ຮີດຄອງປະເພນີ ແລະ ວັດທະນະທຳຂອງຊົນເຜົ່າຍວນ

23/03/2026 11:25
ຂປລ ຂປລ. ຊົນເຜົ່າຍວນ ມີປະຫວັດຄວາມເປັນມາຄ້າຍຄືກັນກັບຊົນເຜົ່າໃນໝວດພາສາ ລາວ-ໄຕ ໄດ້ອົບພະຍົບ ແລະ ເຄື່ອນຍ້າຍຈາກພາກໃຕ້ ຫລື ພາກຕາເວັນອອກສ່ຽງໃຕ້ ຂອງປະເທດຈີນ ເຂົ້າສູ່ດິນແດນພາກເໜືອຂອງ ສປປ ລາວ

ຂປລ. ຊົນເຜົ່າຍວນ ມີປະຫວັດຄວາມເປັນມາຄ້າຍຄືກັນກັບຊົນເຜົ່າໃນໝວດພາສາ ລາວ-ໄຕ ໄດ້ອົບພະຍົບ ແລະ ເຄື່ອນຍ້າຍຈາກພາກໃຕ້ ຫລື ພາກຕາເວັນອອກສ່ຽງໃຕ້ ຂອງປະເທດຈີນ ເຂົ້າສູ່ດິນແດນພາກເໜືອຂອງ ສປປ ລາວ ໃນລະຫວ່າງສະຕະວັດທີ XIII ເປັນຕົ້ນມາ ຊຶ່ງປັດຈຸບັນໄດ້ຕັ້ງຖິ່ນຖານພູມລຳເນົາຢູ່ບັນດາແຂວງພາກເໜືອ ແລະ ແຂວງວຽງຈັນ.  ຊົນເຜົ່າຍວນມີສອງແຊງ ຄື: ກະລອມ ແລະ ງ້ຽວ, ມີພາສາປາກເວົ້າຈັດຢູ່ໝວດພາສາ ລາວ-ໄຕ, ມີຕົວໜັງສືຂຽນຄ້າຍຄືຕົວທຳລາວ.

ຊົນເຜົ່າຍວນ ມີຮີດຄອງປະເພນີ ແລະ ວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂົາເຈົ້າ,  ນັບຖືສາສະໜາພຸດ ຄຽງຄູ່ກັບການນັບຖືຜີ ເຊັ່ນ: ຜີພໍ່, ຜີແມ່, ຜີພູປ່າດົງ ທັງມີຄວາມເຊື່ອທາງໄສຍະສາດ ແລະ ສິ່ງເໜືອທຳມະຊາດ, ມີຫລາຍຕະກຸນ ແຕ່ຖືວ່າຄົນໃນຕະກຸນດຽວກັນແມ່ນສືບເຊື້ອສາຍມາຈາກບັນພະບູລຸດດຽວກັນ ແລະ ຕ້ອງຮັກແພງສາມັກຄີກັນ. ຊົນເຜົ່າຍວນ ມັກຕັ້ງບ້ານຢູ່ໃນເຂດທົ່ງພຽງ ຕາມແຄມແມ່ນ້ຳລຳເຊທີ່ມີເງື່ອນໄຂສະດວກໃນການດຳລົງຊີວິດປະຈຳວັນ ໂດຍສະເພາະແມ່ນບ່ອນທີ່ມີເງື່ອນໄຂເອື້ອອຳນວຍຕໍ່ການປູກຝັງ. ລັກສະນະເຮືອນແຕ່ກ່ອນ ເຂົາເຈົ້າປຸກເຮືອນຮ້ານແບບເຮືອນຮ້ານ, ມີການຈັດລະບຽບການປະກອບສ້າງພາຍໃນເຮືອນຄ້າຍຄືກັນກັບຊົນເຜົ່າລື້, ພາຍໃນເຮືອນຈັດແບ່ງເປັນຫ້ອງໂລ່ງກວ້າງສຳລັບຮັບແຂກ ແລະ ບ່ອນພັກຜ່ອນ, ສ່ວນຫ້ອງນອນແມ່ນນ້ອຍ, ເຮືອນຄົວນ້ອງໆ ເປັນຕໍ່ອອກໄປຈາກເຮືອນໃຫຍ່.  ສຳລັບຂໍ້ຫ້າມ (ຂໍ້ຄະລຳ) ແມ່ນບໍ່ໃຫ້ເຂົ້າຫ້ອງນອນ ແລະ ນັ່ງເບາະຮອງນັ່ງ (ອາສະນະ) ຂອງຜູ້ເປັນເຈົ້າຂອງເຮືອນ, ດ້ານໜ້າຂອງເຮືອນ ມັກມີກີ່ຕຳ່ຫູກ ແລະ ຄົກມືຕຳເຂົ້າ. ນອກຈາກນີ້, ໃນປີໜຶ່ງໆມີບຸນທາງພຸດທະສາສະໜາ ແລະ ການບາສີສູ່ຂວັນຕ້ອນຮັບແຂກຄົນເປັນປະຈຳ, ພ້ອມນັ້ນ ເຂົາເຈົ້າຖືວ່າ ວັດວາອາຮາມເປັນສະຖານທີ່ສຳຄັນ, ສ່ວນຫໍເທວະດາ, ຫໍຜີບ້ານ, ຫໍຜີເມືອງ ເປັນສະຖານທີ່ສັກສິດ ຊຶ່ງຄົນໃນບ້ານຕ້ອງເຄົາລົບ.ຊົນເຜົ່າຍວນ ຈະມີງາມບຸນຄ້າຍຄືກັບຊົນເຜົ່າອື່ນໆເຊັ່ນ:ບຸນປີໃໝ່, ບຸນກິນເຕດ ທີ່ຈະໄດ້ຈັດຂຶ້ນໃນໄລຍະ ທີ່ເກັບກ່ຽວເຂົ້າແລ້ວ, ພວກເຂົາກໍຈະພາກັນຫ້າງຫາກະກຽມເຮັດເຂົ້າຕົ້ມເພື່ອເອົາມາເຮັດໃນງານບຸນດັ່ງກ່າວ. ສ່ວນການນຸ່ງຫົ່ມເອ້ຢ້ອງນັ້ນສ່ວນຫລາຍເຂົາເຈົ້າມັກຖັກແສ່ວ ແລະ ອອກແບບທີ່ເປັນເອກະລັກຂອງຕົນ ໂດຍສະເພາະແມ່ນສິ້ນ,ເສື້ອຂອງແມ່ຍິງ. ປັດຈຸບັນເຄື່ອງນຸ່ງແລະວັດທະນະທຳການແຕ່ງກາຍທີ່ເປັນເອກະລັກຂອງເຂົາເຈົ້າຈະບໍ່ປະກົດໃຫ້ເຫັນຢ່າງຊັດເຈນ, ນອກຈາກເວລາມີພິທີກຳ ແລະ ງານບຸນຕ່າງໆເທົ່ານັ້ນ.

ເຖິງແນວໃດກໍດີ,  ດ້ານສິລະປະວັນນະຄະດີ ມີການຂັບລຳທີ່ເອີ້ນວ່າ:  ຈ້ອຍຍວນ ໃສ່ສຽງແຄນທີ່ໄດ້ຮັບຄວາມນິຍົມຊົມຊອບຫລາຍ. ເຂົາເຈົ້າມີເຄື່ອງປະດັບເອ້ຢ້ອງທີ່ເປັນເອກະລັກ, ມີນິທານພື້ນເມືອງ, ຄຳຜະຫຍາພາສິດທີ່ສ່ອງແສງເຖິງການຜະລິດກະສິກຳ ແລະ ການພົວພັນລະຫວ່າງບ່າວສານຢ່າງອຸດົມສົມບູນ. ສ່ວນເຄື່ອງດົນຕີກໍຈະມີປະເພດ: ກອງ, ແຄນ, ຄ້ອງ, ແສ່ງ ແລະ ອື່ນໆ ທີ່ຈະໃຊ້ເຂົ້າເປັນເຄື່ອງດົນຕີທີ່ເອົາມາເສບງັນໃນເວລາທີ່ມີບຸນ, ງານດອງ ແລະ ງານອື່ນໆ. 
KPL

ຂ່າວອື່ນໆ

    • ການປະຕິບັດກົດລະບຽບຈະລາຈອນ ຊ່ວຍຫລຸດຜ່ອນການເກີດອຸບັດເຫດບົດ-ສາລະຄະດີ

      ການປະຕິບັດກົດລະບຽບຈະລາຈອນ ຊ່ວຍຫລຸດຜ່ອນການເກີດອຸບັດເຫດ

      3/23/2026 11:31:06 AM

      ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນດີ ແລ້ວວ່າ, ບັນຫາການເກີດອຸບັດເຫດ ຕາມທ້ອງຖະໜົນແມ່ນເກີດຈາກ ຫລາຍສາເຫດເປັນຕົ້ນແມ່ນນັກຂັບ ຂີ່ບໍ່ປະຕິບັດຕາມກົດຈະລາຈອນ, ສະພາບເຕັກນິກລົດບໍ່ໄດ້ມາດຖານ, ຂັບຂີ່ປະໝາດ, ດື່ມສິ່ງມຶນເມົາແລ້ວ ຂັບ ແລະ ອື່ນໆ.

    • ຈຸດໝາຍ, ທິດທາງ ໃນການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມບົດ-ສາລະຄະດີ

      ຈຸດໝາຍ, ທິດທາງ ໃນການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ

      3/23/2026 11:19:46 AM

      ຂປລ.ໂຄງການການເມືອງຂອງ ພັກ ແມ່ນທິດສະດີປະຕິວັດ, ເປັນ ທວນໄຟອັນສະຫວ່າງສະໄຫວເຍືອງ ທາງໃຫ້ແກ່ພັກ ແລະ ທົ່ວປວງຊົນ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ສ້າງໄດ້ ບາດກ້າວເດີນ ແລະ ບາດລ້ຽວ ທີ່ໜັກແໜ້ນໃຫ້ແກ່ພາລະກິດແຫ່ງ ການສືບຕໍ່ບູລະນະລະບອບປະຊາ ທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ ຊຶ່ງເນື້ອ ໃນພື້ນຖານຂອງການບູລະນະລະ ບອບປະຊາທິປະໄຕປະຊາຊົນກ້າວ ຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາ

    • ເມືອງວຽງໄຊ ໄດ້ຮັບລາງວັນ ເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນປີ 2026-2028ບົດ-ສາລະຄະດີ

      ເມືອງວຽງໄຊ ໄດ້ຮັບລາງວັນ ເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນປີ 2026-2028

      3/23/2026 11:11:29 AM

      ຂປລ. ເມື​ອງວຽງ​ໄຊ​ ກໍ​ເປັນ​ອີກໜຶ່ງ​ເມືອງ​ທີ່​ໄດ້​ຮັບລາງວັນ ​ເມືອ​ງມາດຕະຖານ​ທ່ອງ​ທ່ຽວສະອາດ​ອາຊຽນປີ 2026-2028 ​​​ເນື່ອງ​ຈາກ​ວ່າ​ໄດ້​ຮັບ​ຄະ​ແນນປະ​ເນີນ​ຈາກຄະນະ​ກໍາມະການ​ຂັ້ນ​ສູນ​ກາງ ກວ່າ 95 ຄະ​ແນ​ນ​ ຫລື ​ເທົ່າ​ຫັບ 87,96 % ຂອງ​ຄະ​ແນນ​ລວມ 100%​ ​ໂດຍ​ການ​ປະ​ເມີນ ​ໄດ້​ກໍານົດ​ໂຕ​ຊີ້​ວັດ ດ້ານ​ສິ່ງ​ແວດ​ລ້ອມ, ຄວາມ​ສະອາດ,ການ​ປູກ​ຈິດ​ສໍານຶກ, ພື້ນ​ທີ​ສີຂຽວ, ຄວາມ​ສະອາດ,ຄວາມ​ປອດ​ໄພ,ພື້ນຖານ​ໂຄງ​ລ່າງ ​ແລະ ສິ່ງ​ອໍານວຍ​ຄວາມ​ສະ​ດວກ

    • ບໍລິສັດ TOKYO PLAZA ນໍາສະເໜີສິນຄ້າຈາກປະເທດຍີ່ປຸ່ນສູ່ສັງຄົມລາວບົດ-ສາລະຄະດີ

      ບໍລິສັດ TOKYO PLAZA ນໍາສະເໜີສິນຄ້າຈາກປະເທດຍີ່ປຸ່ນສູ່ສັງຄົມລາວ

      3/23/2026 11:05:11 AM

      ຂປລ. ບໍລິສັດ TOKYO PLAZA ​ແມ່ນບໍລິສັດ​ນໍາ​ເຂົ້າຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບຈາກ​ຍີ່ປຸ່ນ ສູ່​ສັງຄົມ​ລາວ ມາ​ເປັນ​ເວລາ 9 ປີ ​ເປັນ​ຕົ້ນ​ ມີທັງເຄື່ອງອຸປະໂພກ ແລະ ບໍລິໂພກ ເຊັ່ນ: ເຄື່ອງສຳອາງ, ເຄື່ອງໃຊ້ໃນຊີວິດປະຈຳວັນເຂົ້າໜົມ ແລະ ອາຫານແຊ່ແຂງ ແລະ ສິນຄ້າອື່ນໆ ​ເຊິ່ງ​ໄດ້​ຮັບ​ຜົນ​ຕອບ​ຮັບ​ທີ່​ດີ​ຈາກ​ສັງຄົມ​ລາວ ຕະຫລອດມາ.

    • ເກດສະໜາຟາມ ຕົວແບບການຜະລິດກະສິກຳເປັນສິນຄ້າ ທີ່ຕິດພັນກັບການສົ່ງອອກຕ່າງປະເທດບົດ-ສາລະຄະດີ

      ເກດສະໜາຟາມ ຕົວແບບການຜະລິດກະສິກຳເປັນສິນຄ້າ ທີ່ຕິດພັນກັບການສົ່ງອອກຕ່າງປະເທດ

      3/23/2026 11:02:15 AM

      ຂປລ. ຄວາມດຸໝັ່ນຂະຫຍັນພຽງ, ຄວາມອົດທົນເປັນບໍ່ເກີດແຫ່ງຜົນສຳເລັດ ເໝືອນດັ່ງເກດສະໜາຟາມ ເປັນອີກໜຶ່ງຄອບຄົວແບບການຜະລິດກະສິກຳເປັນສິນຄ້າທີ່ຕິດພັນກັບການສົ່ງອອກຕ່າງປະເທດ ທີ່ປີໜຶ່ງສາມາດສ້າງລາຍຮັບໄດ້ຫລາຍຮ້ອຍລ້ານກີບ

ads
ads

Top