ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ສົ່ງໂທລະເລກອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ

06/01/2026 19:15
Email Print 355
ຂປລ ໃນວັນທີ 5 ມັງກອນ 2026 ນີ້, ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ສົ່ງໂທລະເລກອວຍພອນເຖິງກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.

      ເນື່ອງໃນໂອກາດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ຕາງໜ້າພັກກອມມູນິດຫວຽດນາມ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມ ທຸກຖ້ວນໜ້າ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຂໍຝາກມິດຈິດມິດໃຈຖານສະຫາຍອ້າຍນ້ອງທີ່ສະໜິດສະໜົມ ແລະ ຄໍາອວຍພອນໄຊອັນອົບອຸ່ນ ແລະ ຈິງໃຈທີ່ສຸດມາຍັງກອງປະຊຸມໃຫຍ່, ສະມາຊິກພັກ ແລະ ປະຊາຊົນລາວອ້າຍນ້ອງທຸກຖ້ວນໜ້າ.

     ພວກຂ້າພະເຈົ້າ, ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດທີ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງຍາດມາໄດ້ຕະຫລອດໄລຍະ 50 ປີ ແຫ່ງການສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍສະເພາະຕະຫລອດໄລ ຍະ 40 ປີ ຈັດຕັ້ງປະຕິບັດແນວ ທາງປ່ຽນແປງໃໝ່ຢ່າງຮອບດ້ານ, ໄລຍະ 5 ປີ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ IX, ພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ຄວາມໄວ້ວາງໃຈ ແລະ ບົດບາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບມື້ໄດ້ຮັບການຍົກສູງໃນເວທີສາກົນ. ບັນດາຜົນສໍາເລັດດັ່ງກ່າວ, ສືບຕໍ່ຢືນຢັນຕ່ໍແນວທາງອັນຖືກຕ້ອງ ແລະ ປະດິດສ້າງຂອງພັກປະຊາຊົນປະຕິວັດລາວ, ສະແດງໃຫ້ເຫັນເຖິງຄຸນທາດປະຕິວັດອັນກ້າແກ່ນ, ໝັ້ນຄົງຕໍ່ໜ້າທຸກຄວາມຫຍຸ້ງຍາກ, ສ່ິງທ້າທາຍ, ບຸກບືນຢ່າງບໍ່ຢຸດຢັ້ງ ເພື່ອເປົ້າໝາຍເອກະລາດແຫ່ງຊາດ, ສ້າງສາປະເທດຊາດໃຫ້ຮ່ັງມີເຂ້ັມແຂງ, ນໍາເອົາຄວາມຜາສຸກມາສູ່ປະຊາຊົນ, ພ້ອມກັນນັ້ນ ກໍປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ກ້າວໜ້າທາງສັງຄົມຢູ່ໃນໂລກ.

    ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວ, ເປັນຂີດໝາຍແຫ່ງໄລຍະພັດທະນາໃໝ່ຂອງການປະຕິວັດລາວດ້ວຍການກໍານົດທິດບັນດາຍຸດທະສາດສໍາຄັນ, ຍູ້ແຮງຢ່າງຮອບດ້ານ, ພ້ອມພຽງຄົບຊຸດພາລະກິດປ່ຽນແປງໃໝ່, ເພີ່ມທະວີມະຫາສາມັກຄີທົ່ວປວງຊົນທັງຊາດ, ຮັບປະກັນສະຖຽນລະພາບການເມືອງ-ສັງຄົມ, ຊຸກຍູ້ແຮງການພັດທະນາເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ກ້າວຂຶ້ນຢ່າງໜັກແໜ້ນຕາມເສັ້ນທາງສັງຄົມນິຍົມ.

     ໃນຖານະເປັນເພື່ອນມິດ, ເປັນສະຫາຍອ້າຍນ້ອງທີ່ສະໜິດສະໜົມຮ່ວມອຸດົມການປະຕິວັດ,  ພັກ, ລັດ ແລະ ປະຊາຊົນຫວຽດນາມຍາມ ໃດກໍຄຽງບ່າຄຽງໄຫລ່ກັບພັກ, ລັດ ແລະ ປະຊາຊົນລາວໃນທຸກໆໄລຍະປະຫວັດສາດ. ພວກຂ້າພະເຈົ້າເຊື່ອໝ້ັນຢ່າງໜັກແໜ້ນວ່າພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງຈະສືບຕໍ່ຍາດໄດ້ບັນດາຜົນສໍາເລັດໃໝ່, ໃຫຍ່ຫລວງກວ່າເກ່ົາ, ຈັດຕ້ັງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ໄດ້ຢ່າງມີໄຊ; ສ້າງສໍາເລັດຜົນປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ນັບມື້ນັບວັດທະນາຖາວອນ.

    ສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ ເປັນມໍລະດົກທ່ີສັກກາລະບູຊາອັນລ້ໍາຄ່າໂດຍແມ່ນປະທານ ໂຮ່ຈ່ີມິງ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ແລະ ບັນດາຮຸ່ນການນໍາບັນພະບູລຸດຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ອອກແຮງເພີ່ມພູນຄູນສ້າງ, ປົກປັກຮັກສາ, ປະໄວ້ໃຫ້ຄົນຮຸ່ນປັດຈຸບັນ ແລະ ອະນາຄົດ. ສາຍພົວພັນ ດ່ັງກ່າວນີ້, ໄດ້ຮັບການຝຶກຝົນຫລ່ໍຫລອມຜ່ານໄລຍະແຫ່ງສົງຄາມ ແລະ ສັນຕິພາບ, ເປັນຊັບສົມບັດລວມສັກສິດທີ່ສຸດຂອງສອງຊາດ, ມີລັກສະນະເປັນຕາຍຕ່ໍພາລະກິດປະຕິວັດຂອງແຕ່ລະປະເທດ. ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ- ລາວ ມີບົດບາດຍຸດທະສາດສໍາຄັນ, ຕັດສິນຕໍ່ພາລະກິດປົກປັກຮັກສາເອກະລາດແຫ່ງຊາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ສະຖຽນສະພາບທາງດ້ານການເມືອງ, ພັດທະນາເສດຖະກິດ-ສັງຄົມ ແລະ ກໍ່ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ. ພ້ອມດຽວກັນນັ້ນ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມໝາຍເຂົ້າໃນການຮັກສາສັນຕິພາບ, ຄວາມໝ້ັນຄົງ, ຊຸກຍູ້ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.ປີ 2025 ເປັນຂີດໝາຍບາດກ້າວໜຶ່ງຂອງການພັດທະນາທີ່ມີລັກສະນະປະຫວັດສາດໃນການພົວພັນຂອງສອງປະເທດ, ເມື່ອສອງຝ່າຍເປັນເອກະພາບຍົກລະດັບ ແລະ ເຮັດໃຫ້ການພົວພັນຫວຽດນາມ- ລາວ ເລິກເຊິ່ງຂຶ້ນສູ່ລະດັບສູງໃໝ່, ກາຍເປັນ “ມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ”. ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງຄວາມໄວ້ວາງໃຈທາງດ້ານການເມືອງຢ່າງເລິກເຊິ່ງ, ໝັ້ນຄົງລະຫວ່າງສອງພັກ, ສອງລັດ, ພ້ອມທັງຢືນຢັນເຖິງຄວາມຕັດສິນໃຈທາງດ້ານການເມືອງໃນລະດັບສູງສຸດຂອງການນໍາຂັ້ນສູງສອງປະເທດໃນການຍົກລະດັບການພົວພັນຫວຽດນາມ-ລາວ ຂຶ້ນສູ່ລະດັບ ສູງໃໝ່, ແທດເໝາະກັບສະຖານະການປະຫວັດສາດໃໝ່, ຕອບສະໜອງຄວາມປາຖະໜາອັນຍາວ ນານຂອງປະຊາຊົນສອງປະເທດ ແລະ ຄວາມຮຽກຮ້ອງຕ້ອງການ ຂອງຍຸດທະສາດໃນໄລຍະການ ພັດທະນາໃໝ່. ພັກ, ລັດ ແລະ ປະຊາຊົນຫວຽດນາມຢືນຢັນວ່າ ຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບພັກ, ລັດ ແລະ ປະຊາຊົນ ລາວປົກປັກຮັກສາ, ເສີມຂະຫຍາຍ ແລະ ຖ່າຍຖອດໃຫ້ບັນດາຄົນຮຸ່ນຕ່ໍໆໄປກ່ຽວກັບສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ, ລາວ- ຫວຽດນາມ ຕະຫລອດໄປ.

     ເນື່ອງໃນໂອກາດອັນສະຫງ່າລາສີນ້ີ, ພວກຂ້າພະເຈ້ົາຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ເລິກເຊິ່ງທີ່ສຸດຕໍ່ການສະໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ມີປະສິດທິຜົນທ່ີພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງໃຫ້ແກ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນໜຶ່ງດຽວໃນເມື່ອກ່ອນ ກໍຄືຮ່ວມຂະບວນການກັບຫວຽດນາມ ໃນການກ້າວເຂົ້າສູ່ສັງກາດໃໝ່, ສັງກາດແຫ່ງການບືນຕົວພັດທະນາຢ່າງເຂັ້ມແຂງ. ອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈ່ົງປະສົບສໍາເລັດຜົນຢ່າງຈົບງາມ.

      ອວຍພອນໃຫ້ສາຍພົວພັນມິດ ຕະພາບອັນຍ່ິງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ຈ່ົງຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top