7189

s]kprkdlj ;ov5 xt4edv'xt-5 ,.spj z6h cmomqj ;xtgmf 7A 'mu XII 0v'ra d ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 06.01.2026 ປີທີ 25 ສະບັບທີ 6.349ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ( ຜູ້ທີ 5 ນັບຈາກຊ້າຍຫາຂວາ ) ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ( ຊ້າຍ ) ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ( ປະທານກອງປະຊຸມ ) ສະຫາຍ ຄຳພັນ ເຜີຍຍະວົງ 0+ koa [-q ,g-u pdv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d1j k'l5 f.9K 7tot[= ]y sko'kol6 odk'ra d ltw\mu XI fegou odv'xt-5 ,.spj 7q [7tot 7A 'mu 13 dv'xt-5 ,.spj z6h cmomqj ;xtgmf 7A 'mu XII 0v'ra d gxa ogsfdkole7a omk'xts;a flkf0v'ra d{0v'-kf dq ,.spj 8es];f l5 ,.lj ;Pd'koxh v'da o dv'xt-5 ,.spj 7A 'mu XII 0v'ra d xx ]k; dkooe0A ol6 '0v'ra d ;k'r;',k]k c]t dt8j kfvdw,h 0+ koa [Ia [8h vodv'xt-5 ,.spj 7A 'mu XII  ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ແມ່ນເປັນ ເຫດການທາງປະຫວັດສາດສໍາ ຄັນຂອງພັກ ແລະ ຂອງຊາດ, ມີ ຄວາມໝາຍສຳຄັນພິເສດ, ກອງ ປະຊຸມໃຫຍ່ເປັນອົງການນຳພາສູງ ສຸດຂອງພັກ, ຕັດສິນບັນຫາຍຸດທະ ສາດ, ພື້ນຖານ ແລະ ຍາວນານ ຂອງການປະຕິວັດແຫ່ງການພັດທະ ຂປລ. ໃນວັນທີ5ມັງກອນ2026 ນີ້, ໄດ້ມີພິທີມອບ-ຮັບການອຸປະຖຳ ເພື່ອຊຸກຍູ້ການດຳເນີນກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວທີ່ ຈະຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026 ຢູ່ນະຄອນຫລວງ ວຽງຈັນ, ຕາງໜ້າລັດຖະບານຮັບ ໂດຍທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວ -q ,g-u pdv'xt-5 ,.spj z6h cmomqj ;xtgmf 7A 'mu XII 0v'ra d 1j k'l5 f.9  ອ່ານຕໍ່ໜ້າ 2່ າໍ່ ໜ້າ *ມື້ນີ້, ວັນທີ 6 ມັງກອນ 2026 ເປັນມື້ທີ່ມີຄວາມໝາຍສຳຄັນຍິ່ງ ຂອງທົ່ວພັກ, ລັດ ແລະ ປວງຊົນລາວທັງຊາດ ເພາະເປັນມື້ທີ່ກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ແລະ ເຕັມໄປດ້ວຍບັນຍາກາດ ຟົດຟື້ນພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງ ພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສືບຕໍ່ບູລະນະ ລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ” ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ມີກົມການເມືອງສູນກາງພັກ, ຄະນະເລຂາທິການ ສູນກາງພັກ, ກຳມະການສູນກາງພັກ ແລະ ຜູ້ແທນສົມບູນທັງໝົດ 834 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກ ພັກທົ່ວປະເທດ 421.865 ສະຫາຍ ເຂົ້າຮ່ວມ ເພື່ອພ້ອມກັນຄົ້ນຄວ້າ ພິຈາລະນາຮັບຮອງເອົາ 4 ເອກະສານສໍາຄັນ ຄື: ຮ່າງໂຄງການ ການເມືອງ ສະບັບທີ 3 ຂອງພັກ; ຮ່າງລາຍງານການເມືອງຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ  ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໃນວັນທີ 5 ມັງກອນ 2026 ນີ້, ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ສົ່ງໂທລະເລກອວຍພອນເຖິງກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໂດຍມີເນື້ອໃນດັ່ງນີ້: ເນື່ອງໃນໂອກາດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ຕາງໜ້າພັກກອມມູນິດຫວຽດນາມ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມ ທຸກຖ້ວນໜ້າ, ຄະນະບໍລິ ຫານງານສູນກາງພັກກອມມູນິດຫວຽດນາມ ຂໍຝາກມິດຈິດມິດໃຈຖານ ສະຫາຍອ້າຍນ້ອງທີ່ສະໜິດສະໜົມ ແລະ ຄໍາອວຍພອນໄຊອັນອົບອຸ່ນ ແລະ ຈິງໃຈທີ່ສຸດມາຍັງກອງປະຊຸມໃຫຍ່, ສະມາຊິກພັກ ແລະ ປະຊາຊົນ ລາວອ້າຍນ້ອງທຸກຖ້ວນໜ້າ. ພວກຂ້າພະເຈົ້າ, ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ບັນດາຜົນ ສໍາເລັດອັນໃຫຍ່ຫລວງ, ຮອບດ້ານ ແລະ 7tot[= ]y sko'kol6 odk'ra ddv,,6 oy fs;Pfok, lqj '3m]tg]dv;prvodv'xt-5 ,.spj z6h cmomqj ;xtgmf 7A 'mu XII 0v'ra d xx ]k;  ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໃນວັນທີ 5 ມັງກອນ 2026 ນີ້, ຄະນະກຳມະການສູນກາງ ພັກກອມມູນິດຈີນ ໄດ້ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂຶ້ນຢ່າງເປັນ ທາງການໃນລະຫວ່າງວັນທີ 6-8 ມັງກອນ 2026 ນີ້. ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄຂຂຶ້ນຢ່າງ ມີໄຊ, ຄະນະກຳມະການສູນກາງພັກກອມມູນິດຈີນ ຂໍຕາງໜ້າພັກ ແລະ ປະຊາຊົນຈີນ ສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ສະແດງຄວາມຢື້ຢາມຖາມຂ່າວ, ຄວາມອວຍພອນໄຊອັນປະເສີດມາ ຍັງສະມາຊິກພັກ ແລະ ປະຊາຊົນລາວທຸກຖ້ວນໜ້າ. ພັກປະຊາຊົນປະຕິວັດລາວ ເປັນແກນນໍາອັນໜັກແໜ້ນຂອງ ປະຊາຊົນລາວ ແລະ ພາລະກິດສັງຄົມນິຍົມ 7totde,tdkol6 odk'ra ddv,,6 oy f9u o lqj 'lkov;prvodv'xt-5 ,.spj z6h cmomqj ;xtgmf 7A 'mu XII 0v'ra d xx ]k;

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 06/01/2026 xtgmf]k; ຄະນະບໍລິຫານງານສູນກາງ...ໍິູ ຄະນະກຳມະການສູນກາງພັກ...ູັ ຄະນະບໍລິຫານງານສູນກາງພັກ...ໍິູັ ການນຳຂັ້ນສູງຂອງພັກ...ັູ້ັ ຂໍ່ານັບຊົມເຊີຍກອງປະຊຸມໃຫຍ່...ໍ່ັົີຸ່ ຂປລ. ໃນວັນທີ 5 ມັງກອນ 2026 ນີ້, ການນໍາຂັ້ນສູງຂອງ ພັກປະຊາຊົນປະຕິວັດລາວ, ນໍາ ໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດ ລາວ ພ້ອມດ້ວຍຄະນະໄດ້ເຂົ້າວາງ ພວງມາລາຢູ່ອະນຸສາວະລີນັກຮົບ ນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນໂອກາດ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ຈະຈັດ ຂຶ້ນລະຫວ່າງວັນທີ 6-8 ມັງກອນ 2026 ນີ້. ການວາງພວງມາລາໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາ ລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ ຢ່າງພິລະອາດຫານ ແລະ ບໍ່ຍອມ ຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວທີ່ ເສຍສະລະຊີວິດ, ເລືອດເນື້ອເພື່ອ ພາລະກິດປະຕິວັດຢ່າງອົງອາດ ກ້າຫານພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ເພື່ອຍາດເອົາເອກະລາດມາໃຫ້ ປະເທດຊາດ, ຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາ ປະນາເປັນສາທາລະນະລັດ ປະຊາ ທິປະໄຕປະຊາຊົນລາວ ຂຶ້ນຢ່າງ ສະຫງ່າຜ່າເຜີຍ. ການວາງກະຕ່າດອກໄມ້ຕໍ່ໜ້າ ຮູບຫລໍ່ຂອງປະທານ ໄກສອນ ພົມວິຫານຂອງການນໍາຂັ້ນສູງຂອງ ພັກປະຊາຊົນປະຕິວັດລາວໃນຄັ້ງ ນີ້, ກໍເພື່ອເປັນການລະນຶກເຖິງຄຸນ ງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກດ້ວຍ ຄວາມກະຕັນຍູຮູ້ບຸນຄຸນ ແລະ ຂໍສະ ດຸດີຕໍ່ຊື່ສຽງຮຽງນາມ, ຄຸນງາມ ຄວາມດີ ແລະ ຜົນງານອັນໃຫຍ່ ຫລວງຂອງປະທານ ໄກສອນ ພົມວິຫານ ທີ່ອຸທິດຕະຫລອດຊີວິດ ເພື່ອພາລະກິດຕໍ່ສູ້ຍາດເອົາເອກະ ລາດແຫ່ງຊາດ, ອິດສະລະພາບ ມາໃຫ້ປະຊາຊົນ, ນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ກໍຄື ພາລະກິດປ່ຽນແປງໃໝ່ ຮອບດ້ານມີຫລັກການຂອງພັກ ຢ່າງມີໄຊ. ຂ່າວ: ກິດຕາ; ພາບ: ຂັນໄຊ-ອ່າຍຄຳ ຂປລ. ສປປ ລາວ ສະແດງຄວາມເປັນຫ່ວງຢ່າງຍິ່ງຕໍ່ຂໍ້ມູນຂ່າວສານ ກ່ຽວກັບສະພາບການທີ່ກໍາລັງເກີດຂຶ້ນຢູ່ເວເນຊູເອລາ. ສປປ ລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຍຶດໝັ້ນຢ່າງເຂັ້ມງວດຕໍ່ກົດໝາຍ ສາກົນ ແລະ ກົດບັດສະຫະປະຊາຊາດ, ລວມທັງຫລັກການເຄົາລົບອໍາ ນາດອະທິປະໄຕແຫ່ງຊາດ ແລະ ຫລີກລ່ຽງການນໍາໃຊ້ກໍາລັງ ຫລື ໃຊ້ ກໍາລັງຂົ່ມຂູ່ໃນການພົວພັນສາກົນ. ສປປ ລາວ ຊຸກຍູ້ໃຫ້ທຸກຝ່າຍໃຊ້ຄວາມອົດກັ້ນ, ແກ້ໄຂບັນຫາຂັດ ແຍ່ງດ້ວຍການເຈລະຈາ ໂດຍສອດຄ່ອງກັບກົດໝາຍສາກົນ ເພື່ອເປັນ ການປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນ ລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ. 4tcs]'dko0v'37lq ddt-;'dko8j k'xtgmf 8lt4kotdko.og;go-6 gv]k + ມີຄວາມໝາຍປະຫວັດສາດທີ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ຍາດມາໄດ້ຕະຫລອດໄລຍະ 50 ປີ ແຫ່ງການສ້າງຕັ້ງປະເທດ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ໂດຍສະເພາະຕະຫລອດໄລ ຍະ 40 ປີ ຈັດຕັ້ງປະຕິບັດແນວ ທາງປ່ຽນແປງໃໝ່ຢ່າງຮອບດ້ານ, ໄລຍະ 5 ປີ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີXI ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ IX, ພາຍໃຕ້ການ ນໍາພາອັນສະຫລາດສ່ອງໃສຂອງ ຄັ້ງທີ X (2026-2030) ແລະ ຮ່າງກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ຊຶ່ງເອກະສານເຫລົ່ານັ້ນ ຈະໄດ້ກໍານົດ ຍຸດທະສາດ, ແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງ ພັກ, ແນວທາງພັດທະນາເສດຖະກິດ-ສັງຄົມຂອງລັດ ໃນຊຸມປີຕໍ່ໜ້າ ຢ່າງມີວິທະຍາສາດ ແລະ ແທດກັບສະພາບຄວາມເປັນຈິງຂອງ ສປປ ລາວ. ພ້ອມນີ້, ກອງປະຊຸມຍັງຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະ ບໍລິຫານງານສູນກາງພັກ ສະໄໝທີ XII ທີ່ເປັນອົງການນໍາພາສູງສຸດ ຂອງພັກຕະຫລອດສະໄໝທີ XII ເພື່ອແບກຫາບພາລະໜ້າທີ່ອັນໜັກ ໜ່ວງທີ່ພັກ ກໍຄື ປະຊາຊົນໄດ້ມອບໝາຍໃຫ້. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແມ່ນກອງປະຊຸມທີ່ມີຄວາມໝາຍສໍາຄັນປະຫວັດສາດ, ເປັນບາດລ້ຽວອັນສໍາຄັນໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານໃນການນໍາ ຂອງພັກປະຊາຊົນປະຕິວັດລາວ ແລະ ຖືເປັນບັ້ນສະຫລຸບຖອດຖອນ ບົດຮຽນຈາກພຶດຕິກໍາຕົວຈິງ ແລະ ເປັນຂີດໝາຍທາງການເມືອງ ແນໃສ່ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ເພື່ອສືບຕໍ່ນໍາ ພາພາລະກິດປະຕິວັດ, ບູລະນະລະບອບປະຊາທິປະໄຕປະຊາຊົນກ້າວ ຂຶ້ນສູ່ສັງຄົມນິຍົມ. ກອງປະຊຸມໄດ້ໄຂຂຶ້ນໃນທ່າມກາງບັນຍາກາດແຫ່ງ ຄວາມເບີກບານມ່ວນຊື່ນທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າຫາກໍສຳເລັດການສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນເຮົາ ຄົບຮອບ 105 ປີ. ໄລຍະຜ່ານ ມາເຖິງວ່າປະເທດເຮົາຜະເຊີນກັບຄວາມຫຍຸ້ງຍາກຫລາຍດ້ານເປັນ ຕົ້ນການລະບາດຂອງພະຍາດໂຄວິດ-19, ການພັດທະນາເສດຖະກິດສັງຄົມ, ບັນຫາເງິນເຟີ້, ໄພພິບັດທາງທໍາມະຊາດ ແລະ ອື່ນໆ ກໍຕາມແຕ່ພາຍໃຕ້ການນຳພາ-ຊີ້ນຳຂອງພັກ ຈຶ່ງສາມາດນຳພາປະ ເທດຊາດຂອງພວກເຮົາຜ່ານຜ່າຄວາມຫຍຸ້ງຍາກຄັ້ງນີ້ໄປໄດ້ດ້ວຍດີ ແລະ ອັນພົ້ນເດັ່ນໃນຂະບວນກະກຽມແກ່ກອງປະຊຸມຄັ້ງນີ້ ແມ່ນຕິດ ພັນກັບການປັບປຸງປົວແປງພັກ ໂດຍຜ່ານບັ້ນດຳເນີນຊີວິດການເມືອງ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຢ່າງທົ່ວເຖິງ. ຜ່ານຂະບວນການ ເຫລົ່ານັ້ນເຮັດໃຫ້ພັກມີການປັບປຸງບູລະນະທາງດ້ານການເມືອງ-ແນວ ຄິດ ແລະ ການຈັດຕັ້ງຕື່ມອີກກ້າວໜຶ່ງ, ສະມາຊິກພັກກໍໄດ້ຮັບການ ບຳລຸງຍົກລະດັບທາງດ້ານຄວາມຮູ້, ທັດສະນະຫລັກໝັ້ນ ແລະ ມີການ ປ່ຽນແປງຕົນເອງໃຫ້ກ້າວໜ້າກວ່າເກົ່າ. ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ທັງຊາດພວມອວ່າຍໜ້າເຂົ້າຫາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກ ປປ ລາວ ດ້ວຍຄວາມເປັນເຈົ້າການຕິດຕາມຜົນການ ເຄື່ອນໄຫວຂອງກອງປະຊຸມໃຫຍ່ຢ່າງຈົດຈໍ່ ແລະ ສຸດກົກສຸດປາຍ, ພ້ອມທັງສະແດງຄວາມຂໍ່ານັບຊົມເຊີຍ ແລະ ອວຍພອນໃຫ້ກອງປະຊຸມ ໃຫຍ່ຄັ້ງທີXII ຂອງພັກ ຈົ່ງດຳເນີນໄປດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ທຸກປະການແນໃສ່ເຮັດໃຫ້ປະຊາຊົນ ຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ຂໍ່ານັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ສປປ ລາວ ຢ່າງສຸດໃຈ ! ຂປລ. ໃນວັນທີ 5 ມັງກອນ 2026 ນີ້, ຄະນະບໍລິຫານງານ ສູນກາງພັກ ໄດ້ດໍາເນີນກອງປະ ຊຸມຄົບຄະນະ ຄັ້ງທີ 13 ສະໄໝ ທີ XI ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ, ມີ ບັນດາສະຫາຍຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເປັນກອງປະ ຊຸມທີ່ມີຄວາມໝາຍສຳຄັນ ແລະ ຖື ເປັນກອງປະຊຸມສູນກາງ ຄັ້ງສຸດ ທ້າຍໃນສະໄໝທີ XI ເພື່ອຮັບຟັງ ການລາຍງານ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳຕໍ່ການກະກຽມຄວາມ ພ້ອມຮອບດ້ານ ເພື່ອກ້າວເຂົ້າສູ່ ການດຳເນີນກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ຊຶ່ງຈະຈັດຂຶ້ນໃນໄລຍະວັນທີ 6-8 ມັງກອນ 2026 ຢູ່ຫໍປະຊຸມ ແຫ່ງຊາດ ນະຄອນຫລວງວຽງຈັນ. ໃນກອງປະຊຸມຄະນະບໍລິຫານ ງານສູນກາງພັກ ໄດ້ພ້ອມກັນຕີລາ ຄາວ່າ: ຜ່ານການຫ້າງຫາກະກຽມ ວຽກງານຕ່າງໆທີ່ອະນຸກໍາມະການ ກ່ຽວຂ້ອງໄດ້ດຳເນີນການມາຢ່າງ ເປັນລະບົບ ແລະ ເປັນຂະບວນ ກວ້າງຂວາງຢ່າງຕໍ່ເນື່ອງ, ມາຮອດ ເວລານີ້ ຖືໄດ້ວ່າມີຄວາມພ້ອມທີ່ສຸດ ແລ້ວ, ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດຄັ້ງທີXII ຂອງພັກປະຊາຊົນ ປະຕິວັດລາວ ຈະໄດ້ດຳເນີນພາຍໃຕ້ ຄຳຂວັນ “ຍົກສູງບົດບາດການນຳ ພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງ, ສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນໃຫ້ໜັກ ແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ” ຊຶ່ງຈະມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກພັກ ທົ່ວປະເທດ ຈຳນວນ 421.865 ສະຫາຍ, ຖື ເປັນກອງປະຊຸມທີ່ມີຄວາມໝາຍສໍາ ຄັນປະຫວັດສາດ, ເປັນບາດລ້ຽວ ສໍາຄັນໃນການສືບຕໍ່ຍູ້ແຮງການ ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ຮອບດ້ານ ມີຫລັກການຂອງ ພັກສູ່ລວງເລິກ, ສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນໍາພາຂອງພັກປະຊາຊົນ ປະຕິວັດລາວ ແລະ ເປັນບັ້ນສະຫລຸບ ຖອດຖອນບົດຮຽນຈາກພຶດຕິກໍາຕົວ ຈິງ ແລະ ເປັນຂີດໝາຍທາງການ ເມືອງແນໃສ່ຍົກສູງບົດບາດການນໍາ ພາທີ່ເຂັ້ມແຂງຂອງພັກ ເພື່ອບູລະນະ ລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ໃນໂອກາດນີ້, ສະຫາຍທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຕີລາຄາສູງຕໍ່ການ ກະກຽມຢ່າງເປັນລະບົບຄົບຊຸດໃນ ໄລຍະຜ່ານມາ ຊຶ່ງເປັນຂະບວນ ການກະກຽມຢ່າງກວ້າງຂວາງຟົດ ຟື້ນຂອງກຳລັງມະຫາສາມັກຄີ ທົ່ວປວງຊົນ, ພ້ອມທັງເປັນການ ສະແດງໃຫ້ເຫັນເຖິງຜົນສຳເລັດ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ສະໄໝທີ XI ຂອງພັກ ໄດ້ ຢ່າງຮອບດ້ານ ເພື່ອປະກອບສ່ວນ ແລະ ສ້າງພື້ນຖານທີ່ໜັກແໜ້ນກ້າວ ເຂົ້າສູ່ການດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວໃຫ້ໄດ້ ຮັບຜົນສໍາເລັດຕາມຄາດໝາຍທີ່ ວ່າງໄວ້. ພາບ: ເກດສະໜາ ພັກປະຊາຊົນປະຕິວັດລາວ, ຄວາມ ໄວ້ວາງໃຈ ແລະ ບົດບາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບມື້ໄດ້ຮັບການ ຍົກສູງໃນເວທີສາກົນ. ບັນດາຜົນ ສໍາເລັດດັ່ງກ່າວ, ສືບຕໍ່ຢືນຢັນຕໍ່ ແນວທາງອັນຖືກຕ້ອງ ແລະ ປະດິດ ສ້າງຂອງພັກປະຊາຊົນປະຕິວັດ ລາວ, ສະແດງໃຫ້ເຫັນເຖິງຄຸນ ທາດປະຕິວັດອັນກ້າແກ່ນ, ໝັ້ນ ຄົງຕໍ່ໜ້າທຸກຄວາມຫຍຸ້ງຍາກ, ສິ່ງ ທ້າທາຍ, ບຸກບືນຢ່າງບໍ່ຢຸດຢັ້ງ ເພື່ອ ເປົ້າໝາຍເອກະລາດແຫ່ງຊາດ, ສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມ ແຂງ, ນໍາເອົາຄວາມຜາສຸກມາສູ່ ປະຊາຊົນ, ພ້ອມກັນນັ້ນ ກໍປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດ ສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ກ້າວໜ້າທາງ ສັງຄົມຢູ່ໃນໂລກ. ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວ, ເປັນຂີດໝາຍ ແຫ່ງໄລຍະພັດທະນາໃໝ່ຂອງການ ປະຕິວັດລາວດ້ວຍການກໍານົດທິດ ບັນດາຍຸດທະສາດສໍາຄັນ, ຍູ້ແຮງ ຢ່າງຮອບດ້ານ, ພ້ອມພຽງຄົບຊຸດ ພາລະກິດປ່ຽນແປງໃໝ່, ເພີ່ມທະ ວີມະຫາສາມັກຄີທົ່ວປວງຊົນທັງ ຊາດ, ຮັບປະກັນສະຖຽນລະພາບ ການເມືອງ-ສັງຄົມ, ຊຸກຍູ້ແຮງການ ພັດທະນາເສດຖະກິດ-ສັງຄົມ, ຍົກ ສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ກ້າວ ຂຶ້ນຢ່າງໜັກແໜ້ນຕາມເສັ້ນທາງ ສັງຄົມນິຍົມ. ໃນຖານະເປັນເພື່ອນມິດ, ເປັນ ສະຫາຍອ້າຍນ້ອງທີ່ສະໜິດສະໜົມ ຮ່ວມອຸດົມການປະຕິວັດ, ພັກ, ລັດ ແລະ ປະຊາຊົນຫວຽດນາມຍາມ ໃດກໍຄຽງບ່າຄຽງໄຫລ່ກັບພັກ, ລັດ ແລະ ປະຊາຊົນລາວໃນທຸກໆໄລຍະ ປະຫວັດສາດ. ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍໃຕ້ ການນໍາພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງຈະສືບ ຕໍ່ຍາດໄດ້ບັນດາຜົນສໍາເລັດໃໝ່, ໃຫຍ່ຫລວງກວ່າເກົ່າ, ຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ໄດ້ຢ່າງມີໄຊ; ສ້າງສໍາເລັດຜົນປະ ເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ນັບມື້ນັບວັດທະນາຖາວອນ. ສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ ເປັນມໍລະດົກທີ່ ສັກກາລະບູຊາອັນລໍ້າຄ່າໂດຍແມ່ນ ປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ ແສນເຄົາລົບຮັກ ແລະ ບັນດາຮຸ່ນ ການນໍາບັນພະບູລຸດຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ອອກແຮງເພີ່ມພູນຄູນສ້າງ, ປົກ ປັກຮັກສາ, ປະໄວ້ໃຫ້ຄົນຮຸ່ນປັດຈຸ ບັນ ແລະ ອະນາຄົດ. ສາຍພົວພັນ ດັ່ງກ່າວນີ້, ໄດ້ຮັບການຝຶກຝົນຫລໍ່ ຫລອມຜ່ານໄລຍະແຫ່ງສົງຄາມ ແລະ ສັນຕິພາບ, ເປັນຊັບສົມບັດ ລວມສັກສິດທີ່ສຸດຂອງສອງຊາດ, ມີລັກສະນະເປັນຕາຍຕໍ່ພາລະກິດ ປະຕິວັດຂອງແຕ່ລະປະເທດ. ການ ພົວພັນລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນ ຫວຽດນາມລາວ ມີບົດບາດຍຸດທະສາດສໍາຄັນ, ຕັດສິນຕໍ່ພາລະກິດປົກປັກຮັກສາ ເອກະລາດແຫ່ງຊາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ສະ ຖຽນສະພາບທາງດ້ານການເມືອງ, ພັດທະນາເສດຖະກິດ-ສັງຄົມ ແລະ ກໍ່ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ. ພ້ອມດຽວກັນນັ້ນ, ປະກອບສ່ວນ ຢ່າງຕັ້ງໜ້າ, ມີຄວາມໝາຍເຂົ້າໃນ ການຮັກສາສັນຕິພາບ, ຄວາມໝັ້ນ ຄົງ, ຊຸກຍູ້ການຮ່ວມມືແລະ ການພັດ ທະນາຢູ່ໃນພາກພື້ນ ແລະ ໃນໂລກ. ປີ 2025 ເປັນຂີດໝາຍບາດ ກ້າວໜຶ່ງຂອງການພັດທະນາທີ່ມີ ລັກສະນະປະຫວັດສາດໃນການພົວ ພັນຂອງສອງປະເທດ, ເມື່ອສອງ ຝ່າຍເປັນເອກະພາບຍົກລະດັບ ແລະ ເຮັດໃຫ້ການພົວພັນ ຫວຽດນາມລາວ ເລິກເຊິ່ງຂຶ້ນສູ່ລະດັບສູງໃໝ່, ກາຍເປັນ “ມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ”. ສິ່ງດັ່ງກ່າວສະແດງ ໃຫ້ເຫັນເຖິງຄວາມໄວ້ວາງໃຈທາງ ດ້ານການເມືອງຢ່າງເລິກເຊິ່ງ, ໝັ້ນ ຄົງລະຫວ່າງສອງພັກ, ສອງລັດ, ພ້ອມທັງຢືນຢັນເຖິງຄວາມຕັດສິນ ໃຈທາງດ້ານການເມືອງໃນລະດັບ ສູງສຸດຂອງການນໍາຂັ້ນສູງສອງ ປະເທດໃນການຍົກລະດັບການພົວ ພັນຫວຽດນາມ-ລາວ ຂຶ້ນສູ່ລະດັບ ສູງໃໝ່, ແທດເໝາະກັບສະຖານະ ການປະຫວັດສາດໃໝ່, ຕອບສະ ໜອງຄວາມປາຖະໜາອັນຍາວ ນານຂອງປະຊາຊົນສອງປະເທດ ແລະ ຄວາມຮຽກຮ້ອງຕ້ອງການ ຂອງຍຸດທະສາດໃນໄລຍະການ ພັດທະນາໃໝ່. ພັກ, ລັດ ແລະ ປະຊາຊົນຫວຽດນາມຢືນຢັນວ່າ ຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບພັກ, ລັດ ແລະ ປະຊາຊົນ ລາວປົກປັກຮັກສາ, ເສີມຂະຫຍາຍ ແລະ ຖ່າຍຖອດໃຫ້ບັນດາຄົນຮຸ່ນຕໍ່ໆ ໄປກ່ຽວກັບສາຍພົວພັນສາມັກຄີ ພິເສດ ຫວຽດນາມ-ລາວ, ລາວຫວຽດນາມ ຕະຫລອດໄປ. ເນື່ອງໃນໂອກາດອັນສະຫງ່າ ລາສີນີ້, ພວກຂ້າພະເຈົ້າຂໍສະແດງ ຄວາມຂອບໃຈຢ່າງຈິງໃຈ ແລະ ເລິກເຊິ່ງທີ່ສຸດຕໍ່ການສະໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ມີປະສິດທິ ຜົນທີ່ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງໃຫ້ແກ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະ ເທດຊາດເປັນໜຶ່ງດຽວໃນເມື່ອ ກ່ອນ ກໍຄື ຮ່ວມຂະບວນການກັບ ຫວຽດນາມ ໃນການກ້າວເຂົ້າສູ່ສັງ ກາດໃໝ່, ສັງກາດແຫ່ງການບືນຕົວ ພັດທະນາຢ່າງເຂັ້ມແຂງ. ອວຍພອນ ໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວຈົ່ງປະສົບສໍາເລັດຜົນ ຢ່າງຈົບງາມ. ອວຍພອນໃຫ້ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ຫວຽດນາມ-ລາວ ຈົ່ງ ຂຽວສົດງົດງາມ ແລະ ໝັ້ນຄົງຂະ ໜົງແກ່ນຊົ່ວກາລະນານ. ຂອງປະເທດລາວ. ນັບແຕ່ກອງ ປະຊຸມໃຫຍ່ ຄັ້ງທີ XI ເປັນຕົ້ນ ມາ, ສູນກາງພັກ ປປ ລາວ ໂດຍ ມີສະຫາຍ ທອງລຸນ ສີສຸລິດ ເປັນ ເລຂາທິການໃຫຍ່ ນັ້ນໄດ້ເພີ່ມທະວີ ການກໍ່ສ້າງພັກແລະ ປັບປຸງບົດບາດ ການນໍາພາຂອງພັກ, ນໍາພາ ແລະ ສາມັກຄີກັບປະຊາຊົນລາວບັນດາ ເຜົ່າຕັ້ງໜ້າສະແຫວງຫາເສັ້ນທາງ ການພັດທະນາສັງຄົມນິຍົມທີ່ສອດ ຄ່ອງກັບສະພາບຕົວຈິງຂອງປະ ເທດຕົນເອງ, ຊຸກຍູ້ການພັດທະນາ ພາລະກິດຂອງພັກ ແລະ ລັດ ໄດ້ ຮັບຜົນສໍາເລັດສໍາຄັນຈໍານວນ ຫລວງຫລາຍ, ຝ່າຍຈີນ ຕີລາຄາ ສູງ ແລະ ຮູ້ສຶກປິຕິຊົມຊື່ນນໍາຢ່າງ ຈິງໃຈ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແມ່ນກອງປະຊຸມ ສຸດທີ່ມີຄວາມໝາຍສໍາຄັນ ແລະ ເປັນຂີດໝາຍໃຫ້ແກ່ຂະບວນການ ພັດທະນາພາລະກິດສັງຄົມນິຍົມ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ຈະພິຈາລະນາ ແລະ ຮັບຮອງເອົາ ໂຄງການການເມືອງ ສະບັບທີ III ຂອງພັກ ແລະ ເອກະສານສໍາຄັນ ຫລາຍສະບັບ ຊຶ່ງຈະວາງແຜນ ຍຸດທະສາດ ແລະ ປະກາດໃຊ້ມາດ ຕະການຕ່າງໆ ເພື່ອຊຸກຍູ້ການພັດ ທະນາພາລະກິດພັກ ແລະ ລັດ ໃນ ໄລຍະຕໍ່ໜ້າ, ຝ່າຍຈີນ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນໜັກແໜ້ນ ຂອງພັກ ປປ ລາວ, ປະຊາຊົນ ລາວ ຈະບັນລຸເປົ້າໝາຍຕ່າງໆທີ່ ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ ຢ່າງແນ່ນອນ ເພື່ອຊຸກຍູ້ພາລະກິດ ສັງຄົມນິຍົມຂອງ ສປປ ລາວ ກ້າວ ເຂົ້າສູ່ໄລຍະການພັດທະນາໃໝ່. ປະເທດຈີນ ແລະ ປະເທດລາວ ລ້ວນແລ້ວແຕ່ເປັນປະເທດສັງຄົມ ນິຍົມທີ່ນໍາພາໂດຍພັກກອມມູນິດ. ພັກ ແລະ ລັດຖະບານຈີນ ຍາມໃດ ກໍຖືສໍາຄັນຕໍ່ສາຍພົວພັນລະຫວ່າງ ສອງພັກ, ສອງລັດ ຈີນ-ລາວ ຈາກ ມູມມອງຍຸດທະສາດໃນລະດັບສູງ ແລະ ຍາວໄກ. ໃນສະພາບການໃໝ່ ນີ້, ຝ່າຍຈີນ ຍິນດີຮ່ວມກັນກັບຝ່າຍ ລາວ ຖືເອົາຄວາມຮັບຮູ້ອັນສໍາຄັນ ທີ່ເປັນເອກະພາບກັນຂອງການນໍາ ສູງສຸດສອງພັກ, ສອງລັດ ເປັນທິດ ຊີ້ນໍາ, ເພີ່ມທະວີການປຶກສາຫາລື ທາງດ້ານຍຸດທະສາດ, ລົງເລິກ ການແລກປ່ຽນ ແລະ ການຮ່ວມມື ເຊິ່ງກັນ ແລະ ກັນ, ຊຸກຍູ້ການສ້າງ ຄູ່ຮ່ວມຊາຕາກຳ ຈີນ-ລາວ ຢ່າງ ຕັ້ງໜ້າ, ຊຸກຍູ້ສາຍພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານລະຫວ່າງ ຈີນ-ລາວ ໃຫ້ມີການພັດທະນາ ຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ສ້າງ ຄວາມຜາສຸກໃຫ້ແກ່ປະຊາຊົນສອງ ຊາດ ແລະ ປະກອບສ່ວນຢ່າງຕັ້ງ ໜ້າອັນໃໝ່ ໃຫ້ແກ່ພາລະກິດສັນຕິ ພາບ, ການພັດທະນາ ແລະ ຄວາມ ກ້າວໜ້າຂອງໂລກ. ຂໍອວຍພອນໃຫ້ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ຈົ່ງປະ ສົບຜົນສໍາເລັດຢ່າງຈົບງາມ.

06/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ຂໍ້ມູນຈາກແຂວງສາລະວັນໍ້ ມູນັ ນ ບົດສະເໜີົີ ໂດຍ: ທ່ານ ຫງວຽນ ມິງ ເຕີມ ເອກອັກ່ິີັ ຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ັູິັູ້ີັ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ່ ra dxt-k-q oxt8y ;a f]k; oerkm5 drk]tdy fxt8y ;a fl6j zq oleg]a f ທ່າມກາງສະພາບການໂລກ ແລະ ພາກພື້ນທີ່ມີຄວາມສະຫລັບ ຊັບຊ້ອນ, ມີການປ່ຽນແປງຢ່າງ ວ່ອງໄວ ແລະ ຜັນຜວນຢ່າງແຮງ ເຊິ່ງສົ່ງຜົນກະທົບຕໍ່ສັນຕິພາບ, ສະ ຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງໂລກ. ເຖິງຢ່າງໃດກໍຕາມ, ພາຍໃຕ້ການນຳພາອັນຖືກຕ້ອງ ຂອງພັກປະຊາຊົນປະຕິວັດລາວ ໃນການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສາມາດບັນລຸຜົນ ສຳເລັດອັນຍິ່ງໃຫຍ່ ແລະ ສຳຄັນ ໃນຫລາຍດ້ານ ດັ່ງນີ້: ດ້ານການເມືອງ-ສັງຄົມ: ສາ ມາດຮັກສາສະຖຽນລະພາບຢ່າງຕໍ່ ເນື່ອງ. ລະບົບການເມືອງຂອງລາວ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາໃຫ້ສົມບູນຍິ່ງໆຂຶ້ນຢ່າງ ບໍ່ຢຸດຢັ້ງ. ບົດບາດການນຳພາຂອງ ພັກປະຊາຊົນປະຕິວັດລາວ ໄດ້ຮັບ ການຢືນຢັນຢ່າງໝັ້ນຄົງກວ່າເກົ່າ. ການສ້າງ ແລະ ປັບປຸງພັກ ໄດ້ຮັບ ການເອົາໃຈໃສ່ໃນການຈັດຕັ້ງປະ ຕິບັດ. ລະບຽບວິໄນ ແລະ ແບບ ແຜນໃນລະບົບການເມືອງຂອງລາວ ທັງໝົດໄດ້ຮັບການເສີມຂະຫຍາຍ ຄວບຄູ່ໄປກັບການປະຕິຮູບການ ບໍລິຫານລັດ, ເຮັດໃຫ້ການຍົກສູງ ປະສິດທິພາບ ແລະ ປະສິດທິຜົນໃນ ການຄຸ້ມຄອງລັດ ບັນລຸຜົນສຳເລັດ ໃນທາງບວກຢ່າງຈະແຈ້ງ. ດ້ານການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ໄດ້ຮັບການປົກ ປັກຮັກສາໄວ້ຢ່າງໝັ້ນຄົງ. ລາວ ໄດ້ເສີມຂະຫຍາຍຂີດຄວາມສາ ມາດດ້ານການປ້ອງກັນຊາດຢ່າງຕໍ່ ເນື່ອງ,ຮັກສາຄວາມສະຫງົບພາຍໃນ ປະເທດ ພ້ອມທັງມີບົດບາດເປັນ ເຈົ້າການແລະ ສ້າງສັນໃນການເຂົ້າ ຮ່ວມກົນໄກການຮ່ວມມືດ້ານການ ປ້ອງກັນຊາດ ແລະ ຄວາມສະຫງົບ ໃນລະດັບພາກພື້ນ, ປະກອບສ່ວນ ຢ່າງມີປະສິດທິພາບເຂົ້າໃນການ ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທີ່ຍືນຍົງຂອງ ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ດ້ານເສດຖະກິດ ມີການຟື້ນຕົວ ເປັນກ້າວໆໄປ ແລະ ເຕີບໂຕໃນລະ ດັບທີ່ມີຄວາມໝັ້ນຄົງສົມຄວນ. ໂຄງປະກອບເສດຖະກິດຍັງຄົງປັບ ປ່ຽນໄປໃນທິດທາງບວກ ໂດຍຮັກ ສາອັດຕາການເຕີບໂຕສະເລ່ຍໄວ້ ທີ່ 4,2%. ອັດຕາເງິນເຟີ້ໄດ້ຮັບ ການຄວບຄຸມ ໂດຍຫລຸດລົງຈາກ 22,96% ໃນປີ 2022 ມາເປັນ 8,3% ໃນປີ 2025. ລາຍຮັບງົບ ປະມານແຫ່ງລັດບັນລຸເກີນແຜນ ຕິດຕໍ່ກັນເປັນເວລາ 5 ປີ. ມູນຄ່າ ການຄ້າລວມຢູ່ທີ່ 84.406,01 ລ້ານໂດລາສະຫະລັດ (ເກີນດຸນ ການຄ້າ 8.475,75 ລ້ານໂດລາ ສະຫະລັດ). ເງິນທຶນທີ່ລະດົມໄດ້ ທັງໝົດ 387.372 ຕື້ກີບ (ເທົ່າກັບ 189% ຂອງແຜນການ). ເງິນ ຊ່ວຍເຫລືອລວມ 54.493 ຕື້ກີບ (ເທົ່າກັບ146%ຂອງແຜນການ). ການລົງທຶນຈາກພາກເອກະຊົນ ພາຍໃນ ແລະ ການລົງທຶນໂດຍກົງ ຈາກຕ່າງປະເທດລວມ 266.494 ຕື້ກີບ (ເທົ່າກັບ 266% ຂອງ ແຜນການ) ແລະ ການລົງທຶນຈາກ ແຫລ່ງອື່ນໆລວມ 44.305 ຕື້ກີບ. ລາຍໄດ້ສະເລ່ຍຕໍ່ຫົວຄົນເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ຢູ່ທີ່ 2.138 ໂດ ລາສະຫະລັດ. ຄຸນນະພາບຊີວິດທັງ ດ້ານວັດຖຸ ແລະ ຈິດໃຈຂອງປະຊາ ຊົນໄດ້ຮັບການປັບປຸງນັບມື້ນັບດີ ຂື້ນ. ໂຄງການຫລຸດຜ່ອນຄວາມ ທຸກຍາກ ແລະ ພັດທະນາເຂດຫ່າງ ໄກສອກຫລີກ ປະສົບຜົນສຳເລັດ ຢ່າງແທ້ຈິງ. ອັດຕາຄອບຄົວທຸກ ຍາກຫລຸດລົງຈາກ 18,3% ໃນ ປີ 2019 ມາເຫລືອ 15% ໃນປີ 2025. ໂຄງການພື້ນຖານໂຄງລ່າງ ທີ່ສຳຄັນດ້ານຄົມມະນາຄົມ, ພະ ລັງງານ, ໄຟຟ້ານໍ້າຕົກ ແລະ ໂລຈິສ ຕິກຈຳນວນຫລາຍໄດ້ຮັບການ ຈັດຕັ້ງປະຕິບັດ, ຊ່ວຍຍົກສູງການ ເຊື່ອມໂຍງທັງພາຍໃນປະເທດ ແລະ ໃນລະດັບພາກພື້ນ. ດ້ານວັດທະນະທຳ-ສັງຄົມ ໄດ້ ຮັບການໃຫ້ຄວາມສຳຄັນ ແລະ ພັດ ທະນາຢ່າງຕໍ່ເນື່ອງ, ມີການປະຕິຮູບ ລະບົບການສຶກສາແຫ່ງຊາດ, ຍົກ ສູງຄຸນນະພາບການຮຽນ-ການ ສອນ, ສົ່ງເສີມວຽກງານຄົ້ນຄວ້າ ທາງວິທະຍາສາດ ແລະ ການພັດ ທະນານະວັດຕະກໍາໃໝ່. ໃຫ້ຄວາມ ສຳຄັນກັບການເບິ່ງແຍງ, ປົກປ້ອງ ແລະ ຍົກສູງສຸຂະພາບຂອງປະຊາ ຊົນ. ການປະຕິບັດນະໂຍບາຍຕໍ່ຜູ້ ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ວຽກງານສະຫວັດດີການສັງ ຄົມ ເພື່ອຄຸ້ມຄອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງປະຊາຊົນ ລາວ. ການອະນຸລັກ ແລະ ສົ່ງເສີມ ຄຸນຄ່າມູນເຊື້ອທາງວັດທະນະທຳທີ່ ສະທ້ອນເຖິງເອກະລັກຂອງຊາດ. ວຽກງານຄຸ້ມຄອງແຮງງານໄດ້ ຮັບການເອົາໃຈໃສ່, ສົ່ງເສີມໃຫ້ ທັງພາກລັດ ແລະ ເອກະຊົນມີ ສ່ວນຮ່ວມໃນການພັດທະນາ ແລະ ຝຶກອົບຮົມວິຊາຊີບໃຫ້ແກ່ແຮງງານ ຈຳນວນ 159.837 ຄົນ ແລະ ສ້າງວຽກເຮັດງານທຳໃຫ້ແກ່ ແຮງງານພາຍໃນ ແລະ ແຮງງານ ທີ່ໄປເຮັດວຽກຢູ່ຕ່າງປະເທດລວມ 464.514 ຄົນ. ອົງການອຳນາດລັດໄດ້ຮັບ ການເສີມສ້າງໃຫ້ເຂັ້ມແຂງຍິ່ງຂຶ້ນ, ເປັນພື້ນຖານທີ່ໝັ້ນຄົງສຳລັບການ ບໍລິຫານປະເທດດ້ວຍກົດໝາຍ ສອດຄ່ອງກັບເປົ້າໝາຍການສ້າງ ລັດປະຊາທິປະໄຕປະຊາຊົນ ໃຫ້ ພັດທະນາເປັນລັດແຫ່ງກົດໝາຍ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໂດຍໂຄງປະ ກອບອົງການຂອງລັດທຸກຂັ້ນ ໄດ້ ຮັບການຈັດລະບຽບໃຫ້ມີຄວາມ ກະທັດຮັດ, ຄ່ອງຕົວ, ມີປະສິດທິ ພາບ ແລະ ມີປະສິດທິຜົນ. ຈຳນວນ ຂະແໜງການບໍລິຫານສູນກາງ ຫລຸດລົງຈາກ 17 ກະຊວງ ແລະ 3 ອົງການທຽບເທົ່າກະຊວງ ມາ ເຫລືອ 13 ກະຊວງ ແລະ 2 ອົງ ການທຽບເທົ່າກະຊວງ. ການກວດ ກາ, ການຕິດຕາມກວດກາ ແລະ ການຈັດຕັ້ງປະຕິບັດ ຫລັງການ ກວດກາມີຄວາມເຂັ້ມແຂງຢ່າງແທ້ ຈິງ ແລະ ເດັດຂາດ. ດ້ານການຕ່າງປະເທດ: ສາຍ ພົວພັນຂອງລາວກັບບັນດາປະ ເທດຕ່າງໆ ໄດ້ຮັບການຂະຫຍາຍ ຕົວຢ່າງຕໍ່ເນື່ອງ. ບົດບາດ ແລະ ຄວາມໄວ້ວາງໃຈຂອງລາວໃນເວ ທີສາກົນ ໄດ້ຮັບການຍົກສູງຂຶ້ນ ຢ່າງຈະແຈ້ງ. ລາວມີສ່ວນຮ່ວມ ຢ່າງຕັ້ງໜ້າໃນອາຊຽນ ແລະ ອົງ ການຈັດຕັ້ງລະດັບພາກພື້ນ ແລະ ສາກົນ, ພ້ອມທັງມີຄວາມຮັບຜິດ ຊອບຕໍ່ບັນຫາລວມຕ່າງໆ. ລາວໄດ້ ສ້າງຕັ້ງສາຍພົວພັນທາງການທູດ ກັບ 151 ປະເທດ ແລະ ສາຍພົວ ພັນລະຫວ່າງພັກກັບພັກການເມືອງ ຈຳນວນ 145 ພັກ ໃນ 82 ປະເທດ. ການເປັນເຈົ້າພາບຈັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ປະສົບຜົນສຳເລັດຢ່າງຈົບງາມ ໄດ້ສ້າງຄວາມປະທັບໃຈອັນດີ ແລະ ຝາກຮ່ອງຮອຍໃນທາງບວກໄວ້ໃນ ລະດັບພາກພື້ນ ແລະ ສາກົນ. ເມື່ອກ້າວໄປສູ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ, ຂ້າ ພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກ ແໜ້ນວ່າ ດ້ວຍການກຽມພ້ອມຢ່າງ ຮອບຄອບ, ຄວາມເອົາໃຈໃສ່ສູງ, ມີຄວາມເປັນລະບົບ ແລະ ມີວິທະຍາ ສາດ; ມີການຫັນປ່ຽນທາງດ້ານ ແນວຄິດຢ່າງສ້າງສັນ, ເນັ້ນໃສ່ຄຸນ ນະພາບ, ປະສານສົມທົບລະຫວ່າງ ທິດສະດີກັບການປະຕິບັດຢ່າງກົມ ກຽວ, ຍຶດໝັ້ນຄວບຄູ່ກັບການປະ ຕິຮູບ, ສືບທອດຄວບຄູ່ກັບການພັດ ທະນາ ເຊິ່ງແມ່ນຂະບວນການປະ ກອບສ່ວນສຳຄັນ ແລະ ເຮັດໃຫ້ ແນວທາງການປ່ຽນແປງໃໝ່ທີ່ກຳ ນົດໄວ້ໂດຍກອງປະຊຸມໃຫຍ່ຂອງ ພັກໃນຄັ້ງກ່ອນໆໃຫ້ສົມບູນຍິ່ງຂຶ້ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະ ຕິວັດລາວ ຈະປະສົບຜົນສຳເລັດ ຢ່າງຈົບງາມ. ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນ ເຫດການການເມືອງທີ່ຍິ່ງໃຫຍ່ ແລະ ມີຄວາມສຳຄັນຢ່າງຍິ່ງຂອງ ພັກ, ລັດ ແລະ ປະຊາຊົນລາວ, ມີ ຄວາມໝາຍສຳຄັນທີ່ສຸດໃນຂະ ບວນການຊຸກຍູ້ການປ່ຽນແປງໃໝ່ ຢ່າງຮອບດ້ານ ແລະ ມີຈຸດສຸມ, ເປີດ ສາກໄລຍະໃໝ່ແຫ່ງການພັດທະນາ ຂອງການປະຕິວັດລາວ. ຈາກຜົນ ສຳເລັດຂອງກອງປະຊຸມໃຫຍ່, ພັກ ປະຊາຊົນປະຕິວັດລາວ ຈະຍັງຄົງ ເປັນຜູ້ນຳພາປະຊາຊົນລາວ ໃນ ການບັນລຸຜົນສຳເລັດໃໝ່ໆ ທີ່ຍິ່ງ ໃຫຍ່ກວ່າເກົ່າ ໃນພາລະກິດປ່ຽນ ແປງໃໝ່, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ, ມຸ່ງໄປ ສູ່ການສ້າງປະເທດລາວ ໃຫ້ເປັນ ປະເທດທີ່ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະ ນະຖາວອນ ແລະ ກ້າວເດີນໄປ ຂ້າງໜ້າຢ່າງໜັກແໜ້ນຕາມເປົ້າ ໝາຍສັງຄົມນິຍົມ. ຄຽງຄູ່ກັບກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິ ວັດລາວ, ໃນໄລຍະອັນໃກ້ນີ້, ພັກ ກອມມູນິດຫວຽດນາມ ກໍຈະຈັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV. ຂ້າພະເຈົ້າມີຄວາມ ເຊື່ອໝັ້ນວ່າ ດ້ວຍມູນເຊື້ອແຫ່ງ ສາຍພົວພັນຄວາມສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດຫວຽດ ນາມ-ລາວ, ສາຍພົວພັນລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ຈະຍິ່ງໄດ້ຮັບການພັດທະ ນາເຂົ້າສູ່ລວງເລິກ, ແທ້ຈິງ ແລະ ມີ ປະສິດທິຜົນໃນທຸກດ້ານ, ນຳມາຜົນ ປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ ສອງປະເທດ ແລະ ປະກອບສ່ວນ ເຂົ້າໃນການຮັກສາສັນຕິພາບ, ສະ ຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ແລະ ທົ່ວໂລກ. lk]t;a o goA ozt]y fdtly deltvkf{dtly devy o-u gxa oly o7h k ຂປລ. ແຂວງສາລະວັນເປັນໜຶ່ງ ໃນຫລາຍແຂວງທີ່ມີພື້ນທີ່ດິນອຸດົມ ສົມບູນ ມີແຫລ່ງນໍ້າທຳມະຊາດຫລາຍ ແລະ ປະຊາຊົນສ່ວນໃຫຍ່ມີມູນເຊື້ອ ດຸໝັ່ນຂະຫຍັນພຽນໃນການຢຶດຖືອາ ຊີບກະສິກໍາ ຊຶ່ງໃນຫລາຍປີຜ່ານມາ ການພັດທະນາກະສິກໍາ ໄດ້ມີການນໍາ ໃຊ້ສານເຄມີຈໍານວນຫລາຍ ອັນໄດ້ສົ່ງ ຜົນກະທົບຕໍ່ສຸຂະພາບຂອງຜູ້ຜະລິດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມໂດຍ ລວມ. ດ້ວຍເຫດນັ້ນ, ພາກສ່ວນກ່ຽວ ຂ້ອງໄດ້ເອົາໃຈໃສ່ຊຸກຍູ້ ທັງໃຫ້ຫັນ ເອົາການຜະລິດທີ່ມີຜົນກະທົບໄປສູ່ ການຜະລິດກະສິກໍາສະອາດ ແລະ ກະ ສິກໍາອິນຊີ ເພື່ອຮັບປະກັນຄວາມໝັ້ນ ຄົງດ້ານສະບຽງອາຫານ ແລະ ການ ພັດທະນາຢ່າງຍືນຍົງ. ທ່ານ ສີວັນພະກອນ ວົງບຸນທັນ ຫົວໜ້າພະແນກກະສິກໍາ ແລະ ສິ່ງ ແວດລ້ອມ ແຂວງສາລະວັນ ໄດ້ໃຫ້ຮູ້ ວ່າ: ກະສິກໍາສະອາດ ແລະ ກະສິກໍາ ອິນຊີ ແມ່ນການຜະລິດທີ່ຫລຸດຜ່ອນ ຫລື ບໍ່ໃຊ້ສານເຄມີສັງເຄາະ ໂດຍເນັ້ນ ໃຊ້ປຸ໋ຍອິນຊີ ປຸ໋ຍຄອມໂພສ ສານຊີວະ ພາບ ແລະ ການຈັດການດິນນໍ້າຢ່າງ ເໝາະສົມ ຊຶ່ງວິທີການນີ້ ບໍ່ພຽງແຕ່ ຊ່ວຍຮັກສາຄຸນນະພາບຂອງດິນ ແລະ ແຫລ່ງນໍ້າໃຫ້ອຸດົມສົມບູນໃນໄລຍະ ຍາວ ແຕ່ຍັງຊ່ວຍຫລຸດຄ່າໃຊ້ຈ່າຍໃນ ການຜະລິດ ແລະ ສ້າງລາຍຮັບທີ່ໝັັ້ນ ຄົງໃຫ້ແກ່ຊາວກະສິກອນ. ແນວໃດ ກໍດີ, ແຂວງສາລະວັນ ກໍແມ່ນແຂວງ ໜຶ່ງທີ່ພາກລັດ ແລະ ພາກສ່ວນທີ່ກ່ຽວ ຂ້ອງໄດ້ໃຫ້ຄວາມສໍາຄັນແລະ ສົ່ງເສີມ ກະສິກໍາສະອາດ, ກະສິກໍາອິນຊີ ໂດຍ ກໍານົດເປັນແນວທາງໃນການພັດທະ ນາການຜະລິດກະສິກໍາ ໄປພ້ອມກັບ ການຈັດຕັ້ງອົບຮົມ ຖ່າຍທອດເຕັກນິກ ແລະ ສົ່ງເສີມໃຫ້ຊາວກະສິກອນນໍາໃຊ້ ວິທີການຜະລິດທີ່ປອດໄພ. ພ້ອມກັນ ນັ້ນ, ຍັງໄດ້ສ້າງເຂດຕົວຢ່າງການ ຜະລິດຜັກອິນຊີ ເຂດປູກເຂົ້າປອດສານ ເຄມີ ແລະ ການລ້ຽງສັດແບບຊີວະ ພາບ ເພື່ອໃຫ້ປະຊາຊົນໄດ້ຮຽນຮູ້ ແລະ ຂະຫຍາຍນໍາໄປປະຍຸກໃຊ້. ການຜະລິດກະສິກໍາສະອາດ-ກະ ສິກໍາອິນຊີ ມີບົດບາດສໍາຄັນ ຕໍ່ການຮັບ ປະກັນສະບຽບອາຫານທີ່ມີຄຸນນະ ພາບ; ຜະລິດຕະພັນທີ່ໄດ້ຈາກການຜະ ລິດແບບນີ້ ມີຄວາມປອດໄພ ບໍ່ມີສານ ຕົກຄ້າງ ເປັນຜົນດີຕໍ່ສຸຂະພາບຂອງຜູ້ ບໍລິໂພກ. ນອກຈາກນັ້ນ, ຍັງຊ່ວຍສ້າງ ຄວາມເຊື່ອໝັ້ນໃຫ້ແກ່ຕະຫລາດ ເຮັດ ໃຫ້ຜະລິດຕະພັນກະສິກໍາຂອງແຂວງ ສາລະວັນ ມີມູນຄ່າເພີ່ມຂຶ້ນ ແລະ ສາ ມາດແຂ່ງຂັນໃນຕະຫລາດໄດ້ດີຂຶ້ນ. ຂະນະທີ່ປັດໄຈສໍາຄັນອີກປະການໜຶ່ງ ຄື: ການມີສ່ວນຮ່ວມຂອງປະຊາຊົນ, ການພັດທະນາກະສິກໍາສະອາດ-ກະສິ ກໍາອິນຊີ ຈະປະສົບຜົນສໍາເລັດໄດ້ ກໍຕໍ່ ເມື່ອປະຊາຊົນມີຄວາມເຂົ້າໃຈ ເຫັນຄຸນ ຄ່າ ແລະ ເຂົ້າມາມີສ່ວນຮ່ວມຢ່າງແທ້ ຈິງ. ນັບແຕ່ຊາວກະສິກອນຜູ້ຜະລິດ, ຜູ້ຈໍາໜ່າຍ ຈົນເຖິງຜູ້ບໍລິໂພກທຸກຝ່າຍ ຈໍາເປັນຕ້ອງຮ່ວມມືກັນເຊັ່ນວ່າ: ຜູ້ບໍລິ ໂພກຄວນເລືອກຊື້ ແລະ ສະໜັບສະໜູນ ຜະລິດຕະພັນອິນຊີ ເພື່ອເປັນແຮງຈູງ ໃຈໃຫ້ຜູ້ຜະລິດຂະຫຍາຍການຜະລິດ ຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ, ການປະຊາ ສຳພັນ ແລະ ການໃຫ້ຄວາມຮູ້ແກ່ປະ ຊາຊົນກ່ຽວກັບຜົນຮ້າຍຂອງສານເຄ ມີ ແລະ ປະໂຫຍດຂອງກະສິກໍາອິນຊີ ກໍເປັນສິ່ງຈໍາເປັນ. ເມື່ອປະຊາຊົນມີ ຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງ ກໍຈະສາມາດປ່ຽນແປງພຶດຕິກຳການ ຜະລິດ ແລະ ການບໍລິໂພກໄດ້ຢ່າງຍືນ ຍົງ. ກະສິກໍາສະອາດ-ກະສິກໍາອິນຊີ ມີຄວາມສໍາຄັນຫລາຍຕໍ່ການເຕີບໃຫຍ່ ຂະຫຍາຍຕົວ ແລະ ການພັດທະນາເສດ ຖະກິດ-ສັງຄົມໃນອະນາຄົດ ແຂວງ ສາລະວັນ ຈຶ່ງເອົາ ໃຈໃສ່ ແລະ ເນັ້ນຜະ ລິດກະສິກໍາສະອາດ-ກະສິກໍາອິນຊີ. ການຜະລິດດັ່ງກ່າວ ບໍ່ພຽງແຕ່ເປັນ ການຕອບສະໜອງຕໍ່ຄວາມຕ້ອງການ ອາຫານທີ່ປອດໄພ, ແຕ່ຍັງເປັນພື້ນ ຖານສໍາຄັນໃນການຮັກສາສິ່ງແວດ ລ້ອມ ທັງສ້າງລາຍຮັບໃຫ້ແກ່ປະຊາ ຊົນ ແລະ ຮັບປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານຢ່າງຍືນຍົງໃຫ້ແກ່ ປະເທດຊາດໃນອະນາຄົດ. ປັດຈຸບັນມີ ປະຊາຊົນເຂົ້າຮ່ວມຜະລິດມີ ບ້ານໂພນ ຕານ, ທາດຫ້ວຍ, ບ້ານດົງໜ້ອງ ເມືອງ ສາລະວັນ; ບ້ານໜອງເກາະຊອງ ເມືອງຄົງເຊໂດນ; ບ້ານຫ້ວຍກະໂພ ເມືອງລະຄອນເພັງ; ບ້ານວັງເປືອຍ, ບ້ານຫ້ວຍແສງ, ບ້ານພໍ່ເຂັມ, ບ້ານ ໜອງຕົມ ເມືອງເລົ່າງາມ ຊຶ່ງສາມາດ ສ້າງລາຍຮັບໄດ້ 500 ລ້ານກວ່າກີບຕໍ່ ລະດູການຜະລິດ. ທ່ານ ສີວັນພະກອນ ວົງບຸນທັນ ກ່າວ. ສຳລັບປີ 2025 ການຜະລິດກະ ສິກໍາ ພາຍໃນແຂວງສາມາດປະຕິບັດ ໄດ້ 375.350 ໂຕນ, ເທົ່າ 88% ຂອງແຜນການປີ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 1%, ໃນເນື້ອທີ່ເກັບກ່ຽວຕົວ ຈິງ 94.628 ເຮັກຕາ. ໃນນີ້, ໄດ້ຈາກ ເຂົ້ານາແຊງຈໍານວນ 65.052 ໂຕນ, ເຂົ້ານາປີ 310.298 ໂຕນ ຖ້າທຽບ ໃສ່ຄວາມຕ້ອງການພາຍໃນແຂວງຄື: ເຂົ້າກຸ້ມກິນ 116.354 ໂຕນ, ເຂົ້າແນວ ພັນ ຈໍານວນ 6.371 ໂຕນ, ເຂົ້າແຮ່ສຸກ ເສີນ 37.535 ໂຕນ; ມີເຂົ້າເຫລືອ ເປັນສິນຄ້າ 177.556 ໂຕນ. ໃນນີ້, ຂາຍເປັນສິນຄ້າພາຍໃນ 56.100 ໂຕນ, ສ່ວນທີ່ເຫລືອແມ່ນຂາຍອອກ ຕ່າງແຂວງ; ພືດສະບຽງອາຫານປະຕິ ບັດໄດ້ 98.802 ໂຕນ ໃນເນື້ອທີ່ເກັບ ກ່ຽວຕົວຈິງ15.693 ເຮັກຕາ; ໄດ້ຈາກ ພືດສະບຽງລະດູແລ້ງ 64.300 ໂຕນ, ພືດສະບຽງລະດູຝົນ 34.502 ໂຕນ, ໃນເນື້ອທີ່ເກັບກ່ຽວ 7.035 ເຮັກຕາ. ຖ້າທຽບໃສ່ຄວາມຕ້ອງການບໍລິໂພກ ພາຍໃນແຂວງ 40.072 ໂຕນ/ປີ, ແມ່ນພຽງພໍກັບຄວາມຕ້ອງການ ແລະ ເຫລືອເປັນສິນຄ້າສົ່ງຂາຍຕ່າງແຂວງ 58.730ໂຕນ. ຂະນະທີ່ວຽກງານລ້ຽງ ສັດ ແລະ ການປະມົງ ຍັງໄດ້ສະໜອງ ຊີ້ນ, ໄຂ່ ແລະ ປາ ໄດ້ທັງໝົດ 28.453 ໂຕນ ເທົ່າ 96,12%ຂອງແຜນການປີ, ທຽບໃສ່ໄລຍະດຽວເພີ່ມຂຶ້ນ 0,94%. ສຳລັບພືດສິນຄ້າທີ່ພົ້ນເດັ່ນແມ່ນ ກາເຟ, ກ້ວຍ, ມັນດ້າງ, ມັນຕົ້ນ. ໃນ ນັ້ນ, ກາເຟສາມາດເກັບຜົນຜະລິດໄດ້ 34.552 ໂຕນ, ກ້ວຍ 23.417 ໂຕນ, ມັນຕົ້ນ 1.202.961 ໂຕນ ຊຶ່ງມີມູນ ຄ່າການສົ່ງອອກພືດສິນຄ້າ (ໂຕເລກ ຜ່ານການອອກໃບຢັ້ງຢືນສຸຂານາໄມ ພືດ Pyotosanitary Certificate) ຈໍານວນ 58.794.022,68 ໂດລາ. ຂະນະທີ່ຂາຍສັດເປັນສິນຄ້າອອກຕ່າງ ແຂວງໄດ້ກວ່າ 1.190 ໂຕ ມູນຄ່າ 7,6 ຕື້ກວ່າກີບ. ການສົ່ງເສີມຜະລິດ ແລະ ລາຍຮັບ ທີ່ກ່າວມາຂັ້ນເທິງນັ້ນ, ໄດ້ປະກອບ ສ່ວນອັນສຳຄັນໃນການແກ້ໄຂຄວາມ ທຸກຍາກຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງສາລະວັນ ໃຫ້ນັບມື້ ຫລຸດລົງເປັນກ້າວໆ.

RkJQdWJsaXNoZXIy MTc3MTYxMQ==