ຂປລ
ຂປລ. ເພື່ອຈັດຕັ້ງປະຕິບັດແນວ ທາງການພັດທະນາເສດຖະກິດສັງຄົມ ທີ່ຕິດພັນກັບການສົ່ງເສີມ ວັດທະນະທຳ ແລະ ເພື່ອຊຸກຍູ້ ເສດຖະກິດທ້ອງຖິ່ນໃຫ້ເຂັ້ມແຂງ; ດັ່ງນັ້ນເມື່ອມໍ່ໆມານີ້, ທ່ານ ແຖວຄຳ ພົມມະວົງ ເລຂາຄະນະບໍລິຫານ ງານພັກ ເມືອງອຸທຸມພອນ ພ້ອມ ດ້ວຍຄະນະໄດ້ລົງສຳຫລວດພື້ນທີ່ ຕົວຈິງ ເພື່ອວາງແຜນພັດທະນາ ແຫລ່ງທ່ອງທ່ຽວແບບວົງແຫວນ ຫລື ແບບຄົບວົງຈອນຕາມເສັ້ນ

ຂປລ. ເພື່ອຈັດຕັ້ງປະຕິບັດແນວ
ທາງການພັດທະນາເສດຖະກິດສັງຄົມ ທີ່ຕິດພັນກັບການສົ່ງເສີມ
ວັດທະນະທຳ ແລະ ເພື່ອຊຸກຍູ້
ເສດຖະກິດທ້ອງຖິ່ນໃຫ້ເຂັ້ມແຂງ;
ດັ່ງນັ້ນເມື່ອມໍ່ໆມານີ້, ທ່ານ ແຖວຄຳ
ພົມມະວົງ ເລຂາຄະນະບໍລິຫານ
ງານພັກ ເມືອງອຸທຸມພອນ ພ້ອມ
ດ້ວຍຄະນະໄດ້ລົງສຳຫລວດພື້ນທີ່
ຕົວຈິງ ເພື່ອວາງແຜນພັດທະນາ
ແຫລ່ງທ່ອງທ່ຽວແບບວົງແຫວນ
ຫລື ແບບຄົບວົງຈອນຕາມເສັ້ນ
ທາງເລກທີ 10 ຊຶ່ງເປັນເຂດຍຸດທະ
ສາດທີ່ມີທ່າແຮງບົ່ມຊ້ອນທັງດ້ານ
ປະຫວັດສາດ ແລະ ຄວາມງາມ
ທາງທຳມະຊາດ.
ແນວໃດກໍດີ, ການລົງສຳຫລວດ
ໃນຄັ້ງນີ້ ແມ່ນການຫັນເອົານະໂຍບາຍການທ່ອງທ່ຽວຂອງແຂວງ
ສະຫວັນນະເຂດ ມາເປັນແຜນການ
ເຄື່ອນໄຫວທີ່ເປັນຮູບປະທຳ ໂດຍ
ມຸ່ງເນັ້ນການເຊື່ອມໂຍງບັນດາ
ຈຸດທ່ອງທ່ຽວທີ່ໃກ້ຄຽງກັນໃຫ້
ກາຍເປັນລະບົບດຽວກັນ ເພື່ອ
ສ້າງປະສົບການທີ່ຄົບຖ້ວນໃຫ້ນັກ
ທ່ອງທ່ຽວ ແລະ ສ້າງລາຍຮັບ
ໃຫ້ແກ່ປະຊາຊົນໃນທ້ອງຖິ່ນຢ່າງ
ຍືນຍົງ ຊຶ່ງຄະນະການນຳໄດ້ລົງ
ເລິກເບິ່ງຈຸດສຳຄັນຕ່າງໆ ທີ່ມີ
ຄວາມໝາຍທາງດ້ານຈິດໃຈ ແລະ
ປະຫວັດສາດເຊັ່ນ: ຖໍ້າພະດ່ານລາດ
ມັ່ງ ຊຶ່ງເປັນສະຖານທີ່ສັກສິດທີ່ມີ
ຄວາມເຊື່ອຖືມາແຕ່ບູຮານນະການ,
ເປັນແຜ່ນຫີນສູງ ແລະ ມີຖໍ້າທີ່
ປະດິດສະຖານພະພຸດທະຮູບຈໍາ
ນວນຫລາຍທີ່ສະທ້ອນໃຫ້ເຫັນ
ເຖິງມູນເຊື້ອການປົກປັກຮັກສາ
ວັດທະນະທຳຂອງບັນພະບຸລຸດ.

ພ້ອມນັ້ນ, ຍັງໄດ້ສຳຫລວດ ພະ
ທາດທ່າພະນົມປະຖົມລັດຕະນະເຈ
ດີ ຊຶ່ງໃນແຜນພັດທະນາແມ່ນຈະ
ມີການຍົກລະດັບພື້ນຖານໂຄງລ່າງ
ດ້ວຍການຂະຫຍາຍກຳແພງແກ້ວ
ອອກຕື່ມຂ້າງລະ 20 ແມັດ, ປູພື້ນ
ໂຕໜອນ ແລະ ສ້າງສິ່ງອຳນວຍ
ຄວາມສະດວກໃໝ່ ເພື່ອຮອງຮັບ
ນັກສະແຫວງບຸນ. ນອກຈາກແຫລ່ງ
ທ່ອງທ່ຽວທາງດ້ານວັດທະນະທຳ
ແລ້ວ, ຄະນະການນຳຍັງໄດ້ລົງຕິດ
ຕາມສາລາພັກເຢັນນໍ້າບຸ້ຍ ຊຶ່ງເປັນ
ປະກົດການທຳມະຊາດທີ່ໂດດເດັ່ນ
(ນໍ້າອອກບໍ່) ທີ່ມີຄວາມງາມແບບ
ດັ້ງເດີມ ແລະ ໄດ້ໄປຢ້ຽມຊົມອ່າງ
ເກັບນໍ້າຊົນລະກະເສດຍອດຫ້ວຍ
ທ່າຮາວ ບ້ານນາຄໍາ ເພື່ອວາງແຜນພັດທະນາເປັນແຫລ່ງທ່ອງທ່ຽວ
ແບບນິເວດທີ່ສາມາດເຊື່ອມໂຍງ
ເຂົ້າກັບການທ່ອງທ່ຽວແບບວົງ
ແຫວນຢ່າງກົມກຽວ.
ການເຄື່ອນໄຫວໃນຄັ້ງນີ້ ໄດ້
ຢືນຢັນເຖິງຄວາມມຸ່ງໝັ້ນຂອງ
ຄະນະນຳເມືອງອຸທຸມພອນ ໃນ
ການຜັນຂະຫຍາຍທ່າແຮງດ້ານ
ການທ່ອງທ່ຽວໃຫ້ກາຍເປັນ
ຂະແໜງການປາຍແຫລມ ເພື່ອ
ຍົກລະດັບຊີວິດການເປັນຢູ່ຂອງ
ປະຊາຊົນ ແລະ ເຮັດໃຫ້ເມືອງອຸທຸມ
ພອນກາຍເປັນຈຸດໝາຍປາຍທາງ
ທີ່ສຳຄັນຂອງນັກທ່ອງທ່ຽວທັງ
ພາຍໃນ ແລະ ຕ່າງປະເທດ ພາຍໃຕ້
ການນຳພາ-ຊີ້ນຳທີ່ໜັກແໜ້ນທາງ
ດ້ານການເມືອງ ແລະ ແນວທາງ
ການພັດທະນາທີ່ທັນສະໄໝ.
KPL