ຂປລ
ຂປລ. ຄວາມດຸໝັ່ນຂະຫຍັນພຽງ, ຄວາມອົດທົນເປັນບໍ່ເກີດແຫ່ງຜົນສຳເລັດ ເໝືອນດັ່ງເກດສະໜາຟາມ ເປັນອີກໜຶ່ງຄອບຄົວແບບການຜະລິດກະສິກຳເປັນສິນຄ້າທີ່ຕິດພັນກັບການສົ່ງອອກຕ່າງປະເທດ ທີ່ປີໜຶ່ງສາມາດສ້າງລາຍຮັບໄດ້ຫລາຍຮ້ອຍລ້ານກີບ

ຂປລ. ຄວາມດຸໝັ່ນຂະຫຍັນພຽງ, ຄວາມອົດທົນເປັນບໍ່ເກີດແຫ່ງຜົນສຳເລັດ ເໝືອນດັ່ງເກດສະໜາຟາມ ເປັນອີກໜຶ່ງຄອບຄົວແບບການຜະລິດກະສິກຳເປັນສິນຄ້າທີ່ຕິດພັນກັບການສົ່ງອອກຕ່າງປະເທດ ທີ່ປີໜຶ່ງສາມາດສ້າງລາຍຮັບໄດ້ຫລາຍຮ້ອຍລ້ານກີບ, ເຮັດໃຫ້ພື້ນຖານເສດຖະກິດຄອບຄົວດີຂຶ້ນເປັນກ້າວ ແລະ ເມື່ອບໍ່ດົນມານີ້ ທາງຄະນະນຳເມືອງອຸທຸມພອນ ນຳໂດຍ ທ່ານ ແຖວຄຳ ພົມມະວົງ ເລຂາຄະນະບໍລິຫານງານພັກເມືອງອຸທຸມພອນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການຜະລິດຢູ່ "ເກດສະໜາຟາມ" ເຊິ່ງເປັນຟາມລ້ຽງສັດຕົວແບບທີ່ມີການເຕີບໂຕຢ່າງວ່ອງໄວ ເຊິ່ງຟາມດັ່ງກ່າວແມ່ນຕັ້ງຢູ່ບ້ານໄຊສະອາດ ເມືອງອຸທຸມພອນ ແຂວງສະຫວັນນະເຂດ.
ທ່ານ ນາງ ໄກສອນ ລາດຊະພົງ ເຈົ້າຂອງຟາມ ໄດ້ລາຍງານໃຫ້ຮູ້ເຖິງເສັ້ນທາງແຫ່ງຄວາມມານະອົດທົນ ຈາກການເລີ່ມຕົ້ນທີ່ລອງຜິດລອງຖືກໃນປີ 2014 ຈົນກ້າວມາສູ່ຄວາມສຳເລັດໃນປັດຈຸບັນ. ໂດຍສະເພາະແມ່ນໃນປີ 2021 ທີ່ໄດ້ມີການບຸກເບີກເນື້ອທີ່ກວ່າ 20 ເຮັກຕາ ແລະ ສ້າງໂຮງເຮືອນທັນສະໄໝ 9 ຫລັງ. ຕໍ່ມາໃນປີ 2023 ໄດ້ມີການຮ່ວມມືດ້ານເຕັກນິກວິຊາການ ລາວ-ຫວຽດນາມ ເຮັດໃຫ້ການລ້ຽງໄກ່ພັນຊີ້ນມີປະສິດທິພາບສູງ, ສາມາດຄັດເລືອກແນວພັນເອງ ແລະ ຫລຸດຜ່ອນໄລຍະເວລາການລ້ຽງໃຫ້ເຫລືອພຽງ 3-4 ເດືອນກໍສາມາດຈຳໜ່າຍໄດ້;ໃນນັ້ນ ຄວາມໂດດເດັ່ນຂອງ ເກດສະໜາຟາມ ແມ່ນການຍຶດໝັ້ນຕາມທິດທາງຂອງພັກ-ລັດ ໃນການຫັນການຜະລິດກະສິກຳໃຫ້ກາຍເປັນສິນຄ້າສົ່ງອອກຢ່າງແທ້ຈິງ. ຈາກແຜນການຜະລິດ 6 ແສນໂຕຕໍ່ປີ ໃນປີ 2024-2025, ຟາມໄດ້ສ້າງເຄືອຂ່າຍຕະຫລາດຕ່າງປະເທດທີ່ຖາວອນ ໂດຍສະເພາະແມ່ນການສົ່ງອອກໄປ ສສ ຫວຽດນາມ ໄດ້ຫລາຍກວ່າ 4 ແສນໂຕຕໍ່ປີ. ສຳລັບປີ 2026 ນີ້, ຟາມຂອງພວກເຮົາ ມີວິໄສທັດອັນກວ້າງໄກ ທີ່ຈະຂະຫຍາຍໂຮງເຮືອນເພີ່ມເປັນ 12 ຫລັງ ເພື່ອຍົກລະດັບການສົ່ງອອກໄກ່ໄປຫວຽດນາມໃຫ້ໄດ້ເຖິງ 900.000 ໂຕຕໍ່ປີ, ພ້ອມທັງສະໜອງໄຂ່ໄກ່ ແລະ ສັດໃຫຍ່ ເຊັ່ນ: ງົວ ແລະ ຄວາຍ ອີກປະເພດລະກວ່າ 50 ໂຕ ສູ່ຕະຫລາດພາຍໃນ ແລະ ຕ່າງປະເທດຕື່ມອີກ.

ທ່ານ ແຖວຄຳ ພົມມະວົງ ເລຂາພັກເມືອງ ໄດ້ກ່າວຊົມເຊີຍຕໍ່ຄວາມບາກບັ່ນ ແລະ ຫົວຄິດປະດິດສ້າງຂອງເຈົ້າຂອງຟາມ ທີ່ສາມາດຫັນປ່ຽນຈາກການລ້ຽງແບບຄອບຄົວ ມາເປັນຟາມອຸດສາຫະກຳທີ່ທັນສະໄໝ. ທ່ານໄດ້ເນັ້ນໜັກໃຫ້ຟາມສືບຕໍ່ຮັກສາມາດຕະຖານເຕັກນິກວິຊາການ, ຮັບປະກັນຄວາມສະອາດ ແລະ ຄວາມປອດໄພຂອງຜະລິດຕະພັນ ເພື່ອສ້າງຍີ່ຫໍ້ສິນຄ້າຂອງເມືອງອຸທຸມພອນ ໃຫ້ເປັນທີ່ຍອມຮັບໃນລະດັບສາກົນ.
ພ້ອມດຽວກັນນີ້, ການລົງຊຸກຍູ້ຂອງຄະນະການນຳເມືອງໃນຄັ້ງນີ້ ຍັງເປັນການຢືນຢັນເຖິງການໃຫ້ຄວາມສຳຄັນຂອງພັກ-ລັດ ຕໍ່ກັບຜູ້ປະກອບການທ້ອງຖິ່ນ, ພ້ອມທີ່ຈະອຳນວຍຄວາມສະດວກ ແລະ ແກ້ໄຂຂໍ້ຄົງຄ້າງຕ່າງໆ ເພື່ອເຮັດໃຫ້ຂະແໜງການລ້ຽງສັດ ກາຍເປັນຫົວຈັກຫລັກໃນການແກ້ໄຂຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນຢ່າງເປັນຮູບປະທຳ ຕາມແນວທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝ.
KPL