ພາຍໃຕ້ການນຳພາທີ່ສະຫລາດສ່ອງໃສຂອງພັກຈຶ່ງສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສະຫງ່າຜ່າເຜີຍ

23/03/2026 10:18
ຂປລ ຂປລ. ພາຍຫລັງພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ກໍໄດ້ຜະເຊີນໜ້າກັບຈັກກະພັດອາເມລິກາ ຊຶ່ງເປັນຈັກກະພັດໂຕໃໝ່ແຕ່ພັກເຮົາ ກໍໄດ້ແບກຫາບເອົາພາລະກໍາອັນໜັກໜ່ວງ ເພື່ອຊີ້ນໍານໍາພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກມືປະຕິການຂາຍຊາດ ຢ່າງດຸເດືອດຂ້ຽວຂາດກ້າວໄປເຖິງ ການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ພັດທະນາຢ່າງມີໝາກມີຜົນເປັນແຕ່ລະໄລຍະປະ ຫວັດສາດ.

ຂປລ.  ພາຍຫລັງພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ກໍໄດ້ຜະເຊີນໜ້າກັບຈັກກະພັດອາເມລິກາ ຊຶ່ງເປັນຈັກກະພັດໂຕໃໝ່ແຕ່ພັກເຮົາ ກໍໄດ້ແບກຫາບເອົາພາລະກໍາອັນໜັກໜ່ວງ ເພື່ອຊີ້ນໍານໍາພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກມືປະຕິການຂາຍຊາດ ຢ່າງດຸເດືອດຂ້ຽວຂາດກ້າວໄປເຖິງ ການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ພັດທະນາຢ່າງມີໝາກມີຜົນເປັນແຕ່ລະໄລຍະປະຫວັດສາດ. ເຖິງແນວໃດກໍ່ຕາມ, ໄລຍະຕໍ່ສູ້ປົດປ່ອຍຊາດ ແຕ່ປີ 1955 -1958 ເປັນໄລຍະທີ່ພັກນໍາພາການຕໍ່ສູ້ ເພື່ອປະຕິບັດສັນຍາເຊີແນວ 1954, ເດັດດ່ຽວປົກປັກຮັກສາ 2 ແຂວງ ເຕົ້າໂຮມ ຫົວພັນ ແລະ ຜົ້ງສາລີ, ພັກເຮົາໄດ້ເພີ່ມທະວີການປັບປຸງ, ບໍາລຸງສ້າງກໍາລັງປະກອບອາວຸດ, ພື້ນຖານການເມືອງ ແລະ ເສດຖະ ກິດ, ປົກປັກຮັກສາ 2 ແຂວງເຕົ້າ ໂຮມສົມທົບກັບການຂົນຂວາຍປຸກລະດົມການຕໍ່ສູ້ການເມືອງຢູ່ 10 ແຂວງ, ທັບມ້າງກົນອຸບາຍ- ຍົວະ ເພື່ອເຂົ້າຖໍ້າຂອງພວກລ່າເມືອງຂຶ້ນແບບໃໝ່ ທີ່ແນໃສ່ດັບສູນກໍາລັງປະຕິວັດຮັກຊາດ ຊຶ່ງພາໄປເຖິງການເຊັນສັນຍາວຽງຈັນ ປີ 1957, ສ້າງຕັ້ງລັດຖະບານປະສົມແຫ່ງຊາດ ຄັ້ງທີ I ຂຶ້ນ ດ້ວຍການເຂົ້າຮ່ວມຂອງແນວລາວຮັກຊາດ. ປີ 1959-1962 ພວກຈັກກະພັດ ແລະ ລູກມືໄດ້ອອກແຮງປາບປາມຂະບວນການປະຕິວັດ ຢ່າງປ່າເຖື່ອນ, ພວກເຂົາໄດ້ມ້າງລັດຖະບານປະສົມ ແລະ ຄວາມຖືກຕ້ອງປອງດອງຊາດ, ປິດລ້ອມ ກອງພັນທີ 2 ຢູ່ທົ່ງໄຫຫີນ, ຈັບບັນດາຜູ້ນໍາຂອງແນວລາວຮັກຊາດ  ເຂົ້າຄຸກ ແຕ່ໃຕ້ການນໍາພາອັນສະ ຫລາດສ່ອງໃສຂອງພັກ ກອງພັນທີ 2 ໄດ້ຜ່າວົງລ້ອມຢ່າງປອດໄພ ແລະ ບັນດາຜູ້ນໍາເຮົາກໍສາມາດແຫກຄຸກອອກມາໄດ້ຢ່າງມະຫັດ ສະຈັນ ໃນວັນທີ 24/5/1960, ປົດປ່ອຍທົ່ງໄຫຫີນ-ຊຽງຂວາງ ໃນເດືອນ 1/1961, ປົດປ່ອຍຫລວງນ້ໍາທາໃນເດືອນ 5/1962, ເປີດກວ້າງບັນດາຖານທີ່ໝັ້ນ, ປົດ ປ່ອຍດິນແດນໄດ້ 2/3 ແລະ ມີພົນ ລະເມືອງ 1/2 ຂອງທົ່ວປະເທດ ເຮັດໃຫ້ດິນແດນເຂດປົດປ່ອຍຕິດລຽນຕໍ່ກັນແຕ່ເໜືອຮອດໃຕ້.

ຍ້ອນຖືກປະລາໄຊຢ່າງໜັກໜ່ວງ ພວກຈັກກະພັດ ແລະ ລູກມືຈໍາຕ້ອງຍອມເຊັນສັນຍາເຊີ ແນວກ່ຽວກັບລາວ ໃນວັນທີ 23 ກໍລະກົດ ປີ 1962,ໄດ້ສ້າງຕັ້ງລັດຖະບານປະສົມແຫ່ງຊາດ ຄັ້ງທີ II.  ໄລຍະແຕ່ກາງປີ 1964 -1973 ເປັນໄລຍະຕໍ່ສູ້ຜາບແພ້ຍຸດທະສາດ “ ສົງຄາມພິເສດຂອງ ຈອນເຊິນ ” ແລະ ຍຸດທະສາດ “ສົງຄາມພິເສດເພີ່ມທະວີຕາມທິດ ສະດີນິກເຊີນ ” ຂອງຈັກກະພັດອາເມລິກາ. ນັບແຕ່ເດືອນ 5/1964 ພວກຈັກກະພັດອາເມລິກາ ໄດ້ໃຊ້ເຮືອບິນບຸກໂຈມຕີຍິງທໍາລາຍເຂດປົດປ່ອຍຢ່າງໜັກໜ່ວງ, ດໍາເນີນນະໂຍບາຍປີນຂັ້ນໄດສົງຄາມເຮັດໃຫ້ສົງຄາມພິເສດຢູ່ລາວ ນັບມື້ນັບຂະຫຍາຍຕົວໃນລະດັບສູງດ້ວຍກົນອຸບາຍບຽດຢຶດເອົາເຂດປົດປ່ອຍຂອງກໍາລັງປະຕິວັດທັງ ໝົດ ຊຶ່ງເລີ່ມຕົ້ນດ້ວຍການເປີດບັ້ນຮົບບຸກໂຈມຕີເຊັ່ນ: ບັ້ນຮົບສາມສອນ, ສອນໄຊ 1, ສອນໄຊ 2, ບັ້ນຮົບ ມັງກອນ, ໂຄດຕະບອງ ບຸກໂຈນດີພູພຽງຍຸດທະສາດທົ່ງໄຫຫີນ, ເຄື່ອນທັບເຂົ້າໄປບຸກຕິຢຶດທີ່ຕັ້ງຢູ່ເຂດນໍ້າບາກ; ບຸກຕີບຽດຢຶດເຂົ້າເຂດປົດປ່ອຍທາງພາກກາງ ແລະ ພາກໃຕ້ຂອງລາວ.ພາຍໃຕ້ການຊີ້ນໍາ ນໍາພາຢ່າງສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ກອງທັບ ແລະ ປະຊາຊົນລາວ ສາມາດຕີເອົາໄຊຊະນະການບຸກໂຈມຕີບຽດຢຶດຂອງສັດຕູທັງໝົດ  ເປັນຕົ້ນ ແມ່ນບັ້ນຮົບນໍ້າບາກ, ຜາຖີ່ ( ປີ 1968 ), ບັ້ນຮົບທົ່ງໄຫຫີນຊຽງຂວາງ ( ປີ 1970 ) ບັ້ນຮົບລາມເຊິນ 719 (1971) ພວກເຮົາໄດ້ທັບມ້າງຍຸດທະສາດ “ ສົງຄາມພິເສດຂອງຈອນເຊິນ ” ແລະ ຍຸດທະສາດ ສົງຄາມພິເສດເພີ່ມທະວີຕາມທິດສະດີນິກເຊິນຂອງຈັກກະພັດອາເມລິກາ” ໃຫ້ຖືກປະລາໄຊຢ່າງ ຫນັກຫນ່ວງ ຢູ່ລາວກໍຄືຢູ່ພາກໃຕ້ຫວຽດນາມ ແລະ ກໍາປູເຈຍ. ເຂດປົດປ່ອຍໄດ້ເປີດກວ້າງອອກກວນ ເນື້ອທີ່ 4/5 ຂອງດິນແດນເຊິ່ງປະກອບດ້ວຍຫລາຍບໍລິເວນທີ່ສໍາຄັນກວ່າຫມູ່ ແລະ ມີພົນລະເມືອງກວ່າເຄິ່ງຫນຶ່ງຂອງທົ່ວປະເທດ ແລະ ໄດ້ຮັບການກໍ່ສ້າງເປັນຂະຫນາດລັດຫນຶ່ງ, ການກໍ່ສ້າງເສດຖະ ກິດ, ວັດທະນະທໍາ - ສັງຄົມ ຢູ່ໃນເຂດປົດປ່ອຍໄດ້ບັນລຸດ້ວຍຜົນສໍາເລັດຫລາຍປະການ. ປີ 1972 ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກໄດ້ໄຂຂຶ້ນ, ພັກໄດ້ວາງແນວທາງຕໍ່ສູ້ເພື່ອສໍາ ເລັດໄລຍະປະຕິວັດຊາດ -ປະຊາທິປະໄຕ ໃນທົ່ວປະເທດ. ປີ 1973 ຍ້ອນຖືກໂຈມຕີຢ່າງແຂງແຮງ ຈັກກະພັດອາເມລິກາ ແລະ ລູກມີຈໍາຕ້ອງໄດ້ຍອມເຊັນສັນຍາວຽງຈັນ ກ່ຽວກັບການຟື້ນຟູສັນຕິພາບ ແລະ ປະຕິບັດຄວາມຖືກຕ້ອງປອງດອງຊາດ ຢູ່ ລາວ ຄັ້ງທີ III ໃນວັນທີ 21/2/1973. ສັນຍາດັ່ງກ່າວນັ້ນ ເປັນຂີດຫມາຍແຫ່ງການປະລາໄຊຢ່າງ ສິ້ນເຊີງ ໃນສົງຄາມຮຸກຮານລ່າເມືອງຂຶ້ນແບບໃຫມ່ ຂອງຈັກກະພັດອາເມລິກາຕໍ່ປະເທດເຮົາ ຄໍາສັ່ງ ຢຸດຍິງຢູ່ທົ່ວດິນແດນລາວໄດ້ມີຜົນສັກສິດ ນັບແຕ່ວັນທີ 22 ກຸມພາ 1973 ເປັນຕົ້ນໄປ. ໄຊຊະນະ ດັ່ງກ່າວນັ້ນ ເປັນໄຊຊະນະອັນໃຫຍ່ຫລວງທີ່ສຸດ, ມັນໄດ້ສ້າງເງື່ອນໄຂໃຫມ່ ທີ່ເປັນພື້ນຖານທີ່ສຸດເພື່ອ ພາການປະຕິວັດເຮົາກ້າວຂຶ້ນຍາດເອົາໄຊຊະນະອັນສົມບູນ.

ໄລຍະແຕ່ປີ 1973 - 1975 ເປັນໄລຍະຕໍ່ສູ້ເພື່ອສໍາເລັດການປະຕິວັດຊາດ ປະຊາທິປະໄຕໃນທົ່ວປະເທດ. ພາຍໃຕ້ການນໍາພາຂອງພັກ ມະຫາຊົນ, ຊັ້ນຄົນຕ່າງໆຢູ່ໃນເຂດປົກຄອງຂອງສັດຕູ ແລະ ໃນເຂດເປັນກາງ ເປັນຕົ້ນແມ່ນກໍາມະກອນ, ຊາວນາ, ນັກຮຽນ, ນັກສຶກສາ ໄດ້ພ້ອມກັນລຸກຮືຂຶ້ນ ແລະ ເຂົ້າຮ່ວມຂະບວນການຕໍ່ສູ້ນັບມື້ນັບຫລາຍ, ນັບມື້ນັບຟົດຟື້ນ, ແຂງແຮງເຊັ່ນ: ການລຸກຮືຂຶ້ນ ຂອງກໍາມະກອນໄຟຟ້າວຽງຈັນ, ການລຸກຮືຂຶ້ນຕໍ່ສູ້ຢ່າງໝັ້ນໜຽວທົນທານຕະຫລອດ 42 ວັນ ແລະ ຄືນຂອງປະຊາຊົນຊາວເມືອງໜອງບົກ ແຂວງຄໍາມ່ວນ, ການລຸກຮືຂຶ້ນແຍກຕົວຂອງກອງພັນ 102 ຂອງຝ່າຍວຽງຈັນ, ພ້ອມກັນນັ້ນ ກໍມີຂະບວນການຕໍ່ສູ້ຂອງຊາວໜຸ່ມນັກຮຽນນັກສຶກສາຢູ່ໃນຕົວເມືອງຕ່າງໆເຊັ່ນ: ວຽງຈັນ, ປາກເຊ, ສະຫວັນນະເຂດ.ວັນທີ 17/4/1975 ແນວໂຮມເອກະພາບກໍາປູເຈຍ ສາມາດປົດປ່ອຍທົ່ວປະເທດ; ກອງທັບ ແລະ ປະຊາ ຊົນຫວຽດນາມ ໄດ້ປົດປ່ອຍພາກໃຕ້ຫວຽດນາມ ໃນວັນທີ 30/4/1975. ດ້ວຍເງື່ອນໄຂ ອໍານວຍຄວາມສະດວກ ໃຫ້ແກ່ການປະຕິວັດລາວ, ໂດຍກໍາແໜ້ນເອົາກາລະໂອກາດປະຫວັດສາດ “ພັນປີມີເທື່ອໜຶ່ງ” ພັກເຮົາໄດ້ຕົກລົງລຸກຮືຂຶ້ນຢຶດອໍານາດ ໃນຕົ້ນເດືອນ 5 ປີ 1975 ເປັນຕົ້ນໄປ ດ້ວຍທ່າສະໜາມທັງສາມເຂດ ( ເຂດປົດປ່ອຍ, ເຂດກວດກາຂອງຝ່າຍກົງກັນຂ້າມ ແລະ ເຂດເປັນກາງ) ດ້ວຍ 3 ບາດຄ້ອນຍຸດທະສາດຄື: ການລຸກຮືຂຶ້ນຂອງປະຊາຊົນ, ການໜູນໜີບຂອງກໍາລັງປະກອບອາວຸດປະຕິວັດ ແລະ ການລຸກຮືຂຶ້ນແຍກຕົວອອກຂອງທະຫານສັດຕູສົມທົບກັບປາຍແຫລມຂອງການຕໍ່ສູ້ທາງດ້ານກົດໝາຍ. ຮອດຕົ້ນເດືອນ 9 ປີ 1975 ທົ່ວປະ ເທດໄດ້ປະກາດລຶບລ້າງອໍານາດການປົກຄອງເກົ່າທັງໝົດ ແລະ ສ້າງຕັ້ງອໍານາດການປົກຄອງປະຕິວັດຂຶ້ນແທນ ໃນຂອບເຂດທົ່ວປະເທດ. ວັນທີ 2 ທັນວາ 1975 ໄດ້ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຢ່າງສະຫງ່າຜ່າເຜີຍ.

 ນັບແຕ່ປີ 1975 ເປັນຕົ້ນມາ, ພັກເຮົາໄດ້ກາຍເປັນພັກກໍາອໍານາດ ແລະ ສ້າງຕັ້ງອໍານາດການປົກຄອງໃໝ່ຂຶ້ນ. ພັກເຮົາໄດ້ເອົາໃຈໃສ່ນໍາພາແກ້ໄຂ ແລະ ຟື້ນຟູເສດຖະກິດ-ສັງຄົມ ໂດຍສຸມໃສ່ແກ້ໄຂຜົນຮ້າຍຂອງສົງຄາມ ແລະ ຂອງສັງຄົມທີ່ລະບອບເກົ່າປະໄວ້, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາ ຊົນຄ່ອຍໆກ້າວເຂົ້າສູ່ສະພາບປົກກະຕິ, ທັງໄດ້ເອົາໃຈໃສ່ຂະຫຍາຍການສຶກສາ, ລົບລ້າງຄວາມບໍ່ຮູ້ໜັງສື, ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະ ທໍາອັນດີງາມຂອງຊາດ, ຂອງເຜົ່າມີຜົນສໍາເລັດເປັນກ້າວໆ; ສືບຕໍ່ນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີໜຶ່ງ (1981-1985) ສໍາເລັດໂດຍພື້ນຖານ ອັນໄດ້ປະກອບສ່ວນສ້າງປະຖົມປັດໄຈ ແລະ ເງື່ອນໄຂສະດວກໃຫ້ແກ່ການສືບ ຕໍ່ກ້າວຂຶ້ນຂອງປະເທດຊາດ. ໃນໄລຍະຕົ້ນແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພັກເຮົາໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ ແລະ ໄດ້ວາງຫນ້າທີ່ ແລະ ທິດນໍາຂອງການ ກໍ່ສ້າງພັກໃນໄລຍະໃຫມ່ອອກ, ພັກໄດ້ເອົາໃຈໃສ່ປັບປຸງຕົນເອງ ໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ: ການ ເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນວິທີນໍາພາ, ການກວດກາ, ການຄຸ້ມຄອງ-ປ້ອງ ກັນພັກ ແລະ ໄດ້ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານກ່ຽວກັບວຽກງານພະນັກງານໃນໄລຍະໃໝ່.ພັກນຳພາສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໂດຍໄດ້ຮັບຮູ້ ແລະ ເສີມຂະ ຫຍາຍສຸດຂີດສິດປະຊາທິ ປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ; ນໍາພາປັບປຸງລະບົບການຈັດຕັ້ງໃນອົງການອໍານາດລັດ ຕາມຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງ ໃນແຕ່ລະໄລຍະ. ລະບົບອົງ ການອໍານາດລັດ ໄດ້ມີການປັບປຸງຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນສະພາ ແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ນະຄອນຫລວງວຽງຈັນ ເພື່ອປະຕິບັດຫນ້າທີ່ເປັນຕົວແທນ ແລະ ປະຕິບັດເຈດຈໍານົງ ຂອງປະຊາຊົນໃຫ້ມີປະສິດທິພາບ; ອົງການລັດຖະບານ, ອົງການປົກຄອງຂັ້ນແຂວງ, ເມືອງ ແລະ ບ້ານ ໄດ້ຮັບການປັບປຸງດີຂຶ້ນ, ອົງການຕຸລາການ, ອົງການໄອຍະການທຸກໆຂັ້ນ ສາມາດສ້າງໄດ້ຄວາມ ເຊື່ອຫມັ້ນຕໍ່ປະຊາຊົນ; ແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນ ລ້ວນແຕ່ໄດ້ຮັບການປັບປຸງຕາມຄວາມຮຽກຮ້ອງຕ້ອງການຂອງກາປະຕິວັດ.

ໂດຍເລີ່ມຈາກສະພາບຄວາມເປັນຈິງ ຂອງປະເທດຊາດ ແລະ ດ້ວຍຄວາມສະດຸ້ງໄວຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ (ປີ 1986) ກໍານົດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການ. ພັກຢືນຢັນວ່າ ປ່ຽນ ແປງໃໝ່ “ຕ້ອງບົນພື້ນຖານການ ປ່ຽນແປງໃໝ່ຈິນຕະນາການ, ກ່ອນອື່ນໝົດແມ່ນຈິນຕະນາການທາງດ້ານທິດສະດີ, ເຄົາລົບກົດເກນພາວະວິໄສ, ສ້າງທັດສະນະວິທະຍາ ສາດກ່ຽວກັບສັງຄົມນິຍົມ, ກ່ຽວກັບລະບອບການນໍາໃຊ້ກົດເກນ ແລະ ກ່ຽວກັບລະບອບການຄຸ້ມຄອງເສດຖະກິດ”; ໂດຍເລີ່ມຈາກປ່ຽນແປງໃຫມ່ດ້ານເສດຖະກິດ,ເປັນຕົ້ນການ ປ່ຽນແປງໃຫມ່ດ້ານນະໂຍບາຍເສດຖະກິດ; ຮັບຮູ້ ແລະ ນໍາໃຊ້ເສດຖະກິດຫລາຍພາກສ່ວນ, ເສດຖະກິດຕະຫລາດ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ຫັນເສດຖະກິດທໍາມະຊາດ ແລະ ເຄິ່ງທໍາມະຊາດ, ເພິ່ງຕົນເອງ, ກຸ້ມຕົນເອງ ໄປສູ່ເສດຖະກິດສິນຄ້າ.

KPL

ຂ່າວອື່ນໆ

    • ການປະຕິບັດກົດລະບຽບຈະລາຈອນ ຊ່ວຍຫລຸດຜ່ອນການເກີດອຸບັດເຫດບົດ-ສາລະຄະດີ

      ການປະຕິບັດກົດລະບຽບຈະລາຈອນ ຊ່ວຍຫລຸດຜ່ອນການເກີດອຸບັດເຫດ

      3/23/2026 11:31:06 AM

      ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນດີ ແລ້ວວ່າ, ບັນຫາການເກີດອຸບັດເຫດ ຕາມທ້ອງຖະໜົນແມ່ນເກີດຈາກ ຫລາຍສາເຫດເປັນຕົ້ນແມ່ນນັກຂັບ ຂີ່ບໍ່ປະຕິບັດຕາມກົດຈະລາຈອນ, ສະພາບເຕັກນິກລົດບໍ່ໄດ້ມາດຖານ, ຂັບຂີ່ປະໝາດ, ດື່ມສິ່ງມຶນເມົາແລ້ວ ຂັບ ແລະ ອື່ນໆ.

    • ຮີດຄອງປະເພນີ ແລະ ວັດທະນະທຳຂອງຊົນເຜົ່າຍວນບົດ-ສາລະຄະດີ

      ຮີດຄອງປະເພນີ ແລະ ວັດທະນະທຳຂອງຊົນເຜົ່າຍວນ

      3/23/2026 11:25:29 AM

      ຂປລ. ຊົນເຜົ່າຍວນ ມີປະຫວັດຄວາມເປັນມາຄ້າຍຄືກັນກັບຊົນເຜົ່າໃນໝວດພາສາ ລາວ-ໄຕ ໄດ້ອົບພະຍົບ ແລະ ເຄື່ອນຍ້າຍຈາກພາກໃຕ້ ຫລື ພາກຕາເວັນອອກສ່ຽງໃຕ້ ຂອງປະເທດຈີນ ເຂົ້າສູ່ດິນແດນພາກເໜືອຂອງ ສປປ ລາວ

    • ຈຸດໝາຍ, ທິດທາງ ໃນການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມບົດ-ສາລະຄະດີ

      ຈຸດໝາຍ, ທິດທາງ ໃນການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ

      3/23/2026 11:19:46 AM

      ຂປລ.ໂຄງການການເມືອງຂອງ ພັກ ແມ່ນທິດສະດີປະຕິວັດ, ເປັນ ທວນໄຟອັນສະຫວ່າງສະໄຫວເຍືອງ ທາງໃຫ້ແກ່ພັກ ແລະ ທົ່ວປວງຊົນ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ສ້າງໄດ້ ບາດກ້າວເດີນ ແລະ ບາດລ້ຽວ ທີ່ໜັກແໜ້ນໃຫ້ແກ່ພາລະກິດແຫ່ງ ການສືບຕໍ່ບູລະນະລະບອບປະຊາ ທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ ຊຶ່ງເນື້ອ ໃນພື້ນຖານຂອງການບູລະນະລະ ບອບປະຊາທິປະໄຕປະຊາຊົນກ້າວ ຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາ

    • ເມືອງວຽງໄຊ ໄດ້ຮັບລາງວັນ ເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນປີ 2026-2028ບົດ-ສາລະຄະດີ

      ເມືອງວຽງໄຊ ໄດ້ຮັບລາງວັນ ເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນປີ 2026-2028

      3/23/2026 11:11:29 AM

      ຂປລ. ເມື​ອງວຽງ​ໄຊ​ ກໍ​ເປັນ​ອີກໜຶ່ງ​ເມືອງ​ທີ່​ໄດ້​ຮັບລາງວັນ ​ເມືອ​ງມາດຕະຖານ​ທ່ອງ​ທ່ຽວສະອາດ​ອາຊຽນປີ 2026-2028 ​​​ເນື່ອງ​ຈາກ​ວ່າ​ໄດ້​ຮັບ​ຄະ​ແນນປະ​ເນີນ​ຈາກຄະນະ​ກໍາມະການ​ຂັ້ນ​ສູນ​ກາງ ກວ່າ 95 ຄະ​ແນ​ນ​ ຫລື ​ເທົ່າ​ຫັບ 87,96 % ຂອງ​ຄະ​ແນນ​ລວມ 100%​ ​ໂດຍ​ການ​ປະ​ເມີນ ​ໄດ້​ກໍານົດ​ໂຕ​ຊີ້​ວັດ ດ້ານ​ສິ່ງ​ແວດ​ລ້ອມ, ຄວາມ​ສະອາດ,ການ​ປູກ​ຈິດ​ສໍານຶກ, ພື້ນ​ທີ​ສີຂຽວ, ຄວາມ​ສະອາດ,ຄວາມ​ປອດ​ໄພ,ພື້ນຖານ​ໂຄງ​ລ່າງ ​ແລະ ສິ່ງ​ອໍານວຍ​ຄວາມ​ສະ​ດວກ

    • ບໍລິສັດ TOKYO PLAZA ນໍາສະເໜີສິນຄ້າຈາກປະເທດຍີ່ປຸ່ນສູ່ສັງຄົມລາວບົດ-ສາລະຄະດີ

      ບໍລິສັດ TOKYO PLAZA ນໍາສະເໜີສິນຄ້າຈາກປະເທດຍີ່ປຸ່ນສູ່ສັງຄົມລາວ

      3/23/2026 11:05:11 AM

      ຂປລ. ບໍລິສັດ TOKYO PLAZA ​ແມ່ນບໍລິສັດ​ນໍາ​ເຂົ້າຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບຈາກ​ຍີ່ປຸ່ນ ສູ່​ສັງຄົມ​ລາວ ມາ​ເປັນ​ເວລາ 9 ປີ ​ເປັນ​ຕົ້ນ​ ມີທັງເຄື່ອງອຸປະໂພກ ແລະ ບໍລິໂພກ ເຊັ່ນ: ເຄື່ອງສຳອາງ, ເຄື່ອງໃຊ້ໃນຊີວິດປະຈຳວັນເຂົ້າໜົມ ແລະ ອາຫານແຊ່ແຂງ ແລະ ສິນຄ້າອື່ນໆ ​ເຊິ່ງ​ໄດ້​ຮັບ​ຜົນ​ຕອບ​ຮັບ​ທີ່​ດີ​ຈາກ​ສັງຄົມ​ລາວ ຕະຫລອດມາ.

ads
ads

Top