ຂປລ
ຂປລ. ວັນທີ 21 ມີນາ ເປັນວັນນັກຮົບເສຍອົງຄະ ແລະ ສະລະຊີວິດເພື່ອປະເທດຊາດ ຊຶ່ງໃນປີນີ້ໄດ້ໝູນວຽນມາບັນຈົບຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026). ໃນປະຫວັດສາດ, ຊາດລາວເຮົາເປັນຊາດໜຶ່ງທີ່ມີປະຫວັດການກຳເນີດ, ຄົງຕົວ ແລະ ຂະຫຍາຍຕົວຢູ່ໃນຜືນແຜ່ນດິນຕອນນີ້ ຊຶ່ງຖືກຈາລຶກໄວ້ໄດ້ຫລາຍພັນປີມາແລ້ວ; ບັນພະບຸລຸດ ແລະ ປະຊາຊົນລາວຜູ້ຮັກຊາດ

ຂປລ. ວັນທີ 21 ມີນາ ເປັນວັນນັກຮົບເສຍອົງຄະ ແລະ ສະລະຊີວິດເພື່ອປະເທດຊາດ ຊຶ່ງໃນປີນີ້ໄດ້ໝູນວຽນມາບັນຈົບຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026). ໃນປະຫວັດສາດ, ຊາດລາວເຮົາເປັນຊາດໜຶ່ງທີ່ມີປະຫວັດການກຳເນີດ, ຄົງຕົວ ແລະ ຂະຫຍາຍຕົວຢູ່ໃນຜືນແຜ່ນດິນຕອນນີ້ ຊຶ່ງຖືກຈາລຶກໄວ້ໄດ້ຫລາຍພັນປີມາແລ້ວ; ບັນພະບຸລຸດ ແລະ ປະຊາຊົນລາວຜູ້ຮັກຊາດ ໄດ້ສືບຕໍ່ປົກປັກຮັກສາ ແລະ ສ້າງສາ ສືບທອດກັນມາຫລາຍເຊັ່ນຄົນ. ໃນປະຫວັດສາດອັນຍາວນານນັ້ນ, ຊາດລາວເຮົາບໍ່ເຄີຍຮຸກຮານປະເທດອື່ນ, ມີແຕ່ປະເທດອື່ນເຂົ້າ ມາລົບກວນຮຸກຮານ, ຍ້ອນແນວນັ້ນຊາດລາວເຮົາຈຶ່ງໄດ້ລຸກຂຶ້ນຕ້ານຜູ້ຮຸກຮານ ແລະ ການຢຶດຄອງຂອງຕ່າງດ້າວເລື້ອຍໆມາ ເພື່ອປົກປັກຮັກສາປິຕຸພູມອັນແສນຮັກເອົາໄວ້.
ເມື່ອຫວນຄືນປະຫວັດສາດກ່ອນນີ້ 80 ປີ, ຊາດລາວເຮົາໄດ້ເກີດເຫດການສຳຄັນທີ່ຄົນລາວບໍ່ອາດລືມລົງໄດ້ນັ້ນແມ່ນເຫດການທີ່ນັກຮົບປ້ອງກັນຕົວເມືອງທ່າແຂກ ຜູ້ພິລະອາດຫານໄດ້ອຸທິດຕົນຕໍ່ສູ້ເອົາເປັນເອົາຕາຍຕ້ານພວກຈັກກະພັດຕ່າງດ້າວທີ່ເຂົ້າມາບຸກລຸກຮຸກຮານ ແລະ ຢຶດຄອງລາວ ກັບບັນດາປະເທດໃນອິນດູຈີນ ເຫດການຄັ້ງນັ້ນຈົບລົງດ້ວຍການປາບປາມອັນໂຫດຮ້າຍປ່າເຖື່ອນທີ່ສຸດຂອງພວກລ່າເມືອງຂຶ້ນແບບເກົ່າ ຊຶ່ງມີຜູ້ບາດເຈັບ ແລະ ເສຍຊີວິດເປັນຈຳນວນຫລວງຫລາຍ. ຫລັງຈາກເຫດການນັ້ນ ຂະບວນການຕໍ່ສູ້ຂອງປະຊາຊົນລາວເຮົາ ໂດຍພາຍໃຕ້ການນຳພາຂອງພັກແຄວ້ນລາວ ກໍໄດ້ຫັນກຳລັງອອກສູ່ຊົນນະບົດ, ກໍ່ສ້າງທີ່ໝັ້ນປະຕິວັດ, ປັບປຸງກໍ່ສ້າງ ແລະ ຂະຫຍາຍກຳລັງ, ດຳເນີນການຕໍ່ສູ້ຍືດເຍື້ອຍາວນານຍາດເອົາໄຊຊະນະເປັນແຕ່ລະບາດກ້າວ, ສ້າງເງື່ອນໄຂເພື່ອກ້າວຂຶ້ນປົດປ່ອຍຊາດຢ່າງສົມບູນໃນເວລາຕໍ່ມາ. ພາຍຫລັງພັກປະຊາຊົນລາວ (ຕໍ່ມາປ່ຽນເປັນພັກປະຊາຊົນປະຕິວັດລາວ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ກໍໄດ້ສືບຕໍ່ນຳພາຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າຢ່າງພິລະອາດຫານ, ລະອິດລະອ້ຽວທໍລະຫົດອົດທົນ, ເຕັມໄປດ້ວຍຄວາມເສຍສະລະຕະຫລອດຈົນສາມາດຍາດເອົາໄຊຊະນະຢ່າງສົມບູນ, ປົດປ່ອຍປະເທດຊາດອອກຈາກແອກປົກ ຄອງຂອງພວກລ່າເມືອງຂຶ້ນແບບໃໝ່, ລົບລ້າງລະບອບສັກດີນາຫລ້າຫລັງແລ້ວສ້າງລະບອບໃໝ່-ລະບອບປະຊາທິປະໄຕປະຊາຊົນ ແລະ ສະຖາປະນາເປັນປະເທດສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເອກອ້າງທະນົງໃຈ ແລະ ສະຫງ່າລາສີ ໃນວັນທີ 2 ທັນວາ ປີ 1975 .

ເພື່ອກະກຽມໃຫ້ແກ່ການຕໍ່ສູ້ຕ້ານກັບກຳລັງທະຫານຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ພວກປະຕິການຂາຍຊາດ ທີ່ຈະຢຶດເອົາ ຕົວເມືອງທ່າແຂກ, ໃນຕົ້ນເດືອນກຸມພາ ປີ 1946 ໜ່ວຍພັກປະຈຳ ເມືອງທ່າແຂກ ໄດ້ຈັດກອງປະຊຸມ ແລະ ອອກມະຕິ ໂດຍລະບຸວ່າ: “ຕ້ອງເພີ່ມຄວາມສາມັກຄີລະ ຫວ່າງສອງກຳລັງປະກອບອາວຸດຂອງລາວ ແລະ ຊາວຫວຽດນາມຕ່າງດ້າວ ເພື່ອກະກຽມໃຫ້ແກ່ການຕໍ່ສູ້ປ້ອງກັນເມືອງທ່າແຂກ, ປົກປັກຮັກສາຊັບສົມບັດຂອງປະຊາຊົນ ແລະ ການທົດສອບໃນແປວໄຟ ເພື່ອສ້າງກຳລັງໃຫ້ເຕີບໃຫຍ່ຂະຫຍາຍຕົວ”. ປະຕິບັດມະຕິດັ່ງກ່າວ, ຄະນະບັນຊາການທະຫານ ແລະ ຄະນະຮັກສາຕົວເມືອງທ່າແຂກ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ບັນຊາການສູງສຸດ ໄດ້ໂຮມປະຊຸມ ເພື່ອຜ່ານແຜນການສູ້ຮົບປ້ອງກັນຕົວເມືອງທ່າແຂກ ຢ່າງລະອຽດ ເພື່ອກຽມພ້ອມສູ້ຮົບກັບພວກສັດຕູ ໃນທຸກດ້ານພາຍໃຕ້ການບັນຊາຂອງທ່ານ ສິງກະໂປ ສີໂຄດຈຸນລະມະນີ ແລະ ທ່ານ ຫງວຽນແຈ້ງ ຮອງຫົວໜ້າຄະນະບັນຊາການຮັບຜິດຊອບເຂດຕາເວັນອອກສ່ຽງເໜືອ ແລະ ທິດຕາເວັນຕົກສ່ຽງໃຕ້ຂອງເມືອງທ່າແຂກ, ກຳລັງທະຫານ 800 ກວ່າຄົນ ໄດ້ຈັດຕັ້ງເປັນ 4 ກອງຮ້ອຍ (ລາວ 2 ກອງຮ້ອຍ ແລະ ຊາວຫວຽດນາມຕ່າງ ດ້າວ 2 ກອງຮ້ອຍ) ປະກອບອາວຸດ ແລະ ມີໜ້າທີ່ຮ່ວມກັບໜ່ວຍປ້ອງກັນຕົວກຽມພ້ອມຕໍ່ສູ້ກັບພວກສັດຕູໃນທຸກທິດ.
ເພື່ອເພີ່ມທະວີຄວາມສາມັກຄີໃນການຕໍ່ສູ້, ກອງບັນຊາການໄດ້ປຸກລະດົມທະຫານ ແລະ ປະຊາຊົນລາວທີ່ຮັກຊາດ-ຊາວຫວຽດນາມຕ່າງດ້າວກໍ່ສ້າງປ້ອມໝັ້ນ ແລະ ຂຸດຂຸມຄອງສູ້ຮົບ 3 ຊັ້ນ ອ້ອມຕົວເມືອງ. ໂດຍປະຕິບັດຕາມຄໍາ ຂວັນທີ່ວ່າ: “ຖວາຍເພື່ອກູ້ຊາດ” ປະຊາຊົນລາວ ແລະ ຊາວຫວຽດ ນາມຕ່າງດ້າວໄດ້ຈິງໃຈປະກອບເງິນ, ຄໍາຢ່າງຫລວງຫລາຍໄປປ່ຽນເອົາອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍຕ່າງໆ ເພື່ອປະກອບໃຫ້ກໍາລັງປະກອບອາວຸດ; ສ່ວນສະມາຄົມແມ່ຍິງແມ່ນຮັບຜິດຊອບວຽກງານແຕ່ງກິນໃຫ້ບັນດາກົມກອງລວມໝູ່ ເພື່ອໃຫ້ມີເວລາຝຶກແອບ ແລະ ເຮັດໜ້າຕໍ່ໃນທຸກດ້ານ.
ເວລາ 6 ໂມງເຊົ້າຂອງວັນທີ 21/3/1946 ເຮືອບິນຂອງພວກລ່າເມືອງຂຶ້ນແບບເກົ່າ ໄດ້ຫວ່ານໃບປີວລົງຕົວເມືອງທ່າແຂກ ຊຶ່ງມີເນື້ອໃນໃຫ້ທະຫານກູ້ຊາດວາງອາວຸດ ແລະ ຍອມຈຳນົນຕໍ່ກອງທະຫານພວກລ່າເມືອງຂຶ້ນແບບເກົ່າ, ພວກເຂົາໄດ້ເລີ່ມເປີດສາກບຸກໂຈມຕີດ້ວຍກຳລັງໄຟປືນໃຫຍ່ໜ້າດິນປະສານກັບເຮືອບິນຖິ້ມລະເບີດ ແລະ ຍິງປືນກົນກວາດລົງໃສ່ກາງເມືອງ ແລະ ຝູງຄົນໃນຕະຫລາດ, ຍິງໃສ່ກອງບັນຊາການ, ໂຮງຮຽນປະຖົມຊາວຫວຽດນາມຕ່າງດ້າວຢ່າງຮ້າຍແຮງ ແລະ ປ່າເຖື່ອນ ເຮັດໃຫ້ຕົວເມືອງລຸກເປັນໄຟ, ປະຊາຊົນຈຳນວນຫລາຍຮ້ອຍຄົນເສຍຊີວິດ ແລະ ຖືກບາດເຈັບ. ທາງພາກພື້ນດິນທະຫານສັດຕູໄດ້ບຸກຂົ້າມາຫ່າງຈາກປ້ອມຮັກສາເຂດເບື້ອງນອກປະມານ 100-150 ແມັດ, ກອງຮັກສາປ້ອມ ແລະ ກຳລັງປ້ອງກັນຕົວຂອງພວກເຮົາ ຊຶ່ງຕັ້ງຢູ່ສະໜາມກິລາໄດ້ຍິງສຸມໃສ່ກຳລັງຂອງສັດຕູຢ່າງແຂງແຮງ.

ການຕໍ່ສູ້ຍິ່ງດຸເດືອດຂຶ້ນສູ່ລະດັບສູງ, ທະຫານລ່າເມືອງຂຶ້ນແບບເກົ່າກໍຍິ່ງພະຍາຍາມຈະຜ່າຂ້າມແນວປ້ອງກັນເຂົ້າໄປໃຫ້ໄດ້ ຊຶ່ງພວກເຂົາໄດ້ໃຊ້ລົດລາດຕະເວນຕິດອາວຸດ, ລົດຫຸ້ມເກາະແລ່ນຕາມທາງເລກທີ 13 ບຸກເຂົ້າຕົວເມືອງ, ແຕ່ການບຸກໂຈມຕີຂອງທະຫານສັດຕູແຕ່ລະປີກ ລ້ວນແຕ່ຖືກກຳລັງທະຫານຂອງພວກເຮົາຕີຕ້ານ, ສະກັດກັ້ນຢ່າງເດັດດ່ຽວ ແລະ ອາດຫານ. ທະຫານສັດຕູປີກໜຶ່ງໄດ້ຕີເຂົ້າທາງທິດຕາ ເວັນອອກຂອງຕົວເມືອງ, ແຕ່ກໍ່ຖືກທະຫານພວກເຮົາທໍາລາຍຈໍາຕ້ອງ ຖອຍຄົນເພື່ອຈັດຕັ້ງກໍາລັງໂຈມຕີຄັ້ງໃໝ່. ສ່ວນທະຫານຂອງພວກເຮົາແມ່ນຍາດໂອກາດປົວແປງຂຸມຄອງປ່ອນໝັ້ນ. ຫລັງຈາກນັ້ນ, ສັດຕູກໍບຸກໂຈມຕີຄັ້ງໃໝ່, ຕີຢຶດເອົາຫ້ອງການຂົວທາງ, ທັງປິດລ້ອມທິດເໜືອເຂດເຮືອນ ເລວັນຢູ ຢ່າງແໜ້ນໜ ແລະ ໃຊ້ລົດຫຸ້ມເກາະບຸກໂຈມຕີເບື້ອງທາງເລກທີ 12, ເມື່ອຮອດເຂດຫ້ອງການຂົວທາງທະຫານສັດຕູຖືກທະຫານເຮົາຕີສະກັດກັ້ນໄວ້ຢ່າງແຂງແຮງ, ຈຸລົດລາດຕະເວນຕິດອາວຸດກໍຈຳຕ້ອງໄດ້ຢຸດສະງັດເພາະບຸກເຂົ້າບໍ່ໄດ້, ສ່ວນທະຫານຫຸ່ນລາວ 1 ໝວດຢ້ານກົວຈຶ່ງລ່າຖອຍໄປເບື້ອງເສັ້ນທາງເລກທີ 12. ທະຫານສັດຕູທີ່ຢູ່ປີກສາຍທາງເລກທີ 13 ຈະບຸກເຂົ້າຕົວເມືອງກໍຖືກທະຫານເຮົາລັດຕີ, ຈຳຕ້ອງຢຸດຫ່າງຈາກເຂດປ້ອງກັນປະມານ 400 ແມັດ, ຈົນຮອດເວລາ 9 ໂມງ ພວກເຂົາຈຶ່ງຜ່ານເຂົ້າມາໄດ້, ແຕ່ມາຮອດ 4 ແຍກຕາເວັນຕົກຊ້ຳພັດຖືກກອງກຳລັງໄຟທະຫານພວກເຮົາສະກັດກັ້ດໄວ້. ປີກທະຫານສັດຕູຢູ່ທາາງທິດໃຕ້ໄດ້ບຸກແຕ່ເມືອງເກົ່າຂຶ້ນມາຕາມແຄມແມ່ນ້ຳຂອງເຂົ້າຕົວເມືອງກໍຖືກທະຫານພວກເຮົາສະກັດກັ້ນໄວ້ເຊ່ັນດຽວກັນ, ສັດຕູຈຳນວນໜຶ່ງທີ່ຖືກບາດເຈັບຕ້ອງນອນຢູ່ທີ່ນັ້ນ 10 ກວ່າຊົ່ວໂມງ. ພາຍຫລັງທີ່ໄດ້ໃຊ້ກຳລັງປືນໃຫຍ່ຍິງທຳລາຍ 2 ຊົ່ວໂມງແລ້ວ, ປີກທະຫານສັດຕູທີ່ຢູ່ທາງຕາເວັນອອກກໍບຸກເຂົ້າຕົວເມືອງໄດ້ 500 ກວ່າແມັດ.ພວກເຂົາໃຫ້ກອງຮ້ອຍຕີພິເສດຢຶດເອົາທິດເໜືອຂອງຕົວເມືອງແລ້ວຕິດຕໍ່ພົພັນກັບກອງຮ້ອຍທະຫານລ່າເມືອງຂຶ້ນຝຣັ່ງ ແລະ ທະຫານຫຸ່ນລາວຢູ່ຫີນບູນໃຫ້ມາຊ່ວຍ. ສ່ວນພວກທີ່ຢູ່ທິດໃຕ້ ພ້ອມກັບລົດລາດ ຕະເວນຕິດອາວຸດຈຳນວນໜຶ່ງບຸກເຂົ້າມໍ່ເຂດຕະຫລາດ, ພວກຢູ່ປີກທາງເລກທີ 13 ໄດ້ບຸກເຂົ້າໂຮງຮຽນປະຖົມຊາວຫວຽດນາມຕ່າງດ້າວ, ຢຶດເອົາເຮືອນແດງ ແລະ ເຂດວັດຄຸນພໍ່ ແຕ່ຖືກທຳລາຍໜັກ, ໜ່ວຍໜຶ່ງທີ່ລອດເຂົ້າໄປຖືກກອງທະຫານພວກເຮົາອ້ອມຕີດັບກ້ຽງ. ສັດຕູກອງຮ້ອຍໜຶ່ງຈາກຫີນບູນ ເຄື່ອນເຂົ້າມາສົມທົບຊ້ຳຖືກທະຫານເຮົາລັດຕີ, ຍິງນາຍຮ້ອຍໂທ ຣາເມີ ເສຍຊີວິດ ແລະ ທະຫານຈຳນວນໜຶ່ງຖືກບາດເຈັບ.ໃນເວລານັ້ນ ຢູ່ກາງຕະຫລາດພະນັກງານ-ນັກຮົບ ຂອງພວກເຮົາ 20 ກວ່າຄົນ ໄດ້ໃຊ້ປືນ ແລະ ປາຍກະບີ່ຕໍ່ສູ້ຕ້ານສັດຕູໂຕຕໍ່ໂຕຢ່າງກ້າຫານ, ໄດ້ຍິງຮ້ອຍເອກ ຊາດໄຊ ຕາຍຄາທີ່ ແລະ ຈຳນວນໜຶ່ງຕາຍຄາສະໜາມຮົບ.

ຮອດ 17 ໂມງຂອງວັນ 21 ມີນາ 1946, ທະຫານປີກຕ່າງໆຂອງສັດຕູ ໄດ້ເຄື່ອນເຂົ້າມາຕົວເມືອງໝົດ ຊຶ່ງເຮັດໃຫ້ພວກເຮົາບໍ່ສາມາດຮັກສາຕົວເມືອງທ່າແຂກໄວ້ໄດ້ເພາະ “ເຫລັກຫລາຍກວ່າຖ່ານ”, ທະຫານຂອງພວກເຮົາ ທັງຕ້ານ ແລະ ຖອຍໄປທາງແຄມແມ່ນ້ຳຂອງພ້ອມກັບປະຊາຊົນໃຊ້ເຮືອພາຍ, ເຮືອຈັກ, ໄມ້ທ່ອນ ເພື່ອລອຍຂ້າມແມ່ນ້ຳຂອງໄປແຂວງນະຄອນພະນົມ ປະເທດໄທ. ພວກສັດຕູໄດ້ໃຊ້ເຮືອບິນ, ປືນໃຫຍ່, ປືນກົນຈັກ ແລະ ປືນອື່ນໆ ຍິງໃສ່ປະຊາຊົນ ແລະ ທະຫານຂອງພວກເຮົາທີ່ພວມຂ້າມແມ່ນ້ຳຂອງຢ່າງໂຫດຮ້າຍສາມານທີ່ສຸດເຮັດໃຫ້ພະນັກງານ-ນັກຮົບ ແລະ ປະຊາຊົນຖືກບາດເຈັບລົ້ມຕາຍຢ່າງຫລວງຫລາາຍ; ເຮືອຈັກທີ່ປະທານ ສຸະພານຸວົງ ແລະ ພະນັກງານຈຳນວນໜຶ່ງໄດ້ຖືກເຮືອບິນສັດຕູຍິ່ງຢູ່ກາງແມ່ນ້ຳຂອງ, ນັກຮົບປະຕິວັດລາວຜູ້ໜຶ່ງ ແລະ ຊາວຫວຽດນາມຕ່າງດ້າວ 2 ຄົນ ໄດ້ເອົາຮ່າງຄີງບັງລູກປືນໃຫ້ ປະທານ ສຸພານຸວົງ ນັ້ນ ຖືກເສຍຊີ ວິດທັນທີ. ທ້າວ ທອງລາຍ “ສາຍຍາ ນົກຮົບໜັງໜຽວ”. ຟ້າວລຸກຂຶ້ນຢືນກົງໂກະກວມບັງປະທານ ສຸພານຸວົງ ເອົາໄວ້, ໃນຂະນະດຽວກັນເຄື່ອງ ຈັກເຮືອເພນັກຮົບທີ່ເຫລືອ 2 ຄົນ ຟ້າວໂຕນລົງນ້ຳລອຍຊວ້ານຊູເອົາເຮືອໄປເຖິງຝັ່ງໄທ, ປະທານ ສຸພານຸວົງ ຖືກບາດເຈັບສາຫັດ ແລະ ໄດ້ນຳເອົາເພິ່ນໄປປິ່ນໄປຢູ່ໂຮງໝໍປະເທດໄທ.
ພາຍຫລັງພວກລ່າເມືອງຂຶ້ນແບບເກົ່າ ແລະ ລູກແຫລ້ງຕີນມືຂອງພວກເຂົາຢຶດຄອງຕົວເມືອງທ່າແຂກໄດ້ແລ້ວ, ພວກເຂົາໄດ້ສ້າງໂທດກຳທີ່ບໍ່ມີວັນຈະລືມໄດ້ໃຫ້ປະຊາຊົນລາວ ໂດຍພວກເຂົາໄດ້ເຂັ່ນຂ້າປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ, ເຂັ່ນຂ້າແມ່ມານດ້ວຍການເອົາກະບີ່ແທງທ້ອງ, ຈັບເອົາເດັກນ້ອຍຍັດໃສ່ກະເປົາປ່ານມັດປາກ ແລ້ວຖິ້ມລົງນ້ຳຂອງ ແລະ ໃສ່ຄົກມອງຕຳຈົນຕາຍ, ເອົາປືນຍິງກວາດໃສ່ຝູງຄົນແລ້ວໂຍນລົງນ້ຳຂອງ ຊຶ່ງເຮັດໃຫ້ນ້ຳຂອງເວລານັ້ນເຕັມໄປດ້ວຍເລືອດ ແລະ ຊາກສົບ. ປະຊາຊົນຜູ້ບໍລິສຸດ ລວມທັງແມ່ຍິງ ແລະ ເດັກນ້ອຍ ຈຳນວນ 3.000 ກວ່າຄົນ ຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງຖືກທຳລາຍເປັນຈຳນວນຫລວງຫລາຍ, ຄອບຄົວ, ຜົວ-ເມຍ, ພໍ່,ແມ່, ລູກ ຖືກພັດພາກຈາກກັນ,ລູກກາຍເປັນກໍ່າພ້າ-ກໍ່າພອຍ.
ເພື່ອເປັນການລະນຶກວັນຄຽດແຄ້ນວັນທີ 21 ມີນາ 1946 ນັ້ນ, ພວກເຮົາກໍໄດ້ດຳເນີນການລະນຶກດ້ວຍຫລາຍຮູບການເຊັ່ນ: ໂຮມຊຸມນຸມ, ປາຖະກະຖາ, ວາງພວງມາລາຢູ່ສຸສານແຫ່ງຊາດ ແລະ ອະ ນຸສາວະລີນັກຮົບນິລະນາມແຫ່ງຕ່າງໆ. ຈັດຕັ້ງຢ້ຽມຢາມບັນດາສູນເສຍອົງຄະ, ໂຄສະນາສຶກສາອົບຮົມຜ່ານສື່ຕ່າງໆ. ພ້ອມນີ້, ພວກເຮົາຄວນຈົດຈຳ ແລະ ຮັບຮູ້ ເຂົ້າໃຈ ຄວາມໝາຍສຳຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ ຊຶ່ງບັ້ນຮົບດັ່ງກ່າວ ແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ສຳຄັນທີ່ສຸດໃນລາວ ຊຶ່ງບໍ່ພຽງແຕ່ເປັນ “ວັນຄຽດແຄ້ນ” ຂອງປະຊາຊົນລາວ ຕໍ່ພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານເທົ່ານັ້ນ, ແຕ່ຫາກຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍນຳກັນລະຫວ່າງສອງຊາດ ລາວ-ຫວຽດນາມອ້າຍນ້ອງທີ່ເປັນແວ່ນແຍງອັນເຫລື້ອມໃສຂອງນ້ຳໃຈສູ້ຮົບຢ່າງພິລະອາດຫານບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາ ຊົນເມືອງທ່າແຂກ ກໍຄື ການບັນຊາທີ່ເດັດດ່ຽວໜຽວແໜ້ນຂອງຄະນະກອງບັນຊາການກຳລັງປະກອບອາວຸດຂອງພວກເຮົາ ໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ນຳໜ້າ, ມັນໄດ້ຝັງເລິກໃນດວງໃຈຂອງປະຊາຊົນລາວ ແລະ ຫວຽດນາມຕ່າງ ດ້າວທີ່ຮັກຊາດຈົນຊົ່ວກາລະນານ.
KPL