ຄວາມດຸໝັ່ນຂະຫຍັນພຽງ ພາຄອບຄົວຮັ່ງມີຜາສຸກ

23/03/2026 10:47
ຂປລ ຂປລ. ຄວາມດຸໝັ່ນ ແມ່ນສິ່ງທີ່ຂາດບໍ່ໄດ້, ຄອບຄົວໃດມີຄວາມດຸໝັ່ນຂະຫຍັນພຽນ ຄອບຄົວນັ້ນກໍມີຢູ່ມີກິນ, ມີເງິນໃຊ້ຈ່າຍບໍ່ຂາດ. ຂະນະດຽວກັນ, ມີພຽງແຕ່ຄວາມດຸໝັ່ນກໍຍັງບໍ່ພຽງພໍ ຕ້ອງມີແນວທາງນະໂຍ ບາຍອັນຖືກຕ້ອງຂອງພັກ-ລັດຕື່ມອີກ.

ຂປລ. ຄວາມດຸໝັ່ນ ແມ່ນສິ່ງທີ່ຂາດບໍ່ໄດ້, ຄອບຄົວໃດມີຄວາມດຸໝັ່ນຂະຫຍັນພຽນ ຄອບຄົວນັ້ນກໍມີຢູ່ມີກິນ, ມີເງິນໃຊ້ຈ່າຍບໍ່ຂາດ. ຂະນະດຽວກັນ, ມີພຽງແຕ່ຄວາມດຸໝັ່ນກໍຍັງບໍ່ພຽງພໍ ຕ້ອງມີແນວທາງນະໂຍ ບາຍອັນຖືກຕ້ອງຂອງພັກ-ລັດຕື່ມອີກ. ດັ່ງຄອບຄົວຂອງ ນາງ ເຮືອງ ມັດທະວົງ ຢູ່ບ້ານປາກປຶງ ເມືອງປາກຊັນ ແຂວງບໍລິຄຳໄຊ ທີ່ຖືເອົາການປູກພືດ ຜັກໝູນວຽນເປັນຫລັກ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຫລາຍກວ່າ 100 ລ້ານຕໍ່ປີ.

          ເມື່ອມໍ່ໆມານນີ້, ຄະນະນັກຂ່າວຈາກ ກົມສື່ມວນຊົນ, ສຳນັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດ, ວິທະຍຸກະຈາຍສຽງແຫ່ງຊາດ ແລະ ນຳພາຄະນະໂດຍ ທ່ານ ນາງ ກອງບຸນ ສຸວິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ລົງເຄື່ອນໄຫວຈັດກິດຈະກຳຖາມ-ຕອບ, ເຜີຍແຜ່ຜົນສຳເລັດການສະເຫລີມສະຫລອງ 3 ວັນປະຫວັດສາດຢູ່ແຂວງບໍລິຄຳໄຊ ໂດຍທີມງານພວກເຮົາກໍໄດ້ຮັບການຮ່ວມມືເປັນຢ່າງດີຈາກພະນັກງານ ຄະນະໂຄສະນາແຂວງ, ພະນັກງານພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ນຳທາງພາໄປຫາຄອບຄົວ ນາງ ເຮືອງ ມັດທະວົງ ຜູ້ຖືກເອົາການປູກພືດ ຜັກໝູນວຽນຢູ່ບ້ານປາກປຶງ ເມືອງປາກຊັນ. ພາຍຫລັງເວົ້າຈາພາທີກັນແລ້ວ, ນາງ ເຮືອງ ມັດທະວົງ ກໍພາທີມງານລົງເບິ່ງສວນຂອງລາວ ຊຶ່ງກໍເຕັມໄປດ້ວຍພືດຜັກຕ່າງໆເຊັ່ນ: ຜັກຫອມບົວ, ຫອມປ້ອມ, ຜັກຊີ ແລະ ມັນເພົາ ທີ່ກຳລັງແຂ່ງຂັນງອກງາມຂຽວອຸ່ນທຸ່ນໄປທົ່ວສວນ.

          ນາງ ເຮືອງ ມັດທະວົງ ເລົ່າສູ່ຟັງວ່າ: ແຕ່ໃດມາຄອບຄົວຕົນແມ່ນໄດ້ຖືເອົາການຜະລິດພືດ ຜັກເປັນອາຊີບຕົ້ນຕໍຈົນມາຮອດປັດຈຸບັນນີ້. ສ່ວນແຮງງານຕົ້ນຕໍແມ່ນມີສອງຜົວເມຍ. ຂະນະທີ່ການເກັບກູ້ຜົນຜະລິດໄປຂາຍ ແມ່ນໄດ້ຈ້າງຄົນມາຊ່ວຍເກັບໃນລາຄາມື້ໜຶ່ງ 200.000 ກີບ. ແນວໃນກໍດີ, ສຳລັບເນື້ອທີ່ດິນສວນທຳການຜະລິດພືດຜັກຂອງຕົນມີ ທັງໝົດ 8 ໄລ່ ຊຶ່ງໄດ້ທຳການຜະລິດພືດໝູນວຽນກັນໄປ ໂດຍອີງໃສ່ໄລຍະທີ່ເໝາະສົມພືດຊະນິດໃດກໍປູກພືດຊະນິດນັ້ນ ໂດຍສະເພາະລະດູແລ້ງ ແມ່ນເລັ່ງປູກປະເພດຫອມບົວ, ຫອມປ້ອມ, ຜັກອື່ນໆ ແລະ ມັນເພົາ. ສະເພາະລະດູ ຝົນແມ່ນຈະປູກໝາກແຕງ, ໝາກຖົ່ວທີ່ທົນທານຕໍ່ຟ້າຝົນ. ສຳລັບການເຕັກນິກໃນການບົວລະບັດຮັກສາ ແມ່ນບໍ່ໄດ້ຍາກຫຍັງ ພຽງແຕ່ໄຖ ຄາດ ແລະ ຫວ່ານແນວພັນ (ປະເພດຫ້ອມ), ຫົດນ້ຳ ແລ້ວກໍໃສ່ຝຸ່ນຄອກ ແລະ ລົກຫຍ້າບໍ່ໃຫ້ຮົບເຮື້ອເທົ່ານັ້ນ. ສ່ວນມັນເພົາ ກໍຊັກແກ່ນໃສ່ດິນ, ຫລັງຈາກຄົບຮອບ 3 ເດືອນກໍສາມາດເກັບກູ້ຜົນຜະລິດໄດ້  ແລະ ຈະມີພໍ່ຄ້າ ແມ່ຄ້າມາຮັບຊື້.  ສຳລັບການຈຳໜ່າຍຜົນຜະລິດ ແມ່ນພໍ່ຄ້າ ແມ່ຄ້າມາຮັບຊື້ຢູ່ສວນ ໂດຍບໍ່ໄດ້ເອົາໄປຂາຍຢູ່ຕະ ຫລາດ ຊຶ່ງມັນກໍບໍ່ໄດ້ຍາກແກ່ເຮົາ. ຂໍພຽງແຕ່ເຮົາຜະລິດໄດ້ ກໍມີພໍ່ຄ້າ ແມ່ຄ້າມາຮັບຊື້ຢູ່ກັບທີ່. ແນວໃດກໍດີ, ການຜະລິດພືດ ຜັກຕ່າງໆ ຊຶ່ງນອກຈາກຄວາມດຸໝັ່ນກໍຄືເຕັກນິກຂອງຄອບຄົວແລ້ວ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງກໍຄືພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ກໍໄດ້ເອົາໃຈໃສ່ລົງມາໃກ້ຊິດຕິດແທດທັງແນະນຳເຕັກນິກດ້ານວິຊາການໃນການບົວລະບັດຮັກສາພືດ ຜັກຂອງປະຊາຊົນຢ່າງເປັນປະຈຳ. ນາງ ເຮືອງ ກ່າວ.

          ນາງ ເຮືອງ ເວົ້າຕື່ມວ່າ: ການຜະລິດພືດ ຜັກໝູນວຽນຄືຕົນເຄີຍຜະລິດມາໂດຍຕະຫລອດ ແມ່ນ ບໍ່ໄດ້ລົງທຶນຫລາຍ ພຽງແຕ່ຊື້ແນວພັນ. ຍົກຕົວຢ່າງ ຊື້ແນວພັນຜັກຫອມປ້ອມມາຫວ່ານໃນ ກິໂລໜຶ່ງ 100.000 ກວ່າກີບ ສາມາດສ້າງກຳໄລປະມານ 1.000.000 ກວ່າກີບ ແລະ ພືດອື່ນໆກໍເຊັ່ນດຽວກັນ. ສຳລັບລາຍຮັບໃນການຜະລິດພືດ ຜັກໝູນ ວຽນນີ້ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຫລາຍກວ່າ 100 ລ້ານກີບຕໍ່ປີ. ແນວໃດກໍດີ, ຜ່ານການຢືດຖືເອົາການຜະລິດພືດຜັກດັ່ງກ່າວມາ ກໍເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວມີການພັດທະນາດີຂຶ້ນ ແລະ ມີໃຊ້ຈ່າຍບໍ່ຂາດ, ມີເງິນທ້ອນໄວ້ຈຳນວນໜຶ່ງ, ມີເງິນສົ່ງເສີມລູກຫລານຮ່ຳຮຽນ ແລະ ອື່ນໆ. 

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ການປະຕິບັດກົດລະບຽບຈະລາຈອນ ຊ່ວຍຫລຸດຜ່ອນການເກີດອຸບັດເຫດບົດ-ສາລະຄະດີ

      ການປະຕິບັດກົດລະບຽບຈະລາຈອນ ຊ່ວຍຫລຸດຜ່ອນການເກີດອຸບັດເຫດ

      3/23/2026 11:31:06 AM

      ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນດີ ແລ້ວວ່າ, ບັນຫາການເກີດອຸບັດເຫດ ຕາມທ້ອງຖະໜົນແມ່ນເກີດຈາກ ຫລາຍສາເຫດເປັນຕົ້ນແມ່ນນັກຂັບ ຂີ່ບໍ່ປະຕິບັດຕາມກົດຈະລາຈອນ, ສະພາບເຕັກນິກລົດບໍ່ໄດ້ມາດຖານ, ຂັບຂີ່ປະໝາດ, ດື່ມສິ່ງມຶນເມົາແລ້ວ ຂັບ ແລະ ອື່ນໆ.

    • ຮີດຄອງປະເພນີ ແລະ ວັດທະນະທຳຂອງຊົນເຜົ່າຍວນບົດ-ສາລະຄະດີ

      ຮີດຄອງປະເພນີ ແລະ ວັດທະນະທຳຂອງຊົນເຜົ່າຍວນ

      3/23/2026 11:25:29 AM

      ຂປລ. ຊົນເຜົ່າຍວນ ມີປະຫວັດຄວາມເປັນມາຄ້າຍຄືກັນກັບຊົນເຜົ່າໃນໝວດພາສາ ລາວ-ໄຕ ໄດ້ອົບພະຍົບ ແລະ ເຄື່ອນຍ້າຍຈາກພາກໃຕ້ ຫລື ພາກຕາເວັນອອກສ່ຽງໃຕ້ ຂອງປະເທດຈີນ ເຂົ້າສູ່ດິນແດນພາກເໜືອຂອງ ສປປ ລາວ

    • ຈຸດໝາຍ, ທິດທາງ ໃນການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມບົດ-ສາລະຄະດີ

      ຈຸດໝາຍ, ທິດທາງ ໃນການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ

      3/23/2026 11:19:46 AM

      ຂປລ.ໂຄງການການເມືອງຂອງ ພັກ ແມ່ນທິດສະດີປະຕິວັດ, ເປັນ ທວນໄຟອັນສະຫວ່າງສະໄຫວເຍືອງ ທາງໃຫ້ແກ່ພັກ ແລະ ທົ່ວປວງຊົນ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ສ້າງໄດ້ ບາດກ້າວເດີນ ແລະ ບາດລ້ຽວ ທີ່ໜັກແໜ້ນໃຫ້ແກ່ພາລະກິດແຫ່ງ ການສືບຕໍ່ບູລະນະລະບອບປະຊາ ທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ ຊຶ່ງເນື້ອ ໃນພື້ນຖານຂອງການບູລະນະລະ ບອບປະຊາທິປະໄຕປະຊາຊົນກ້າວ ຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາ

    • ເມືອງວຽງໄຊ ໄດ້ຮັບລາງວັນ ເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນປີ 2026-2028ບົດ-ສາລະຄະດີ

      ເມືອງວຽງໄຊ ໄດ້ຮັບລາງວັນ ເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນປີ 2026-2028

      3/23/2026 11:11:29 AM

      ຂປລ. ເມື​ອງວຽງ​ໄຊ​ ກໍ​ເປັນ​ອີກໜຶ່ງ​ເມືອງ​ທີ່​ໄດ້​ຮັບລາງວັນ ​ເມືອ​ງມາດຕະຖານ​ທ່ອງ​ທ່ຽວສະອາດ​ອາຊຽນປີ 2026-2028 ​​​ເນື່ອງ​ຈາກ​ວ່າ​ໄດ້​ຮັບ​ຄະ​ແນນປະ​ເນີນ​ຈາກຄະນະ​ກໍາມະການ​ຂັ້ນ​ສູນ​ກາງ ກວ່າ 95 ຄະ​ແນ​ນ​ ຫລື ​ເທົ່າ​ຫັບ 87,96 % ຂອງ​ຄະ​ແນນ​ລວມ 100%​ ​ໂດຍ​ການ​ປະ​ເມີນ ​ໄດ້​ກໍານົດ​ໂຕ​ຊີ້​ວັດ ດ້ານ​ສິ່ງ​ແວດ​ລ້ອມ, ຄວາມ​ສະອາດ,ການ​ປູກ​ຈິດ​ສໍານຶກ, ພື້ນ​ທີ​ສີຂຽວ, ຄວາມ​ສະອາດ,ຄວາມ​ປອດ​ໄພ,ພື້ນຖານ​ໂຄງ​ລ່າງ ​ແລະ ສິ່ງ​ອໍານວຍ​ຄວາມ​ສະ​ດວກ

    • ບໍລິສັດ TOKYO PLAZA ນໍາສະເໜີສິນຄ້າຈາກປະເທດຍີ່ປຸ່ນສູ່ສັງຄົມລາວບົດ-ສາລະຄະດີ

      ບໍລິສັດ TOKYO PLAZA ນໍາສະເໜີສິນຄ້າຈາກປະເທດຍີ່ປຸ່ນສູ່ສັງຄົມລາວ

      3/23/2026 11:05:11 AM

      ຂປລ. ບໍລິສັດ TOKYO PLAZA ​ແມ່ນບໍລິສັດ​ນໍາ​ເຂົ້າຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບຈາກ​ຍີ່ປຸ່ນ ສູ່​ສັງຄົມ​ລາວ ມາ​ເປັນ​ເວລາ 9 ປີ ​ເປັນ​ຕົ້ນ​ ມີທັງເຄື່ອງອຸປະໂພກ ແລະ ບໍລິໂພກ ເຊັ່ນ: ເຄື່ອງສຳອາງ, ເຄື່ອງໃຊ້ໃນຊີວິດປະຈຳວັນເຂົ້າໜົມ ແລະ ອາຫານແຊ່ແຂງ ແລະ ສິນຄ້າອື່ນໆ ​ເຊິ່ງ​ໄດ້​ຮັບ​ຜົນ​ຕອບ​ຮັບ​ທີ່​ດີ​ຈາກ​ສັງຄົມ​ລາວ ຕະຫລອດມາ.

ads
ads

Top