ຂປລ
ບໍລິສັດ ເທສລາ(Tesla) ທີ່ເປັນ ວິສາຫະກິດ ຜະລິດ ລົດໄຟຟ້າຂອງ ສ.ອາເມລິກາ ໄດ້ເປີດເຜີຍຂໍ້ມູນ ໂດຍສະແດງໃຫ້ເຫັນວ່າ: ໃນປີ 2025, ບໍລິສັດ Tesla ໄດ້ສົ່ງມອບລົດ 1.636.000 ຄັນໃນທົ່ວໂລກ, ຫລຸດລົງ 8,6% ເມື່ອທຽບໃສ່ປີ 2024.ນີ້ເປັນຄັ້ງທຳອິດ ທີ່ຍອດການຈຳໜ່າຍ ລົດໄຟຟ້າໝົດປີຂອງ Tesla ຖືກບໍລິສັດ ບີວາຍດີ(BYD) ທີ່ເປັນວິສາຫະກິດ ຜະລິດລົດຍົນ ຂອງ ສປ ຈີນ ລື່ນກາຍ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ເມື່ອບໍ່ດົນມານີ້, ບໍລິສັດ ເທສລາ(Tesla) ທີ່ເປັນ ວິສາຫະກິດ ຜະລິດ ລົດໄຟຟ້າຂອງ ສ.ອາເມລິກາ ໄດ້ເປີດເຜີຍຂໍ້ມູນ ໂດຍສະແດງໃຫ້ເຫັນວ່າ: ໃນປີ 2025, ບໍລິສັດ Tesla ໄດ້ສົ່ງມອບລົດ 1.636.000 ຄັນໃນທົ່ວໂລກ, ຫລຸດລົງ 8,6% ເມື່ອທຽບໃສ່ປີ 2024. ນີ້ເປັນຄັ້ງທຳອິດ ທີ່ຍອດການຈຳໜ່າຍ ລົດໄຟຟ້າໝົດປີຂອງ Tesla ຖືກບໍລິສັດ ບີວາຍດີ(BYD) ທີ່ເປັນວິສາຫະກິດ ຜະລິດລົດຍົນ ຂອງ ສປ ຈີນ ລື່ນກາຍ. ຂ່າວສານຣອຍເຕີ ຂອງອັງກິດລາຍງານວ່າ: ຍອດການຈຳໜ່າຍ ຂອງບໍລິສັດ Tesla ຫລຸດລົງເປັນ 2 ປີລຽນຕິດ ໄດ້ເຮັດໃຫ້ຕະຫລາດ ເກີດມີຄວາມສົງໄສວ່າ ທຸລະກິດລົດຍົນ ທີ່ເປັນທຸລະກິດ ສໍາຄັນ ຕົ້ນຕໍ ຂອງບໍລິສັດ Tesla ນັ້ນ ສາມາດພັດທະນາ ຟື້ນຄືນ ຢ່າງໝັ້ນທ່ຽງໄດ້ ຫລື ບໍ ໃນຕໍ່ໜ້າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL