ຂປລ
ກະຊວງພາຍໃນຄາດຄະເນວ່າປີ 2026 ຈະສົ່ງແຮງງານ ຫວຽດນາມ ປະມານ 112.000 ຄົນໄປເຮັດວຽກຢູ່ ຕ່າງປະເທດຕາມສັນຍາ.
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ກະຊວງພາຍໃນ ຄາດຄະເນວ່າປີ 2026 ຈະສົ່ງແຮງງານ ຫວຽດນາມ ປະມານ 112.000 ຄົນໄປເຮັດວຽກ ຢູ່ຕ່າງປະເທດ ຕາມສັນຍາ. ສິ່ງທີ່ໜ້າສົນໃຈ ແມ່ນການເຄື່ອນໄຫວ ສົ່ງອອກແຮງງານ ພວມມີການຫັນປ່ຽນ ຢ່າງແຮງຈາກ “ລວງກວ້າງ” ໄປສູ່ “ລວງເລິກ”, ບໍ່ພຽງແຕ່ເອົາໃຈໃສ່ ກ່ຽວກັບດ້ານຈຳນວນ ເທົ່ານັ້ນ ຫາກຍັງສຸມໃສ່ຍົກສູງຄຸນນະພາບ ແຫລ່ງຊັບພະຍາກອນມະນຸດ.
ຕາມກົມຄຸ້ມຄອງ ແຮງງານຕ່າງປະເທດ (ກະຊວງພາຍໃນ) ແລ້ວ, ຄຽງຄູ່ກັບການ ເປີດໂອກາດເຮັດວຽກ, ວຽກງານການ ບຳລຸງກໍ່ສ້າງອາຊີບ, ທັກສະ, ສຶກສາກຳນົດທິດ ແລະ ເຜີຍ ແຜ່ກົດໝາຍ ໃຫ້ແກ່ແຮງງານ ກ່ອນອອກເມືອງ ຫວຽດນາມ ສືບຕໍ່ໄດ້ຮັບຖືວ່າ ແມ່ນມາດຕະການແກ່ນສານ. ກຳນົດທິດດັ່ງກ່າວ ເພື່ອແນໃສ່ຊ່ວຍໃຫ້ ແຮງງານ ໃຫ້ມີແຫລ່ງ ລາຍຮັບ ປົກກະຕິ, ເຮັດວຽກແບບຍືນຍົງ, ພ້ອມທັງຍົກສູງ ອິດທິພົນຊື່ສຽງແຮງງານ ຫວຽດນາມ ໃນຕະຫລາດສາກົນ.
ຂະນະທີ່ປີ 2025 ຜ່ານມາ, ຫວຽດນາມໄດ້ສົ່ງແຮງງານກວ່າ 144.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ, ລື່ນກາຍ 11% ເມື່ອທຽບໃສ່ ແຜນການວາງອອກ. ຍີ່ປຸ່ນ ສືບຕໍ່ແມ່ນ ຕະຫລາດ ຮັບແຮງງານ ຫວຽດນາມຫລາຍທີ່ສຸດກວ່າ 64.600 ຄົນ, ຖັດມາແມ່ນ ເຂດໄຕ້ຫວັນ (ຈີນ)ດ້ວຍຈຳນວນແຮງງານກວ່າ 57.000 ຄົນ ແລະ ສ.ເກົາຫລີ ກວ່າ 11.600 ຄົນ./.
KPL