ຂປລ
ໃນວັນທີ 5 ມັງກອນ 2026 ນີ້, ການນໍາຂັ້ນສູງຂອງພັກປະຊາຊົນປະຕິວັດລາວ, ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນໂອກາດ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂຶ້ນລະຫວ່າງວັນທີ 6-8 ມັງກອນ 2026 ນີ້.
ຂປລ. ການວາງພວງມາລາໃນຄ້ັງນ້ີ, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດຂອງລາວທ່ີເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານພາຍໃຕ້ການນຳພາ-ຊ້ີນຳ ຂອງພັກປະຊາຊົນປະຕິວັດລາວ ເພ່ືອຍາດເອົາເອກະລາດມາໃຫ້ປະເທດຊາດ, ຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ.

ການວາງກະຕ່າດອກໄມ້ຕ່ໍໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ຂອງການນໍາຂ້ັນສູງຂອງພັກປະຊາຊົນປະຕິວັດລາວໃນຄັ້ງ ນ້ີ, ກໍເພ່ືອເປັນການລະນຶກເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກດ້ວຍຄວາມກະຕັນຍູຮູ້ບຸນຄຸນ ແລະ ຂໍສະດຸດີຕໍ່ຊື່ສຽງຮຽງນາມ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງປະທານ ໄກສອນ ພົມວິຫານ ທ່ີອຸທິດຕະຫລອດຊີວິດເພື່ອພາລະກິດຕໍ່ສູ້ຍາດເອົາເອກະ ລາດແຫ່ງຊາດ, ອິດສະລະພາບມາໃຫ້ປະຊາຊົນ, ນໍາພາປະຕິບັດ 2 ໜ້າທ່ີຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດປ່ຽນແປງໃໝ່ຮອບດ້ານມີຫລັກການຂອງພັກຢ່າງມີໄຊ.
ຂ່າວ: ກິດຕາ; ພາບ: ຂັນໄຊ-ອ່າຍຄຳ
KPL