ສ.ອາເມລິກາ ສົ່ງທີມງານໄປເວເນຊູເອລາ ເພື່ອຄວາມປອດໄພໃນການກັບມາເປີດສະຖານທູດ

13/01/2026 16:37
ຂປລ ຄະນະເຮັດວຽກ ປະກອບດ້ວຍ ຝ່າຍການທູດ ແລະ ຝ່າຍຄວາມໝັ້ນຄົງ ຈາກໜ່ວຍງານກິດຈະການ ເວເນຊູເອລາຂອງ ຈາກກະຊວງ ການຕ່າງປະເທດ ສ.ອາເມລິກາ ໄດ້ເດີນທາງ ໄປຍັງ ເວເນຊູເອລາ ເປັນຄັ້ງທຳອິດ ໃນຮອບຫລາຍປີ

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ລາຍງານ ເມື່ອບໍ່ດົນມານີ້ວ່າ: ຄະນະເຮັດວຽກ ປະກອບດ້ວຍ ຝ່າຍການທູດ ແລະ ຝ່າຍຄວາມໝັ້ນຄົງ ຈາກໜ່ວຍງານກິດຈະການ ເວເນຊູເອລາຂອງ ຈາກກະຊວງ ການຕ່າງປະເທດ ສ.ອາເມລິກາ ໄດ້ເດີນທາງ ໄປຍັງ ເວເນຊູເອລາ ເປັນຄັ້ງທຳອິດ ໃນຮອບຫລາຍປີ ເພື່ອປະເມີນ ຄວາມພ້ອມສຳລັບການກຽມ ກັບມາດຳເນີນງານ ການທູດໃນ ເວເນຊູເອລາ ອີກຄັ້ງ.

ໃນຂະນະທີ່ ສ.ອາເມລິກາ ຖອນນັກການທູດ ແລະ ຢຸດຕິການດຳເນີນງານ ດ້ານການທູດ ໃນເວເນຊູເອລາ ຕັ້ງແຕ່ ປີ 2019 ເນື່ອງຈາກ ປະທານາທິບໍດີ ນິໂກລັສ ມາດູໂຣ ປະກາດ ຕັດຄວາມສຳພັນ ທາງການທູດ ກັບ ລັດຖະບານ ສະໄໝທຳອິດ ຂອງ ທ່ານ ໂດນັນ ທຣຳ ເນື່ອງຈາກ ສ.ອາເມລິກາ ປະກາດ ການຮັບຮອງ ທ່ານ ຮວນ ກວຍໂດ ຜູ້ນຳຝ່າຍຄ້ານ ຂອງ ເວເນຊູເອລາ ໃນເວລານັ້ນ ໃຫ້ເປັນຜູ້ນຳ ຄູ່ຂະໜານ ກັບ ທ່ານ ນິໂກລັສ ມາດູໂຣ./

KPL

ຂ່າວອື່ນໆ

ads
ads

Top