ຂປລ
ໃນປີ 2025, ບັນດາຂະບວນລົດໄຟ ເຊື່ອມຕໍ່ ສປ ຈີນ-ສສ ຫວຽດນາມ ເລີ່ມເດີນທາງ ຈາກເຂດປົກຄອງ ດ້ວຍຕົນເອງ ຊົນເຜົ່າຈວ້າງ, ແຂວງກວາງສີ, ສປ ຈີນ ໄດ້ຂົນສົ່ງສິນຄ້າ ສົ່ງອອກ ລວມທັງໝົດ 37.000 ຕູ້ຄອນແທນເນີ, ເພີ່ມຂຶ້ນ 86% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2024

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໃນປີ 2025, ບັນດາຂະບວນລົດໄຟ ເຊື່ອມຕໍ່ ສປ ຈີນ-ສສ ຫວຽດນາມ ເລີ່ມເດີນທາງ ຈາກເຂດປົກຄອງ ດ້ວຍຕົນເອງຊົນເຜົ່າ ຈວ້າງ, ແຂວງກວາງສີ, ສປ ຈີນ ໄດ້ຂົນສົ່ງສິນຄ້າ ສົ່ງອອກ ລວມທັງໝົດ 37.000 ຕູ້ຄອນແທນເນີ, ເພີ່ມຂຶ້ນ 86% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2024, ສ້າງລະດັບສະຖິຕິສູງສຸດ ມາຮອດ ປະຈຸບັນ. ປະລິມານສິນຄ້າ ຂົນສົ່ງຜ່ານສາຍນີ້ ໄດ້ກວມເອົາ 73% ຈຳນວນລົດໄຟສົ່ງເຂົ້າ ຫວຽດນາມ ແລະ 86% ຍອດປະລິມານ container ສົ່ງອອກດ້ວຍທາງລົດໄຟມາຍັງ ສສ ຫວຽດນາມ. ນັບແຕ່ປີ 2025, ຂະແໜງ ລົດໄຟຂອງ ສປ ຈີນ ໄດ້ຍົກລະດັບ ບັນຈຸນຳໜັກ ຂອງລົດໄຟໃນສາຍ ເຜິງສຽງ (ກວາງສີ) - ດົ່ງດັງ (ສສ ຫວຽດນາມ) ຈາກ 1.000 ໂຕນຂຶ້ນເປັນ 1.300 ໂຕນ, ຜ່ານນັ້ນ ຊ່ວຍຍົກຜ່ານແດນ ຢູ່ດ່ານຊາຍ ແດນລົດໄຟ ເຜິງສຽງ ຂຶ້ນຕື່ມ 30%.ສາຍລົດໄຟ ຂົນສົ່ງສິນຄ້າ ລະຫວ່າງ ສປ ຈີນ-ສສ ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອ ເຊື່ອໃຈ ດ້ານເວລາ ແລະ ຄ່າໃຊ້ຈ່າຍເໝາະສົມກັບ ຄວາມຕ້ອງ ການສົ່ງ ອອກສິນຄ້າ ຂາຍຍ່ອຍ ໄປຕະຫລາດ ອາຊຽນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL