ສປ ຈີນ-ອຽກລັງ ເພີມທະວີການຮ່ວມມືຫລາຍດ້ານ

06/01/2026 08:41
Email Print 191
ຂປລ ທ່ານ ສີ​ ຈິ້ນ​ຜິງ, ປະ​ທານ ​ປະ​ເທດ​ຈີນ ​ໄດ້ຕ້ອ​ນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ ​ທ່ານ ມິ​ເຊວ ມາຕິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ ​ທີ່​ເດີນທາງມາ​ຢ້ຽມ​ຢາມ ສປ ​ຈີນ ຢ່າງ​ເປັນ​ທາງ​ການ.

      ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນຫລື CMG, ວັນ​ທີ 5 ມັງ​ກອນ​ນີ້ ຢູ່​ຫໍ​ສະ​ພາ​ ປະ​ຊາ​ຊົນ ​ແຫ່ງ​ຊາດ ​ທີ່​ນະ​ຄອນ​ຫລວງ​ປັກ​ກິ່ງ, ທ່ານ ສີ​ ຈິ້ນ​ຜິງ, ປະ​ທານ ​ປະ​ເທດ​ຈີນ ​ໄດ້ຕ້ອ​ນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ ​ທ່ານ ມິ​ເຊວ ມາຕິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ ​ທີ່​ເດີນທາງມາ​ຢ້ຽມ​ຢາມ ສປ ​ຈີນ ຢ່າງ​ເປັນ​ທາງ​ການ. ໃນໂອກາດນີ້ ທ່ານ ສີ ​ຈິ້ນ​ຜິງ, ຊີ້​ໃຫ້​ເຫັນ​ວ່າ: ສປ ຈີນ ​ຍິນ​ດີ​ຮ່ວມ​ກັບ​ ອຽກ​ລັງ​ ເພີ່ມ​ທະ​ວີ​ ການ​ແລກ​ປ່ຽນ​ ທາ​ງ​ດ້ານ​ຍຸດ​ທະ​ສາດ, ລົງ​ເລິກ​ ຄວາມ​ໄວ້​ເນື້ອ ​ເຊື່ອ​ໃຈ​ກັນ​ ທາງ​ການ​ເມືອງ, ເປີດກວ້າງ​ການ​ຮ່ວມ​ມື​ ທີ່​ຕິດ​ແທດ​ຕົວ​ຈິງ, ເພື່ອ​ສ້າ​ງ​ຄວາມ​ຜາ​ສຸກ​ ໃຫ້​ແກ່​ ປະ​ຊາ​ຊົນ​ ຂອງ​ສອງ​ປະ​ເທດ, ເພີ່ມ​ພະ​ລັງ​ແຮງ​ ເຂົ້າ​ໃນ​ການ​ຂະ​ຫຍາຍ​ ການ​ພົວ​ພັນ​ ລະ​ຫວ່າງ ສປ ​ຈີນ-ເອີ​ຣົບ. ສປ ຈີນ ​ຍິນ​ດີ​ເພີ່ມ​ທະ​ວີ​ ການ​ຮ່ວມ​ມື​​ ດ້ານ​ເສດ​ຖະ​ກິດ ​ການ​ຄ້າກັບ ​ອຽກ​ລັງ, ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ ການ​ພັດ​ທະ​ນາ​ ໃນ​ຂົງ​ເຂດ​ ປັນ​ຍາ​ປະ​ດິດ, ເສດ​ຖະ​ກິດ​ ດີ​ຈີ​ຕອນ ​ແລະ ​ຂົງ​ເຂດ​ອື່ນໆ, ຊຸກ​ຍູ້​ ການ​ລົງ​ທຶນ​ຕໍ່​ກັນ, ບັນ​ລຸ​ການ​ຊ່ວຍ​ຊູ​ຍູ້​ໜູນ​ກັນ ທາງ​ດ້ານ​ທ່າ​ແຮງ, ຊົມ​ໃຊ້​ກາ​ລະ​ໂອ​ກາດ ແລະ ​ພັດ​ທະ​ນາ​ຮ່ວມ​ກັນ. ທ່ານ​ ມິ​ເຊວ ມາຕິນ ກ່າວ​ວ່າ: ອຽກ​ລັງ​ ຍຶດ​ໝັ້ນ​ປະ​ຕິ​ບັດ​ ນະ​ໂຍ​ບາຍ ​ປະ​ເທດ​ຈີນ​ດຽວ, ຍິນ​ດີ​ຮ່ວມ​ກັບ ສປ ​ຈີນ​ ລົງ​ເລິກ​ການ​ຮ່ວມ​ມື ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​ແລະ ​ຂົງ​ເຂດ​ອື່ນ​ໆ. ສປ ຈີນ​​ ໄດ້​ເສີມ​ຂະ​ຫຍາຍບົດ​ບາດ​ ສຳ​ຄັນທີ່ຂາດ​ບໍ່​ໄດ້​ໃນ​ ​ວຽກ​ງານ​ສາ​ກົນ. ການ​ແກ້​ໄຂ ຄວາມ​ຂັດ​ແຍ້ງ​ສາ​ກົນ​ໃດໆ​ ລ້ວນ​ແຕ່​ຄວນ​ເຄົາ​ລົບ ແລະ ​ປະ​ຕິ​ບັດ​ ຕາມ​ກົດ​ໝາຍ​ສາ​ກົນ. ອຽກ​ລັງ​ ຍິນ​ດີ​ຮັກ​ສາ​ການ​ ຕິດ​ຕໍ່​ພົວ​ພັນ ​ແລະ​ ການ​ປະ​ສານ​ງານ​ ຢ່າງ​ແໜ້ນ​ແຟ້ນ​ກັບ ສປ ​ຈີນ ເພື່ອປົກ​ປັກ​ຮັກ​ສາ ​ກົດ​ໝາຍ​ສາ​ກົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top