ້ມີຄົນບາດເຈັບ, ເສຍອົງຄະ, ເສຍຊີວິດລວມທັງຊັບສິນຂອງລັດ ແລະ ປະຊາຊົນເສຍຫາຍຄິດເປັນ ມູນຄ່າຫລາຍຕື້ກີບຕໍ່ປີ. ໃນການ ຈັດຕັ້ງປະຕິບັດຜ່ານມາກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ ອອກກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ ເພື່ອແກ້ໄຂບັນຫາການເກີດອຸບັດ ເຫດດັ່ງກ່າວ. ກະຊວງປ້ອງກັນ ຄວາມສະຫງົບ ກໍໄດ້ເຮັດໜ້າທີ່ ກວດກາຜູ້ນໍາໃຊ້ຍານພາຫະນະ ທາງບົກຕາມທາງຫລວງ, ຄຽງຄູ່ ກັບການບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບການຈະລາ ຈອນທາງບົກ ພ້ອມທັງເຮັດໜ້າທີ່ ສຶກສາອົບຮົມ. ແນວໃດກໍຕາມ, ສະບັບນີ້ ຂໍສະ ເໜີແບບລວມໆໃຫ້ທ່ານຜູ້ອ່ານກ່ອນ ຊຶ່ງມາສະບັບໜ້າຈຶ່ງມາສະເໜີຕື່ມ.

ໂດຍ: ເຂົ້າຈານນ້ຳ

KPL

ຂ່າວອື່ນໆ

    • ຮີດຄອງປະເພນີ ແລະ ວັດທະນະທຳຂອງຊົນເຜົ່າຍວນບົດ-ສາລະຄະດີ

      ຮີດຄອງປະເພນີ ແລະ ວັດທະນະທຳຂອງຊົນເຜົ່າຍວນ

      3/23/2026 11:25:29 AM

      ຂປລ. ຊົນເຜົ່າຍວນ ມີປະຫວັດຄວາມເປັນມາຄ້າຍຄືກັນກັບຊົນເຜົ່າໃນໝວດພາສາ ລາວ-ໄຕ ໄດ້ອົບພະຍົບ ແລະ ເຄື່ອນຍ້າຍຈາກພາກໃຕ້ ຫລື ພາກຕາເວັນອອກສ່ຽງໃຕ້ ຂອງປະເທດຈີນ ເຂົ້າສູ່ດິນແດນພາກເໜືອຂອງ ສປປ ລາວ

    • ຈຸດໝາຍ, ທິດທາງ ໃນການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມບົດ-ສາລະຄະດີ

      ຈຸດໝາຍ, ທິດທາງ ໃນການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ

      3/23/2026 11:19:46 AM

      ຂປລ.ໂຄງການການເມືອງຂອງ ພັກ ແມ່ນທິດສະດີປະຕິວັດ, ເປັນ ທວນໄຟອັນສະຫວ່າງສະໄຫວເຍືອງ ທາງໃຫ້ແກ່ພັກ ແລະ ທົ່ວປວງຊົນ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ສ້າງໄດ້ ບາດກ້າວເດີນ ແລະ ບາດລ້ຽວ ທີ່ໜັກແໜ້ນໃຫ້ແກ່ພາລະກິດແຫ່ງ ການສືບຕໍ່ບູລະນະລະບອບປະຊາ ທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ ຊຶ່ງເນື້ອ ໃນພື້ນຖານຂອງການບູລະນະລະ ບອບປະຊາທິປະໄຕປະຊາຊົນກ້າວ ຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາ

    • ເມືອງວຽງໄຊ ໄດ້ຮັບລາງວັນ ເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນປີ 2026-2028ບົດ-ສາລະຄະດີ

      ເມືອງວຽງໄຊ ໄດ້ຮັບລາງວັນ ເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນປີ 2026-2028

      3/23/2026 11:11:29 AM

      ຂປລ. ເມື​ອງວຽງ​ໄຊ​ ກໍ​ເປັນ​ອີກໜຶ່ງ​ເມືອງ​ທີ່​ໄດ້​ຮັບລາງວັນ ​ເມືອ​ງມາດຕະຖານ​ທ່ອງ​ທ່ຽວສະອາດ​ອາຊຽນປີ 2026-2028 ​​​ເນື່ອງ​ຈາກ​ວ່າ​ໄດ້​ຮັບ​ຄະ​ແນນປະ​ເນີນ​ຈາກຄະນະ​ກໍາມະການ​ຂັ້ນ​ສູນ​ກາງ ກວ່າ 95 ຄະ​ແນ​ນ​ ຫລື ​ເທົ່າ​ຫັບ 87,96 % ຂອງ​ຄະ​ແນນ​ລວມ 100%​ ​ໂດຍ​ການ​ປະ​ເມີນ ​ໄດ້​ກໍານົດ​ໂຕ​ຊີ້​ວັດ ດ້ານ​ສິ່ງ​ແວດ​ລ້ອມ, ຄວາມ​ສະອາດ,ການ​ປູກ​ຈິດ​ສໍານຶກ, ພື້ນ​ທີ​ສີຂຽວ, ຄວາມ​ສະອາດ,ຄວາມ​ປອດ​ໄພ,ພື້ນຖານ​ໂຄງ​ລ່າງ ​ແລະ ສິ່ງ​ອໍານວຍ​ຄວາມ​ສະ​ດວກ

    • ບໍລິສັດ TOKYO PLAZA ນໍາສະເໜີສິນຄ້າຈາກປະເທດຍີ່ປຸ່ນສູ່ສັງຄົມລາວບົດ-ສາລະຄະດີ

      ບໍລິສັດ TOKYO PLAZA ນໍາສະເໜີສິນຄ້າຈາກປະເທດຍີ່ປຸ່ນສູ່ສັງຄົມລາວ

      3/23/2026 11:05:11 AM

      ຂປລ. ບໍລິສັດ TOKYO PLAZA ​ແມ່ນບໍລິສັດ​ນໍາ​ເຂົ້າຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບຈາກ​ຍີ່ປຸ່ນ ສູ່​ສັງຄົມ​ລາວ ມາ​ເປັນ​ເວລາ 9 ປີ ​ເປັນ​ຕົ້ນ​ ມີທັງເຄື່ອງອຸປະໂພກ ແລະ ບໍລິໂພກ ເຊັ່ນ: ເຄື່ອງສຳອາງ, ເຄື່ອງໃຊ້ໃນຊີວິດປະຈຳວັນເຂົ້າໜົມ ແລະ ອາຫານແຊ່ແຂງ ແລະ ສິນຄ້າອື່ນໆ ​ເຊິ່ງ​ໄດ້​ຮັບ​ຜົນ​ຕອບ​ຮັບ​ທີ່​ດີ​ຈາກ​ສັງຄົມ​ລາວ ຕະຫລອດມາ.

    • ເກດສະໜາຟາມ ຕົວແບບການຜະລິດກະສິກຳເປັນສິນຄ້າ ທີ່ຕິດພັນກັບການສົ່ງອອກຕ່າງປະເທດບົດ-ສາລະຄະດີ

      ເກດສະໜາຟາມ ຕົວແບບການຜະລິດກະສິກຳເປັນສິນຄ້າ ທີ່ຕິດພັນກັບການສົ່ງອອກຕ່າງປະເທດ

      3/23/2026 11:02:15 AM

      ຂປລ. ຄວາມດຸໝັ່ນຂະຫຍັນພຽງ, ຄວາມອົດທົນເປັນບໍ່ເກີດແຫ່ງຜົນສຳເລັດ ເໝືອນດັ່ງເກດສະໜາຟາມ ເປັນອີກໜຶ່ງຄອບຄົວແບບການຜະລິດກະສິກຳເປັນສິນຄ້າທີ່ຕິດພັນກັບການສົ່ງອອກຕ່າງປະເທດ ທີ່ປີໜຶ່ງສາມາດສ້າງລາຍຮັບໄດ້ຫລາຍຮ້ອຍລ້ານກີບ

ads
ads

Top