ການໂຈລະກຳ

23/03/2026 09:56
ຂປລ ຂປລ. ອາທິດນີ້, ຄໍລຳ “ຊີວິດກົດໝາຍ” ໜັງສືພິມປະເທດລາວ ຂໍມາສະເໜີປະມວນກົດໝາຍອາ ຍາໃຫ້ທ່ານຜູ້ອ່ານຕື່ມ ໂດຍຕໍ່ຈາກ ມາດຕາ 119 ຫາ 120 ໃຫ້ພວກ ເຮົາໄດ້ຮັບຮູ້ຕື່ມອີກ. ມາດຕາ 119 ການໂຈລະກຳ
ຂປລ. ອາທິດນີ້, ຄໍລຳ “ຊີວິດກົດໝາຍ” ໜັງສືພິມປະເທດລາວ ຂໍມາສະເໜີປະມວນກົດໝາຍອາ ຍາໃຫ້ທ່ານຜູ້ອ່ານຕື່ມ ໂດຍຕໍ່ຈາກ ມາດຕາ 119 ຫາ 120 ໃຫ້ພວກ ເຮົາໄດ້ຮັບຮູ້ຕື່ມອີກ. ມາດຕາ 119 ການໂຈລະກຳ: ບຸກຄົນໃດຫາກໄດ້ເຂົ້າໃນການຈັດ ຕັ້ງເປັນກຸ່ມປະກອບອາວຸດແລ້ວ ໂຈມຕີ, ທຳລາຍໂຮງຈັກໂຮງງານ, ສຳນັກງານ, ການໂຈລະກຳ ຫລື ຈັບ ຫລື ຂ້າພະນັກງານ, ປະຊາຊົນ ຫລື ປຸ້ນເອົາຊັບສົມບັດຂອງລັດ, ຂອງ ລວມໝູ່, ຂອງບຸກຄົນ ເພື່ອທຳລາຍ ພື້ນຖານຄວາມເປັນລະບຽບຂອງ ສັງຄົມຈະຖືກລົງໂທດຕັດອິດສະລະ ພາບແຕ່ຫ້າປີ ຫາ ຊາວປີ ແລະ ຈະ ຖືກປັບໃໝ ແຕ່ 50.000.000 ກີບ ຫາ 500.000.000 ກີບ, ອາດຈະຖືກຮິບຊັບ ແລະ ອາດຈະຖືກ ຈຳກັດທີ່ຢູ່ ຫລື ຕັດອິດສະລະພາບ ຕະຫລອດຊີວິດ ຫລື ປະຫານຊີວິດ. ການກະກຽມໃຫ້ແກ່ການກະ ທຳຜິດ, ຄວາມພະຍາຍາມກໍ່ການ ກະທຳຜິດກໍຈະຖືກລົງໂທດ. ມາດຕາ 120 ການກໍ່ການ ຮ້າຍ: ການກໍ່ການຮ້າຍແມ່ນການ ກະທຳຂອງບຸກຄົນ, ກຸ່ມຄົນ ຫລື ການຈັດຕັ້ງໃນ ຫລື ນອກດິນແດນ ສປປ ລາວ ດັ່ງນີ້: 1. ການກະທຳທີ່ ສ້າງຜົນສະທ້ອນຕໍ່ຄວາມໝັ້ນຄົງ, ພື້ນຖານເສດຖະກິດ-ສັງຄົມຂອງ ຊາດ, ອົງການຈັດຕັ້ງຕ່າງປະເທດ, ອົງການສາກົນ, ສ້າງຄວາມຫຍຸ້ງ ຍາກຕໍ່ການພົວພັນສາກົນຂອງ ສປປ ລາວ ຫລື ສ້າງຄວາມວຸ້ນວາຍ ໃຫ້ແກ່ປະຊາຊົນໃນສັງຄົມ; 2. ການ ກະທຳຮຸນແຮງທີ່ແຕະຕ້ອງເຖິງ ຊີວິດ, ສຸຂະພາບ, ສິດເສລີພາບ ຫລື ການບັງຄັບ, ການນາບຂູ່ທາງ ດ້ານຮ່າງກາຍ ແລະ ຈິດໃຈ; 3. ການຍຶດ, ທຳລາຍຊັບສິນ, ບຸກລຸກ, ໂຈມຕີ, ຂັດຂວາງ, ສ້າງຄວາມ ເສຍຫາຍ ແລະ ສ້າງຄວາມວຸ້ນວາຍ ໃຫ້ແກ່ລະບົບຄອມພິວເຕີ, ລະບົບ ຄົມມະນາຄົມ, ລະບົບອິນເຕີເນັດ ຫລື ເຄື່ອງມືດີຈິຕອນຂອງອົງການ ຈັດຕັ້ງລັດ, ນິຕິບຸກຄົນ, ການຈັດຕັ້ງ ແລະ ບຸກຄົນ; 4. ການປຸງແຕ່ງ, ຜະລິດ, ນຳໃຊ້, ບັນຈຸ, ຂົນສົ່ງ, ຮິບ ໂຮມ, ຈັດຫາວັດຖຸລະເບີດ, ສານ ກຳມັນຕະພາບລັງສີ, ສານພິດ, ວັດຖຸໄວໄຟ ແລະ ຊື້-ຂາຍອາວຸດ, ອຸປະກອນ, ຍານພາຫະນະລວມ ທັງການແນະນຳໃຫ້ກະທຳການ ໃດໜຶ່ງ ໂດຍມີຈຸດປະສົງຕາມທີ່ ໄດ້ກຳນົດໄວ້ໃນຂໍ້ 1, 2 ແລະ 3 ຂອງມາດຕານີ້; 5. ການເຜີຍແຜ່, ຊັກຊວນ, ຊຸກຍູ້, ບັງຄັບ, ນາບຂູ່, ວ່າຈ້າງ ຫລື ສ້າງເງື່ອນໄຂ, ຊ່ວຍ ເຫລືອໃຫ້ມີການກະທຳຕາມທີ່ໄດ້ ກຳນົດໄວ້ໃນຂໍ້ 1, 2, 3 ແລະ 4 ຂອງມາດຕານີ້; 6. ການກະທຳຜິດ ອື່ນທີ່ຖືວ່າເປັນການກໍ່ການຮ້າຍ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ສົນທິສັນຍາ ຫລື ສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ບຸກຄົນໃດຫາກໄດ້ກະທຳຜິດ ໃນສະຖານການກໍ່ການຮ້າຍຈະຖືກ ລົງໂທດຕັດອິດສະລະພາບແຕ່ຫ້າ ປີ ຫາ ຊາວປີ ແລະ ຈະຖືກປັບໃໝ ແຕ່ 1.000.000.000 ກີບ ຫາ 5.000.000.000 ກີບ.ໃນກໍລະນີ ທີ່ມີການຈັດຕັ້ງເປັນກຸ່ມ ຫລື ສ້າງ ຄວາມເສຍຫາຍຢ່າງຫລວງຫລາຍ ແລະ ໜັກໜ່ວງຈະຖືກລົງໂທດຕັດ ອິດສະລະພາບແຕ່ສິບປີ ຫາ ຕະ ຫລອດຊີວິດ ແລະ ຈະຖືກປັບໃໝ ແຕ່ 5.000.000.000 ກີບ ຫາ 7.000.000.000 ກີບ ແລະ ຈະ ຖືກຮິບຊັບ ຫລື ປະຫານຊີວິດ. ການກະກຽມໃຫ້ແກ່ການກະ ທຳຜິດ, ຄວາມພະຍາຍາມກໍ່ການ ກະທຳຜິດກໍຈະຖືກລົງໂທດ. (ພໍ້ກັນໃໝ່ ສະບັບໜ້າ)
KPL

ຂ່າວອື່ນໆ

    • ຮີດຄອງປະເພນີ ແລະ ວັດທະນະທຳຂອງຊົນເຜົ່າຍວນບົດ-ສາລະຄະດີ

      ຮີດຄອງປະເພນີ ແລະ ວັດທະນະທຳຂອງຊົນເຜົ່າຍວນ

      3/23/2026 11:25:29 AM

      ຂປລ. ຊົນເຜົ່າຍວນ ມີປະຫວັດຄວາມເປັນມາຄ້າຍຄືກັນກັບຊົນເຜົ່າໃນໝວດພາສາ ລາວ-ໄຕ ໄດ້ອົບພະຍົບ ແລະ ເຄື່ອນຍ້າຍຈາກພາກໃຕ້ ຫລື ພາກຕາເວັນອອກສ່ຽງໃຕ້ ຂອງປະເທດຈີນ ເຂົ້າສູ່ດິນແດນພາກເໜືອຂອງ ສປປ ລາວ

    • ຈຸດໝາຍ, ທິດທາງ ໃນການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມບົດ-ສາລະຄະດີ

      ຈຸດໝາຍ, ທິດທາງ ໃນການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ

      3/23/2026 11:19:46 AM

      ຂປລ.ໂຄງການການເມືອງຂອງ ພັກ ແມ່ນທິດສະດີປະຕິວັດ, ເປັນ ທວນໄຟອັນສະຫວ່າງສະໄຫວເຍືອງ ທາງໃຫ້ແກ່ພັກ ແລະ ທົ່ວປວງຊົນ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ສ້າງໄດ້ ບາດກ້າວເດີນ ແລະ ບາດລ້ຽວ ທີ່ໜັກແໜ້ນໃຫ້ແກ່ພາລະກິດແຫ່ງ ການສືບຕໍ່ບູລະນະລະບອບປະຊາ ທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ ຊຶ່ງເນື້ອ ໃນພື້ນຖານຂອງການບູລະນະລະ ບອບປະຊາທິປະໄຕປະຊາຊົນກ້າວ ຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາ

    • ເມືອງວຽງໄຊ ໄດ້ຮັບລາງວັນ ເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນປີ 2026-2028ບົດ-ສາລະຄະດີ

      ເມືອງວຽງໄຊ ໄດ້ຮັບລາງວັນ ເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນປີ 2026-2028

      3/23/2026 11:11:29 AM

      ຂປລ. ເມື​ອງວຽງ​ໄຊ​ ກໍ​ເປັນ​ອີກໜຶ່ງ​ເມືອງ​ທີ່​ໄດ້​ຮັບລາງວັນ ​ເມືອ​ງມາດຕະຖານ​ທ່ອງ​ທ່ຽວສະອາດ​ອາຊຽນປີ 2026-2028 ​​​ເນື່ອງ​ຈາກ​ວ່າ​ໄດ້​ຮັບ​ຄະ​ແນນປະ​ເນີນ​ຈາກຄະນະ​ກໍາມະການ​ຂັ້ນ​ສູນ​ກາງ ກວ່າ 95 ຄະ​ແນ​ນ​ ຫລື ​ເທົ່າ​ຫັບ 87,96 % ຂອງ​ຄະ​ແນນ​ລວມ 100%​ ​ໂດຍ​ການ​ປະ​ເມີນ ​ໄດ້​ກໍານົດ​ໂຕ​ຊີ້​ວັດ ດ້ານ​ສິ່ງ​ແວດ​ລ້ອມ, ຄວາມ​ສະອາດ,ການ​ປູກ​ຈິດ​ສໍານຶກ, ພື້ນ​ທີ​ສີຂຽວ, ຄວາມ​ສະອາດ,ຄວາມ​ປອດ​ໄພ,ພື້ນຖານ​ໂຄງ​ລ່າງ ​ແລະ ສິ່ງ​ອໍານວຍ​ຄວາມ​ສະ​ດວກ

    • ບໍລິສັດ TOKYO PLAZA ນໍາສະເໜີສິນຄ້າຈາກປະເທດຍີ່ປຸ່ນສູ່ສັງຄົມລາວບົດ-ສາລະຄະດີ

      ບໍລິສັດ TOKYO PLAZA ນໍາສະເໜີສິນຄ້າຈາກປະເທດຍີ່ປຸ່ນສູ່ສັງຄົມລາວ

      3/23/2026 11:05:11 AM

      ຂປລ. ບໍລິສັດ TOKYO PLAZA ​ແມ່ນບໍລິສັດ​ນໍາ​ເຂົ້າຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບຈາກ​ຍີ່ປຸ່ນ ສູ່​ສັງຄົມ​ລາວ ມາ​ເປັນ​ເວລາ 9 ປີ ​ເປັນ​ຕົ້ນ​ ມີທັງເຄື່ອງອຸປະໂພກ ແລະ ບໍລິໂພກ ເຊັ່ນ: ເຄື່ອງສຳອາງ, ເຄື່ອງໃຊ້ໃນຊີວິດປະຈຳວັນເຂົ້າໜົມ ແລະ ອາຫານແຊ່ແຂງ ແລະ ສິນຄ້າອື່ນໆ ​ເຊິ່ງ​ໄດ້​ຮັບ​ຜົນ​ຕອບ​ຮັບ​ທີ່​ດີ​ຈາກ​ສັງຄົມ​ລາວ ຕະຫລອດມາ.

    • ເກດສະໜາຟາມ ຕົວແບບການຜະລິດກະສິກຳເປັນສິນຄ້າ ທີ່ຕິດພັນກັບການສົ່ງອອກຕ່າງປະເທດບົດ-ສາລະຄະດີ

      ເກດສະໜາຟາມ ຕົວແບບການຜະລິດກະສິກຳເປັນສິນຄ້າ ທີ່ຕິດພັນກັບການສົ່ງອອກຕ່າງປະເທດ

      3/23/2026 11:02:15 AM

      ຂປລ. ຄວາມດຸໝັ່ນຂະຫຍັນພຽງ, ຄວາມອົດທົນເປັນບໍ່ເກີດແຫ່ງຜົນສຳເລັດ ເໝືອນດັ່ງເກດສະໜາຟາມ ເປັນອີກໜຶ່ງຄອບຄົວແບບການຜະລິດກະສິກຳເປັນສິນຄ້າທີ່ຕິດພັນກັບການສົ່ງອອກຕ່າງປະເທດ ທີ່ປີໜຶ່ງສາມາດສ້າງລາຍຮັບໄດ້ຫລາຍຮ້ອຍລ້ານກີບ

ads
ads

Top