ຂີ້ເຫຍື້ອສາທາລະນະ

06/01/2026 10:53
Email Print 281
ຂປລ ຂປລ. ຂີ້ເຫຍື້ອສາທາລະນະ ຫລື ຂີ້ເຫຍື້ອທີ່ບໍ່ມີເຈົ້າຂອງ ໝາຍເຖິງສິ່ງເສດເຫລືອຕ່າງໆ ທີ່ຖິ້ມຢ່າງຊະຊາຍຢູ່ຕາມແຄມຖະໜົນຫົນທາງ, ດິນເປົ່າຫວ່າງ ແລະ ສະຖານທີ່ສາທາລະນະອື່ນໆ

ຂປລ. ຂີ້ເຫຍື້ອສາທາລະນະ ຫລື ຂີ້ເຫຍື້ອທີ່ບໍ່ມີເຈົ້າຂອງ ໝາຍເຖິງສິ່ງເສດເຫລືອຕ່າງໆ ທີ່ຖິ້ມຢ່າງຊະຊາຍຢູ່ຕາມແຄມຖະໜົນຫົນທາງ, ດິນເປົ່າຫວ່າງ ແລະ ສະຖານທີ່ສາທາລະນະອື່ນໆ ທີ່ບໍ່ມີພາກສ່ວນໃດຮັບຜິດຊອບໃນການເກັບມ້ຽນ ຊຶ່ງປັດຈຸບັນຂີ້ເຫຍື້ອສາທາລະນະນີ້ ຍັງມີປະກົດໃຫ້ເຫັນຢູ່ບາງບ່ອນ ອັນໄດ້ສ້າງຄວາມເປິເປື້ອນ ບໍ່ງາມຕາໃຫ້ກັບຕົວເມືອງ ແລະ ສ້າງພາບພົດອັນບໍ່ດີໃຫ້ກັບປະເທດເຮົາ.

ບັນຫາຂີ້ເຫຍື້ອສາທາລະນະນີ້ ຖືເປັນບັນຫາ ແລະ ສິ່ງທ້າທາຍຕໍ່ການຈັດຕັ້ງປະຕິບັດໂຄງການ ວຽງຈັນສະອາດ ເນື່ອງຈາກວ່າ ປະຊາຊົນຈຳນວນໜຶ່ງ ທີ່ອາໄສຢູ່ໃນນະຄອນຫລວງວຽງຈັນ ຍັງບໍ່ໄດ້ເຮັດສັນຍາເກັບມ້ຽນຂີ້ເຫຍື້ອ, ປະຊາຊົນສ່ວນຫລາຍຍັງມີແນວຄິດມັກງ່າຍໃນການເກັບມ້ຽນຂີ້ເຫຍື້ອ ຈຶ່ງເກີດມີປາກົດການຖິ້ມຂີ້ເຫຍື້ອຊະຊາຍ ເຮົາຈະສັງເກດເຫັນ ພາຍຫລັງສິ້ນສຸດງານບຸນປະເພນີຕ່າງໆ ປະຈຳຊາດ ຫລື ບຸນປະຈຳຊົນເຜົ່າ ສິ່ງທີ່ຕາມມາກໍແມ່ນຂີ້ເຫຍື້ອ ຈໍານວນຫລວງຫລາຍທີ່ຖືກຖິ້ມຢ່າງຊະຊາຍ ແລະ ຕ້ອງໃຊ້ເວລາຫລາຍວັນ ຈຶ່ງເກັບມ້ຽນສຳເລັດ, ສິ່ງທີ່ຮ້າຍແຮງໄປກວ່ານັ້ນ ແມ່ນປະຊາຊົນທີ່ອາໄສຢູ່ແຄມທາງຈຳນວນໜຶ່ງ ຍັງບໍ່ສົນໃຈໃນການເກັບມ້ຽນຂີ້ເຫຍື້ອດັ່ງກ່າວ ປ່ອຍໃຫ້ແຕ່ພາກສ່ວນຮັບຜິດຊອບເປັນຜູ້ເກັບມ້ຽນພຽງຝ່າຍດຽວ ຊຶ່ງກໍມີຈຳນວນຄົນໜ້ອຍຢູ່ແລ້ວແລະຕ້ອງໃຊ້ເວລາຫລາຍວັນຈຶ່ງເກັບມ້ຽນສຳເລັດ. 

ຕາມຂໍ້ມູນຂອງອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ (ອພບ) ໄດ້ໃຫ້ຮູ້ວ່າ: ການຈັດ ເກັບຂີ້ເຫຍື້ອຂອງ ອພບ ທີ່ຍັງແກ້ໄຂບໍ່ຕົກແມ່ນບັນຫາຂີ້ເຫຍື້ອສາທາລະນະ ຊຶ່ງມີຜູ້ນໍາມາກອງໄວ້ຢູ່ແຄມທາງຢ່າງຊະຊາຍ ໂດຍສ່ວນໃຫຍ່ກໍແມ່ນຂີ້ເຫຍື້ອມືຖືຂອງຜູ້ມັກງ່າຍ ທີ່ມັກເອົາມາວາງແອ້ມແປະໃກ້ກັບ ຈຸດວາງຂີ້ເຫຍື້ອຂອງຜູ້ເຮັດສັນຍາເກັບມ້ຽນກັບ ອພບ. ນອກນັ້ນ, ກໍມີຂີ້ເຫຍື້ອຂອງຫົວໜ່ວຍທຸລະກິດ ຂອງພໍ່ຄ້າ ແມ່ຂາຍ ແລະ ອື່ນໆ ຊຶ່ງຈະນໍາໃສ່ລົດໄປຖິ້ມຢູ່ຈຸດດິນວ່າງ ຫລື ທີ່ດິນຮົກເຮື້ອແຄມທາງຕ່າງໆ ຊຶ່ງນັບມື້ມີປະລິມານເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍບັນຫານີ້ ຫລາຍພາກສ່ວນຕ້ອງມີສ່ວນຮ່ວມ ເປັນເຈົ້າການໃນການແກ້ໄຂຢ່າງຈິງຈັງ ຈຶ່ງຈະເຮັດໃຫ້ນະຄອນຫລວງວຽງຈັນມີຄວາມສະອາດຈົບງາມ. ຢ່າງໃດກໍດີ, ພາຍຫລັງທີ່ມີມະຕິຕົກລົງ ກ່ຽວກັບການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດກໍຖືເປັນອີກໜຶ່ງບ່ອນອີງ ໃນການປະຕິບັດງານໂຕຈິງ ແລະ ເຊື່ອແນ່ວ່າ ບັນຫາຂີ້ເຫຍື້ອຈະໄດ້ຮັບການແກ້ໄຂໃຫ້ດີຂຶ້ນໃນອະນາຄົດອັນໃກ້ນີ້.

ແນວໃດກໍຕາມ, ວັນທີ 31 ທັນວາ ປີ 2025 ກໍແມ່ນມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2026 ຊຶ່ງ ຫລາຍພາກສ່ວນລວມທັງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ແມ່ນພ້ອມກັນສະເຫລີມສະຫລອງຢ່າງມີບັນຍາກາດຟົດຟື້ນ, ສົມມາຄາລາວະຜູ້ເຖົ້າ, ຜູ້ແກ່,ພໍ່ແມ່, ອອຍພອນເຊິ່ງກັນ ແລະ ກັນ, ແຕ່ບັນຫາສຳຄັນແມ່ນພວກເຮົາຕ້ອງໄດ້ເອົາໃຈໃສ່ເກັບມ້ຽນຂີ້ເຫຍື້ອໃຫ້ເປັນລະບຽບ ເພື່ອສ້າງຄວາມສະ ດວກໃຫ້ແກ່ພາກສ່ວນກ່ຽວຂ້ອງເກັບຂົນສົ່ງໄປຈຳກັດຢູ່ສະໜາມຂີ້ເຫຍື້ອ. ຂະນະທີ່ພວກເຮົາສະເຫລີມສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສຳເລັດໃຫ້ທຸກສະຖານທີ່ມີຄວາມປອດຂີ້ເຫຍື້ອ, ມີຄວາມສະອາດງາມຕາທຸກສະຖານທີ່ສຳນັກງານ, ອົງການລວມທັງຄອບຄົວຂອງພວກເຮົາ.
KPL

ຂ່າວອື່ນໆ

ads
ads

Top