leoa d0j k;lkoxtgmf]k; gxu f[A oc0j '0a o;y -kdkoIa [8h vodv'xt-5 ,.spj 7A 'mu VI 0v'vq '7totra d 7vlr ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 23.03.2026 ປີທີ 25 ສະບັບທີ 6.401ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 78r g-nj v,-b ,,t8y dv'xt-5 ,.spj 7A 'mu XII 0v'ra d c]t s;o7n o ;a ole7a o0v'ra d{0v'-kf 8A '|h kxa [x5 ' d+ lh k'ra d .sh xvf.l g0A ,c0' |a dc|h o ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະບໍລິຫານ ງານສູນກາງພັກ, ຄະນະລັດຖະບານ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) 7tot[= ]y sko'kol6 odk'ra d dv,,6 oy fs;Pfok, lqj 'lkov;prvo ;a olh k'8A 'ra dxt-k-q oxt8y ;a f]k; 7q [Iv[ 71 xu lts]5 [zq oleg]a f37'dko lh k'7;k,g0A ,c0'.sh cdj ]t[q [ ;Pd'kol5 0trk[8k .o]k; ສະຫາຍ ບຸນເຫລືອ ພັນດານຸວົງ F ອ່ານຕໍ່ໜ້າ 4່ າໍ່ ໜ້າ vk7ko 12 -A o 0v'37'dko ]k;g-a og8u rh v,gxu f.sh [= ]y dko mq [m;odkoIj ;,,n ]ts;j k' ]a f4t[ko]k; da [vq 'dko9a f8A 'lkdq o muj [+ la 'da f]a f4t[ko dkooe ra d{]a f ;k'r;',k]k 3vdkf;a olh k'8A 'ra d xx ]k; 7q [Iv[ 71 xu 7e,j ;o ltgs]u ,lts]v'Ia [.[1A '1n o ,= ]tfq d3]dv5 my pkocsj '-kf su o|k,|+ ທ່ານ ສອນໄຊ ສີພັນດອນ (ຜູ້ທີ 8 ນັບຈາກຊ້າຍຫາຂວາ) ທ່ານ ທອງສະຫວັນ ພົມວິຫານ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 3່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 3່ າໍ່ ໜ້າ ຂປລ. ແຂວງຄໍາມ່ວນ ຈັດພິທີ ສະເຫລີມສະຫລອງຢ່າງຍິ່ງໃຫຍ່ ເນື່ອງໃນໂອກາດທີ່ “ອຸທິຍານແຫ່ງ ຊາດ ຫີນໜາມໜໍ່” ໄດ້ຮັບຂຶ້ນທະ ບຽນເປັນມໍລະດົກໂລກທາງທຳມະ ຊາດ ຮ່ວມຊາຍແດນກັບອຸທິຍານ ແຫ່ງຊາດ ຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ ໃນວັນທີ ຂປລ. ຄະນະກໍາມະການຄຸ້ມ ຄອງ ອົງການຈັດຕັ້ງສາກົນ ທີ່ບໍ່ສັງ ກັດລັດຖະບານ(ອສບລ), ກະຊວງ ການຕ່າງປະເທດ ຈັດກອງປະຊຸມ ທົບທວນຄືນການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດ ລັດຖະບານ (ອສບລ) ຄັ້ງທີ V ໃນ ວັນທີ 19-20 ມີນາ 2026 ທີ່ສູນ ການຮ່ວມມືສາກົນ ແລະ ການຝຶກ ອົບຮົມ (ICTC) ພາຍໃຕ້ການເປັນ ປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ, ມີບັນດາປະ ທານ ແລະ ຮອງປະທານຄະນະ ກຳມະການປົກຄອງແຂວງ, ຮອງ ລັດຖະມົນຕີກະຊວງກ່ຽວຂ້ອງ, ບັນ ດາທູຕານຸທູດ, ຜູ້ໃຫ້ທຶນ, ຄູ່ຮ່ວມ ຂປລ. ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິ ປະໄຕ ເກົາຫລີ ໄດ້ສົ່ງໂທລະເລກອວຍພອນ ເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ. ເນື້ອໃນໂທລະເລກໄດ້ລະບຸວ່າ: ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາ ຊົນປະຕິວັດລາວ ຄົບຮອບ 71 ປີ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນອັນປະ ເສີດ ແລະ ຄໍາຊົມເຊີຍອັນອົບອຸ່ນຖານສະຫາຍ ມາຍັງ ສະຫາຍ ແລະ ຜ່ານ ສະຫາຍ ໄປຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະມາຊິກພັກ ທຸກຖ້ວນໜ້າ. ການສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ເປັນເຫດການທາງປະຫວັດ ສາດທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ໃນການກຳນົດຊາຕາກຳຂອງປະຊາ ຊົນລາວ ແລະ ເປັນຈຸດປ່ຽນທີ່ສຳຄັນໃນການຕໍ່ສູ້ເພື່ອລົບລ້າງການປົກ ຄອງຂອງຕ່າງຊາດ ແລະ ສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນ. ຂ້າພະເຈົ້າ ສະແດງຄວາມຫວັງວ່າ ພາຍໃຕ້ການນໍາພາ-ຊີ້ນຳຂອງພັກ ປະຊາຊົນປະຕິວັດລາວ ໂດຍມີສະຫາຍເປັນແກນນຳ, ປະຊາຊົນລາວ ຈະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂປລ. ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງ ສານອວຍພອນເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ. ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດສະເຫລີມສະຫລອງວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22/03/195522/03/2026), ຕາງໜ້າພັກກອມມູນິດຫວຽດນາມ ແລະ ປະຊາຊົນ ຫວຽດນາມ, ພວກຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄວາມຮັກແພງອັນດູດ ດື່ມ ຖານສະຫາຍອ້າຍນ້ອງອັນສະໜິດສະໜົມ ແລະ ຄໍາອວຍພອນໄຊທີ່ ອົບອຸ່ນມາຍັງຄະນະບໍລິຫານງານສູນກາງພັກ, ສະມາຊິກພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວ ທຸກຖ້ວນໜ້າ. ບົນເສັ້ນທາງປະຫວັດສາດຕະຫລອດໄລຍະ 71 ປີ ຜ່ານມາ, ພາຍໃຕ້ ການນໍາພາອັນສະຫລາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ປະເທດລາວ ສາມາດຍາດໄດ້ຜົນສໍາເລັດອັນສໍາຄັນ, ຮອບດ້ານໃນບັນດາ ຂົງເຂດຕ່າງໆ; ຮັບປະກັນສະຖຽນລະພາບທາງດ້ານການເມືອງໄດ້ຢ່າງ ໝັ້ນທ່ຽງ, ການພັດທະນາເສດຖະກິດ-ສັງຄົມ ມີຜົນສໍາເລັດຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບມີການປັບປຸງດີຂຶ້ນເລື້ອຍໆ, ຖານະ, ບົດບາດຂອງລາວໄດ້ຮັບການຍົກສູງ ຂປລ. ໃນວັນທີ20 ມີນາ 2026 ນີ້, ຄະນະພົວພັນຕ່າງປະເທດສູນ ກາງພັກ(ຄຕພ)ໄດ້ເຜີຍແຜ່, ເຊື່ອມ ຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ຫວນຄືນວັນສຳຄັນຂອງພັກ, ຂອງຊາດ ໂດຍການໃຫ້ກຽດເຜີຍ ແຜ່ຂອງ ສະຫາຍ ບຸນເຫລືອ ພັນ ດານຸວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ການລາວເຊັນເຕີ) ທີ່ສູງທີ່ສຸດໃນ ສປປ ລາວ (46 ຊັ້ນ) ມາຮອດປັດ ຈຸບັນການກໍ່ສ້າງສຳເລັດບາງສ່ວນ ແລ້ວ, ຄາດວ່າຈະສຳເລັດ ແລະ ເປີດໃຫ້ບໍລິການ ໃນປີ 2028. ໃນ ນັ້ນ, ໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ແມ່ນການກໍ່ສ້າງຕຶກອາ ຄານ 12 ຊັ້ນ (ຕຶກຮອງ) ປັດຈຸບັນ ການກໍ່ສ້າງແມ່ນສຳເລັດເກືອບ 100% ແລະ ພ້ອມເປີດໃຫ້ບໍລິ ການແລ້ວ ຊຶ່ງໄດ້ເປີດໃຫ້ຈັບຈອງ ຂປລ. ສາມອົງການຈັດຕັ້ງມະ ຫາຊົນກໍຄືອົງການຈັດຕັ້ງຊາວໜຸ່ມ, ອົງການຈັດຕັ້ງກຳມະບານແລະສະ ra dcI''kogdq ks]u lqj '3m]tg]dv;prvo ;a olh k'8A 'ra dxt-k-q oxt8y ;a f]k; 7q [Iv[ 71 xu ອະນຸສາວະລີນັກຮົບນິລະນາມ (ດາວແດງ) 19 ມີນາ 2026 ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນ ພັດທະນາ, ບັນດາອົງການຈັດຕັ້ງ ສາກົນ ທີ່ບໍ່ສັງກັດລັດຖະບານ (INGOs) ຢູ່ ສປປ ລາວ ແລະ ຕາງໜ້າອົງການຈັດຕັ້ງທາງສັງ ຄົມຂອງລາວ ເຂົ້າຮ່ວມ. ທ່ານ ກົງ ເວີນຈົ່ງ ຂປລ. ໂຄງການກໍ່ສ້າງຕຶກອາ ຄານໂຮງແຮມແລະຄອນໂດ(ໂຄງ ຫະພັນແມ່ຍິງ ສໍານັກຂ່າວສານປະ ເທດລາວ(ຂປລ) ເປີດບັ້ນແຂ່ງຂັນ ຂປລ. ກົມປິ່ນປົວແລະ ຟື້ນຟູໜ້າ ທີ່ການ ກະຊວງສາທາລະນະສຸກ ຈັດກອງປະຊຸມສະຫລຸບຜົນສໍາເລັດ ຂອງໂຄງການສ້າງຄວາມເຂັ້ມ ແຂງໃຫ້ແກ່ລະບົບວຽກງານ ສຸຂະ ພາບຕາ ໃນ ສປປ ລາວ ວັນທີ 19 ມີນາ 2026 ຢູ່ນະຄອນຫລວງວຽງ ຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສົມມະນາ ລັດຕະນະ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ
@ 0j k; c]t gsfdko j 23/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ການນຳ ພັກ-ລັດ...ັັ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ບໍລິຫານງານສູນກາງພັກ, ຄະນະລັດຖະບານ ໄດ້ຖ່າຍຮູບລວມເປັນທີ່ລະນຶກ ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກ ຄະນະບໍລິຫານງານ...ໍິ ຢູ່ໃນພາກພື້ນ ແລະ ໃນເວທີສາກົນ. ຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ ຂອງພັກປະຊາຊົນປະຕິວັດລາວ ໄດ້ເປັນກໍາລັງໃຈປຸກລະດົມຊຸກຍູ້ອັນ ໃຫຍ່ຫລວງ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍເຄົາລົບ ແລະ ຈົດຈໍາ ບຸນຄຸນຕໍ່ການສະໜັບສະໜູນອັນບໍລິສຸດຜຸດຜ່ອງ ແລະ ລໍ້າຄ່າ ທີ່ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງມີຕໍ່ ຫວຽດນາມ ໃນພາລະກິດການປະຕິວັດ ໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ. ພວກຂ້າພະເຈົ້າ ຮູ້ສຶກປິຕິຍິນດີ ທີ່ສອງພັກ, ສອງລັດ ໄດ້ເປັນ ເອກະພາບເພີ່ມເຕີມເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ເຂົ້າໃນຂອບການ ພົວພັນ, ນໍາເອົາສາຍພົວພັນ ຫວຽດນາມ-ລາວ ພັດທະນາຂຶ້ນສູ່ລະດັບສູງ ໃໝ່ ພາຍໃຕ້ຄໍາຂວັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ”. ນີ້ເປັນບາດກ້າວການ ພັດທະນາທີ່ສໍາຄັນ, ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈທາງດ້ານ ການເມືອງຢ່າງເລິກເຊິ່ງ ແລະ ເປັນຄວາມຕັດສິນໃຈລວມໃນການເຮັດ ໃຫ້ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍິ່ງເລິກເຊິ່ງກວ່າເກົ່າ. ພັກ, ລັດແລະປະຊາຊົນຫວຽດນາມສະໜັບສະໜູນຢ່າງແຂງແຮງແລະ ຮອບດ້ານຕໍ່ພາລະກິດການປ່ຽນແປງໃໝ່ຂອງລາວ ແລະ ຢືນຢັນວ່າ ຈະ ສືບຕໍ່ຄຽງບ່າ, ຄຽງໄຫລ່ ແລະ ສະໜັບສະໜູນສູງສຸດ ແກ່ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດລາວ ໃນການຜັນຂະຫຍາຍຢ່າງມີໄຊ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X; ສ້າງສໍາເລັດ ສປປ ລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ວັດທະນາຖາວອນ. ພວກຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ, ຄຽງຄູ່ກັບ ບັນດາໝາກຜົນສໍາຄັນທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍາດ ມາໄດ້ໃນໄລຍະຜ່ານມາ, ສາຍພົວພັນພິເສດ ຫວຽດນາມ-ລາວ, ລາວຫວຽດນາມ ໂດຍແມ່ນ ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ ແລະ ໄດ້ຮັບ ການຝຶກຝົນຫລໍ່ຫລອມ ແລະ ເພີ່ມພູນຄູນສ້າງຈາກບັນດາຮຸ່ນການນໍາຂອງ ສອງພັກ,ສອງລັດແລະປະຊາຊົນສອງຊາດນັ້ນສືບຕໍ່ເສີມຂະຫຍາຍ,ພັດທະ ນາຢ່າງຮອບດ້ານ ນັບມື້ເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນ. ພັກກອມມູນິດຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ປະສານສົບ ທົບຢ່າງແໜັນແຟ້ນກັບພັກປະຊາຊົນປະຕິວັດລາວ ເພື່ອຈັດຕັ້ງຜັນຂະ ຫຍາຍບັນດາຖະແຫລງການຮ່ວມ, ຂໍ້ຕົກລົງ, ສັນຍາທີ່ໄດ້ເຊັນກັນລະຫວ່າງ ສອງພັກ, ສອງລັດຖະບານ ໃນລະຫວ່າງ ການຢ້ຽມຢາມຂອງການນໍາຂັ້ນ ສູງຂອງສອງປະເທດ ໃນໄລຍະຜ່ານມາ ຢ່າງມີປະສິດທິຜົນ. ອວຍພອນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ຫວຽດນາມລາວ ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນຕະຫລອດກາລະນານ. ພັກແຮງງານ ເກົາຫລີ...ັົີ ຄັ້ງທີ XII ຂອງພັກ ຢ່າງມີໄຊ ແລະ ສາມາດບັນລຸເປົ້າໝາຍໃນການ ສ້າງສາປະເທດສັງຄົມນິຍົມ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະ ຫວ່າງ ສອງພັກ ແລະ ສອງປະເທດຂອງພວກເຮົາ ຈະສືບຕໍ່ໄດ້ຮັບການເສີມ ຂະຫຍາຍໃຫ້ຍິ່ງໆຂຶ້ນກວ່າເກົ່າ ຕາມຈິດໃຈທີ່ໄດ້ຕົກລົງກັນ ໃນການພົບ ປະຂອງພວກເຮົາ ໃນເດືອນຕຸລາ ປີຜ່ານມາ ທີ່ນະຄອນຫລວງພຽງຢາງ. ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາ ເລັດອັນໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ວຽກງານອັນມີກຽດຂອງສະຫາຍ. ຂປລ. ໃນວັນທີ 22 ມີນາ 2026 ນີ້, ການນຳພັກ, ລັດ ນຳ ໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ບໍລິຫານງານສູນກາງພັກ, ຄະນະ ລັດຖະບານ ໄດ້ເຂົ້າວາງພວງມາ ລາ ຢູ່ອະນຸສາວະລີນັກຮົບນິລະ ນາມ (ດາວແດງ) ແລະ ວາງກະ ຕ່າດອກໄມ້ ຢູ່ຕໍ່ໜ້າຮູບຫລໍ່ຂອງ ປະທານ ໄກສອນ ພົມວິຫານ ທີ່ ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະ ເຫລີມສະຫລອງວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (ພັກ ປປ ລາວ). ການວາງພວງມາລາໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາ ລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ ຢ່າງພິລະອາດຫານ ແລະ ບໍ່ຍອມ ຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອ ພາລະກິດປະຕິວັດຢ່າງອົງອາດກ້າ ຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍ ໃນວັນທີ 2 ທັນວາ 1975. ສຳລັບການວາງກະຕ່າດອກ ໄມ້ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ໃນຄັ້ງນີ້, ເພື່ອ ລະນຶກເຖິງຄຸນງາມຄວາມດີ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາ ທີ່ເຄົາລົບຮັກ ດ້ວຍຄວາມກະຕັນຍູ ຮູ້ບຸນຄຸນ ແລະ ຈາລຶກຊື່ສຽງ, ຄຸນ ງາມຄວາມດີ, ຜົນງານອັນໃຫຍ່ ຫລວງຂອງ ປະທານ ໄກສອນ ພົມວິຫານ ທີ່ອຸທິດຕະຫລອດຊີວິດ ເພື່ອພາລະກິດຕໍ່ສູ້ ຍາດເອົາເອກະ ລາດແຫ່ງຊາດ, ອິດສະລະພາບ ມາໃຫ້ປະຊາຊົນລາວບັນດາເຜົ່າ, ນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ກໍຄື ພາລະກິດ ປ່ຽນແປງໃໝ່ ຮອບດ້ານ ມີຫລັກ ການຂອງພັກຢ່າງມີໄຊ. ປະທານ ໄກສອນ ພົມວິຫານ ແມ່ນວິລະບູລຸດ, ເປັນລູກຜູ້ປະເສີດ ແລະ ຈົງຮັກພັກດີ ຂອງປະຊາຊົນ ລາວບັນດາເຜົ່າ, ເວລາໃດກໍຖືເອົາ ຜົນປະໂຫຍດຂອງຊາດ, ຂອງປະ ຊາຊົນ ສູງກວ່າສິ່ງໃດໝົດ, ເພິ່ນ ເປັນຜູ້ນໍາທີ່ປີຊາສາມາດ, ສະຫລາດ ສ່ອງໃສ, ມີວິໄສທັດອັນກວ້າງໄກ, ມີຄວາມສາມາດຄ່ອງແຄ້ວໃນການ ໝູນໃຊ້ຢ່າງປະດິດສ້າງ ທິດສະດີ ມາກ-ເລນິນ, ທິດສະດີປະຕິວັດແລະ ບັນດາບົດຮຽນອັນຍອດຍິ່ງຂອງ ມວນມະນຸດ ເຂົ້າໃນການນໍາພາຊີ້ນໍາການປະຕິວັດລາວ ໃນແຕ່ລະ ໄລຍະສາມາດຍາດໄດ້ໄຊຊະນະ ສະຫງ່າງາມ ຕະຫລອດມາ. ຂ່າວ: ທະນູທອງ; ພາບ: ຂັນໄຊ ຄຳມ່ວນ...່ ນາຍົກລັດຖະມົນຕີ, ທ່ານ ໄຊ ຊະນະ ໂຄດພູທອນ ກໍາມະການ ສູນກາງພັກ, ເລຂາພັກແຂວງ, ມີ ບັນດາການນໍາສູນກາງ, ການນໍາ ແຂວງ, ອະດີດການນໍາ, ບັນດາອົງ ການສາກົນ, ແຂວງກວາງຈິ ສສ ຫວຽດນາມ ແລະ ແຂກຖືກເຊີນທັງ ພາຍໃນ ແລະ ສາກົນ ເຂົ້າຮ່ວມ. ບັນຍາກາດພາຍໃນງານດໍາເນີນ ໄປຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍ ຄວາມພາກພູມໃຈ ຂອງປະຊາຊົນ ຊາວລາວ ໂດຍສະເພາະຊາວ ແຂວງຄໍາມ່ວນ ຊຶ່ງຂະບວນຄາຣາ ວານລົດແຫ່ໃບຢັ້ງຢືນ ໄດ້ເຄື່ອນ ຂະບວນຜ່ານເສັ້ນທາງສໍາຄັນໃນ ເທສະບານເມືອງທ່າແຂກ, ພ້ອມ ດ້ວຍການຕີກອງ, ຟ້ອນພື້ນເມືອງ, ຂັບລຳ ແລະ ການສະແດງດົນຕີ ຢ່າງຄຶກຄື້ນ ໂດຍເລີ່ມຂະບວນແຫ່ ຢູ່ຫ້ອງວ່າການແຂວງ, ລ້ຽວຂວາ ໄປຫາ 4 ແຍກໄຟແດງ ໂຮງແຮມ ຣີເວີເຣຍ, ລ້ຽວຊ້າຍໄປໜ້າຫໍຈາ ລຶກ 21 ມີນາ, ແລ້ວລ້ຽວຊ້າຍໄປ ຫາ 4 ແຍກໄຟແດງບ້ານໂພນສະ ອາດ ເຂົ້າສູ່ຫ້ອງປະຊຸມໃຫຍ່ສະ ໂມສອນ 21 ມີນາ (ຫລັກ4). ໂອກາດນີ້, ທ່ານ ລິນຄໍາ ດວງ ສະຫວັນ ລັດຖະມົນຕີກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ ໄດ້ກ່າວ ປະຫວັດຄວາມເປັນມາວ່າ: ການທີ່ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ໄດ້ ຮັບການຂຶ້ນທະບຽນເປັນມໍລະດົກ ໂລກ ເປັນຜົນສຳເລັດອັນຍິ່ງໃຫຍ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ກຽດລັ່ນຄ້ອງ 9 ບາດ ເພື່ອປະກາດໃຫ້ຊາວລາວ ຊາວໂລກຮັບຮູ້, ທັງຢັ້ງຢືນການມອບ-ຮັບໃບຢັ້ງຢືນມໍລະດົກໂລກຫີນໜາມໜໍ່ ຢ່າງເປັນທາງການ ແລະ ເປັນຄວາມພາກພູມໃຈຂອງ ຊາດ ເນື່ອງຈາກເປັນມໍລະດົກໂລກ ທາງທຳມະຊາດແຫ່ງທໍາອິດຂອງ ລາວ ແລະ ເປັນມໍລະດົກໂລກຮ່ວມ ຊາຍແດນແຫ່ງທໍາອິດໃນພາກພື້ນ. ຜົນສຳເລັດນີ້, ເກີດຈາກການຮ່ວມ ແຮງຮ່ວມໃຈ ຂອງຫລາຍພາກ ສ່ວນຕະຫລອດໄລຍະເວລາ 20 ກວ່າປີ. ອຸທິຍານແຫ່ງຊາດ ຫີນ ໜາມໜໍ່ ມີເນື້ອທີ່ປະມານ 82.000 ເຮັກຕາ ເປັນພື້ນທີ່ພູຫີນປູນທີ່ມີ ຄວາມງາມໂດດເດັ່ນ ແລະ ອຸດົມ ໄປດ້ວຍຊີວະນາໆພັນຫາຍາກ ແລະ ຍັງເປັນພື້ນທີ່ສຳຄັນທາງດ້ານນິ ເວດວິທະຍາ ແລະ ການອະນຸລັກ ທຳມະຊາດ. ທ່ານ ນາງ ສວນສະຫວັນ ວິຍະ ເກດ ລັດຖະມົນຕີກະຊວງວັດທະນະ ທໍາ ແລະ ການທ່ອງທ່ຽວ ໄດ້ກ່າວ ວ່າ: ອຸທິຍານແຫ່ງຊາດຫີນໜາມ ໜໍ່ ແຂວງຄໍາມ່ວນ ໄດ້ຮັບຮອງເປັນ ມໍລະດົກໂລກຮ່ວມຊາຍແດນ ກັບ ອຸທິຍານແຫ່ງຊາດຟອງຫຍາ-ແກ ບາງ ຂອງ ສສ ຫວຽດນາມ ຢ່າງ ເປັນທາງການ ໃນກອງປະຊຸມມໍລະ ດົກໂລກ ຄັ້ງທີ 47 ທີ່ປາຣີ ປະເທດ ຝຣັ່ງ ໃນວັນທີ 13 ກໍລະກົດ 2025. ການຮັບຮອງຄັ້ງນີ້, ເຮັດໃຫ້ຫີນ ໜາມໜໍ່ ກາຍເປັນມໍລະດົກໂລກ ແຫ່ງທີ 4 ຂອງ ສປປ ລາວ ແລະ ເປັນມໍລະດົກໂລກທາງທຳມະຊາດ ແຫ່ງທໍາອິດ, ພ້ອມທັງເປັນມໍລະດົກ ໂລກແບບຮ່ວມຊາຍແດນແຫ່ງທໍາ ອິດໃນພາກພື້ນ. ພ້ອມນີ້, ທ່ານຍັງ ໄດ້ຕີລາຄາສູງຕໍ່ຜົນສໍາເລັດນີ້ ວ່າ ເປັນຫລັກການສະທ້ອນໃຫ້ເຫັນນະ ໂຍບາຍອັນຖືກຕ້ອງ ຂອງພັກ ແລະ ລັດ ໃນການອະນຸລັກ ແລະ ສົ່ງເສີມ ມໍລະດົກແຫ່ງຊາດ, ທັງເປັນແບບ ຢ່າງທີ່ດີ ໃນການຮ່ວມມື ລາວຫວຽດນາມ ແລະ ສາກົນ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ທຸກພາກສ່ວນ ຮ່ວມກັນປົກປັກຮັກສາ ແລະ ສືບ ສານຄຸນຄ່າມໍລະດົກ ໃຫ້ຄົງຢູ່ຢ່າງ ຍືນຍົງ ແລະ ນໍາໃຊ້ເປັນແຮງຂັບ ເຄື່ອນການພັດທະນາເສດຖະກິດສັງຄົມ ຂອງປະເທດ. ທ່ານ ໄຊຊະນະ ໂຄດພູທອນ ໃນນາມຕາງໜ້າໃຫ້ຄະນະພັກ, ອົງ ການປົກຄອງແຂວງຄໍາມ່ວນ ກ່າວ ມີຄໍາເຫັນໃຫ້ຄໍາໝັ້ນສັນຍາວ່າ: ຈະ ພ້ອມກັນກັບຄູ່ຮ່ວມມືພັດທະນາ ປົກ ປັກຮັກສາອຸທິຍານແຫ່ງຊາດຫີນ ໜາມໜໍ່ ມໍລະດົກແຫ່ງຊາດ ແລະ ມໍລະດົກໂລກຮ່ວມຊາຍແດນແຫ່ງ ນີ້ ກາຍເປັນມໍລະດົກອັນລໍ້າຄ່າ ແລະ ຖ່າຍຖອດຈາກຮຸ່ນຄົນນີ້ສູ່ຮຸ່ນລູກ ແລະ ຮຸ່ນຫລານ ສືບຕໍ່ໄປຢ່າງຍືນ ຍົງ. ພ້ອມກັນເສີມຂະຫຍາຍ ແລະ ນໍາໃຊ້ທ່າແຮງທາງດ້ານທໍາມະ ຊາດ ກໍຄື ມໍລະດົກໂລກແຫ່ງນີ້ ໃຫ້ ກາຍເປັນຊັບພະຍາກອນການທ່ອງ ທ່ຽວ ແລະ ເປັນທ່າແຮງ ປະກອບ ເຂົ້າໃນການພັດທະນາເສດຖະກິດສັງຄົມ ຕາມທິດສີຂຽວຍືນຍົງຂອງ ແຂວງຄໍາມ່ວນ ຮັບປະກັນໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນຢູ່ບໍລິ ເວນດັ່ງກ່າວໄດ້ຮັບການປັບປຸງ ແລະ ຫລຸດພົ້ນອອກຈາກຄວາມ ທຸກຍາກເທື່ອລະກ້າວ. ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການ ທ່ອງທ່ຽວ ຍັງໄດ້ມອບໃບຢັ້ງຢືນ ອຸທິຍານແຫ່ງຊາດຫີນໜາມໜໍ່ ໃຫ້ ທ່ານເລຂາພັກແຂວງຄໍາມ່ວນ ແລະ ເພື່ອຄວາມເປັນສິຣິມຸງຄຸນ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເປັນກຽດ ລັ່ນຄ້ອງ 9 ບາດ ເພື່ອປະກາດໃຫ້ ຊາວລາວຊາວໂລກຮັບຮູ້, ທັງຢັ້ງ ຢືນການມອບ-ຮັບໃບຢັ້ງຢືນມໍລະ ດົກໂລກຫີນໜາມໜໍ່ ຢ່າງເປັນທາງ ການ. ພາຍຫລັງສໍາເລັດພິທີ ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍບັນ ດາການນໍາ ຍັງໄດ້ຢ້ຽມຊົມງານຕະ ຫລາດນັດວາງສະແດງ ແລະ ຈໍາ ໜ່າຍສິນຄ້າ ບັ້ນຮົບປ້ອງກັນຕົວ ເມືອງທ່າແຂກ ຕື່ມອີກ. ຂ່າວ-ພາບ: ມະນີວັນ+ກອງຄໍາ ທົບທວນການຮ່ວມມື...ົ່ື ກອງປະຊຸມຄັ້ງນີ້, ໄດ້ຕີລາຄືນ ສະພາບການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ ໃນໄລຍະ 4 ປີຜ່ານມາ (2022-2025) ໂດຍໄດ້ຍົກໃຫ້ ເຫັນເຖິງການປະກອບສ່ວນຂອງ ບັນດາໂຄງການຊ່ວຍເຫລືອຂອງ ອສບລ ເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ. ໃນນັ້ນ, ບັນດາ ໂຄງການຊ່ວຍເຫລືອສ່ວນໃຫຍ່ ແມ່ນຢູ່ຂັ້ນທ້ອງຖິ່ນ ແລະ ຂະແໜງ ການກ່ຽວຂ້ອງ ເປັນຕົ້ນ ການຊ່ວຍ ເຫລືອດ້ານມະນຸດສະທໍາ, ການສຶກ ສາ, ສາທາລະນະສຸກ, ກະສິກໍາ ແລະສິ່ງແວດລ້ອມ, ແຮງງານແລະ ສະຫວັດດີການສັງຄົມ, ການເກັບ ກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ອື່ນໆ. ກອງປະຊຸມໄດ້ປຶກສາຫາລື ເພື່ອປັບປຸງຂອດການປະສານງານ ລະຫວ່າງສູນກາງກັບທ້ອງຖິ່ນໂດຍ ໄດ້ຍົກໃຫ້ເຫັນເຖິງສິ່ງທ້າທາຍ ໃນ ໄລຍະຜ່ານມາ, ການສ້າງຄວາມ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ລະ ບຽບຫລັກການ ໃນການຈັດຕັ້ງ ປະຕິບັດວຽກງານດັ່ງກ່າວຂອງບັນ ດາຂະແໜງການ, ພ້ອມທັງການ ຊອກຫາວິທີທາງເພື່ອເພີ່ມປະສິດທິ ຜົນ ຂອງການປະຕິບັດໂຄງການ ຮ່ວມມືໃຫ້ມີປະສິດທິພາບຂຶ້ນກວ່າ ເກົ່າ, ພ້ອມທັງສອດຄ່ອງກັບບຸລິ ມະສິດຂອງຂະແໜງ ການ ແລະ ທ້ອງຖິ່ນໃຫ້ຫລາຍຂຶ້ນ. ໃນພາກກອງປະຊຸມປຶກສາຫາ ລື ລະຫວ່າງ ພາກລັດ ກັບບັນດາ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ, ຜູ້ໃຫ້ທຶນແລະອົງການ ຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທາງສັງຄົມ ຂອງລາວ, ທ່ານ ອານຸພາບ ວົງໜໍ່ ແກ້ວ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ສະຫລຸບຕີລາ ຄາສະພາບການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ ໃນໄລຍະປີຜ່ານມາ ໂດຍຍົກໃຫ້ເຫັນເຖິງຜົນສຳເລັດ ຫລາຍດ້ານ ແລະ ສິ່ງທ້າທາຍ. ພ້ອມນີ້, ຍັງໄດ້ສະເໜີທິດທາງແຜນ ການຮ່ວມມືໃນຕໍ່ໜ້າ ເພື່ອຮັບປະ ກັນໃຫ້ການຮ່ວມມື ມີປະສິດທິຜົນ ຂຶ້ນກວ່າເກົ່າ. ໂອກາດນີ້,ທ່ານນາງມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງ ສາກົນ, ຫົວໜ້າກອງເລຂາຄະນະ ກຳມະການຄຸ້ມຄອງ ອສບລ ໄດ້ນຳ ສະເໜີເນື້ອໃນຮ່າງດຳລັດ ວ່າດ້ວຍ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ (ສະບັບປັບປຸງ) ມາ ຮອດປັດຈຸບັນ, ໄດ້ຜ່ານການຮັບ ຮອງໃນກອງປະຊຸມລັດຖະບານ ແລະ ຢູ່ໃນໄລຍະການຮຽບຮຽງຄືນ ສຸດທ້າຍ ໂດຍອີງຕາມຄໍາເຫັນຂອງ ສະມາຊິກຄະນະລັດຖະບານ ຄັ້ງວັນ ທີ 25 ກຸມພາ ຜ່ານມາ. ການປັບປຸງ ດຳລັດດັ່ງກ່າວ, ໄດ້ຜ່ານຂະບວນ ການປະກອບຄໍາຄິດເຫັນທຸກຂະ ແໜງການທັງຢູ່ສູນກາງ ແລະ ທ້ອງຖິ່ນ ແລະ ສະແດງໃຫ້ເຫັນເຖິງ ຄວາມໝາຍໝັ້ນ ຂອງລັດຖະບານ ສປປ ລາວ ໃນການອຳນວຍຄວາມ ສະດວກໃຫ້ແກ່ການຮ່ວມມືກັບ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມ ພັດທະນາ ເພື່ອປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ. ປັດຈຸບັນ, ມີອົງການຈັດຕັ້ງສາ ກົນ ທີ່ບໍ່ສັງກັດລັດຖະບານ ທີ່ມີໂຄງ ການຮ່ວມມື ຢູ່ ສປປ ລາວ ທັງໝົດ 134 ອົງການ, ໃນມູນຄ່ານັບແຕ່ ປີ 2022-2025 ປະມານ 428 ລ້ານໂດລາສະຫະລັດ ສະເລ່ຍປີລະ 107 ລ້ານໂດລາສະຫະລັດ (ໃນນີ້ ລວມເອົາງົບປະມານບໍລິຫານໂຄງ ການສະເລ່ຍ 30%). ຕະຫລອດ ໄລຍະເວລາ4ປີຜ່ານມາ,ການຮ່ວມ ມື ລະຫວ່າງ ສປປ ລາວ ອົງການ ຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະ ບານ ໄດ້ປະກອບສ່ວນສຳຄັນເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ ຂອງ ສປປ ລາວ ກໍຄື ເປົ້າໝາຍ ການພັດທະນາແບບຍືນຍົງ. ກອງປະຊຸມຄັ້ງນີ້, ໄດ້ດໍາເນີນ ໄປໃນບັນຍາກາດທີ່ສ້າງສັນ ໂດຍ ໄດ້ຮັບຟັງການປະກອບຄວາມຄິດ ເຫັນແບບກົງໄປກົງມາ ຂອງການ ນໍາຂະແໜງການ ແລະ ທ້ອງຖິ່ນ, ລວມທັງບັນດາອົງການຈັດຕັ້ງສາ ກົນທີ່ບໍ່ສັງກັດລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຮ່ວມ ກັນຊອກຫາມາດຕະການ ເພື່ອແກ້ ໄຂຂໍ້ຄົງຄ້າງ ເຮັດໃຫ້ການຄຸ້ມຄອງ ອສບລ ແລະ ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ມີປະສິດທິ ຜົນຫລາຍຂຶ້ນ ແນໃສ່ເພື່ອປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນ ລາວ ໃຫ້ດີຂຶ້ນເທື່ອລະກ້າວ.
23/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ໂດຍ: ຄະນະ ບກ ພາຍໃຕ້ການນໍາພາ-ຊີ້ນໍາຢ່າງ ສະຫລາດສ່ອງໃສຂອງພັກປະຊາ ຊົນປະຕິວັດລາວກອງທັບ ແລະ ປະຊາຊົນລາວ ສາມາດຕີເອົາໄຊ ຊະນະການບຸກໂຈມຕີບຽດຢຶດ ຂອງສັດຕູທັງໝົດເປັນຕົ້ນແມ່ນບັ້ນ ຮົບນໍ້າບາກ, ຜາຖີ່ (ປີ 1968), ບັ້ນຮົບທົ່ງໄຫຫີນຊຽງຂວາງ ( ປີ 1970 ) ບັ້ນຮົບລາມເຊິນ 719 (1971) ພວກເຮົາໄດ້ທັບມ້າງ ຍຸດທະສາດ “ ສົງຄາມພິເສດຂອງ ຈອນເຊິນ ” ແລະ ຍຸດທະສາດ ສົງຄາມພິເສດ ເ ພີ່ມທະວີຕາມ ທິດສະດີນິກເຊິນຂອງຈັກກະພັດ ອາເມລິກາ” ໃຫ້ຖືກປະລາໄຊຢ່າງ ໜັກໜ່ວງຢູ່ລາວ ກໍຄື ຢູ່ພາກໃຕ້ ຫວຽດນາມ ແລະ ກໍາປູເຈຍ. ເຂດ ປົດປ່ອຍໄດ້ເປີດກວ້າງອອກກວນ ເນື້ອທີ່ 4/5 ຂອງດິນແດນເຊິ່ງ ປະກອບດ້ວຍຫລາຍບໍລິເວນທີ່ສໍາ ຄັນກວ່າໝູ່ ແລະ ມີພົນລະເມືອງ ກວ່າເຄິ່ງໜຶ່ງຂອງທົ່ວປະເທດ ແລະ ການກໍ່ສ້າງເສດຖະກິດ, ວັດທະນະ ທໍາ-ສັງຄົມ ຢູ່ໃນເຂດປົດປ່ອຍບັນລຸ ດ້ວຍຜົນສໍາເລັດຫລາຍປະການ. ປີ 1972 ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກໄດ້ໄຂຂຶ້ນ, ພັກໄດ້ວາງແນວ ທາງຕໍ່ສູ້ເພື່ອສໍາເລັດໄລຍະປະຕິວັດ ຊາດ ປະຊາທິປະໄຕ ໃນທົ່ວປະເທດ. ປີ 1973 ຍ້ອນຖືກໂຈມຕີຢ່າງແຂງ ແຮງຈັກກະພັດອາເມລິກາ ແລະ ລູກມືຈໍາຕ້ອງໄດ້ຍອມເຊັນສັນຍາ ວຽງຈັນ ກ່ຽວກັບການຟື້ນຟູສັນຕິ ພາບ ແລະ ປະຕິບັດຄວາມຖືກຕ້ອງ ປອງດອງຊາດຢູ່ລາວ ຄັ້ງທີ III ໃນ ວັນທີ 21/2/1973. ສັນຍາດັ່ງ ກ່າວນັ້ນ ເປັນຂີດໝາຍແຫ່ງການ ປະລາໄຊຢ່າງສິ້ນເຊີງໃນສົງຄາມ ຮຸກຮານລ່າເມືອງຂຶ້ນແບບໃໝ່ຂອງ ຈັກກະພັດອາເມລິກາຕໍ່ປະເທດເຮົາ ຄໍາສັ່ງຢຸດຍິງຢູ່ທົ່ວດິນແດນລາວ ໄດ້ມີຜົນສັກສິດນັບແຕ່ວັນທີ 22 ກຸມພາ 1973 ເປັນຕົ້ນໄປ. ໄຊ ຊະນະດັ່ງກ່າວນັ້ນ ເປັນໄຊຊະນະ ອັນໃຫຍ່ຫລວງທີ່ສຸດ, ມັນໄດ້ສ້າງ ເງື່ອນໄຂໃໝ່ທີ່ເປັນພື້ນຖານທີ່ສຸດ ເພື່ອພາການປະຕິວັດເຮົາກ້າວຂຶ້ນ ຍາດເອົາໄຊຊະນະອັນສົມບູນ. ໄລຍະແຕ່ປີ 1973 - 1975 ເປັນໄລຍະຕໍ່ສູ້ເພື່ອສໍາເລັດການປະ ຕິວັດຊາດປະຊາທິປະໄຕໃນທົ່ວ ປະເທດ. ພາຍໃຕ້ການນໍາພາຂອງ ພັກມະຫາຊົນ, ຊັ້ນຄົນຕ່າງໆຢູ່ໃນ ເຂດປົກຄອງຂອງສັດຕູ ແລະ ໃນ ເຂດເປັນກາງເປັນຕົ້ນແມ່ນກໍາມະ ກອນ, ຊາວນາ, ນັກຮຽນ, ນັກ ສຶກສາໄດ້ພ້ອມກັນລຸກຮືຂຶ້ນ ແລະ ເຂົ້າຮ່ວມຂະບວນການຕໍ່ສູ້ນັບມື້ນັບ ຫລາຍ, ນັບມື້ນັບຟົດຟື້ນ, ແຂງແຮງ ເຊັ່ນ: ການລຸກຮືຂຶ້ນຂອງກໍາມະ ກອນໄຟຟ້າວຽງຈັນ, ການລຸກຮື ຂຶ້ນຕໍ່ສູ້ຢ່າງໝັ້ນໜຽວທົນທານຕະ ຫລອດ 42 ວັນ ແລະ ຄືນຂອງປະຊາ ຊົນຊາວເມືອງໜອງບົກ ແຂວງຄໍາ ມ່ວນ, ການລຸກຮືຂຶ້ນແຍກຕົວຂອງ ກອງພັນ 102 ຂອງຝ່າຍວຽງຈັນ, ພ້ອມກັນນັ້ນ ກໍມີຂະບວນການ ຕໍ່ສູ້ຂອງຊາວໜຸ່ມນັກຮຽນນັກ ສຶກສາຢູ່ໃນຕົວເມືອງຕ່າງໆເຊັ່ນ: ວຽງຈັນ, ປາກເຊ, ສະຫວັນນະ ເຂດ.ວັນທີ 17/4/1975 ແນວ ໂຮມເອກະພາບກໍາປູເຈຍ ສາມາດ ປົດປ່ອຍທົ່ວປະເທດ; ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ ປົດປ່ອຍພາກໃຕ້ຫວຽດນາມ ໃນ ວັນທີ 30/4/1975. ດ້ວຍເງື່ອນໄຂ ອໍານວຍຄວາມສະດວກ ໃຫ້ແກ່ການ ປະຕິວັດລາວ, ໂດຍກໍາແໜ້ນເອົາ ກາລະໂອກາດປະຫວັດສາດ “ພັນ ປີມີເທື່ອໜຶ່ງ” ພັກເຮົາໄດ້ຕົກລົງລຸກ ຮືຂຶ້ນຢຶດອໍານາດ ໃນຕົ້ນເດືອນ 5 ປີ 1975 ເປັນຕົ້ນໄປດ້ວຍທ່າສະໜາມ ທັງສາມເຂດ ( ເຂດປົດປ່ອຍ, ເຂດກວດກາຂອງຝ່າຍກົງກັນຂ້າມ ແລະ ເຂດເປັນກາງ) ດ້ວຍ 3 ບາດ ຄ້ອນຍຸດທະສາດຄື: ການລຸກຮື ຂຶ້ນຂອງປະຊາຊົນ, ການໜູນໜີບ rkp.8h dkooerkmuj lts]kflj v'.lj 0v'ra d 9bj 'lk,kfxq fxj vpxtgmf-kf wfh 1j k'lts'kzj kgzu p (ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ວັນທີ 22 ມີນາ 1955-22 ມີນາ 2026)ື່ັ້ັ້ັົິັົີັີີີ j ຂອງກໍາລັງປະກອບອາວຸດປະຕິ ວັດ ແລະ ການລຸກຮືຂຶ້ນແຍກຕົວ ອອກຂອງທະຫານສັດຕູສົມທົບ ກັບປາຍແຫລມຂອງການຕໍ່ສູ້ທາງ ດ້ານກົດໝາຍ. ຮອດຕົ້ນເດືອນ 9 ປີ 1975 ທົ່ວປະເທດໄດ້ປະກາດ ລຶບລ້າງອໍານາດການປົກຄອງເກົ່າ ທັງໝົດ ແລະ ສ້າງຕັ້ງອໍານາດ ການປົກຄອງປະຕິວັດຂຶ້ນແທນ ໃນຂອບເຂດທົ່ວປະເທດ. ວັນທີ 2 ທັນວາ 1975 ໄດ້ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ຢ່າງສະຫງ່າຜ່າເຜີຍ. ນັບແຕ່ປີ 1975 ເປັນຕົ້ນມາ, ພັກເຮົາໄດ້ກາຍເປັນພັກກໍາອໍານາດ ແລະ ສ້າງຕັ້ງອໍານາດການປົກຄອງ ໃໝ່ຂຶ້ນ. ພັກເຮົາໄດ້ເອົາໃຈໃສ່ນໍາ ພາແກ້ໄຂ ແລະ ຟື້ນຟູເສດຖະກິດສັງຄົມ ໂດຍສຸມໃສ່ແກ້ໄຂຜົນຮ້າຍ ຂອງສົງຄາມ ແລະ ຂອງສັງຄົມທີ່ ລະບອບເກົ່າປະໄວ້, ເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນຄ່ອຍໆ ກ້າວເຂົ້າສູ່ສະພາບປົກກະຕິ, ທັງ ໄດ້ເອົາໃຈໃສ່ຂະຫຍາຍການສຶກສາ, ລົບລ້າງຄວາມບໍ່ຮູ້ໜັງສື, ປົກປັກ ຮັກສາ ແລະ ເສີມຂະຫຍາຍວັດທະ ນະທໍາອັນດີງາມຂອງຊາດ, ຂອງ ເຜົ່າມີຜົນສໍາເລັດເປັນກ້າວໆ; ສືບຕໍ່ ນໍາພາຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງ ທີໜຶ່ງ (1981-1985) ສໍາເລັດ ໂດຍພື້ນຖານອັນໄດ້ປະກອບສ່ວນ ສ້າງປະຖົມປັດໄຈ ແລະ ເງື່ອນໄຂ ສະດວກໃຫ້ແກ່ການສືບຕໍ່ກ້າວ ຂຶ້ນຂອງປະເທດຊາດ. ໃນໄລຍະ ຕົ້ນແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພັກເຮົາໄດ້ຖື ສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານ ກໍ່ສ້າງພັກ ແລະ ໄດ້ວາງໜ້າທີ່ ແລະ ທິດນໍາຂອງການກໍ່ສ້າງພັກ ໃນໄລຍະໃໝ່ອອກ, ພັກໄດ້ເອົາໃຈ ໃສ່ປັບປຸງຕົນເອງໃຫ້ໜັກແໜ້ນເຂັ້ມ ແຂງໃນທຸກດ້ານ: ການເມືອງ-ແນວ ຄິດ, ການຈັດຕັ້ງ, ແບບແຜນວິທີນໍາ ພາ, ການກວດກາ, ການຄຸ້ມຄອງ- ປ້ອງກັນພັກ ແລະ ໄດ້ສ້າງການ ຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານກ່ຽວກັບວຽກງານພະ ນັກງານໃນໄລຍະໃໝ່. ພັກນຳພາສ້າງລັດຂອງປະຊາ ຊົນ, ໂດຍປະຊາຊົນ ແລະ ເພື່ອ ປະຊາຊົນ ໂດຍໄດ້ຮັບຮູ້ ແລະ ເສີມ ຂະຫຍາຍສຸດຂີດສິດປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນ ບັນດາເຜົ່າ; ນໍາພາປັບປຸງລະບົບ ການຈັດຕັ້ງໃນອົງການອໍານາດລັດ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນແຕ່ລະ ໄລຍະ. ລະບົບອົງການອໍານາດ ລັດໄດ້ມີການປັບປຸງຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ນະຄອນຫລວງວຽງຈັນ ເພື່ອປະຕິ ບັດໜ້າທີ່ເປັນຕົວແທນ ແລະ ປະຕິ ບັດເຈດຈໍານົງຂອງປະຊາຊົນໃຫ້ມີ ປະສິດທິພາບ; ອົງການລັດຖະບານ, ອົງການປົກຄອງຂັ້ນແຂວງ, ເມືອງ ແລະ ບ້ານໄດ້ຮັບການປັບປຸງດີ ຂຶ້ນ, ອົງການຕຸລາການ, ອົງການ ໄອຍະການທຸກໆຂັ້ນສາມາດສ້າງ ໄດ້ຄວາມເຊື່ອໝັ້ນຕໍ່ປະຊາຊົນ; ແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນລ້ວນແຕ່ໄດ້ຮັບການ ປັບປຸງຕາມຄວາມຮຽກຮ້ອງຕ້ອງ ການຂອງການປະຕິວັດ. ໂດຍເລີ່ມຈາກສະພາບຄວາມ ເປັນຈິງຂອງປະເທດຊາດ ແລະ ດ້ວຍຄວາມສະດຸ້ງໄວຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ IV ຂອງ ພັກ (ປີ 1986) ກໍານົດແນວ ທາງປ່ຽນແປງໃໝ່ຮອບດ້ານມີ ຫລັກການ. ພັກຢືນຢັນວ່າປ່ຽນ ແປງໃໝ່ “ຕ້ອງບົນພື້ນຖານການ ປ່ຽນແປງໃໝ່ຈິນຕະນາການ, ກ່ອນ ອື່ນໝົດແມ່ນຈິນຕະນາການທາງ ດ້ານທິດສະດີ, ເຄົາລົບກົດເກນ ພາວະວິໄສ, ສ້າງທັດສະນະວິທະຍາ ສາດກ່ຽວກັບສັງຄົມນິຍົມ, ກ່ຽວກັບ ລະບອບການນໍາໃຊ້ກົດເກນ ແລະ ກ່ຽວກັບລະບອບການຄຸ້ມຄອງ ເສດຖະກິດ”; ໂດຍເລີ່ມຈາກປ່ຽນ ແປງໃໝ່ດ້ານເສດຖະກິດ, ເປັນ ຕົ້ນການປ່ຽນແປງໃໝ່ດ້ານນະໂຍ ບາຍເສດຖະກິດ; ຮັບຮູ້ ແລະ ນໍາ ໃຊ້ເສດຖະກິດຫລາຍພາກສ່ວນ, ເສດຖະກິດຕະຫລາດ, ເປີດກວ້າງ ການພົວພັນຮ່ວມມືກັບຕ່າງປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນ ປະໂຫຍດ, ຫັນເສດຖະກິດທໍາມະ ຊາດ ແລະ ເຄິ່ງທໍາມະຊາດ, ເພິ່ງ ຕົນເອງ, ກຸ້ມຕົນເອງໄປສູ່ເສດຖະ ກິດສິນຄ້າ. *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ສຳນັກຂ່າວສານ...ັ່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ວຽກງານວິຊາການ ໂດຍສະເພາະ ການແຂ່ງຂັນຂຽນບົດ-ຂ່າວ, ຮູບພາບ ແລະ ກຣາຟຟິກດີຊາຍ ທີ່ເປັນຄລິບວິດີໂອສັ້ນ ໃນວັນທີ 20 ມີນາ 2026 ໂດຍຕິດພັນກັບ ວຽກງານຂໍ້ແຂ່ງຂັນແມ່ຍິງ 3 ດີ, ຊາວໜຸ່ມ 4 ບຸກ ແລະ ກໍາມະບານ 5 ເປັນເຈົ້າແນໃສ່ສ້າງຂະບວນ ການຂໍ່ານັບຮັບຕ້ອນກອງປະຊຸມ ໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງ ພັກ (ຄອສພ) ທີ່ຈະຈັດຂຶ້ນໃນ ມໍ່ໆນີ້. ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອຳນວຍການ ໃຫຍ່ສຳນັກຂ່າວສານປະເທດລາວ ໄດ້ມີຄໍາເຫັນສະແດງຄວາມຊົມເຊີຍ ທີ່ສາມອົງການຈັດຕັ້ງມະຫາຊົນ ຮ່ວມກັນຈັດຂະບວນການດັ່ງ ກ່າວຂຶ້ນ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ອົງຄະນະພັກ ຄະນະໂຄສະນາອົບ ຮົມສູນກາງພັກ ທີ່ຈະຈັດຂຶ້ນໃນມໍ່ໆ ນີ້ ໂດຍຫັນເອົາຄໍາຂວັນວຽກງານ 3 ອົງການຈັດຕັ້ງມະຫາຊົນຄື: ຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ ແລະ 5 ເປັນເຈົ້າຂອງກຳມະບານສອດ ຫ້ອຍເຂົ້າໃນວຽກງານວິຊາສະ ເພາະຕິດພັນກັບການຜັນຂະຫຍາຍ ມະຕິ ແລະ ຄໍາຂວັນກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ໂດມີນຽມ, ສະຖານທີ່ເຮັດຫ້ອງ ການ, ຮ້ານອາຫານ ແລະ ອື່ນໆ ແລະ ໄດ້ມີຜູ້ເຂົ້າມາຈັບຈອງແລ້ວ ຈຳນວນໜຶ່ງ ຊຶ່ງໂຄງການດັ່ງ ກ່າວ ຕັ້ງຢູ່ບ້ານພະໂພ ເມືອງສີສັດ ຕະນາກ ນະຄອນຫລວງວຽງຈັນ. ທ່ານ ກົງ ເວີນຈົ່ງ ຮອງປະທານ ບໍລິສັດ ສຽນເສີນ ລົງທຶນອະສັງຫາ ລິມະຊັບ ຈຳກັດ ໄດ້ໃຫ້ສຳພາດ ໃນວັນທີ 19 ມີນາ 2026 ນີ້ວ່າ: ໂຄງການລາວເຊັນເຕີ ເປັນການ ຮ່ວມມືລະຫວ່າງກະຊວງປ້ອງກັນ ອາຄານ 12 ຊັ້ນ...ັ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປະຕິວັດລາວ “ຍົກສູງບົດບາດ ການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະ ລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິ ຍົມ”. ການຈັດແຂ່ງຂັນຄັ້ງນີ້, ຖື ເປັນບັ້ນທົດສອບໜຶ່ງເພື່ອທົດສອບ ຫລື ວັດລະດັບຄວາມຮູ້ຄວາມ ສາມາດຂອງພະນັກງານໃນການ ປະຕິບັດວຽກງານວິຊາສະເພາະ, ທັງເປັນການປັບປຸງ ແລະ ຝຶກທັກ ສະກັບທີ່ຂອງພະນັກງານໃນການ ໝູນໃຊ້ຄວາມຮູ້, ຄວາມສາມາດ ແລະ ການຮຽນຮູ້ເອົາສິ່ງໃໝ່ ເພື່ອ ພັດທະນາຕົນເອງລວມທັງເຕັກໂນ ໂລຊີທີ່ທັນສະໄໝ. ສະຫາຍ ນາງ ຈັນທະລອນ ແກ້ວບົວວັນ ເລຂາໜ່ວຍຊາວໜຸ່ມ ສໍານັກຂ່າວສານປະເທດລາວ, ຫົວໜ້າພະແນກບັນນາທິການຂ່າວ ພາຍໃນ ໄດ້ໃຫ້ຮູ້ວ່າ: ອີງຕາມການ ເຫັນດີຂອງເລຂາໜ່ວຍພັກສຳ ນັກຂ່າວສານປະເທດລາວ, ອີງ ຕາມການເຄື່ອນໄຫວວຽກງານ ຂະບວນການຂອງ 3 ອົງການ ຈັດຕັ້ງມະຫາຊົນປະຈໍາປີ 2026, ອົງການຈັດຕັ້ງກຳມະບານ, ຊາວ ໜຸ່ມ ແລະ ສະຫະພັນແມ່ຍິງ ສຳນັກ ຂ່າວສານປະເທດລາວ ໄດ້ຈັດກິດ ຈະກຳແຂ່ງຂັນດ້ານວິຊາການ ໂດຍສະເພາະການແຂ່ງຂັນຂຽນ ບົດ-ຂ່າວ, ຮູບພາບ ແລະ ວິດີໂອ ກຣາຟຟິກດີຊາຍ ໂດຍຫັນເອົາ ຄໍາຂວັນວຽກງານ 3 ອົງການ ຈັດຕັ້ງມະຫາຊົນຄື: ຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ ແລະ 5 ເປັນ ເຈົ້າຂອງກຳມະບານສອດຫ້ອຍ ເຂົ້າໃນວຽກງານວິຊາສະເພາະ ຊຶ່ງການແຂ່ງຂັນປະກອບມີ 2 ຫົວຂໍ້ຄື: ຫົວຂໍ້ກ່ຽວກັບການສ້າງ ເສດຖະກິດເອກະລາດເປັນເຈົ້າ ຕົນເອງ (ສອຈ) ແລະ ຫົວຂໍ້ກ່ຽວ ກັບວັດທະນະທໍາລາວ ທີ່ສີວິໄລ. ໃນນັ້ນມີ 3 ປະເພດການແຂ່ງຂັນ ຄື: ປະເພດບົດ-ຂ່າວ, ຮູບພາບ ຫລື ພາບນິ້ງ ແລະ ວິດີໂອກຣາຟຟິກ ດີຊາຍ. ສຳລັບເງື່ອນໄຂ ແລະ ຂໍ້ກໍານົດ ການສົ່ງເຂົ້າແຂ່ງຂັນປະເພດບົດຂ່າວ: ສາມາດສົ່ງບົດ, ຂ່າວ ໄດ້ບໍ່ ເກີນ 2 ບົດ-ຂ່າວ/ຄົນ, ຄວາມຍາວ ຂອງບົດ ບໍ່ໃຫ້ຫລຸດ 1,5 ຂອງເຈ້ຍ A4 ແລະ ບໍ່ໃຫ້ເກີນ 2 ໜ້າ ເຈ້ຍ A4, ບົດທີ່ສົ່ງເຂົ້າແຂ່ງຂັນຕ້ອງຕິດ ພັບກັບ 2 ຫົວຂໍ້ດັ່ງກ່າວ; ປະເພດ ຮູບພາບ: ສົ່ງບໍ່ເກີນຈໍານວນ 5 ຮູບ/ ຄົນ, ຕ້ອງເປັນຮູບຖ່າຍໃໝ່ໃນປີ 2026 ແລະ ຕິດພັນກັບຫົວຂໍ້ຂອງ ການແຂ່ງຂັນ, ຕ້ອງຂຽນບັນຍາຍ ລາຍລະອຽດແຕ່ລະຮູບພາບ, ຮູບ ຕ້ອງມີຂະໜາດ 1 Mb ໂດຍບໍ່ຜ່ານ ການຕົບແຕ່ງດ້ວຍໂຟໂຕຊັອບ; ປະເພດວິດີໂອ ກຣາຟຟິກດີຊາຍ: ສາມາດສົ່ງວິດີໂອກຣາຟຟິກດີ ຊາຍ ເຂົ້າແຂ່ງຂັນໄດ້ 2 ຄລິບ/ ຄົນ, ເປັນຄລິບທີ່ຖ່າຍໃໝ່ ໃນປີ 2026 ແລະ ຕິດພັນກັບຫົວຂໍ້ຂອງ ການແຂ່ງຂັນ, ຄວາມຍາວຂອງ ຄລິບບໍ່ຕ່ຳກວ່າ 15 ວິນາທີ ແລະ ບໍ່ເກີນ 2 ນາທີ, ຄລິບຕ້ອງມີ ມາດຖານຂະໜາດ 100 Mp ຂຶ້ນ ໄປ ໂດຍມີໂລໂກ້ຂ່າວສານ(ກາ ໝາຍສໍານັກຂ່າວສານ), ເປັນ ຂະໜາດ (1,920x1,080 ພິກ ເຊວ, ອັດຕາສ່ວນ 16:9) ແນວ ຕັ້ງ (1080x1,920 ພິກເຊວ, ອັດຕາສ່ວນ 9:16) ຫລື 1:1 ຈະຕຸລັດ, ສາມາດນຳໃຊ້ AI ເຂົ້າ ໃນການສ້າງວິດີໂອກຣາຟຟິກໄດ້. ສ່ວນໄລຍະການແຂ່ງຂັນແມ່ນ ເລີ່ມຮັບຜົນງານການແຂ່ງຂັນນັບ ແຕ່ມື້ເປີດພິທີຢ່າງເປັນທາງການ ຈົນເຖິງວັນທີ 30 ມິຖຸນາ 2026 ແລະ ຈະປະກາດຜົນໃນເດືອນ ກໍລະກົດ 2026. ພາບ: ເກດສະໜາ ຄວາມສະຫງົບ ສປປ ລາວ ກັບ ບໍລິສັດ ສຽນເສີນ ລົງທຶນອະສັງຫາ ລິມະຊັບ ຈຳກັດ ແລະ ບໍລິສັດລາວ ມະຫາຊັບພັດທະນາ ຈຳກັດຜູ້ດຽວ ໂດຍເລີ່ມລົງມືກໍ່ສ້າງມາແຕ່ວັນທີ 19 ຕຸລາ 2024 ໂດຍແບ່ງອອກ ເປັນ 2 ໄລຍະ ຄື: ການກໍ່ສ້າງ ອາຄານ 12 ຊັ້ນ ແລະ 46 ຊັ້ນ. ໃນ ນັ້ນ, ປະກອບມີໂຮງແຮມ 5 ດາວ, ຄອນໂດມີນຽມ, ສູນການຄ້າ, ຮ້ານ ອາຫານ, ສະລອຍນ້ຳກະຈົກໃສ ກາງແຈ້ງ, ສູນອອກກຳລັງກາຍ, ສະຖານທີ່ຈັດກອງປະຊຸມ, ສະ ຖານທີ່ຈັດງານລ້ຽງ ແລະ ອື່ນໆ. ສຳລັບການກໍ່ສ້າງອາຄານ 12 ຊັ້ນ (ຕຶກອາຄານຮອງ) ມາຮອດ ປັດຈຸບັນ, ການກໍ່ສ້າງແມ່ນສຳເລັດ ເກືອບ 100% ແລະ ໄດ້ເປີດໃຫ້ ບໍລິການແລ້ວ ຊຶ່ງອາຄານປະກອບ ມີ: ຊັ້ນ 6-7 ມີຮ້ານອາຫານທີ່ມີ ເອກະລັກ, ຮ້ານກາເຟ ແລະ ໂຊນ ພັກຜ່ອນ ຕ່າງໆ; ຊັ້ນ 8 ເປັນສະ ລອຍນໍ້າກະຈົກໃສແບບແຂວນ ລອຍ; ຊັ້ນ 9-10 ເປັນສໍານັກງານ ໃຫຍ່ຂອງ ບໍລິສັດ Qiancheng Group ແລະ ຊັ້ນ 11-12 ເປັນ ຄອນໂດບໍລິຫານ ທີ່ເຫັນທິວທັດ ສວຍງາມ. ສ່ວນອາຄານ 46 ຊັ້ນ ປະກອບ ມີ: ໂຮງແຮມລະດັບ 5 ດາວ, ຄອນໂດມີນ້ຽມ ແລະ ຄອນໂດ ບໍລິຫານ. ໃນນັ້ນ, ຊັ້ນ 5-17 ແມ່ນ ໂຮງແຮມລະດັບ 5 ດາວ; ຊັ້ນ 18 ປະກອບມີຮ້ານອາຫານ, ເຮືອນຄົວ ລວມ, ສູນເດັກນ້ອຍ ແລະ ຮ້ານ ອາຫານເປີດ 24 ຊົ່ວໂມງ; ຊັ້ນ 19-30 ແມ່ນຄອນໂດມີນ້ຽມ; ຊັ້ນ 31 ຂຶ້ນໄປແມ່ນຫ້ອງພັກ ຂະໜາດໃຫຍ່ທີ່ມີເອກະລັກ, ຫລູ ຫລາ ແລະ ຍັງມີສະລອຍນ້ຳເທິງ ດາດຟ້າ, ຄາດວ່າອາຄານ 46 ຊັ້ນ (ອາຄານຫລັກ) ຈະສຳເລັດ ແລະ ມອບ-ຮັບ ໃນເດືອນພຶດສະພາ 2028. ຢ່າງໃດກໍຕາມ, ທ່ານໃດ ທີ່ມີຄວາມຕ້ອງການຢາກໄດ້ຄອນ ໂດ ຫລື ສະຖານທີ່ເຮັດຫ້ອງການ, ຮ້ານອາຫານ ແລະ ອື່ນໆ ສາມາດ ຕິດ ຕໍ່ສອບຖາມໄດ້ທີ່ສູນການຂາຍ ຢູ່ດ້ານໜ້າສູນການຄ້າພາກຊັນ (Parkson) ຫລື ເຂົ້າມາອາຄານ 12 ຊັ້ນ, (ຊັ້ນ 6) ໄດ້ໂດຍກົງ ຫລື ໂທ 020 52143333, 020 51563333. ໂຄງການລາວເຊັນເຕີ ພາຍ ຫລັງກໍ່ສ້າງສຳເລັດ ແລະ ເປີດ ໃຫ້ບໍລິການຈະສາມາດສ້າງວຽກ ເຮັດງານທຳໃຫ້ແກ່ປະຊາຊົນລາວ 800-1.000 ຕຳແໜ່ງ. ປັດຈຸບັນ ໂຄງການດັ່ງກ່າວ, ແມ່ນເປີດໃຫ້ ຈັບຈອງຄອນໂດແລ້ວ. ສຳລັບ ເງື່ອນໄຂການຊື້-ຂາຍ ຄອນໂດ ແມ່ນມີກຳນົດ 50 ປີ, ຖ້າຈອງ ລ່ວງໜ້ານັບແຕ່ດຽວນີ້ເປັນຕົ້ນໄປ (ແຕ່ຕອນທີ່ອາຄານຫລັກຍັງບໍ່ທັນ ສຳເລັດ) ຈະມີນະໂຍບາຍສ່ວນ ຫລຸດພິເສດ ແລະ ອື່ນໆ. ຂ່າວ-ພາບ: ກິດຕາ
RkJQdWJsaXNoZXIy MTc3MTYxMQ==