ໂຄງການການເມືອງຂອງພັກ ແມ່ນທິດສະດີປະຕິວັດ ເປັນທວນໄຟເຍືອງທາງໃຫ້ພັກ ແລະ ທົ່ວປວງຊົນລາວທັງຊາດ

06/01/2026 16:01
Email Print 361
ຂປລ ໂຄງການການເມືອງຂອງພັກ ແມ່ນທິດສະດີປະຕິວັດ, ເປັນທວນໄຟອັນສະຫວ່າງສະໄຫວເຍືອງທາງໃຫ້ແກ່ພັກ ແລະ ທົ່ວປວງຊົນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສ້າງໄດ້ບາດກ້າວເດີນ ແລະ ບາດລ້ຽວທີ່ໜັກແໜ້ນ ໃຫ້ແກ່ພາລະກິດແຫ່ງການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ຜ່ານຮ່າງໂຄງການການເມືອງ ສະບັບທີ III ຂອງພັກປະຊາຊົນປະຕິວັດລາວ ວ່າດ້ວຍການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ໃນກອງປະຊູມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 6 ມັງ ກອນ 2026 ໂດຍສະຫາຍ ໄດ້ຍົກໃຫ້ເຫັນຂະບວນວິວັດການປະຕິບັດໂຄງການການເມືອງຂອງພັກ ຊຶ່ງນັບແຕ່ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ພັກເຮົາ ໄດ້ວາງໂຄງການການເມືອງ ອອກ 2 ຄັ້ງ ຄື: ຄັ້ງທີ I ແມ່ນເປັນໂຄງການການເມືອງສະບັບທຳອິດ, ປະກາດອອກໃນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃນວັນທີ 22 ມີນາ 1955, ຊຶ່ງເປັນໂຄງການການເມືອງ ທີ່ກຳນົດທິດນໍາຂອງພັກ ແລະ ຖືເປັນແນວທາງ ກຳນົດໃຫ້ພັກເຮົາພາຍຫລັງສ້າງຕັ້ງຂຶ້ນ ໄດ້ດໍາເນີນພາລະກິດຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດລ່າເມືອງຂຶ້ນ ແລະ ລູກມື ຂອງພວກເຂົາ. ໂຄງການການເມືອງສະບັບນີ້ ກາຍເປັນແສງສະຫວ່າງເຍືອງທາງນຳພາປະຊາຊົນລາວ ຕໍ່ສູ້ປະຕິວັດ ຈົນເຖິງກອງປະ ຊຸມໃຫຍ່ຄັ້ງທີ II ຂອງພັກ. ໂຄງການການເມືອງສະບັບທີ II ໄດ້ສ້າງຂຶ້ນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ II ຂອງພັກ, ຈັດຂຶ້ນໃນວັນທີ 03-06 ກຸມພາ 1972. ໂຄງການການເມືອງສະບັບນີ້, ແມ່ນການວາງແນວທາງຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ດ້ວຍຄຳຂວັນ: “ດຳເນີນການປະຕິວັດຊາດ ປະຊາທິປະໄຕ ເພື່ອນຳເອົາເອກະລາດແຫ່ງຊາດ, ລຶບລ້າງລະບອບຣາຊາທິປະໄຕ ກ້າວໄປເຖິງການສະຖາປະນາລະບອບໃໝ່ຂຶ້ນໃນປະເທດລາວ”. ໂຄງການການເມືອງທັງສອງສະບັບ ຂອງພັກ ໄດ້ຮັບການປະຕິບັດຢ່າງມີຜົນສຳເລັດອັນສະຫງ່າລາສີ ຊຶ່ງນຳມາເຖິງການສຳເລັດພາລະກິດປົດປ່ອຍຊາດ, ຍາດໄດ້ເອກະລາດແຫ່ງຊາດ, ອໍານາດອະທິປະໄຕ ແລະ ກ້າວເຖິງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975.
ການສ້າງໂຄງການການເມືອງສະບັບທີ III ຂຶ້ນມານີ້, ແມ່ນການສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນສະຖາປານິກຕົ້ນຕໍ ທີ່ປະໄວ້ໃຫ້ພວກເຮົາສືບທອດຕໍ່ໄປຢ່າງບໍລິສຸດ ແລະ ຈົງຮັກພັກດີ ໂດຍໄດ້ວາງ 11 ແຜນນະໂຍບາຍໃຫຍ່ ຄື: ພັດທະນາເສດຖະກິດຕະຫລາດຕາມທິດສັງຄົມນິຍົມ ໃຫ້ເປັນລະບົບ, ທັນສະໄໝ, ປະກອບດ້ວຍຫລາຍພາກສ່ວນເສດຖະກິດ, ຫລາຍຮູບແບບກຳມະສິດ, ຫລາຍຮູບການຈັດຕັ້ງຜະລິດທຸລະກິດ ແລະ ຫລາຍຮູບການແຈກຢາຍ. ໃນນັ້ນ, ພາກສ່ວນເສດຖະກິດລັດ ດຳລົງບົດບາດເປັນເຈົ້າພາທາງ, ພາກສ່ວນເສດຖະກິດອື່ນໆ ປະກອບເປັນກຳລັງແຮງ ຂອງພື້ນຖານເສດຖະກິດແຫ່ງຊາດ; ຫັນເປັນອຸດສາຫະກໍາ, ຫັນເປັນທັນສະໄໝ, ຫັນເປັນດີຈິຕອນ ບົນພື້ນຖານການຄົ້ນຄວ້າ, ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ, ເສີມຂະຫຍາຍທ່າແຮງໄດ້ປຽບ, ຄວາມສາມາດບົ່ມຊ້ອນ ຂອງປະເທດ. ນຳໃຊ້ເຕັກໂນໂລຊີດີຈິຕອນ ໃຫ້ກາຍເປັນໂອກາດ, ເປັນກຳລັງແຮງ ແລະ ເປັນພື້ນຖານໃຫ້ແກ່ການຊຸກຍູ້ຂະແໜງການຜະລິດ ແລະ ບໍລິການ ທີ່ເປັນປາຍແຫລມ; ການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ, ຮັບມືກັບການປ່ຽນແປງດິນຟ້າອາກາດ, ຍຶດໝັ້ນທິດນຳຖືເອົາຄວາມກົມກຽວ ລະຫວ່າງ ການພັດທະນາເສດຖະກິດ, ສັງຄົມ ກັບການປົກປັກຮັກສາສິ່ງແວດລ້ອມຕາມທິດເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ຍືນຍົງ; ພັດທະນາວັດທະນະທຳ-ສັງຄົມ, ປະຕິບັດຢ່າງສະເໝີຕົ້ນສະເໝີປາຍແນວທາງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ, ພັດທະນາສັງຄົມ ຕາມທິດສັງຄົມມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ສ້າງສັງຄົມສາມັກຄີເປັນປຶກແຜ່ນຂອງບັນດາ ເຜົ່າ, ການເຄົາລົບສິດ-ເສລີພາບ ຂອງປະຊາຊົນ, ການສ້າງຄວາມເປັນເອກະພາບ ລະຫວ່າງຊັ້ນຄົນ, ສືບຕໍ່ປະຕິບັດທິດນຳ ເອົາການສຶກສາໄປກ່ອນ ກ້າວໜຶ່ງ, ເອົາການພັດທະນາວິທະຍາສາດ-ເຕັກໂນໂລຊີ ເປັນຂໍກຸນແຈ ເຮັດໃຫ້ການສຶກສາມີຄຸນະພາບສູງຂຶ້ນ, ປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ ໃຫ້ນັບມື້ທົ່ວເຖິງ ແລະ ມີຄຸນະພາບສູງ; ພັດທະນາຄົນລາວຢ່າງຮອບດ້ານ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່, ພັດທະນາຄົນລາວໃຫ້ມີນໍ້າໃຈຮັກຊາດອັດດູດດື່ມ ຕິດພັນກັບການຮັກລະບອບໃໝ່, ມີຄວາມກະຕັນຍູຮູ້ບຸນຄຸນ ຕໍ່ບັນພະບູລຸດ ຂອງຊາດ, ສ້າງຄົນລາວ ໃຫ້ເປັນຄົນສັງຄົມນິຍົມ; ສ້າງເຫງົ້າພະລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ ດ້ວຍການຍຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງຄວາມອາດສາມາດບົ່ມຊ້ອນ ໃນແຕ່ລະດ້ານ, ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ພາຍໃຕ້ການນຳພາເດັດ ຂາດ, ໂດຍກົງ, ຮອບດ້ານ ຂອງພັກ; ຍຶດໝັ້ນແນວທາງການຕ່າງປະເທດ ຂອງພັກ, ສ້າງເງື່ອນໄຂອຳນວຍໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເປີດກວ້າງການພົວພັນກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ຖືສຳຄັນການຮ່ວມມືຮອບດ້ານກັບປະເທດໃກ້ຄຽງ, ເພື່ອນມິດຍຸດທະສາດ, ດຳເນີນການເຊື່ອມໂຍງ-ເຊື່ອມຈອດ ເຂົ້າກັບພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ ແລະ ເປັນເຈົ້າຕົນເອງຂະຫຍາຍການຮ່ວມມືແບບຫລາຍທິດ, ຫລາຍຝ່າຍ, ຫລາຍຮູບແບບ, ຫລາຍລະດັບ ທັງດ້ານພັກ, ດ້ານລັດ ແລະ ການທູດປະຊາຊົນ; ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບປະກັນການກຳອຳນາດຂອງພັກ ໃຫ້ມີຄວາມໝັ້ນຄົງ ໂດຍການສ້າງຄວາມໜັກແໜ້ນດ້ານລະບົບແນວຄິດ-ທິດສະດີຂອງພັກ, ສ້າງອົງການຈັດຕັ້ງພັກແຕ່ລະຂັ້ນໃຫ້ເຂັ້ມແຂງ, ປັບປຸງແບບແຜນວິທີນຳພາ ແລະ ການເຄື່ອນໄຫວຂອງການຈັດຕັ້ງພັກ ຕາມກົດລະບຽບຂອງພັກ, ຮັບປະກັນລັກສະນະວິທະຍາສາດ ແລະ ປະ ຕິວັດ ຢ່າງໜັກແໜ້ນ, ຕໍ່ສູ້ຕ້ານການເສື່ອມຖອຍທາງດ້ານແນວຄິດ-ການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບ ແຜນດຳລົງຊີວິດ, ບັນດາປະກົດການ “ຫັນປ່ຽນດ້ວຍຕົນເອງ”, “ເສື່ອມຄຸນປ່ຽນທາດເອງ” ພາຍໃນພັກ. ສ້າງຖັນແຖວພະນັກງານ, ສະມາຊິກພັກ ໃຫ້ສົມຄູ່ກັບໜ້າທີ່ການເມືອງ, ຍົກສູງປະສິດທິພາບ ການຕິດຕາມ, ກວດກາ ການປະຕິບັດວິໄນຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ; ສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ, ສ້າງລັດທີ່ຖືລັດຖະທຳມະນູນ ແລະ ກົດໝາຍ ມີບົດບາດສູງສຸດ, ສ້າງລັດທີ່ຈັດຕັ້ງ ແລະ ເຄື່ອນໄຫວຕາມຫລັກການອຳນາດລັດເອກະພາບ, ມີການແບ່ງງານຢ່າງຈະແຈ້ງ, ສ້າງລັດໃຫ້ມີຄວາມໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ເຮັດຫລ້ອນພັນທະຕໍ່ພົນລະເມືອງທຸກຄົນ ແລະ ຮັບປະກັນໃຫ້ພົນລະເມືອງທຸກຄົນປະຕິບັດພັນທະຕໍ່ລັດ ຢ່າງຄົບຖ້ວນ; ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນ, ປະຕິບັດແນວທາງມະຫາສາມັກຄີທົ່ວປວງຊົນຢ່າງໜັກແໜ້ນ, ປ່ຽນ ແປງໃໝ່ແບບແຜນວິທີເຮັດວຽກກັບມະຫາຊົນ, ວິທີປຸກລະດົມຂົນຂວາຍມະຫາຊົນ, ສ້າງ ແລະ ແນະນຳອົງການ ຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຖືກຕ້ອງ ຕາມພາລະບົດບາດ, ໜ້າທີ່ ຂອງຕົນ ແລະ ເສີມຂະຫຍາຍ ສິດເປັນເຈົ້າ ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ໂດຍເປີດໂອກາດໃຫ້ປະຊາຊົນ ໄດ້ເຂົ້າຮ່ວມໃນການສ້າງ ແລະ ບູລະນະແນວທາງຂອງພັກ ແລະ ກົດໝາຍ ຂອງລັດ ຕາມທິດທີ່ວ່າ: ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ, ປະຊາຊົນຕິດຕາມ, ກວດກາ ແລະ ປະຊາຊົນ ໄດ້ຮັບຜົນປະ ໂຫຍດ ຢ່າງຊອບທຳ.
ເພື່ອເຮັດໃຫ້ໂຄງການການເມືອງ ຂອງພັກສະບັບນີ້, ສາມາດຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ນຳເອົາປະເທດຊາດ ຂອງພວກເຮົາ ກ້າວຂຶຶ້ນຕາມຈຸດໝາຍທີ່ວາງໄວ້ ຢ່າງມີໄຊ ສະມາຊິກພັກ, ພະນັກງານ, ກຳລັງປະກອບອາວຸດທຸກທົ່ວໜ້າ, ປະຊາຊົນລາວບັນດາເຜົ່າ ຕ້ອງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເດັດດ່ຽວສູ້ຊົນ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ, ຍອມເສຍສະລະທຸກໆຢ່າງ ເພື່ອອຸທິດໃຫ້ແກ່ການປະກອບສ່ວນຢ່າງຕັ້ງໜ້າ.
ຂ່າວ: ທະນູທອງ
KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top