ຫວຽດນາມ-ຢູເອອີ ຊຸກຍູ້ຮ່ວມມືໃນຂົງເຂດຕ່າງໆ

11/03/2026 21:24
ຂປລ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວໃນເວລາ ສົນທະນາ ຜ່ານທາງໂທລະສັບ ກັບ ທ່ານ ເຊດ ໂມຮຳເຫມັດ ບິນ ຊາເຍດ ອັລ-ນາຫຍານ (Sheikh Mohammed bin Zayed Al-Nahyan) ປະທານາທິບໍດີ ສະຫະນະຄອນ ເອເມເຣັດ ອາຣັບ

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອວັນທີ 9 ມີນາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວໃນເວລາ ສົນທະນາ ຜ່ານທາງໂທລະສັບ ກັບ ທ່ານ ເຊດ ໂມຮຳເຫມັດ ບິນ ຊາເຍດ ອັລ-ນາຫຍານ (Sheikh Mohammed bin Zayed Al-Nahyan) ປະທານາທິບໍດີ ສະຫະນະຄອນ ເອເມເຣັດ ອາຣັບ (UAE) ໂດຍເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວ ທີ່ ຈະປະສານ ສົມທົບກັບ ຢູເອອີ ແລະ ບັນດາປະເທດ ໃນພາກພື້ນ ຕາເວັນອອກກາງ ເພື່ອຊຸກຍູ້ ໃນການຊອກຫາ ມາດຕະການ ແກ້ໄຂ ການປະທະກັນ ຢູ່ພາກພື້ນນີ້ ໂດຍສັນຕິວິທີ.

ໃນຂະນະທີ່ ທ່ານ ເຊດ ໂມຮຳເຫມັດ ບິນ ຊາເຍດ ອັລ-ນາຫຍານ ປາດຖະໜາ ຢາກປັບປຸງ ການພົວພັນກັບ ຫວຽດນາມ ແລະ ຈະປະສານສົມທົບກັນ ເພື່ອຊຸກຍູ້ ການພົວພັນ ສອງປະເທດ ໃຫ້ນັບມື້ ນັບໝັ້ນຄົງ ແລະ ເຂັ້ມແຂງຂຶ້ນ, ພ້ອມກັນນັ້ນ ທ່ານ ຍັງສະເໜີໃຫ້ ການນຳ ສອງປະເທດ ເປີດກວ້າງຂອບເຂດ ການເຊື່ອມຕໍ່ ແລະ ພົວພັນ ໃນທຸກຂັ້ນ. ນອກຈາກນີ້ ການນຳ ທັງສອງຝ່າຍ ໄດ້ເຫັນດີ ເປັນເອກະພາບ ເພີ່ມທະວີ ການຮ່ວມມື ໃນການຮັບປະກັນ ຄວາມໝັ້ນຄົງ ດ້ານພະລັງງານ. ທ່ານ ເຊດ ໂມຮຳເຫມັດ ບິນ ຊາເຍດ ອັລ-ນາຫຍານ ຈະໜູນຊ່ວຍ ຄວາມຕ້ອງການ ດ້ານພະລັງງານ ໃຫ້ຫລາຍທີສຸດ ໃຫ້ແກ່ ຫວຽດນາມ ໃນອະນາຄົດ./

KPL

ຂ່າວອື່ນໆ

ads
ads

Top